Breaking News

News

ມີ່ມີ່ ພູນຊັບ ສາວນ້ອຍຜູ້ໂດດເດັ່ນໜຶ່ງໃນຜູ້ເຂົ້າປະກວດ “MISS GRAND LAOS”

ກຳລັງເປັນກະແສກັນເລີຍສຳລັບການປະກວດ “MISS GRAND LAOS” ແລະ ຫຼ້າສຸດທາງກອງປະກວດກໍໄດ້ເປີດເຜີຍບັນດານາງສາວທີ່ເຂົ້າຮອບທັງໝົດ 20 ຄົນ ແລະໜຶ່ງໃນນັ້ນບໍ່ເວົ້າເຖິງກໍຄົງຈະບໍ່ໄດ້ສຳລັບນ້ອງ ພູນຊັບ ພົນໂຍທາ ຫຼື ມີ່ມີ່ ອາຍຸ 18 ປີ ກຳລັງສຶກສາທີ່ວິທະຍາໄລຣັດຕະນະ ບໍລິຫານທຸລະກິດ, ມີ່ມີ່ ເປັນສາວນ້ອຍທີ່ມີບຸກຄະລິກທີ່ໂດດເດັ່ນ ແລະ ມີຄວາມສາມາດເພາະສາວ ມີ່ມີ່ ຄົນນີ້ເຄີຍຜ່ານວຽກໃນວົງການບັນເທິງມາຢ່າງຫຼວງຫຼາຍທັງເປັນພີເຊັນເຕີ້, ເດີນແບບ, ນາງແບບວາລະສານ, ນາງແບບປະຕິທິນ ແລະ ນາງຍັງເປັນນາງເອກເອັມວີເພງໃຫ້ວົງ ແບັກອາຍ ແລະ ຫຼ້າສຸດກໍຄືການປະກວດ “MISS GRAND LAOS” ແລະ ຕິດໜຶ່ງໃນ 20 ຄົນສຸດທ້າຍຂອງການປະກວດ, ເຊິ່ງເວົ້າໄດ້ເລີຍວ່າ ມີ່ມີ່ ພູນຊັບ ກໍເປັນອີກນ້ອງນາງສາວທີ່ມີຄວາມໂດດເດັ່ນບໍ່ແພ້ກັບສາວງາມຄົນອື່ນໃນການປະກວດ MISS GRAND LAOS 2017 ນີ້ເລີຍກໍວ່າໄດ້. #ຢ່າລືມແຊຣໄປໃຫ້ກຳລັງໃຈສາວນ້ອຍຄົນນີ້ແດ່ ຍັງມີຮູບພາບໜ້າຮັກຂອງສາວນ້ອຍ ມີ່ມີ່ ພູນຊັບ ມາຝາກແຟນໆນຳເດີ້!!! …

Read More »

ເກີດຫຍັງຂຶ້ນ? ເມື່ອຄະນະກຳມະການ Lao Fashion Week ຕັດສິດໜຶ່ງໃນນັກອອກແບບໜຸ່ມນ້ອຍ!!!

ໃນວັນທີ 1 ມິຖຸນາ ທີ່ຜ່ານມາ ເພສດັງ Lao Fashion Week ໄດ້ອອກມາໂພສແຈ້ງການເຖິງການປ່ຽນແປງຂອງຜົນການຕັດສິນຂອງໂຄງການ ນັກອອກແບບໜຸ່ມນ້ອຍຂອງລາວ (Lao Young Designer 2017) ເຊິ່ງໄດ້ລະບຸດັ່ງນີ້: ເຊິ່ງກໍລະນີດັ່ງກ່າວເຮັດໃຫ້ທຸກໆຄົນຕ່າງກໍມີຄວາມງົງໄປຕາມໆກັນວ່າມັນເກີດຫຍັງຂຶ້ນແທ້, ເປັນຢ່າງໃດກໍຂໍເປັນກຳລັງໃຈໃຫ້ກັບທຸກໆຝ່າຍເລີຍເດີ້ ແລະ ຂໍະແດງຄວາມຍິນດີກັບນ້ອງ ນ. ມະນີວອນ ວັນສະຫວັດ, ອາຍຸ 18 ປີ ຈາກແຂວງຈຳປາສັກ ທີ່ໄດ້ທຶນການສຶກສາ 6 ເດືອນ ທີ່ສະຖາບັນ ນານຢາງ, ສິງກະໂປ ແທນຜູ້ທີ່ຖືກເພີກຖອນໃນທຶນນີ້ໄປ. ທີ່ມາ: Lao Fashion Week

