“ໂລກໃກ້ຈະແຕກແລ້ວ” ຄໍານີ້ພວກເຮົາໄດ້ຍິນຈົນຄຸ້ນຫູ ແລະ ຫຼາຍຄົນກໍບໍ່ໄດ້ສົນໃຈຫຍັງ ແຕ່ກໍຍັງມີຂ່າວຄາວອອກມາໃຫ້ເຫັນເປັນປະຈໍາວ່າ ໝໍດູຫູຕາທິບ ອອກມາທໍານາຍທາຍທັກວ່າຈະເກີດຂຶ້ນໃນປີນັ້ນປີນີ້ ແຕ່ຫຼາຍກໍຜ່ານໄປແລ້ວຍັງບໍ່ມີຫຍັງເກີດຂຶ້ນ!! ແລ້ວໂລກແຕກ ມັນຈະເກີດຂຶ້ນແທ້ບໍ່? ແລ້ວໂລກແຕກ ມັນເປັນແນວໃດ? ນີ້ຄືຄໍາຖາມທີ່ຫຼາຍຄົນສົນໃຈ ມື້ນີ້ ຂວັນໃຈ ຈະມານໍາສະເໜີໃຫ້ຮູ້ເຖິງສາເຫດ ຫຼືເຫດຜົນທີ່ຈະນໍາພາໃຫ້ໂລກເຮົາໄປເຖິງຈຸດຈົບໄດ້… ພາວະໂລກຮ້ອນ: ພາວະໂລກຮ້ອນເກີດຂຶ້ນຈາກການປ່ຽນແປງສະພາບອາກາດເປັນໄພຮຸກຮານທີ່ເປັນຕາຢ້ານທີ່ສຸດ ນັກວິທະຍາສາດໄດ້ກ່າວໄວ້ວ່າ ສະພາບອາກາດຂອງໂລກມີຄວາມຮຸນແຮງຫຼາຍຂຶ້ນ ຈົນເຮັດໃຫ້ລະບົບນິເວດເສື່ອມສະຫຼາຍ ແລະ ສຸດທ້າຍໂລກຈະກາຍເປັນທະເລຊາຍທີ່ແຫ້ງແລ້ງແລະ ບໍ່ເອື້ອອໍານວຍຕໍ່ການດໍາລົງຊີວິດອີກຕໍ່ໄປ. ອຸກະບາດຕໍາໂລກ: ນັກວິທະຍາສາດ ແລະ ນັກດາລາສາດ ຕ່າງກໍພາກັນສະແດງຄວາມຄິດເຫັນວ່າ ສິ່ງທີ່ມີຊີວິດໃນໂລກຂອງເຮົາຕົກຢູ່ໃນຄວາມສ່ຽງຕໍ່ການສູນພັນໄປທຸກເວລາ ດັ່ງທີ່ຮູ້ກັນດີວ່າ ໜ່ວຍໂລກ ເລີຍຖືກອຸກະບາດຕໍາມາແລ້ວຈົນເປັນເຫດເຮັດໃຫ້ ໄດໂນເສົາ ສູນພັນ. ເຊື້ອພະຍາດລະບາດ: ນັກວິທະຍາສາດກ່າວໄວ້ວ່າ ເຊື່ອພະຍາດສາຍພັນໃໝ່ໆເກີດຂຶ້ນທຖກໆປີ ໂດຍສະເພາະໂຣກ ຊາຣ ແລະ ໄຂ້ຫວັດສັດປີກທີ່ແຜ່ລະບາດໄປທົ່ວໂລກ ແລະ ຫຼ້າສຸດກໍມີເຊື້ອພະຍາດ ອີໂບລ່າ ທີ່ເຮັດໃຫ້ຄົນໃນ ທະວີບ ອາຟຣິກາເສຍຊີວິດເປັນຈໍານວນຫຼວງຫຼາຍ ນັກວິທະຍາສາດຍັງກ່າວຕຶ່ມອີກວ່າ …
Read More »News
ສຸດເສົ້າ!! ແຕ້ວ ນັດຖະພອນ “ເຈົ້າແມ່ນາຄີ” ໂພສອໍາລາ ພໍ່ ເປັນຄັ້ງສຸດທ້າຍຫຼັງສູນເສຍພໍ່ໄປ…
ເປັນເລື່ອງທີ່ທໍາໃຈຍາກຫຼາຍສໍາລັບການສູນເສຍຄັ້ງຍິ່ງໃຫຍ່ຂອງນາງເອກສາວ ແຕ້ວ ນັດຖະພອນ ນາງເອກຊື່ດັງຈາກປະເທດໄທ ຫຼືທີ່ຄົນລາວຮູ້ຈັກກັນດີໃນນາມ ເຈົ້າແມ່ນາຄີ ຫຼັງພໍ່ ພົນອາກາດຕີ ນະຣົງ ເຕມີຣັກ ໄດ້ຈາກໄປໃນເວລາ 15:00 ຂອງມື້ວານວັນທີ 1 ກໍລະກົດ 2020. ເຊິ່ງກ່ອນໜ້ານີ້ພໍ່ຂອງ ສາວແຕ້ວ ແມ່ນເກີດອຸບັດຕິເຫດທາງລົດໃນຊ່ວງເດືອນມີຖຸນາທີ່ຜ່ານມາ ຈົນຕ້ອງໄດ້ເຂົ້າຜ່າຕັດຫຼາຍຄັ້ງ ຈົນມາຮອດມື້ວານນີ້ ແຕ້ວ ໄດ້ປະກາດຂໍຮັບບໍລິຈາກເລືອດເພື່ອຊ່ວຍຊີວິດພໍ່ ແຕ່ກໍບໍ່ສາມາດດຶງໄວ້ໄດ້… ແລະຫຼ້າສຸດໃນຄໍ່າຄືນທີ່ຜ່ານມາ ສາວແຕ້ວ ໄດ້ໂພສຮູບພ້ອມຂໍ້ຄວາມສຸດຊຶ້ງ ໃນຂະນະຈັບມືພໍ່ໄວ້ພ້ອມຂໍ້ຄວາມບອກລາວວ່າ “🤍Good Night” ໂດຍມີໝູ່ເພື່ອນໃນວົງການບັນເທີງມາຮ່ວມສະແດງຄວາມເສຍໃຈນໍາເປັນຈໍານວນຫຼວງຫຼາຍ ລວມເຖິງອະດີດຄົນຮັກຄື ຕົ້ນ ກໍໄດ້ສົ່ງຮູບຫົວໃຈສີດໍາຮ່ວມໄວ້ອາໄລນໍາ!!! ແນວໃດແຟນຄຣັບຊາວລາວກໍຂໍສະແດງຄວາມເສຍໃຈກັບການຈາກໄປຂອງບຸກຄົນອັນເປັນທີ່ຮັກຂອງສາວແຕ້ວນໍາ ແລະ ຂໍເປັນກໍາລັງໃຫ້ສາວແຕ້ວສູ້ໆເດີ້!!! ຮູບພາບຈາກ: Taewaew Natapohn
Read More »ຊ່ອງທາງການຫາລາຍໄດ້ເສີມ ປີ 2020
ຊ່ອງທາງຫາລາຍໄດ້ເສີມ (ອາຊີບເສີມ ທີ່ຄວນເຮັດໃນປີ 2020) ເຮັດກ່ອນລວຍກ່ອນ ບໍ່ຕ້ອງລໍຖ້າ!!!!! ລວມວິທີຫາລາຍໄດ້ເສີມໃນປີ 2020 ອັບເດດ ອາຊີບເສີມທີ່ເຮັດໄດ້ຢູ່ເຮືອນ ຫຼື ເວລາວ່າງ ຫຼືຫຼັງເລິກວຽກ ໃນສະຖານະການເສດຖະກິດບໍ່ດີແບບນີ້ ຄວນມີລາຍໄດ້ໄວ້ຫຼາຍທາງອຸ່ນໃຈໄວ້ດີກວ່າ. ສະໃໝນີ້ ໃຜໆກໍຕ້ອງຊອກຫາອາຊີບເສີມເພື່ອຫາລາຍໄດ້ເພີ່ມ ຫຼາຍກວ່າການມີວຽກປະຈຳ ພຽງວຽກດຽວ, ເພາະຫຼັງເລິກຈາກວຽກປະຈຳແລ້ວ ມີເວລາວ່າງວັນເສົາ-ອາທິດ ຫຼາຍຄົນກໍຕ້ອງມີແຮງເຫຼືອຢູ່ ລອງມາຫາລາຍໄດ້ພິເສດ ເພື່ອມາຊື້ສິ່ງຂອງທີ່ຢາກໄດ້ ມື້ນີ້, ຂວັນໃຈ ເຊີນຊວນສາວໆ ມາອັບເດດຊ່ອງທາງການຫາລາຍໄດ້ເສີມທີ່ເລີ່ມຕົ້ນໄດ້ບໍ່ຢາກ. ຂາຍເຄື່ອງອອນໄລ໌: ຍັງເປັນຊ່ອງທາງຫາລາຍໄດ້ເສີມທີ່ໄດ້ຮັບຄວາມນິຍົມຢ່າງຕໍ່ເນື່ອງ ສຳລັບການເປີດຮ້ານຄ້າອອນໄລ໌ ທັງໃນ Facebook, Shopee, Lazada, Instagram ເພາະວ່າໃຊ້ທຶນນ້ອຍກວ່າການເປີດໜ້າຮ້ານ, ໄດ້ທຶນ ແລະ ກຳໄລແບບບໍ່ຕ້ອງລໍຖ້າດົນ ໃຜທີ່ກຳລັງຄິດຈະເຮັດທຸລະກິດອອນໄລ ກໍເລີ່ມເລີຍ ລອງເລືອກສິ່ງຂອງທີ່ເຮົາມັກ ແລະ ໃຊ້ເລື້ອຍໆ ເຊັ່ຍ: ເຄື່ອງກິີ້ບຊ໋ອບ, ເຄື່ອງປະດັບ, ເຄື່ອງສຳອາງ, ເສື້ອຜ້າແຟຊັນ… …
Read More »ງາມ-ເກັ່ງ-ສະຫຼາດ!!! ເອມມ່າ ວັດສັນ ນັກສະແດງຊື່ດັງຈາກ Harry Poter ຜູ້ສະໜັບສະໜູນພະລັງແມ່ຍິງ ຂຶ້ນເປັນຜູ້ບໍລິຫານແບຣນລະດັບໂລກ…
