Breaking News

News

ແມ່ຍິງລາວຮັກວັດທະນະທໍາລາວ!!! ລວມພາບຄົນບັນເທີງລາວຮ່ວມໃສ່ບາດມື້ບຸນເຂົ້າພັນສາ…

ຜ່ານມາແລ້ວສໍາລັບເທດສະການເຂົ້າພັນສາ ປະວໍລະນາ ອີກ 1 ໃນຮີດ 12 ຂອງປະເພນີລາວ ທີ່ຄົນລາວເຮົາສືບທອດກັນມາຕັ້ງແຕ່ສະໄໝຜູ້ຍ່າຕານາຍ ຈົນຮອດຊົ່ວລູກຊົ່ວຫຼານໄດ້ປະຕິບັດສືບກັນຕໍ່ມາ… ແລະ ປີນີ້ມື້ເຂົ້າພັນສາ ມື້ຂຶ້ນ 18 ຄໍ່າ ເດືອນ 8 ກໍກົງກັບວັນອາທິດທີ 5 ກໍລະກົດ ຍ້ອນຖືກມື້ພັກວຽກ-ການ ເຮັດໃຫ້ສາສະນິກກະຊົນຊາວພຸດທັງຫຼາຍແຫ່ກັນເຂົ້າວັດເຮັດບຸນຫຼາຍເປັນພິເສດ ລວມທັງບັນດາຄົນບັນເທີງຫຼາຍຄົນກໍໄດ້ສະຫຼະເວລາໄປເຮັດບຸນນໍາ ເຊິ່ງຈະມີໃຜແດ່ນັ້ນ ມື້ນີ້ ຂວັນໃຈ ກໍໄດ້ນໍາເອົາມາຕ້ອນກັນນໍາ… ເລີ່ມຈາກ ນາງເອກຊຸບຕາເບີ 1 ຂອງປະເທດລາວ ສາຍານາງເອກໃນບຸນຄື ລູກນໍ້າ ທິດາລັດ ນາງງາມໜ້າຫວານຈາກເວທີ Miss Laos 2018 ມີ່ມີ່ ສຸດທິດາ ນາງແບບລູກສອດຄື ຄຣິສ ຕີນ່າ ກໍຮ່ວມສູດມົນເຂົ້າພັນສານໍາ ນາງງາມໃຈບຸນອີກຄົນໜຶ່ງ ເຈນນີ່ ຕົ້ນຄໍາ ສາຍບຸນຂອງແທ້ ຍຸ້ຍ ສັນທະນີ ບີບີ່ …

Read More »

ຊົມເຊີຍ!! ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ II ຄະນະພັກຮາກຖານບໍລິສັດເບຍລາວຈຳກັດ…

ວັນທີ 3 ກໍລະກົດ 2020, ທີ່ຫ້ອງປະຊຸມໃຫ່ຍ ຂອງບໍລິສັດເບຍລາວຈຳກັດ ໄດ້ຈັດກອງປະຊຸມໃຫ່ຍຄັ້ງທີ່ II ພາຍໃຕ້ການເປັນປະທານຂອງ ສະຫາຍ ສຸນທອນ ສີຣິສັກ  ຄະນະບໍລິຫານງານພັກກະຊວງອຸດສາຫະກຳ ແລະ ການຄ້າ, ເລຂາຄະນະພັກຮາກຖານບໍລິສັດ; ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ນາງ ເຂັມມະນີ ພົນເສນາ  ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ມີສາມະຊິກພັກສົມບູນເຂົ້າຮ່ວມຈໍານວນ 88 ສະຫາຍ ຈາກ 4 ໜ່ວຍພັກ. ພ້ອມນີ້, ກອງປະຊຸມກໍ່ໄດ້ເລືອກຕັ້ງເອົາ ຄະນະພັກຊຸດໃຫມ່ 7 ສະຫາຍ ປະກອບມີ: ສະຫາຍ ສິດທິໄຊ ເກດຕະວົງ ເລຂາຄະນະພັກຮາກຖານ ບໍລິສັດ ເບຍລາວ, ສະຫາຍ ພອນໄຊ ອິນສົມ ຮອງເລຂາຄະນະພັກຮາກຖານ ສະຫາຍ ຈັນສະໝອນ …

Read More »

ສ່ອງ!! ຄວາມສົດໃສຂອງ ຈຽບ ມະນີພອນ ເຈົ້າຂອງຕໍາແໜ່ງ ນາງສາວຂວັນໃຈມະຫາຊົນ ແລະ ນາງສາວໜ້າອ່ອນກວ່າໄວ ຈາກເວທີ MISS LAOS 2019…

