Breaking News

News

ຈະຕ້ອງຮັບຜິດຊອບ ແກ້ໄຂການທຸຈະລິດ ໃນໜ່ວຍງານຂອງຕົນ ຫາກແກ້ບໍ່ໄດ້ ກໍຈະຖືກພິຈາລະນາປົດອອກຈາກຕຳແໜ່ງ.

ຮອງປະທານປະເທດ ຢືນຢັນວ່າ ຫົວໜ້າໜ່ວຍງານຂອງພັກ ແລະລັດທຸກຂັ້ນ ຈະຕ້ອງຮັບຜິດຊອບ ແກ້ໄຂການທຸຈະລິດ ໃນໜ່ວຍງານຂອງຕົນ ຫາກແກ້ບໍ່ໄດ້ ກໍຈະຖືກພິຈາລະນາປົດອອກຈາກຕຳແໜ່ງ. ທ່ານພັນຄຳ ວິພາວັນ ກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ ຮອງປະທານປະເທດ ຢືນຢັນວ່າ ບັນຫານຶ່ງທີ່ສູນກາງພັກ ໃຫ້ຄວາມສຳຄັນ ແລະຈະຕ້ອງແກ້ໄຂໃຫ້ໄດ້ຢ່າງຮີບດ້ວນທີ່ສຸດ ຄືບັນການທຸຈະລິດທີ່ເກີດຂຶ້ນຢ່າງກວ້າງຂວາງໃນທຸກຂັ້ນແລະທຸກວົງການທົ່ວສັງຄົມ ລາວ ໃນປັດຈຸບັນນີ້ ໂດຍສະເພາະແມ່ນການທຸຈະລິດ ໃນ ວົງການພັກ ແລະລັດ ນັ້ນ ຍັງເປັນບັນຫາທີ່ໄດ້ສົ່ງຜົນກະທົບຕໍ່ສະຖຽນລະພາບທາງການເມືອງ ແລະຄວາມໝັ້ນຄົງຂອງຊາດລາວດ້ວຍ. ສະນັ້ນ ເພື່ອສະກັດກັ້ນ ບໍ່ໃຫ້ບັນຫາຮຸນແຮງຂຶ້ນ ທັງຍັງເປັນການສ້າງສັດທາ ຂອງປະຊາຊົນໃຫ້ມີ ຕໍ່ການນຳພາຂອງພັກ ແລະລັດ ດ້ວຍນັ້ນ ສູນກາງພັກ ຈຶ່ງໄດ້ເພີ່ມມາດຕະການເຂັ້ມງວດໃນການສະກັດກັ້ນ ແລະປາບປາມການທຸຈະລິດ ດ້ວຍການກຳນົດໃຫ້ຜູ້ທີ່ເປັນຫົວໜ້າໜ່ວຍງານ ຕ້ອງຮັບຜິດຊອບຕໍ່ການທຸຈະລິດ ທີ່ເກີດຂຶ້ນໃນໜ່ວຍງານຂອງຕົນດ້ວຍ ດັ່ງທີ່ ທ່ານພັນຄຳ ໄດ້ໃຫ້ການຢືນຢັນວ່າ: “ຖ້າວ່າບໍ່ແກ້ອັນນີ້ ແມ່ນກະທົບເຖິງບົດບາດການນຳພາຂອງພັກ ກະທົບເຖິງ ຄວາມໝັ້ນຄົງຂອງລະບອບໃໝ່ ຂັ້ນສູນກາງເວົ້າກັນຫຼາຍ ເວົ້າເຖິງຂັ້ນວ່າ …

Read More »

ເອົາແລ້ວ! ຂະໜາດ DJ ລະດັບໂລກຍັງຫຼົງຮັກປະເທດລາວ!

ກຣີດໆໆໆໆ ຊະນີIndy ຢາກຈະຮ້ອງໃຫ້ຄໍແຕກ ຍ້ອນເຫັນຄວາມເຈົ້າຊູ້ຂອງ 2 ໝຸ່ມ DJ ລະດັບໂລກ Dj VINAI ບອກເລີຍວ່າມີຄວາມແໜ້ນແບບຈັດເຕັມ ເຈົ້າຊູ້ຕັ້ງແຕ່ຫົວສຸດຕີນ ບອກເລີຍສາວໆຟິນເວີ້ແນ່ນອນ, ຍັງໆຍັງບໍ່ໝົດພຽງເທົ່ານີ້ເພາະວ່າ 2 ໝຸ່ມ DJ ຍັງເອົາໃຈແຟນໆຊາວລາວໂດຍການໂພສຖືທຸງຊາດລາວ ເພື່ອຍືນຍັນອີກດ້ວຍໃນຄວາມຫຼົງຮັກ ປະເທດລາວ, ເຫັນແບບນີ້ຈະບໍ່ໃຫ້ ຊະນີIndy ແລະ ແຟນໆຮັກໄດ້ແນວໃດວ່າບໍ່. ເພື່ອເອົາໃຈສາວໆ ບອກເລີຍວ່າ ຊະນີIndy ກໍບໍ່ລືມທີ່ຈະເກັບຮູບພາບຄວາມເຈົ້າຊູ້ ຂອງ 2 ໝຸ່ມ DJ ລະດັບໂລກມາຝາກ ເບິ່ງໄປເຊັດນໍ້າລາຍໄປ 555 ເອົາເປັນວ່າມາເບິ່ງກັນເລີຍ!!! #ແຊຣໄປໃຫ້ໂລກເຫັນວ່າລາວເຮົາມີດີ ??? #lamborghini #aventador A post shared by VINAI (@vinaiofficial) on Apr 17, 2017 …

Read More »

ງາມຫຼາຍ! ປະມວນຮູບພາບ “ນາງສັງຂານຫຼວງພະບາງ” ທັງ 30 ສາວງາມ!

