Breaking News

News

ໂສມໜ້າຜູ້ຊະນະເລີດ!!! ໂຄງການສົ່ງເສີມນັກອອກແບບໜຸ່ມນ້ອຍຂອງລາວ (Lao Young Designers Project) 2017

ໃນວັນທີ 23 ພຶດສະພາ 2017 ທີ່ຜ່ານມາຢູ່ທີ່ ບ້ານພັກເອກອັກຄະລັດຖະທູດຝຣັ່ງປະຈຳລາວ ນະຄອນຫຼວງວຽງຈັນ ໄດ້ມີການປະກາດຜົນລາງວັນຂອງ ໂຄງການສົ່ງເສີມນັກອອກແບບໜຸ່ມນ້ອຍຂອງລາວ (Lao Young Designers Project) ປະຈຳປີ 2017, ເປັນກຽດເຂົ້າຮ່ວມເປັນປະທານໂດຍ ທ່ານນາງ ໂກລດີນ ເລີດູ ເອກອັກຄະລັດຖະທູດຝຣັ່ງປະຈຳລາວ, ທ່ານ ສົມສະໜຸກ ມີໄຊ ຮອງປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ ແລະ ປະທານຄະນະບໍລິຫານຂອງລາວແຟຊັ່ນວີກ ແລະ ໂຄງການສົ່ງເສີມນັກອອກແບບໜຸ່ມນ້ອຍຂອງລາວ ແລະ ທ່ານນາງ ປານີ ໄຊຍະວົງສ໌, ຜູ້ກໍ່ຕັ້ງ ແລະ ອຳນວຍການລາວແຟຊັ່ນວີກ ແລະ ໂຄງການສົ່ງເສີມນັກອອກແບບໜຸ່ມນ້ອຍຂອງລາວ, ພ້ອມດ້ວຍແຂກທີ່ມີກຽດ, ນ້ອງໆຜູ້ເຂົ້າແຂ່ງຂັນ ແລະ ສື່ມວນຊົນຢ່າງໜາແໜ້ນ. ສຳລັບໂຄງການສົ່ງເສີມນັກອອກແບບໜຸ່ມນ້ອຍຂອງລາວ (Lao Young Designers Project) ທ່ານນາງ ປານີ ໄຊຍະວົງສ໌, …

Read More »

ມາຮູ້ຈັກ! ນັກແຕ້ມຮູບສາວລາວຝີມືດີ ຜົນງານໂດ່ງດັງໄກລະດັບໂລກ!!!

ມາຮູ້ຈັກ! ນັກແຕ້ມຮູບແມ່ຍິງລາວຝີມືດີ ຜົນງານໂດ່ງດັງໄກລະດັບໂລກ ວິຣະວົງ ສະໂກວິວ (ໂອເລ້) ອາຍຸ 39 ປີ, ອາຊີບ ນັກແຕ້ມ ເປັນອີກໜຶ່ງແມ່ຍິງລາວຄົນເກັ່ງທີ່ ຂວັນໃຈ ເຮົາຢາກແນະນຳໃຫ້ແຟນໆໄດ້ຮູ້ຈັກ ແລະ ມື້ນີ້ເຮົາກໍມີໂອກາດນຳເອົາບົດຄວາມດີໆ ເປັນເລື່ອງລາວຂອງແມ່ຍິງທີ່ຊື່ ໂອເລ້ ຄົນນີ້ໃນເສັ້ນທາງການເປັນນັກແຕ້ມທີ່ບອກເລີຍວ່າບໍ່ໄດ້ໂຮຍດ້ວຍກີບກຸຫຼາບ… ບໍ່ຊ້າເດີ້ລອງມາອ່ານບົດຄວາມດີໆຈາກ ວາລະສານ ຂວັນໃຈ ສະບັບທີ 114 ເພາະແຟນໆອ່ານແລ້ວອາດຈະໄດ້ໄອເດຍ ໄດ້ມີແຮງບັນດານໃຈດີໆ ໃນການສ້າງຝັນຂອງຕົວເອງຈົນສຳເລັດຕໍ່ໄປ… #ແຊຣໄປໃຫ້ໂລກຮູ້ເຖິງຄວາມສາມາດຂອງແມ່ຍິງລາວ ໂອເລ້ ວິຣະວົງ ສະໂກວິວ – ຊາດນີ້ຂໍເປັນນັກແຕ້ມເທົ່ານັ້ນ “ຄົນເຮົາເກີດມາຕ້ອງມີຄວາມຝັນ ຂ້ອຍຝັນຢາກເປັນສິລະປິນຕັ້ງແຕ່ນ້ອຍໆ ຈົນຈິນຕະນາການເຫັນພາບຕົນເອງ ມາຮອດມື້ນີ້ ທີ່ມັນເປັນຈິງ ບໍ່ມີຄວາມສຸກໃດເໜືອກວ່ານີ້ອີກແລ້ວ ບໍ່ມີຫຍັງມາແລກໄດ້” ເມື່ອເອີ່ຍຊື່ ໂອເລ້ ວິຣະວົງ ສະໂກວິວ ສິລະປິນແຕ້ມຮູບຮ່ວມສະໄໝ ທີ່ມີແນວທາງເປັນເອກະລັກຂອງຕົນເອງ ດ້ວຍລວດລາຍ ແລະສີສັນອັນໂດດເດັ່ນ ຜົນງານຂອງລາວສ້າງຄວາມປະທັບໃຈໃຫ້ກັບຊາວຕ່າງປະເທດ ທີ່ໄດ້ພົບເຫັນມາຫຼວງຫຼາຍ …