Read More »

ກຣີດໆ…ເຈົ້າແມ່ຫ້າງແຕກກັບມາອີກແລ້ວ!!! Superstar ອໍ້າ ພັດຊະຣາພາ ກຽມເດີນທາງມາລາວໄວໆນີ້…

ອີກແລ້ວໆໆໆ!!! ແຟນຄລັບຊາວລາວເຮົາມີເຮ…ເພາະກຽມພົບກັບດາລາໃນດວງໃຈຂອງໃຜຫຼາຍໆຄົນ ອໍ້າ ພັດຊະຣາພາ ໄຊເຊື້ອ ດາລາ-ນັກສະແດງ ໝາຍເລກໜຶ່ງຂອງປະເທດເພື່ອນບ້ານທີ່ກຽມມາພົບກັບແຟນໆຊາວລາວເຮົາອີກແລ້ວເປັນເທື່ອທີ 2 ໃນວັນທີ 7 ມິຖຸນາ 2017 ທີ່ຈະຮອດຈະເຖິງໃນໄວໆນີ້, ຫຼັງຈາກທີ່ເທື່ອກ່ອນຕອນທີ່ເອື້ອຍອໍ້າໄດ້ມາຮ່ວມເປີດໂຕສິນຄ້າຢູ່ທີ່ສູນການຄ້າວຽງຈັນເຊັນເຕີ້ເຊື່ອວ່າທຸກໆຄົນກໍຄົງຈະຍັງຈື່ກັນໄດ້ເພາະສ້າງປະກົດການຮືຮາໄປທົ່ວປະເທດເພາະມີແຟນໆຊາວລາວໄປໃຫ້ການຕ້ອນຮັບກັນຢ່າງເນື່ອງແໜ້ນຈົນໄດ້ສາຍາວ່າ “ເຈົ້າແມ່ຫ້າງແຕກ” ແລະມາໃນເທື່ອນີ້ ເອື້ອຍອໍ້າ ພັດຊະຣາພາ ຊຸບຕາຄົນງາມກໍຈະມາພົບກັບແຟນໆອີກແລ້ວ ສາມາດໄປເຈິກັບເອື້ອຍອໍ້າໄດ້ເລີຍຢູ່ທີ່ ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ) ໃນງານ ” Top Thai Brands 2017 ”  ແລະ ການມາຂອງເອື້ອຍ ອໍ້າ ພັດຊະຣາພາ ໄຊເຊື້ອ ໃນເທື່ອນີ້ຈະມາໃນແບບທີ່ໃຫ້ແຟນໆໄດ້ເວົ້າລົມ ແລະ ສຳພາດກັນແບບໃກ້ຊິດອີກເດີ້!!! (ຢ່າລືມຢ່າພາດ) ຮູບພາບ: aum_patchrapa ຂໍ້ມູນ: Khompanya Entertainment  

Read More »

ຊົມເຊີຍ! 15 ປີແຫ່ງຄວາມສຳເລັດຂອງໂຮງຮຽນ ນານາຊາດ ປັນຍາທິບ

ໃນວັນທີ 31 ພຶດສະພາ 2017 ທີ່ຜ່ານມາ ຢູ່ ໂຮງແຮມ Crowne plaza vientiane ນະຄອນຫຼວງວຽງຈັນ ໄດ້ມີພິທີສະເຫຼີມສະຫຼອງ ໂຮງຮຽນນານາຊາດ ປັນຍາທິບ ຄົບຮອບ 15 ປີ, ເປັນກຽດເປັນປະທານໃນງານໂດຍ ທ່ານ ລີຕູ້ ບົວປາວ ອາດີດ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ , ທ່ານ ນາງ ປາດຖະໜາ ປັນຍາທິບ ຜູ້ອຳນວຍການ ແລະ ຜູ້ກໍ່ຕັ້ງໂຮງຮຽນນານາຊາດປັນຍາທິບ, ທ່ານ  John Gwyn Jones ຮອງຜູ້ອຳນວຍການໂຮງຮຽນນານາຊາດປັນຍາທິບ ແລະ ຮ່ວມດ້ວຍບັນດາແຂກຈາກຫຼາຍພາກສ່ວນທັງການນຳພັກລັດ, ສະຖານທູດ, ຜູ້ບໍລິຫານໂຮງຮຽນຫຼາຍໂຮງຮຽນ, ນັກທຸລະກິດຈາກຫຼາຍຂະແໜງທັງພາຍໃນ ແລະ ຕ່າງປະເທດ, ຜູ້ປົກຄອງນັກຮຽນ ແລະ ນັກຮຽນຈຳນວນໜຶ່ງ ແລະ ສື່ມວນຊົນຈຳນວນຫຼວງຫຼາຍເຂົ້າຮ່ວມ. …

Read More »

ມາຮູ້ຈັກກັບ! ແອນນ້າ Dj ສາວລາວສຸດ Sexy ແຖມຄວາມສາມາດແບບຈັດເຕັມ!!!

Wow… ຮູ້ສຶກຄຶກຄື້ນຂຶ້ນມາທັນໃດເລີຍແມ່ນບໍ່ແຟນໆ ເພາະມື້ນີ້ ຊະນີIndy ຢາກແນະນຳອີກໜຶ່ງສາວສຸດ Sexy ນັ້ນກໍຄື ນາງ ສາຍລົມເຢັນ ບຸນຍະແສງ ຫຼື Dj ແອນນ້າ ອາຍຸ 28 ປີ, ຜົນງານຂອງ ແອນນາ ທີ່ຜ່ານມາກໍຄືເປັນ DJ ທີ່ຮ້ານອາຫານ 79 ແລະ ຕາມງານ Event ໃຫ່ຍໆນາງກໍຈະມັກຈະໄດ້ຮັບເຊີນໄປເປັນ Dj ເປີດເພງມ່ວນໆໃຫ້ເຮົາໄດ້ແດ໋ນກະຈາຍ… ນອກນີ້ນາງກໍຍັງເປັນນາງແບບຕາມງານຕ່າງໆ ແລະ ສາວ ແອນນ້າ ຄົນນີ້ຍັງມີຈຸດພິເສດເປັນແມ່ຍິງຂີ້ດື້, ມັກຍີ້ມ, ມັກກວນ, ເຊັກຊີ້ໜ້ອຍໆ ນຳອີກໄດ໋… ແລະເຮົາຍັງມີບົດສຳພາດເຖິງແຮງບັນດານໃຈທີ່ເຮັດໃຫ້ສາວຄົນນີ້ໄດ້ມາເປັນ  DJ ລອງມາອ່ານບົດສຳພາດກັນເບິ່ງເດີ້… “ແຮງບັນດານໃຈທີ່ເຮັດໃຫ້ ແອນນ້າ ເປັນ DJ ຍ້ອນອາຊີບນີ້ ເປັນອາຊີບທີແມ່ຍິງລາວສ່ວນຫຼາຍຍັງບໍ່ກ້າເຮັດເປັນອາຊີບທີ່ໜ້າຄົ້ນຫາ ມີສະເໜ່  ແລະແປກໃໝ່ສໍາລັບບ້ານເຮົາ ແລະ ແອນນ້າ ຮູ້ສຶກວ່າການທີ່ແມ່ຍິງ ເປັນ DJ ແຕ່ລະຄົນຈະມີເອກະລັກໃນແບບຂອງຕົນເອງ.  ຢາກແນະນຳສາວໆ ທີ່ຢາກລອງເປັນ DJ ຖ້າໄດ້ລອງຄັ້ງທຳອິດຈະຮູ້ສຶກວ່າ ຫຼົງມັກອາຊີບນີ້ເພາະການເປັນ DJ ແມ່ນໄດ້ເປີດເພງໃຫ້ຄົນອື່ນຟັງເຮັດໃຫ້ທຸກຄົນໃນທຸກງານທີ່ໄດ້ໄປ ໄດ້ມ່ວນ ໄດ້ເຕັ້ນ ໄດ້ມີຮອຍຍິ້ມກໍເຮັດໃຫ້ເຮົາ ມີຄວາມສຸກໄປນຳ” ຫວັງວ່າແຟນໆຄົງຈະຖືກໃຈກັບ DJ ແອນນ້າ ຄົນນີ້ເດີ້, ຢ່າລືມແຊຣເພື່ອເປັນກຳລັງໃຈໃຫ້ນາງແດ່… ຂໍຂອບໃຈຮູບພາບຈາກ: Facebook:  Anna …

Read More »