Breaking News

News

ມາຮູ້ຈັກກັບ!!! Gal Gadot ນາງເອກ “Wonder Woman” ຮູບເງົາທີ່ຄົນທົ່ວໂລກລໍຖ້າເບິ່ງ!!!

ກຳລັງເປັນກະແສສຸດໆສຳລັບຮູບເງົາຈາກຝັ່ງ Hollywood ທີ່ກໍາລັງຈະເຂົ້າສາຍໃນໄວໆນີ້ “Wonder Woman” ແລະ ສິ່ງທີ່ແຟນໆທຸກຄົນຢາກຮູ້ກັນທີ່ສຸດກໍຄົງຈະໜີບໍ່ພົ້ນນາງເອກສາວທີ່ທັງງາມ ເຊັກຊີ່ ແຖມຄວາມສາມາດນິບອກເລີຍວ່າອັດແໜ້ນສົມກັບໄດ້ຮັບບົດນີ້ອີ່ຫລີໄດ໋ ແລະ ໃນມື້ນີ້ ຂວັນໃຈ ເຮົາກໍຈະພາແຟນໆໄດ້ມາຮູ້ຈັກກັບປະຫວັດຄວາມເປັນມາຂອງສາວ Gal gadot ລອງມາຮູ້ຈັກກັບນາງເບິ່ງ…ແລະເຊື່ອວ່າທຸກຄົນຕ້ອງຫຼົງຮັກນາງແນ່ນອນ!!! Gal gadot (ກັລ ກາດ໊ອດ) ນັກສະແດງຍິງຄົນງາມຈາກປະເທດ Israel, ອາຍຸ 32 ປີ ແລະ ປີນີ້ຖືວ່າເປັນປີທອງຂອງນາງເລີຍກໍວ່າໄດ້ເພາະຈາກບົດບາດນຳສະແດງຫຼັກທີ່ໄດ້ຮັບໃນຮູບເງົາ Wonder Woman ແຕ່ແຟນໆບາງທ່ານອາດຈະຄຸ້ນໜ້າຄຸ້ນຕາກັນດີເພາະສາວຄົນນີ້ເຄີຍໂຊຝີມືທາງດ້ານການສະແດງມາກ່ອນແລ້ວໃນຮູບເງົາເລື່ອງ Fast & Furious, ດ້ວຍຄວາມງາມໃນແບບຄົມເຂັ້ມທັງສີຜິວແລະໜ້າຕາເຮັດໃຫ້ສາວຄົນນີ້ເຂົ້າໄປຄອງໃນຫົວໃຈແຟນໆຮູບເງົາທົ່ວໂລກໄດ້ຢ່າງງ່າຍດາຍ ນອກຈາກຄວາມງາມແລ້ວ Gal ຍັງເປັນສາວທີ່ເກັ່ງ ແລະ ມີຄວາມສາມາດຫຼາກຫຼາຍເຊິ່ງຫຼາຍຄົນອາດຍັງບໍ່ເຄີຍຮູ້ມາກ່ອນ. ຕອນທີ່ Gal gadot ອາຍຸ 18 ສາວຄົນນີ້ເຄີຍຄວ້າຕຳແໜ່ງນາງງາມ Miss Israel ປີ 2004 ແລະ …

Read More »