ງາມຫຼາຍ! ປະມວນຮູບພາບ 30 ສາວງາມ ຜູ້ເຂົ້າແຂ່ງຂັນການປະກວດ ນາງສັງຂານຫຼວງພະບາງ ປະຈຳປີ 2017 ແລະ ວັນທີ 12 ເມສາ 2017 ຈະໄດ້ຮູ້ກັນແລ້ວວ່າ ສາວງາມນາງໃດຈະໄດ້ເປັນຕົວແທນນາງສັງຂານໃນປີນີ້ ມາຮ່ວມລຸ້ນຮ່ວມເຊຍໃຫ້ກຳລັງໃຈທັງ 30 ນາງສາວກັນໄດ້ເລີຍ…ມັກໃຜເຊຍໃຜ ກົດໄລ້ ກົດແຊຣດ່ວນ!!! #ແຊຣໄປໃຫ້ໂລກຮູ້ເຖິງຄວາມງົດງາມຂອງວັດທະນະທຳປະເພນີແລະຄວາມງາມພຽບພ້ອມຂອງສາວລາວ       ຂໍຂອບໃຈຮູບພາບຈາກ: LAOS 1,000,000 SHARE

Read More »

ຈີ່ຈີ່ ມີຄວາມຮ້ອນແຮງທະລຸອົງສາ!!!

ມາແລ້ວວວວວວ!!! ຊະນີIndy ຂາເມົ້າຂາຝອຍມາແລ້ວ ອາກາດຮ້ອນໆໃນຊ່ວງເດືອນ ເມສາ ໜ້າປີໃໝ່ລາວແບບນີ້ ແຕ່ຍັງບໍ່ຮ້ອນເທົ່າກັບ ເນັດໄອດໍ້ຕະຫຼອດການ ຈີ່ຈີ່ ພອຍໄພລິນ ສີວິໄລ ທີ່ຄອງຕຳແໜ່ງ ເນັດໄອດໍ້ມາກໍຫຼາຍປີ ແລະຍັງບໍ່ມີທ່າທີວ່າຈະຕົກກະແສຈັກເທື່ອບອກເລີຍບໍ່ທຳມະດາ! ສຳລັບສາວຄົນນີ້ ຫຼ້າສຸດນາງກໍໄປທ່ຽວລັນລາໄກເຖິງ Italy ແລະ ນາງກໍຍັງໄດໂພສຮູບພາບງາມໆບວກຄວາມເຊັກຊີ່ຕາມແບບຂອງນາງ ບອກເລີຍວ່າແຕ່ລະຮູບນິນະ ໂອ້ຍ…ໃຜໄດ້ເບິ່ງເຖິງຂັ້ນເຫື່ອແຕກເຫື່ອໄຫຼພຸ້ນເດີ້… ແນະໆ ຊະນີIndy ເວົ້າແລ້ວເຮັດບໍ່ເຊື່ອ ຊັ້ນລອງມາເບິ່ງ ຄວາມງາມ ຄວາມຮ້ອນແຮງທະລຸ 100 ອົງສາຂອງ ຈີ່ຈີ່ ເນັດໄອດໍ້ຕະຫຼອດການຄົນນີ້ກັນເລີຍ… #ແຊຣໄປໃຫ້ໂລກຮູ້ເຖິງຄວາມຮ້ອນແຮງຂອງສາວລາວ ?? A post shared by CHICHI (@chichisvl) on Apr 11, 2017 at 5:27pm PDT ? A post shared …

Read More »

ມາພົບກັບຄວາມມ່ວນຊື່ນໃນງານມະຫະກຳສົ່ງເສີມການທ່ອງທ່ຽວປີ 2017 ທີ່ຫາດຊາຍແຄມຂອງ ( ດອນຈັນ )

ໃນຕອນແລງຂອງ ວັນທີ 11 ເມສາ 2017 ຢູ່ທີ່ ຫາດຊາຍແຄມຂອງດອນຈັນ (ກົງກັນຂ້າມກັບສາມແຍກປາກປ່າສັກ) ນະຄອນຫຼວງວຽງຈັນ ໄດ້ມີພິທີຖະແຫຼງຂ່າວເປີດງານ “ມະຫາກໍາການສົ່ງເສີມການທ່ອງທ່ຽວ ປີ 2017” ໂດຍແມ່ນ ບໍລິສັດ ລາວ ອາເມຊິງ ສະຕາເວີ ທ່ອງທ່ຽວ ຮ່ວມກັບ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ແລະ ບໍລິສັດ CNP ຂາອອກ-ຂາເຂົ້າ ຈໍາກັດ ຮ່ວມກັນຈັດງານຄັ້ງນີ້ ໂດຍການໃຫ້ກຽດຂຶ້ນກ່າວເປີດງານຄັ້ງນີ້ມີ ທ່ານ ສຸລິຍາສັກ ປະທານ ບໍລິສັດ ລາວ ອາເມຊິງ ສະຕາເວີ ທ່ອງທ່ຽວ ແລະ ທ່ານ ນາງ ຈັນນະພາ ປະທານບໍລິສັດ CNP ການຄ້າ ຂາອອກ-ຂາເຂົ້າ ພ້ອມດ້ວຍ ພາກສ່ວນບໍລິສັດທີ່ກ່ຽວຂ້ອງທັງລາວ ແລະ …

Read More »