ຍັງຈື່ກັນໄດ້ບໍ່?? ຈຽບ ມະນີພອນ ສິງຫາໄຊຍະວົງ ສາວງາມຈາກແຂວງ ອຸດົມໄຊ ຜູ້ເຂົ້າປະກວດ MISS LAOS 2019 ທີ່ຫຼາຍຄົນລຸ້ນວ່າມົອາດຈະລົງ ແຕ່ເຖິງວ່າມົງ Miss Laos 2019 ຈະບໍ່ລົງ ແຕ່ ຈຽບ ກໍຄວ້າເຖິງ 2​ ຕໍາແໜ່ງມາຄອງຄື ນາງສາວຂວັນໃຈມະຫາຊົນ ແລະ ນາງສາວໜ້າອ່ອນກວ່າໄວ ຖືວ່າບໍ່ເຮັດໃຫ້ແຟນຄຣັບ ແລະ ສາຍເຊຍບໍ່ຜິດຫວັງກັນເລີຍຈ່າ… ແລະ ຫຼັງຈາກການປະກວດສິ້ນສຸດລົງ ຈຽບ ກໍເດີນສາຍເຮັດວຽກໃນວົງການບັນເທີງ ໂດຍເຮົາຈະໄດ້ເປັນຜົນງານຢູ່ເປັນປະຈໍາ ເຊິ່ງຄວາມງາມ ຄວາມໜ້າຮັກຂອງນາງນັ້ນນັບມື້ນັບເພີ່ມຂຶ້ນ ແລະ ມື້ນີ້ ຂວັນໃຈ ຈະພາທຸກຄົນໄປສ່ອງໃນຄວາມໜ້າອ່ອນກວ່າໄວຂອງ ຈຽບ ເພາະຕອນທີ່ເຂົ້າປະກວດແມ່ນອາຍຸໄດ້ 24 ປີ ແຕ່ປັດຈຸບັນຜ່ານມາປີ 1​ແລ້ວກໍອາຍຸຄົບ 25 ປີພໍດີ… ຈະເປັນແນວໃດນັ້ນໄປເບິ່ງກັນເລີຍ!!! ຮູບພາບຈາກ: Jieb Singhaxaiyaseng

Read More »

ເປັນຫຍັງເງິນກີບຈຶ່ງເຝີ້? ຈະແກ້ໄຂບັນຫານີ້ໄດ້ແນວໃດ??