ສົມກັບເຄີຍຮັບບົດ “ເຮີໄມໂອນີ ເກຣນເຈິ່” ແທ້ໆ ສໍາລັບ ເອມມ່າ ວັດສັນ ນັກສະແດງຊື່ດັງຈາກຮູບເງົາເລື່ອງ Harry Poter ທີ່ຕອນນີ້ກາຍເປັນຜູ້ໃຫຍ່ເຕັມຕົວດ້ວຍໄວ 30 ປີ ແລະ ຫາກໍກ້າວຂຶ້ນມາເປັນຜູ້ບໍລິຫານຂອງບໍລິສັດລະດັບໂລກຄື Kering… ເອມມ່າ ວັດສັນ ນັກສະແດງສາວໄວ 30 ປີ ທີ່ຫຼາຍຄົນຄົງຈະຄຸ້ນໜ້າຄຸ້ນຕາກັນດີໃນໂລກ Fashions ແລະ ເຂົ້າສູ່ວົງການຂອງນັກເຄື່ອນໄຫວ ທີ່ຮຽກຮ້ອງຄວາມເປັນທໍາໃຫ້ກັບສັງຄົມ ລວມໄປເຖິງກຸ່ມທີ່ສະໜັບສະໜູນພະລັງແມ່ຍິງ ຈາກຄວາມສາມາດ ແລະ ໜ້າທີ່ຕ່າງໆຂອນາງ ສົ່ງຜົນໃຫ້ບໍລິສັດຊື່ດັງຈາກ ຝຣັ່ງ ຄື Kering ທີ່ເປັນເຈົ້າຂອງ Brand name ລະດັບໂລກຫຼາກຫຼາຍທັງ Gucci, Saint, Laurent, Balencuaga ແລະ Alexander McQueen ດຶງຕົວມາເຮັດວຽກນໍາ. ເອມມ່າ ວັດສັນ ຖືວ່າເປັນຄົນດັງຄົນໜຶ່ງທີ່ສະໜັບສະໜູນ Fashion …
Read More »ວ້າວ!! 3 ມະຫາວິທະຍາໄລໃນລາວຕິດ Top ມະຫາວິທະຍາໄລທີ່ດີທີ່ສຸດໃນໂລກ…
ຖ້າເວົ້າເຖິງວຽກງານການສຶກສາ ບ້ານເຮົາກໍຍັງເປັນປະເທດທີ່ກໍາລັງພັດນາ ພັກ-ລັດຖະບານກໍໄດ້ເອົາໃຈໃສ່ເປັນພິເສດ ເຮັດໃຫ້ປະເທດລາວເຮົາ ເຖິງແມ່ນວ່າຈະເປັນປະເທດທີ່ນ້ອຍ ແລະ ກໍາລັງພັດທະນາ ແຕ່ດ້ານການສຶກສາບໍ່ໄດ້ນ້ອຍໜ້າໄປກວ່າປະເທດອື່ນເລີຍ ເພາະຈາກການຈັດອັນດັບຈາກ Webometrics 2020 ໂດຍມີມະຫາວິທະຍາໄລທັງໝົດ 30.000 ແຫ່ງທົ່ວໂລກ ໃນນັ້ນ ມີມະຫາວິທະຍາໄລຈາກ ສປປ. ລາວ ຕິດອັນດັບໄປ 3 ແຫ່ງ ໂດຍໃນນັ້ນລວມມີ: ມະຫາວິທະຍາໄລ ແຫ່ງຊາດລາວ (National University of Laos) ຖືກຈັດຢູ່ອັນດັບທີ 4.533 ຂອງໂລກ ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ (National University Heath Science) ຖືກຈັດຢູ່ໃນອັນດັບທີ 8.567 ຂອງໂລກ ມະຫາວິທະຍາໄລ ສຸພານຸວົງ (Souphanouvong University) ຖືກຈັດຢູ່ໃນອັນດັບທີ 17. 577 ຂອງໂລກ ສໍາລັບການຈັດອັນດັບຂອງມະຫາວິທະຍາໄລທີ່ດີທີ່ສຸດແມ່ນອິງຕາມເງື່ອນໄຂດັ່ງຕໍ່ໄປນີ້: …
Read More »