Breaking News

News

ມາກ ຊັກກະເບີກ ຮັບໃບປະລິນຍາເອກແລ້ວ

  ຫຼັງຈາກທີ່ລາອອກຈາກ ມະຫາວິທະຍາໄລ Havard ເມື່ອ 13 ປີກ່ອນ ເພື່ອມາບຸກບືນສ້າງ Fackbook ຈົນປະສົບຜົນສໍາເລັດເປັນເຄືອຄ່າຍສັງຄົມອອນໄລລະດັບໂລກ ແລະ ດຽວນີ້ ມາກ ຊັກກະເບີກ ໄດ້ກັບມາທີ່ມະຫາວິທະຍາໃນຖານະ ບັນດິດກິຕິມະສັກ ໂດຍປະທານ ບໍລິສັດ Fackbook ເຂົ້າຮ່ວມພິທີຈົບການສຶກສາຂອງບັນດິມະຫາວິທະຍາໄລ Havard ລຸ້ນທີ 336 ທີ່ເມືອງ ແຄມບຣິດ ສະຫະລັດ ເມື່ອວັນພະຫັດ ທີ 25 ພຶດສະພາ 2017 ໂດຍໃນໂອກາດນີ້ ທາງມະຫາວິທະຍາໄລ ໄດ້ມອບໃບປະລິນຍານິຕິສາດຸດຖິບັນດິດກິດຕິມະສັກ (ປະລິນຍາເອກ) ໃຫ້ແກ່ ມາກ ຊັກກະເບີກ ທີ່ອາຍຸດຽວນີ້ 33 ປີ ຊຶ່ງເຄີຍສຶກສາດ້ານຈິດວິທະຍາ ແລະ ວິທະຍາສາດຄອມພິວເຕີ ທີ່ມະຫາວິທະຍາໄລແຫ່ງນີ້ ກ່ອນທີ່ຈະລາອອກໄປເມື່ອເດືອນ ພຶດສະພາ 2004 ເພື່ອສ້າງ Fackbook. ຊຶ່ງ …

Read More »

Surprise!!! ເມື່ອ ອາເລັກຊານດ້າ ບຸນຊ່ວຍ ປ່ອຍເພງໃໝ່ຈົນແຟນໆຕະລຶງໃນຄວາມສາມາດ…

ບໍ່ເວົ້າເຖິງຄົງຈະບໍ່ໄດ້ເດີ້ສຳລັບ ອາເລັກຊານດ້າ ບຸນຊ່ວຍ  ນັກຮ້ອງ-ນັກສະແດງ ຊື່ດັງຂອງລາວເຮົາ ທີ່ຜ່ານມາເພິ່ນກໍມີຜົນງານ ແລະ ຄວາມສາມາດຫຼາກຫຼາຍຢ່າງ, ແຕ່ຫຼ້າສຸດນາງໄດ້ເຮັດໃຫ້ແຟນຄລັບ Surprise!!! ໄປຕາມໆກັນເພາະສາວຄົນນີ້ໄດ້ປ່ອຍເພງແນວ Classic ທີ່ມີຊື່ສຽງ ແລະ ເພງປະຕິວັດ ທີ່ນຳມາຂັບຮ້ອງໃໝ່ໄດ້ຢ່າງມ່ວນຫູ ອອນຊອນໃນສຽງອັນອ່ອນຫວານ, ພໍແຕ່ປ່ອຍພຽງເທົ່ານັ້ນແຟນຄລັບຂອງນາງຕ່າງກໍມາໃຫ້ກຳລັງໃຈ ແລະ ຄອມເມັ້ນຍົກຍ້ອງໃນຄວາມສາມາດຂອງ ອາເລັກຊານດ້າ!!! #ແຊຣໄປໃຫ້ໂລກຮູ້ ລອງມາຟັງບົດເພງເກົ່າ ທີ່ຂັບຮ້ອງໃໝ່ຈາກ ອາເລັກຊານດ້າ ບຸນຊ່ວຍ ຄົນນີ້ກັນໄດ້ເລີຍ!!! ຂໍຂອບໃຈ: Alexandra Bounxouei – ອາເລັກຊານດຼາ ບຸນຊ່ວຍ

Read More »

ສຸດຊຶ້ງກິນໃຈ! “ກັບໄປສາ” ຜົນງານເພງໃໝ່ຫຼ້າສຸດຈາກວົງ Black eyes!!!

ວ້າວວວວ!!! ຊຶ້ງກິນໃຈສຸດໆກັບຜົນງານເພງ “ກັບໄປສາ” ຜົນງານເພງໃໝ່ຫຼ້າສຸດຂອງວົງ Black eyes ແຫ່ງຄ້າຍ Indee record ຄ້າຍເພງອັນດັບ 1 ຂອງລາວ, ເຊິ່ງບົດເພງນີ້ກໍໄດ້ປ່ອຍໃຫ້ທຸກຄົນໄດ້ຟັງກັນໃນວັນທີ 23 ພຶດສະພາ ທີ່ຜ່ານມາທາງ YouTube, ພໍແຕ່ປ່ອຍເພງດັງກ່າວອອກມາເທົ່ານັ້ນກໍເຮັດໃຫ້ມີຄວາມສົນໃຈຈາກແຟນເພງ ແລະ ມີຍອດວິວ, ໄລ້, ຄອມເມັ້ມ ແລະ ແຊຣຈຳນວນຫຼວງຫຼາຍ, ດັ່ງນັ້ນຂາຊອ໋ກແຊ໋ກຢ່າງ ຊະນີIndy ມີຫວາຈະພາດ… ນຳເອົາບົດເພງ “ກັບໄປສາ” ຈາກວົງ Black eyes ນີ້ມາຝາກແຟນໆ… #ແຊຣໄປໃຫ້ໂລກຮູ້ ຄລິບຈາກ: Indee Laos