ບັນຫາເງິນເຟີ້ຢູ່ປະເທດເຮົາ ແມ່ນປະກົດໃຫ້ເຫັນຕະຫຼອດມາ ແລະ ມີລະດັບສູງຕ່ຳທີ່ແຕກຕ່າງກັນໄປໃນແຕ່ລະໄລຍະ, ເຊິ່ງປັດຈຸບັນນີ້ ເຫັນວ່າອັດຕາເງິນເຟີ້ ແມ່ນໄດ້ຖີບຕົວຂຶ້ນສູງກວ່າຫຼາຍປີທີ່ຜ່ານມາ ຍ້ອນເງິນໝູນວຽນໃນລະບົບເສດຖະກິດມີຫຼາຍຂຶ້ນ, ລາຄາສິນຄ້າ ແລະ ຄ່າບໍລິການແພງຂຶ້ນບວກກັບການອ່ອນຄ່າຂອງເງິນກີບ ແລະ ຜົນກະທົບຈາກພະຍາດລະບາດຕາມລະດູການ, ເຊິ່ງສາເຫດເຫຼົ່ານີ້ ມັນໄດ້ເລັ່ງທວງໃຫ້ລັດຖະບານຕ້ອງສຸມໃສ່ແກ້ໄຂໃຫ້ກັບມາສູ່ສະພາບປົກກະຕິ, ຖ້າບໍ່ດັ່ງນັ້ນ, ຄ່າຄອງຊີບຢູ່ລາວກໍຈະແພງຂຶ້ນ ແລະ ຈະມີກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ. ສະເພາະ 6 ເດືອນຕົ້ນປີ 2020 ຈາກສະພາບການລະບາດຂອງພະຍາດໂຄວິດ -19 ທີ່ໄດ້ສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ເສດຖະກິດສັງຄົມໃນທົ່ວໂລກນັ້ນ ໄດ້ມີສິ່ງທ້າທາຍໃນການຮັກສາສະຖຽນລະພາບເງິນຕາແຫ່ງຊາດຂອງ ສປປ ລາວ ຂື້ນຕື່ມອີກ. ສະພາບຄວາມບໍ່ແນ່ນອນຂອງເສດຖະກິດໂລກ ໄດ້ສົ່ງຜົນໃຫ້ລາຄາຮຸ້ນ, ລາຄາຄຳ, ລາຄານ້ຳມັນ ແລະ ຄ່າເງິນ ຢູ່ໃນຕະຫຼາດສາກົນມີຄວາມຜັນແປຢ່າງແຮງເຮັດໃຫ້ການລົງທຶນມີຄວາມສ່ຽງຮອບດ້ານ, ກະແສເງິນທຶນທີ່ຈໍລະຈອນຢູ່ໃນທົ່ວໂລກຫຼຸດລົງຢ່າງມະຫາສານ ເນື່ອງຈາກທຸກປະເທດຕ້ອງສຸມໃສ່ທຶນຮອນເຂົ້າໃນດ້ານສາທາລະນະສຸກ ແລະ ຟື້ນຟູເສດຖະກິດພາຍໃນຂອງຕົ້ນທຶນແທນລາຍຮັບທີ່ສູນເສຍໄປໃນໄລຍະທີ່ມີການປິດປະເທດ ຢຸດການດຳເນີນການຜະລິດ ແລະ ກິດຈະກຳທາງທຸລະກິດ. ສະພາບດັ່ງກ່າວ ໄດ້ເຮັດໃຫ້ຄົນສ່ວນຫຼາຍມີການຫັນປ່ຽນຈາກການລົງທຶນໃນຊັບສິນມາເປັນການຖືຄອງເງິນສົດຫຼາຍຂຶ້ນ. ເມື່ອທຽບກັບສະພາບການອ່ອນຄ່າຂອງເງິນກີບ ກັບ ເງິນສະຫະລັດ ແລະ …

Read More »

ບໍ່ທໍາມະດາ!! ເພງ “ຢາກເປັນລູກເຂີຍ” ຮິດທົ່ວລາວ ດັງທົ່ວໄທ ແລະ ດັງໄກເຖິງເກົາຫລີ…

ຖືວ່າປະສົບຄວາມສໍາເລັດຫຼາຍສໍາລັບເພງສຸດຮິດຄື ຢາກເປັນລູກເຂີຍ ຂອງ ໂສພະນາ ທີເຈມ ແລະ ບິກໃຫຍ່ ຫຼືແບກຶ ທີ່ປ່ອຍອອກມາບໍ່ເທົ່າໃດມື້ຍອດວິວກໍພຸ່ງຂຶ້ນສູງເປັນປະຫວັດສາດຂອງເພງລາວທີ່ມີຍອດວິວສູງສຸດໃນ YouTube ຈົນເຮັດໃຫ້ບັນດາຄົນດັງທັງໃນລາວ ແລະຕ່າງປະເທດນໍາໄປ Cover ເປັນຈໍານວນຫຼວງຫຼາຍ ລວມທັງໃນ App TikTok ກໍມີຍອດເຂົ້າຊົມສູງພໍສົມຄວນ… ແລະ ປັດຈຸບັນຍອດວິວເພງນີ້ກໍສູງເຖິງ 34 ລ້ານວິວເປັນທີ່ຮຽບຮ້ອຍພາຍໃນ 1 ເດືອນ!!! ເຮັດໃຫ້ເຫຼົ່ານັກ Reaction ເທິງ YouTube ຫຼາຍຄົນອອກມາໃຫ້ຄໍາຄິດເຫັນກ່ຽວກັບເພງນີ້ເປັນຈໍານວນຫຼວງຫຼາຍໃນປະເທດໄທ ເຊິ່ງພວກເຂົາຈະມີຄໍາເຫັນວ່າແນວໃດແດ່ນັ້ນ ເຮົາໄປເບິ່ງນໍາກັນເລີຍ… ນອກຈາກເພງ ຢາກເປັນລູກເຂີຍ ຈະດັງໃນລາວ ແລະ ໄທແລ້ວ ເພງນີ້ຍັງຮິດ ແລະ ດັງໄກເຖິງເກົາຫລີອີກດ້ວຍ…. ວ້າວໆໆໆ ສຸດຍອດໄປເລີຍຈ່າ!!! ຮຽບຮຽງ: Kuanjai Magazine

Read More »