Read More »

ເພງໃໝ່ “ຈິງຈັງເທົ່າໃດ” ຈາກໜຸ່ມສຸດເຈົ້າຊູ້… ບີ່ ອັດສະຣິຍະພົງ ບຸບຜາ (ຄລິບ)

ບ່າຍໆແບບນີ້ ຊະນີIndy ຄົນເກົ່າຄົນເດີມເພີ່ມເຕີມຄືຄວາມຊອ໋ກແຊ໋ກມາແລ້ວໆໆໆ ມື້ນີ້ຈະພາແຟນໆທຸກຄົນໄປຟັງເພງມ່ວນໆ ເປັນບົດເພງຂອງໜຸ່ມສຸດເຈົ້າຊູ້ ຂວັນໃຈສາວໆນັ້ນກໍຄື  ອັດສະຣິຍະພົງ ບຸບຜາ  (ບີ່) ຫຼື ບີ່ ແຫ່ງວົງ ເອແພັກ ເຊິ່ງເພິ່ນກໍໄດ້ປ່ອຍບົດເພງຊຶ້ງກິນໃຈ “ຈິງຈັງເທົ່າໃດ?” ມາໃຫ້ເຮົາໄດ້ອິນກັນຖ້ວນໜ້າ… ສ່ວນວ່າບົດເພງ “ຈິງຈັງເທົ່າໃດ?” ຂອງໜຸ່ມບີ່ຈະມີຄວາມຈິງຈັງເທົ່າໃດນັ້ນ 555 ມາຟັງກັນເລີຍ… #ແຊຣໄປໃຫ້ໂລກຮູ້ເຖິງຄວາມສາມາດຂອງຄົນລາວ ຈິງຈັງເທົ່າໃດ? – Bee ອັດສະລິຍະພົງ (Official MV) ຈິງຈັງເທົ່າໃດ? – Bee ອັດສະລິຍະພົງ (Official MV)(ກົດHDເພື່ອຄວາມຄົມຊັດ)*ເຂົ້າໄປເບິ່ງຄວາມຊັດແບບເຕັມໆໄດ້ທີ່https://youtu.be/6ZhpDWu_wOk โพสต์โดย Bee Atsaryaphong บน 19 พฤษภาคม 2017   ມີຮູບພາບຂອງໜຸ່ມ ບີ່ ອັດສະຣິຍະພົງ ມາຝາກທຸກຄົນນຳເດີ້… ທີ່ມາ: Bee Atsaryaphong

Read More »

ຮູ້ກັນຫຼືຍັງ? ຮ່ວມປະເວນີ ຫຼື ມີເພດສຳພັນກ່ອນການເປັນຜົວເມຍ ແມ່ຍິງມີກົດໝາຍຄຸ້ມຄອງ!!!