ພາບບັນຍາກາດໃນງານປາຕີ້ຍ້ອນຍຸກສຸດມັນໃນງານ “Flashback Friday” by Tuborg

ໃນວັນທີ 26 ພຶດສະພາ 2017 ທີ່ຜ່ານມາເບຍ Tuborg ໄດ້ຈັດງານປາຕີ້ຍ້ອນຍຸກສຸດມັນ “Flashback Friday” ຢູ່ທີ່ຮ້ານອາຫານ Laoderm SKYBAR, ເຊິ່ງຄອນເສັບພາຍໃນງານໃນຄັ້ງນີ້ຈະມາໃນຕຣີມ #BackToThe2000s ຫຼືຍ້ອນຍຸກກັບໄປຍຸກປີ 2000 ເຊິ່ງເຮັດໃຫ້ມີຜູ້ຄົນສົນໃຈ ແລະ ເຂົ້າຮ່ວມໃນງານນີ້ຢ່າງຫຼວງຫຼາຍ!!! ພາຍໃນງານຍັງພົບກັບກິດຈະກຳທີ່ສຸດແສນຈະມ່ວນຊື່ນ ພົບກັບດີເຈໜຸ່ມສຸດຫຼໍ່ ແລະ ດີເຈສາວສຸດເຊັກຊີ່ດີເຈ ແອນນາ ທີ່ມາຮ່ວມສ້າງສີສັນດ້ວຍການເປີດເພງມ່ວນໆ ເປັນເພງສາກົນດັງໃນອະດີດ ແບບວ່າຖ້າໃຜໄດ້ໄປງານນັ້ນຕ້ອງຄິດວ່າໄດ້ຍ້ອນຍຸກໄປປະມານ 17 ປີກ່ອນພຸ້ນເດີ້ (ບອກເລີຍວ່າມັນອີ່ຫລີ) ແລະ ນອກຈາກນັ້ນຍັງມີກິດຈະກຳຕ່າງໆໃຫ້ຮ່ວມຢ່າງຫຼວງຫຼາຍເຊັ່ນ: ຮ່ວມຫຼິ້ນເກມເພື່ອລຸ້ນຮັບຂອງລາງວັນຕ່າງໆ, ຖ່າຍຮູບໃນ  Photo Boot ທີ່ທາງທີມງານຈັດກຽມໄວ້ໃຫ້ຢ່າງຄົບຊຸດເພື່ອໃຫ້ທຸກໆຄົນທີ່ເຂົ້າຮ່ວມງານໄດ້ເກັບໄວ້ເປັນທີ່ລະນຶກ ແລະ ທີ່ເປັນໄຮໄລ້ຂອງງານບອກເລີຍວ່າເດັດສຸດເພາະຍັງມີການປະກວດເຄື່ອງແຕ່ງກາຍຍ້ອນຍຸກ ແລະ ຄົນທີ່ຖືກໃຈກຳມະການກໍຈະໄດ້ຮັບບັດຄອນເສີດ Britney Spears Live in Bangkok 2017 ອີກດ້ວຍ… ສຳລັບແຟນໆທ່ານໃດທີ່ບໍ່ໄດ້ມາຮ່ວມໃນງານ “Flashback Friday” …

Read More »

ວິທີຈັດການກັບ “ນັກເລງຄີບອດໃນສັງຄົມ Online” ທີ່ເຮັດໃຫ້ເຮົາເຊື່ອມເສຍກຽດສັກສີ!!!

ຈັດການກັບ “ນັກເລງ” ໃນສື່ສັງຄົມ online ດ້ວຍກົດໝາຍ #ຢ່າລືມແຊຣບົດຄວາມດີໆແບບນີ້ໃຫ້ໝູ່ຄົນອື່ນໄດ້ເຫັນນຳແດ່ “ຫາກນັກເລງໃນສື່ສັງຄົມ online ໄດ້ໃສ່ຮ້າຍປ້າຍສີ ຫຼືປ້ອຍດ່າ ດ້ວຍວາຈາ ການຂຽນ ຫຼືກະທໍາແນວຫຍາບຊ້າໃສ່ຜູ້ອື່ນ ເພື່ອໃຫ້ເຊື່ອມເສຍກຽດສັກສີຢ່າງຮ້າຍແຮງ ຖືວ່າຂັດຕໍ່ ມາດຕາ 94 & 95 ຂອງກົດໝາຍວ່າດ້ວຍອາຍາ ຈະຖືກລົງໂທດຕັດອິດສະຫຼະພາບ ຫຼືປັບໃໝ” ໃນຍຸກ Digital ທີ່ຜູ້ຄົນທົ່ວໂລກເສບຕິດສື່ອອນລາຍຢ່າງໜັກໜ່ວງ ໂດຍສະເພາະບັນດາສາວໆທັງຫຼາຍ ທີ່ກາຍເປັນເຈົ້າແມ່ update ວ່າງຍາມໃດ ນາງຕ້ອງຈັບມືຖືຂຶ້ນມາຖ່າຍຮູບຕົນເອງ ອາຫານ ສະຖານທີ່ ແລະກິດຈະກຳຕ່າງໆ post ລົງສື່ສັງຄົມ online ແບບເອີ້ນໄດ້ວ່າ update ທຸກລົມຫາຍໃຈກັນເລີຍ (ບາດຍາມເຮັດວຽກ ຄືບໍ່ໝັ່ນແບບນີ້ແດ່ນໍ້) ແນ່ນອນວ່າ ການທີ່ມີຍຸກນີ້ Internet ມີສື່ສັງຄົມ online ເກີດຂຶ້ນມາໂລກຂອງເຮົາ ມັນເຮັດໃຫ້ໂລກທີ່ເຄີຍກວ້າງໃຫຍ່ໄພສານ ແຄບລົງທັນທີ ຜູ້ຄົນກໍຮູ້ຈັກກັນງ່າຍຂຶ້ນ …

