ນາງເອກດັງຂອງປະເທດເພື່ອນບ້ານ ວິວ ວັນນະຣົດ ໄດ້ເດີນທາງມາ ແຂວງ ຫຼວງພະບາງ ປະເທດລາວຂອງເຮົາ ແລະ ໄດ້ມີໂອກາດກິນອາຫານລາວ ໄດ້ກິນຕຳໝາກຫຸ່ງແຊບໆແບບພື້ນບ້ານຂອງລາວຄັ້ງທຳອິດ ຈົນອົດບໍ່ໄດ້ທີ່ຈະໂພສຮູບພາບ ແລະ ຄຳອະທິບາຍວ່າ “ຕຳຫຼວງພະບາງຂອງແທ້” ຈົນເຮັດໃຫ້ມີແຟນຄລັບຂອງ ວິວ ວັນນະຣົດ ເຂົ້າມາກົດໄລ້ ຄອມເມັ້ນ ເປັນຈຳນວນຫຼວງຫຼາຍ, ເຊິ່ງກໍເປັນການດີທີ່ຕ່າງຊາດຈະໄດ້ຮູ້ອາຫານປະຈຳຊາດລາວ ຮູ້ເຖິງຮີດຄອງວັດທະນະທຳ ຮູູ້ເຖິງສະຖານທີ່ທ່ອງທ່ຽວທີ່ງົດງາມຂອງລາວເຮົາ. #ແຊຣໄປໃຫ້ໂລກຮູ້ວ່າປະເທດລາວມີດີ ตำหลวงพระบางของแท้????? #หลวงพระบาง #เพื่อนเดินทาง #bangkokairways A post shared by Vill Wannarot Sonthichai (@villwannarot) on May 16, 2017 at 10:48pm PDT ສະບາຍດີ ຫລວງພະບາງ.. เจ้านางกลับมาเยี่ยมบ้านค่ะ☺️ ฝนตกทุกวันเลย☔️ #หลวงพระบาง #เพื่อนเดินทาง #bangkokairways …
Read More »News
ນັກສະແດງຊື່ດັງ ວິວ ວັນນະຣົດ ແລະ ສົນ ສົນຍຸກ ເດີນທາງມາຫຼວງພະບາງ!!! (ມີຄລິບ)
ວິວ ວັນນະຣົດ ແລະ ສົນ ຍຸກສົນ ນັກສະແດງຊື່ດັງຈາກປະເທດໄທ ຄູ່ພະນາງໃນລະຄອນ ແຕ່ປາງກ່ອນ ທີ່ກຳລັງຖືກເວົ້າເຖິງຫຼາຍທີ່ສຸດໃນຕອນນີ້, ໄດ້ເດີນທາງມາຢ້ຽມຢາມປະເທດລາວ ແລະໄດ້ເດີນທາງໄປທີ່ ແຂວງຫຼວງພະບາງ ເຊິ່ງດາລາດັງທັງສອງກໍມາໃນແບບທີ່ນຸ່ງເຄື່ອງແບບສະບາຍ ແລະ ຍັງມີໂອກາດໄດ້ກິນອາຫານລາວ ເປັນອາຫານພື້ນບ້ານຂອງລາວເຮົານຳ…ຈະເປັນແນວໃດລອງມາເບິ່ງຄລິບໄດ້ເລີຍ!!! #ແຊຣໄປໃຫ້ໂລກຮູ້ເຖິງຄວາມງົດງາມຂອງປະເທດລາວ สะบายดีหลวงพระบาง เจ้านางม่านแก้วกลับบ้านพาท่านชายรังสิธรมาด้วย รับรองด้วยอาหารถิ่น ไคแผ่นทอด @villwannarot @sonyuke #แต่ปางก่อน #สะบายดีหลวงพระบางรอคอยมานานแสนนาน @santsalaya @oammy_sr @tronexact @tahyani @depanum A post shared by Kate Sonthichai (@kate_sonthichai) on May 16, 2017 at 1:52am PDT เจอกับอันตราและจิราคมคืนนี้20.30น. ช่องONE31 #แต่ปางก่อน @sonyuke @villwannarot A …