ແລງໆແບບນີ້ມາພົບກັນອີກແລ້ວກັບບົດຄວາມດີໆທີ່ຈະຊ່ວຍສ້າງຄວາມຮູ້ໃໝ່ໆ ສ້າງຄຸນຄ່າ ສ້າງພະລັງ ສ້າງແຮງບັນດານໃຈດີໆໃຫ້ກັບໝູ່ເພື່ອນທຸກຄົນ ເຊິ່ງມື້ນີ້ ຊະນີIndy ກໍໄດ້ໄປຊອກເຟັ້ນເອົາບົດຄວາມດີໆຈາກບົດຄວາມຂອງແມ່ຍິງເກັ່ງຂອງລາວເຮົາອີກໜຶ່ງທ່ານນັ້ນກໍຄືບົດຄວາມຈາກ ເອື້ອຍ ວັນທະວີ ສຸພານຸວົງ ເຊິ່ງເພິ່ນກໍເປັນແມ່ຍິງທີ່ເກັ່ງຮອບດ້ານ ນັກປົກປ້ອງສິດທິຂອງແມ່ຍິງ ແລະ ເດັກນ້ອຍ, ທີ່ປຶກສາທາງດ້ານກົດໝາຍ ແລະ ເພິ່ນກໍຍັງເປັນ ບັນນາທິການ ວາລະສານ ຂວັນໃຈ ຂອງເຮົານຳ, ເຊິ່ງບົດຄວາມທີ່ນຳມາຝາກກັນໃນມື້ນີ້ກໍຄື “ຮ່ວມປະເວນີກ່ອນການເປັນຜົວເມຍ ແມ່ຍິງມີກົດໝາຍຄຸ້ມຄອງ” ລອງມາອ່ານບົດຄວາມດີໆນີ້ໄດ້ເລີຍ!!! #ຢ່າລືມແຊຣບົດຄວາມດີໆເພື່ອເປັນກຳລັງໃຈໃຫ້ແມ່ຍິງທຸກໆຄົນ ເອື້ອຍວັນ ນ້ອງຄົບກັບແຟນຫຼາຍປີ ແລະມີຄວາມສຳພັນເລິກເຊິ່ງ ແຕ່ສຸດທ້າຍ ລາວກໍຖິ້ມນ້ອງ ໄປແຕ່ງດອງກັບຍິງອື່ນ ນ້ອງຄວນເຮັດແນວໃດດີ? … ເຖິງແມ່ນວ່າ ປະຈຸບັນສະຖານະພາບແມ່ຍິງເຮົາ ຈະເທົ່າທຽມກັບຜູ້ຊາຍ ໃນແງ່ຂອງກົດໝາຍ ແຕ່ໃນແງ່ຂອງຮີດຄອງ-ປະເພນີ ແມ່ຍິງເຮົາກໍຍັງເສຍປຽບຢູ່ຫຼາຍ … ໂດຍສະເພາະການໃຫ້ຄຸນຄ່າ ເລື່ອງການຮ່ວມປະເວນີ ຫຼືມີເພດສຳພັນ ຜູ້ຊາຍຈະຖືກຕັດສິນວ່າເປັນຝ່າຍ “ໄດ້” ສ່ວນແມ່ຍິງຈະຖືກບອກວ່າ ເປັນຝ່າຍ “ເສຍ” ໂດຍສະເພາະແມ່ນກຽດສັກສີ …

Read More »

ອະລັງການ! ກັບ Fashion ຂອງ ຊົມພູ່ ອາລິຍາ ໃນເທສະການຮູບເງົາເມືອງຄານ 2017

ກຳລັງເປັນຂ່າວໂດ່ງດັງກັນເລີຍກັບ ຊົມພູ່ ອາລິຍາ ເອຮາເກັດ ດາລາຊື່ດັງຂອງປະເທດເພື່ອນບ້ານ ເພາະນາງໄດ້ໄປເສີດສາຍໃນພົມແດງຂອງເທສະການຮູບເງົາເມືອງຄານ ປະເທດ ຝຣັ່ງ ປະຈຳປີ 2017, ຈົນເຮັດໃຫ້ຜູ້ຄົນສົນໃຈໄປທົ່ວໂລກ ເພາະໃນຂະນະນີ້ສາວຊົມພູ່ກຳລັງຖືພາ ແຖມຍັງເປັນລູກແຝດຊາຍ…ແຕ່ດ້ວຍສະປິລິດຂອງນັກສະແດງເຮັດໃຫ້ ຊົມພູ່ ໂຊໂຕເທິງພົມແດງໄດ້ຢ່າງສະງ່າງາມ ສົມກັບເປັນມືອາຊີບສຸດໆ ແລະ ແຕ່ລະຊຸດຂອງນາງບອກເລີຍວ່າສຸດແສນຈະງາມມີຄວາມເລີດຫຼູອະລັງການງານສ້າ່ງ… ຂວັນໃຈ ເຮົາກໍບໍ່ພາດທີ່ຈະນຳຮູບງາມໆຂອງ ຊົມພູ່ ມາຝາກແຟນໆນຳເດີ້!!! and its a wrap #LorealXLOfficiel #CANNIVERSARY #cannes2017 A post shared by Araya Alberta Hargate (@chomismaterialgirl) on May 21, 2017 at 3:31pm PDT @alexismabille A post shared by Araya …

Read More »