Read More »

ເກີດເທື່ອດຽວໄດ້ຝາແຝດ 6 ຄົນ

ນາງ ອະຈິໂບລາ ໄທໄວ ແມ່ຍິງຄົນໄນຈີເລຍ ໄດ້ເກີດລູກຝາແຝດເຖິງ 6 ຄົນດ້ວຍການປາດ ທີ່ສູນການແພດມະຫາວິທະຍາໄລເຄືອລັດເວີຈີເນຍ ໃນສະຫະລັດເມື່ອບໍ່ດົນມານີ້ ຊຶ່ງຝາແຝດ ທັງ6 ຄົນນັ້ນເປັນຍິງ 3 ແລະ ຊາຍ 3 ຄົນ ແລະ ທັງໝົດແມ່ນມີສຸຂະພາບແຂງແຮງດີ ແລະ ການປາດທ້ອງໃນຄັ້ງນີ້ຕ້ອງໄດ້ໃຊ້ທີມແພດເຖິງ 40 ຄົນ ຊຶ່ງຜົວເມຍຄູ່ນີ້ມາຈາກທິດຕະເວັນຕົກຂອງປະເທດໄນຈີເລຍ ໄດ້ພະຍາຍາມມີລູກນໍາກັນມາໄດ້ 17 ປີແລ້ວແຕ່ບໍ່ໄດ້ຜົນ ຈົນມາເຖິງເດືອນ ພະຈິກ ປີຜ່ານມາ ແພດໄດ້ວິໄຈວ່າ: ນາງ ອະຈິໂບລາ ໄດ້ມານລູກ. ຊຶ່ງກໍລະນີທີ່ມານລູກຝາແຝດເຖິງ 6 ຄົນນີ້ ມີຄວາມຍາກທີ່ຈະເກີດຂຶ້ນ ໂດຍປີ 2015 ມີເດັກນ້ອຍ 4 ລ້ານກວ່າຄົນເກີດໃນສະຫະລັດ ແລະ ຈໍານວນນີ້ເປັນແຝດ 4 ຄົນຂຶ້ນໄປພຽງ 24 ຄົນເທົ່ານັ້ນ.

Read More »

ເອົາແລ້ວໆ! ສິລະປິນລາວ Hot ເວີ້ ເມື່ອແຟນຄລັບຊາວຍີ່ປຸ່ນແຮ່ຂໍຖ່າຍຮູບ ແລະ ລາຍເຊັນຢ່າງຫຼວງຫຼາຍ…

ສິລະປິນລາວຈາກຄ້າຍ ອິນ​ດີ້ ເຣັກ​ຂອດ ຄ້າຍເພງອັນດັບ 1 ນຳທີມໂດຍ ສັກ ເຊວ​ສ໌, ນ້ຳ​ຝົນ ແລະ ໂອ​ລ້າ ແບ​ລັກ​ອ້າຍ ໄປໂຊຜົນງານທີ່ບຸນລາວ ໃນປະເທດ ຍີ່ປຸ່ນ (LAO FESTIVAL 2017 TOKYP JAPAN) ໃນວັນທີ 27-28 ພຶດສະພາ 2017 ທີ່ຜ່ານມາ, ແຖມສິລະປິນລາວທັງ 3 ທ່ານ ຍັງເປັນຂວັນໃຈແຟນເພງຊາວຍີ່ປຸ່ນ ພໍແຕ່ທັງ 3 ສິລະປິນຂຶ້ນໂຊກໍມີແຟນຄລັບແຮ່ມາຮ່ວມໃຫ້ກຳລັງໃຈ, ຂໍຖ່າຍຮູບ ແລະ ຂໍລາຍເຊັນກັນຢ່າງໜາແໜ້ນ ແລະ ໃນປີນີ້ ບຸນລາວໃນປະເທດຍີ່ປຸ່ນ ກໍໄດ້ຮັບຄວາມນິຍົມ ແລະ ເຮັດໃຫ້ມີຜູ້ຄົນເຂົ້າຮ່ວມໃນງານດັ່ງກ່າວຢ່າງຄຶກຄື້ນ. #ແຊຣໄປໃຫ້ໂລກຮູ້ຄວາມສາມາດຂອງຄົນລາວ ຊະນີIndy ກໍບໍ່ພາດທີ່ຈະເກັບເອົາຮູບມາຝາກທຸກຄົນ ໄປເບິ່ງນຳກັນເລີຍ!!!

Read More »