Read More »ເພີ່ມໂອກາດໃຫ້ຄົນລາວເຂົ້າເຖິງວຽກເຮັດຫຼາຍຂຶ້ນ
ໂຄງການເສີມສ້າງ ຄວາມອາດສາມາດທາງດ້ານ ວິຊາການ ເພື່ອພັດທະນາລະບົບການຈັດຫາງານຢູ່ລາວ. ທະນາຄານພັດທະນາອາຊີ ຮ່ວມກັບກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຈັດກອງປະຊຸມດັ່ງກ່າວຂຶ້ນເມື່ອວັນທີ 12 ພຶດສະພາ 2017 ໂດຍການເປັນທານຂອງທ່ານ ຫົວໜ້າກົມພັດທະນາສີມືແຮງງານ ແລະ ຈັດຫາງານ, ຜູ້ຮັກສາການຜູ້ຕ່າງໜ້າສໍານັກງານ ທະນາຄານອາຊີ ປະຈໍາລາວ. ທ່ານ ຊຸນສຸເກາະ ບັນໂດະ ຮັກສາການຜູ້ຕາງໜ້າທະນາຄານພັດທະນາອາຊີ ປະຈໍາລາວ ກ່າວວ່າ: ໂຄງການດັ່ງກ່າວສ້າງຂຶ້ນ ເພື່ອເປີດໂອກາດໃຫ້ຜູ້ສະແຫວງຫາວຽກເຮັດງານທໍາໄດ້ເຂົ້າເຖິງຂໍ້ມູນຂ່າວສານການຈ້າງງານ ທັງເຂດຕົວເມືອງ ແລະ ຊົນນະບົດ ຫຼາຍຂຶ້ນ, ໂດຍມີການປຶກສາຫາລືກັບຂະແໜງການເອກະຊົນ ແລະ ບັນດາສະຖາບັນທີ່ສະໜອງການຝຶກອົບຮົມທັກສະ ແລະ ສືມືແຮງງານ, ເພື່ອຂະຫຍາຍແຫຼ່ງຂໍ້ມູນຂ່າວສານ ແລະ ລະຫວ່າງຜູ້ຈ້າງງານ ແລະ ຜູ້ຊອກຫາວຽກເຮັດງານທໍາ. ແຫຼ່ງຂໍ້ມູນ: ລາວພັດທະນາ
Read More »Kára McCullough ສາວງາມຜູ້ພິຊິດຕຳແໜ່ງ Miss USA 2017
ປະກາດຜົນກັນເປັນທີ່ຮຽບຮ້ອຍສຳລັບການປະກວດ Miss USA ປະຈຳປີ 2017 ແລະ ສາວງາມຜູ້ທີ່ພິສິດມົງກຸດໃນປີນີ້ກໍຄື Kára McCullough ອາຍຸ 25 ປີ ມີລວງສູງ 1,78 cm, ເຊິ່ງ Kára ເປັນຕົວແທນສາວງາມທີ່ມາຈາກ District Of Columbia USA 2017 ແລະ ນາງກໍສາມາດເອົາຊະນະໃຈກຳມະການ ແລະ ຜູ້ຊົມດ້ວຍການຄວ້າມົງກຸດອັນຊົງກຽດ Miss USA 2017 ໄປຄອງໄດ້ສຳເລັດ. ສຳລັບ Kára McCullough ຈົບການສຶກສາຈາກ ມະຫາວິທະຍາໄລໃນ South Carolina ໃນລະດັບປະລິນຍາຕີ ສາຂາເຄມີສາດ, ເຊິ່ງປັດຈຸບັນ Kára ກໍໄດ້ເຮັດວຽກເປັນນັກວິທະຍາສາດຢູ່ທີ່ (US.NRC) ແລະ ນອກຈາກນັ້ນນາງຍັງເປັນອາຈານສອນພິເສດໃນວິຊາເຄມີໃຫ້ແກ່ເດັກນ້ອຍອີກດ້ວຍ ແບບວ່າທັງງາມທັງເກັ່ງສົມກັບທີ່ໄດ້ລາງວັນແທ້ໆ. ມາເບິ່ງຮູບ Kára McCullough Miss …
Read More »ຢ່າປ່ອຍໃຫ້ຄຳຖາມຈາກສັງຄົມມາກະທົບຄຸນຄ່າໃນຕົວເຮົາ!!!
