Breaking News

News

ກິກ ໄພລິນດາ ຈາກອະດີດນາງງາມສູ່ວ່າທີ່ແມ່ມືໃໝ່ ຖືພາທ້ອງແກ່ແລ້ວແຕ່ຍັງງາມ…

ກິກ ໄພລິນດາ ອະດີດ Miss Laos ປີ 2009 ດຽວນີ້ນາງແຕ່ງດອງມີຄອບຄົວແຖມກຳລັງຈະມີລູກ ແຕ່ເບິ່ງແລ້ວ ກິກ ກໍຍັງງາມບໍ່ມີປ່ຽນເຖິງແມ່ນວ່ານາງກຳລັງຖືພາລູກຢູ່… ເຮົາເລີຍອົດບໍ່ໄດ້ທີ່ຈະລວບລວມເອົາຮູບພາບທີ່ແສນໜ້າຮັກຂອງແມ່ມານກິກມາຝາກ, ຢ່າງໃດກໍຂໍສະແດງຄວາມຍິນດີກັບວ່າທີ່ແມ່ມືໃໝ່ເດີ້ ຂໍໃຫ້ສຸຂະພາບແຂງແຮງທັງແມ່ທັງລູກ…   ມານ 2017 ດູດ້ວຍຍຍ 😎💇👼👨‍👩‍👦💢 โพสต์โดย Kik Phailinda Philavanh บน 27 เมษายน 2017 ເລາະກິນອາຫານຢູໂຣບກ່ອນ โพสต์โดย Kik Phailinda Philavanh บน 6 พฤษภาคม 2017 👪 tgt โพสต์โดย Kik Phailinda Philavanh บน 14 เมษายน 2017 ຂໍຂອບໃຈຮູບພາບຈາກ: Kik Phailinda Philavanh

Read More »

ແພນດ້າ ສາວລາວໜ້າຮັກຂວັນໃຈໜຸ່ມໆ…

ຈະເອ໋…ສະບາຍດີແຟນໆ ມື້ນີ້ ຊະນີIndy ຈະພາທຸກຄົນມາຮູ້ຈັກກັບສາວນ້ອຍໜ້າຮັກຂວັນໃຈໜຸ່ມໆນັ້ນກໍຄື ແພນດ້າ ຝົນນະພາ ໄຕມະນີ ອາຍຸ 22 ປີ ສາວລາວໜ້າຮັກ ແຖມຮຽນເກັ່ງ ນາງສາມາດເສັງເອົາທຶນໄປຮຽນຕໍ່ທີ່ ສ.ເກົາຫລີ ໃນດ້ານການອອກແບບສື່ສິ່ງພິມ ພຸ້ນໃດ…(ຊົມເຊີຍເດີ້), ແພນດ້າ ເປັນສາວໜ້າຫວານທີ່ເບິ່ງແລ້ວຄ້າຍໆຄືກັບສາວເກົາຫລີ ແຕ່ຂໍບອກເດີ້ວ່ານາງເປັນສາວລາວແທ້ໆມາແຕ່ກຳເນີດ ແລະສາວຄົນນີ້ກໍມີແຟນຄລັບຕິດຕາມເປັນຈຳນວນຫຼາຍ ຫຼື ຈະເອີ້ນງ່າຍໆວ່າ ເນັດໄອດໍ້ ນັ້ນແຫຼະ. #ແຊຣໄປໃຫ້ໂລກຮູ້ເຖິງຄວາມໜ້າຮັກຂອງສາວລາວ   ຖ້າແຟນໆຢາກຮູ້ທີ່ມາທີ່ໄປຂອງສາວນ້ອຍໜ້າຕາຈິ້ມລິ້ມຄົນນີ້ເພີ່ມຕື່ມ ສາມາດຕິດຕາມໄດ້ທີ່ ວາລະສານ ຂວັນໃຈ ສະບັບທີ 117 ມີວາງຂາຍແລ້ວຕາມມິນີມາກ U Express M Point Mart ແລະ Jeffy Mart ທຸກສາຂາ. ຂໍຂອບໃຈຮູບພາບຈາກ: panda_f5 ແລະ ວາລະສານ ຂວັນໃຈ ສະບັບທີ 117

Read More »

1 ພຶດສະພາ 2017 ເປັນຕົ້ນໄປ ຊອງ ຫຼື ຕຸດຢາສູບ ທັງຜະລິດພາຍໃນ ແລະ ຕ່າງປະເທດ ຕ້ອງມີຄໍາເຕືອນສຸຂະພາບ ທີ່ເປັນຮູບພາບຂະໜາດ 75%