Read More »

ເກັ່ງຫຼາຍ!! ສາວນ້ອຍຜູ້ຄວ້າລາງວັນຊະນະເລີດໂຄງການ “Lao Young Designers 2017” ໄດ້ທຶນໄປສຶກສາຕໍ່ທີ່ປະເທດຝຣັ່ງ

Wow ມື້ນີ້ ຊະນີIndy ມີຄວາມຮູ້ສຶກພາກພູມໃຈກັບໄວໜຸ່ມລາວ ແລະ ຢາກແນະນຳໃຫ້ແຟນໆໄດ້ຮູ້ຈັກນັ້ນກໍຄືນ້ອງ ລີວັນນາ ກູ້ (ເມເມ) ອາຍຸ 19 ປີ ຈາກນະຄອນຫຼວງວຽງຈັນ ຜູ້ຊະນະເລີດໂຄງການນັກອອກແບບໜຸ່ມນ້ອຍ (Lao Young Designers 2017), ຜົນງານຂອງ ເມເມ ທີ່ສົ່ງເຂົ້າປະກວດມີຄວາມໂດດເດັ່ນຈົນສາມາດເອົາຊະນະໃຈກຳມະການ ແລະ ພິຊິດທຶນການສຶກສາດ້ານອອກແບບທີ່ປະເທດ ຝຣັ່ງ ເປັນເວລາ 6 ເດືອນ ໃນສະຖາບັນການອອກແບບ ESMOD ເປັນສະຖາບັນດ້ານການອອກແບບທີ່ມີຊື່ດັງຂອງໂລກ ໂດຍຈະມີການຮ່ວມມືຢ່າງໃກ້ຊິດກັບສະຖາບັນເອັດສໂມດ, ສະຖານທູດຝຣັ່ງປະຈຳລາວ ແລະ ສະຖາບັນແຄມປັດສ ຝຣັ່ງ ປະຈຳລາວ. ຈາກການສຳພາດນ້ອງ ເມເມ ນາງກໍໄດ້ເປີດເຜີຍໃຫ້ ທີມງານ ຂວັນໃຈ ເຮົາຟັງວ່າ: “ບໍ່ຄິດວ່າຕົນເອງຈະໄດ້ ເພາະທີ່ຈິງຕົນບໍ່ມີຊື່ໃນຜູ້ເຂົ້າຮອບສຸດທ້າຍ ແຕ່ໃນມື້ວັນທີ 23 ພຶດສະພາ ທາງໂຄງການເພິ່ນກໍໄດ້ໂທມາໃຫ້ເຂົ້າມາຮ່ວມໃນການແຂ່ງຂັນ ເພາະມີໝູ່ທີ່ເຂົ້າຮ່ວມໂຄງການສະຫຼະສິດໄປ ແລະ …

Read More »

ເປີດໃຈເປັນຄັ້ງທໍາອິດຂອງ Jojo Miracle ກ່ຽວກັບການສ້າງຮູບເງົາ “ວັນຄົບຮອບ” ແລະ ຄໍາແນະນໍາສໍາລັບຄົນທີ່ຢາກສ້າງຮູບເງົາ!

ຄໍລໍາ: Entertainment Lao ມາພົບກັບບົດບາດໃໝ່ຂອງ ຈີລະສັກ ສາຍສະໜິດ (ໂຈໂຈ້) ຫຼື Jojo Miracle ທີ່ທຸກຄົນຮູ້ຈັກກັນດີກັບບົດບາດການເປັນນັກຮ້ອງ, ນັກທຸລະກິດທີ່ມີຄວາມສາມາດຫຼາກຫຼາຍ ແລະ ຄວາມໝັ້ນໃຈສູງ ກັບການສ້າງຮູບເງົາເປັນຄັ້ງທໍາອິດທີ່ສ້າງຄວາມປະທັບໃຈໃຫ້ກັບແຟນໆ ໃນຮູບເງົາເລື່ອງ “ວັນຄົບຮອບ” ທີ່ສໍາຄັນ ໂຈໂຈ້ ຍັງມາເປີດໃຈໃນການຫັນມາສ້າງຮູບເງົາເລື່ອງນີ້ ເປັນຄັ້ງທໍາອິດ ໃນວາລະສານ ຂັວນໃຈ ຂອງພວກເຮົາ ແລະ ທີ່ສໍາຄັນ ໂຈໂຈ້ ຍັງໃຫ້ຄໍາແນະນໍາດີໆສໍາລັບຄົນທີ່ຢາກສ້າງຮູບເງົາ ຫຼືເປັນຜູ້ກໍາກັບນໍາອີກ. ສໍາລັບລາຍລະອຽດ ສາມາດອ່ານໄດ້ຈາກ ວາລະສານຂວັນໃຈ ສະບັບເດືອນ ພຶດສະພາ 2017 ນີ້ ຕາມ U Express M Point Mart ແລະ Jeffy Mart ທຸກສາຂາ.

Read More »