ແລງໆແບບນີ້ມາພົບກັນອີກແລ້ວກັບບົດຄວາມດີໆທີ່ຈະຊ່ວຍສ້າງຄຸນຄ່າ ສ້າງພະລັງ ສ້າງແຮງບັນດານໃຈດີໆໃຫ້ກັບໝູ່ເພື່ອນທຸກຄົນ ເຊິ່ງມື້ນີ້ ຊະນີIndy ກໍໄດ້ໄປຊອກເຟັ້ນເອົາບົດຄວາມດີໆຈາກບົດຄວາມຂອງແມ່ຍິງເກັ່ງຂອງລາວເຮົາອີກໜຶ່ງທ່ານນັ້ນກໍຄືບົດຄວາມຈາກ ເອື້ອຍ ວັນທະວີ ສຸພານຸວົງ ເຊິ່ງເພິ່ນກໍເປັນແມ່ຍິງທີ່ເກັ່ງຮອບດ້ານ ນັກປົກປ້ອງສິດທິຂອງແມ່ຍິງ ແລະ ເດັກນ້ອຍ, ທີ່ປຶກສາທາງດ້ານກົດໝາຍ ແລະ ເພິ່ນກໍຍັງເປັນ ບັນນາທິການ ວາລະສານ ຂວັນໃຈ ຂອງເຮົານຳ, ເຊິ່ງບົດຄວາມທີ່ນຳມາຝາກກັນໃນມື້ນີ້ກໍຄື “ຄຳຖາມສັງຄົມກັບຄຸນຄ່າໃນຕົວເຮົາ” ລອງມາອ່ານບົດຄວາມດີໆນີ້ໄດ້ເລີຍ!!! #ຢ່າລືມແຊຣບົດຄວາມດີໆເພື່ອເປັນກຳລັງໃຈໃຫ້ແມ່ຍິງທຸກໆຄົນ “ຢ່າປ່ອຍໃຫ້ຄຳຖາມເຫຼົ່ານີ້ .. ກະທົບຄຸນຄ່າໃນຕົວເຮົາ” … ສາວໂສດຮູ້ສຶກແນວໃດ ເມື່ອໄດ້ຍິນຄຳຖາມເຫຼົ່ານີ້: “ມີແຟນລະ?” “ແຕ່ງງານລະ?” ຫຼື “ປານໃດຊິແຕ່ງ?” ແລ້ວຍັງແຖມທ້າຍອີກວ່າ “ຫັ້ນແຫຼະ ເລືອກຫຼາຍນະ” … ມັນກະທົບຄຸນຄ່າທີ່ເຮົາໃຫ້ໂຕເອງແມ່ນບໍ່? ບາງຄົນອາດຈະຮູ້ສຶກວ່າ ເຮົາບົກພ່ອງ? ເຮົາບໍ່ດີພໍ? ເຮົາຕັ້ງເງື່ອນໄຂຫຼາຍໂພດ? ຫຼືເຮົາບໍ່ແມ່ນແບບທີ່ຜູ້ຊາຍຕ້ອງການ? ຈຶ່ງໄຮ້ຄູ່ຄຽງຂ້າງກາຍ. ນາງນຸດ (ນາມສົມມຸດ) ກໍ່ເປັນຜູ້ໜຶ່ງທີ່ຕົກຢູ່ໃນສະຖານະການດຽວກັນນີ້. ນຸດເປັນສາວຄວາມສາມາດສູງ, ມັກເຮັດວຽກສັງຄົມ, …
Read More »