  ວັນທີ 31 ພຶດສະພາ ຂອງແຕ່ລະປີ, ອົງການອະນາໄມໂລກ ພ້ອມດ້ວຍພາຕີສົນທິສັນຍາສາກົນ ວ່າດ້ວຍການຄວບຄຸມຢາສູບ, ລວມທັງ ສປປ ລາວ ໄດ້ພ້ອມກັນສະເຫຼີມສະຫຼອງ ວັນງົດຢາສູບໂລກດ້ວຍການວາງຄໍາຂວັນ ສໍາຫຼັບປີນີ້ແມ່ນ “ຢາສູບ ເປັນໄພຂົ່ມຂູ່ ຕໍ່ການພັດທະນາ” ທັງນີ້ກໍເພື່ອຊຸກຍູ້ບັນດາປະເທດ ນໍາເອົາບັນດານະໂຍບາຍການຄວບຄຸມ ບັນຈຸເຂົ້າໃນແຜນພັດທະນາແຫ່ງຊາດແບບຍືນຍົງ ຮອດປີ 2030, ເພື່ອເປັນການສະເຫຼີມສະຫຼອງ ວັນງົດສູບຢາ ວັນທີ 31 ພຶດສະພາ 2017 ແລະ ເປັນການສະໜອງຂໍ້ມູນຂ່າວສານກ່ຽວກັບຢາສູບໃຫ້ແກ່ສື່ມວນຊົນ ເພື່ອນໍາໄປສື່ສານ ແລະ ໂຄສະນາປະຊາສຳພັນໃຫ້ແກ່ ປະຊາຊົນລາວໃນຂອບເຂດທົ່ວປະເທດຮັບຮູ້. ໃນຕອນເຊົ້າຂອງວັນທີ 9 ພຶດສະພາ 2017 ກະຊວງສາທາລະນະສຸກ ຮ່ວມກັບກະຊວງຖະແຫຼງຂ່າວ ວັດທະນາທຳ ແລະ ທ່ອງທ່ຽວ, ໄດ້ຈັດງານສຳມະນາໃຫ້ສື່ມວນຊົນກ່ຽວກັບ ການຄວບຄຸມຢາສູບ ຊຶ່ງໄດ້ຈັດຂຶ້ນຢູ່ທີ່ຫ້ອງປະຊຸມໃຫຍ່ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ. ໂດຍການເປັນປະທານ …

Read More »

ງານເປີດຕົວຮູບເງົາແນວລີ້ລັບສະຫຍອງຂວັນ ເລື່ອງ: “ນ້ອງຮັກ”

ໃນຕອນແລງຂອງວັນທີ 8 ພຶດສະພາ 2017 ຢູ່ທີ່ Major Platinum Cineplex ວຽງຈັນເຊັນເຕີ ໄດ້ມີການເປີດຕົວຮູບເງົາເລື່ອງ ນ້ອງຮັກ ( Dearest Sister ) ຈາກຜູ້ຝີມືການກໍາກັບຂອງ ແມັດຕີໂດ ຜູ້ກໍາກັບແມ່ຍິງລາວ ທີ່ໄດ້ນໍາພາຮູບເງົາລາວສູ່ເວທີລະດັບໂລກມາແລ້ວ ແລະ ຍັງເປັນທີ່ຍອມຮັບມາແລ້ວຈາກທີມງານລະດັບ Hollywood. ພາຍໃນງານເປີດຕົວຮູບເງົາດັ່ງກ່ວາຍັງມີແຂກທີ່ມີກຽດ, ຜູ້ກໍາກັບ, ນັກຮ້ອງ ແລະ ນັກສະແດງ ອີກຫຼາຍທ່ານທີ່ເຂົ້າຮ່ວມໃນງານເປີດຕົວຮູບເງົາຄັ້ງນີ້. ຮູບເງົາເລື່ອງນ້ອງຮັກ ເປັນຮູບເງົາແນວລີ້ລັບສະຫຍອງຂັວນ ເລື່ອງທີ່ 2 ຈາກປະເທດລາວ ທີ່ສັນຈອນໄປສາຍໃນເທສະການຮູບເງົາທົ່ວໂລກມາແລ້ວຫຼາຍກວ່າ 24 ເທສະການ ພ້ອມກັບ 3 ລາງວັນຈາກເທສະການຮູບເງົາຜີສຸດມັນ. ຮູບເງົາເລື່ອງນ້ອງຮັກ ໄດ້ນັກສະແດງນໍາໂດຍ ຕ໊ອດລີນ່າ ນັກສະແດງຂວັນໃຈຈາກລາວ ແລະ ນັກສະແດງທີ່ມີຊື່ສຽງອີກຫຼາຍໆທ່ານ ທີ່ໄດ້ຮ່ວມສະແດງໃນເລື່ອງນີ້. ນ້ອງຮັກ (Dearest Sister) “ນົກ” ຍິງສາວຈາກຊົນນະບົດຂອງລາວ …

Read More »

ນູ່ນີ່ ຈະຕອບແນວໃດເມື່ອພິທີກອນໃນລາຍການ Take Me Out Thailand ຖາມຄຳຖາມທີ່ວ່າ…?

ມາເບິ່ງ! ການຕອບຄຳຖາມຂອງ ນູ່ນີ່ ກຸມພົນພັກດີ ສາວງາມຈາກລາວທີ່ໄປເລືອກຄູ່ໃນລາຍການ Take Me Out Thailand ເຊິ່ງພິທີກອນຊື່ດັງ ນ້າເນັກ ແລະ ກາລະແມ ໄດ້ຖາມ ນູ່ນີ່ ໃນປະໂຫຍກພາສາລາວທີ່ວ່າ…ຂໍບອກເລີຍງານນີ້ມີຄວາມຕະຫຼົກເຮຮາແນ່ນອນ ຈະເປັນແນວໃດນັ້ນມາເບິ່ງຄລິບກັນເລີຍ!!!   นุนีเข้าวิน สบายดีนุนีเด้อ กางเกงในเข้าวิน ภาษาลาวพูดว่ายังไง เดี๋ยวถามนุนีให้ วันนี้แต่งตัวซะแดงเป็นพริกชี้ฟ้าเลย #นุนี #tmo11 #takemeoutthailandถ้าไม่อยากพลาดความสนุกของเทคมีเอาท์ กดนี่ไว้เลย https://goo.gl/pEK5w4 โพสต์โดย Take Me Out Thailand บน 9 พฤษภาคม 2017   ຄລິບຈາກ: Take Me Out Thailand ຮູບພາບຈາກ: Noony Koumphonphakdee

Read More »