ມີໃຜຍັງຈື່ສາວຄົນນີ້ໄດ້ບໍ່?? “H’hen niê” Miss Universe Vietnam 2018 ນາງງາມທີ່ເຄີຍຖືກຜູ້ເຂົ້າປະກວດຫຼາຍຄົນດູໝິ່ນເລື່ອງການໃຊ້ພາສາອັງກິດ ຈົນກາຍເປັນກະແສດຣາມ່າດັງພໍສົມຄວນໃນໄລຍະນັ້ນ!! ແຕ່ໃນກະແສດຣາມ່ານັ້ນ ກໍເຮັດໃຫ້ນາງໄດ້ມີໂອກາດເປີດເຜີຍຕົວຕົນເຖິງຖານະທາງບ້ານ ການສູ້ຊີວິດຂອງນາງ ຈົນມາຢືນຢູ່ເວທີລະດັບໂລກ ຄືເວທີ Miss Universe ໄດ້ ແລະ ໃນທີ່ສຸດນາງກໍໄດ້ພິສູດໃຫ້ທຸກຄົນເຫັນວ່າ ອຸປະສັກດ້ານພາສາບໍ່ແມ່ນສິ່ງທີ່ກີດກັ້ນຄວາມສາມາດຂອງນາງ ຈົນເຮັດໃຫ້ “H’hen niê” ຕິດອັນດັບ Top5 Miss Universe 2018 ໃນການປະກວດ… ຫຼັງຈາກການປະກວດສິ້ນສຸດລົງ ນາງກໍໄດ້ໃຈແຟນຄຣັບນາງງາມໄປເຕັມໆ ທັງແຟນຄຣັບຈາກ ຫວຽດນາມ ທີ່ຮັກ ແລະ ເຊຍຢູ່ແລ້ວ ນາງຍັງໄດ້ໃຈແຟນນາງຈາກທົ່ວໂລກໄປຫຼາຍຄົນ ເພາະຕ່າງກໍຫຼົງຮັກໃນຄວາມສູ້ຊີວິດ ແລະ ການໃຊ້ຊີວິດທີ່ລຽບງ່າຍ ບໍ່ຫຼູຫຼາ ເພາະຄອບຄົວບໍ່ແມ່ນຄົນມີຖານະ ເຮືອນທີ່ຢູ່ກໍເປັນເຮືອນໄມ້ທໍາມະດາ ແຕ່ຄອບຄົວກໍຮັກກັນ ແລະ ມີຄວາມສຸກດີ… ຈາກມື້ນັ້ນຈົນຮອດມື້ນີ້ເປັນເວລາປີປາຍ ນາງກໍຍັງໄດ້ຮັບຄວາມນິຍົມຕະຫຼອດມາ ຈົນຫຼ້າສຸດ ໄດ້ມີ VDO ເປີດເຮືອນຫຼັງໃຫຍ່ ທີ່ສ້າງຈາກເຫື່ອແຮງຂອງຕົນເອງ …
Read More »News
ວິເຄາະ Tiktok!! App ທີ່ໄດ້ຮັບຄວາມນິຍົມຫຼາຍທີ່ສຸດໃນທົ່ວໂລກຕອນນີ້ ມີມູນຄ່າສູງກວ່າ ປຕທ 4 ເທົ່າ…
ປັດຈຸບັນການພັດທະນາດ້ານ Technology ນັ້ນໄປໄວຫຼາຍ ມີການພັດທະນາແບບກ້າວກະໂດດຂັ້ນ ບໍ່ພໍເທົ່າໃດປີທີ່ມັນເກີດຂຶ້ນມາ ແຕ່ເຮົາປະຕິເສດບໍ່ໄດ້ເລີຍວ່າມັນມີອິດທິພົນຫຼາຍທີ່ສຸດຕໍ່ທຸກຊັ້ນຄົນ ທຸກປະເທດທົ່ວໂລກ ລວມທັງປະເທດລາວເຮົາ ທີ່ໄດ້ນໍາເອົາ Technology ເຂົ້າມາເປັນສ່ວນໜຶ່ງໃນການດໍາເນີນທຸລະກິດ ແລະ ການໃຊ້ຊີວິດປະຈໍາວັນເປັນຕົ້ນແມ່ນບັນດາ Application ທີ່ທຸກຄົນຮູ້ຈັກກັນດີເຊັ່ນ: Facebook, Instagram, Twitter, YouTube ນອກຈາກນັ້ນ ຍັງມີ Application Platform ທີ່ກໍາລັງມາແຮງທີ່ສຸດໃນປັດຈຸບັນຄື “TikTok” ເຊິ່ງມັນເປັນກະແສທີ່ໄດ້ຮັບຄວາມສົນໃຈທີ່ສຸດໃນປັດຈຸບັນຈົນເຮັດໃຫ້ມີຜົນການສໍາຫຼວດອອກມາວ່າ ບໍລິສັດແມ່ຂອງ “TikTok” ທີ່ຊື່ວ່າ ByteDance ນັ້ນ ມີມູນຄ່າສູງກວ່າ ປຕທ ບໍລິສັດຍັກໃຫຍ່ເຖິງ 4 ເທົ່າ!!! ແລ້ວມັນເກີດຂຶ້ນໄດ້ແນວໃດ? ມີນີ້ ຂວັນໃຈ ໄດ້ນໍາເອົາບົດວິເຄາະຈາກເພຈ ລົງທຸນແມນ (ປະເທດໄທ) ມາເລົ່າໃຫ້ທຸກຄົນໄດ້ຟັງ ແລະ ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບ Application Platform ທີ່ຊື່ວ່າ “TikTok”“ByteDance” ເປັນບໍລິສັດ …
Read More »ສຽງຈາກຄູອາສາ!! ເຮັດວຽກມາ 7ປີ ບໍ່ມີວີ່ແວວໄດ້ລັດຖະກອນ ຕ້ອງຈໍາໃຈລາອອກທັ້ງນໍ້າຕາ ພ້ອມຝາກຂໍ້ຄວາມສຸດທ້າຍກ່ອນໄປ “ຄູບ້ານນອກ ໄຟຟ້າ-ສັນຍານໂທລະສັບບໍ່ມີ ເສັ້ນທາງລົດບໍ່ມີ-ທຽວທາງນ້ຳເພື່ອໄປສອນ”
ຜ່ານມາແອັດມິນເຄີຍນໍາສະເໜີໄປແລ້ວກ່ຽວກັບປະເດັນຄູອາສາຜູ້ເຮັດວຽກດ້ວຍໃຈເພື່ອລໍຖ້າການໄດ້ເຂົ້າລັດຖະກອນ ມີລາຍຮັບເປັນເງິນເດືອນຈາກລັດເພື່ອລ້ຽງຊີບ, ແຕ່ບໍ່ແມ່ນທຸກຄົນທີ່ຈະປະສົບຜົນສໍາເລັດໃນຄວາມຫວັງດັ່ງກ່າວ ດັ່ງຄູໜຸ່ມຄົນນີ້ຜູ້ເຮັດວຽກສິດສອນນັກຮຽນມາແລ້ວເປັນເວລາ 7ປີ ແຕ່ຍັງໄຮ້ວີ່ແວວການໄດ້ເຂົ້າລັດ ເຮັດໃຫ້ຕ້ອງຕັດສິນໃຈລາອອກທັງນໍ້າຕາ. ສົມນິດ ທິບພະວົງ ໜຶ່ງໃນຄູອາສາສະໝັກໄດ້ເຜີຍຂໍ້ຄວາມເປີດໃຈຜ່ານສື່ອອນລາຍ ລະບາຍຄວາມຮູ້ຕະຫຼອດ 7ປີທີ່ເຮັດວຽກດ້ວຍໃຈວ່າ: ຂໍໂທດລ່ວງຫນ້າເດີພີ່ນ້ອງ ຂ້ອຍຊື່ ທ ສົມນິດ ທິບພະວົງ ອາຍຸ31ປີ ເປັນຄູສອນຢູໂຮງຮຽນ ມ.ຕບ້ານວັງບົງ, ກຸ້ມວັງບົງເມືອງວຽງຄຳ, ແຂວງຫລວງພະບາງ ຂ້ອຍຂໍເລົ່າປະຫວັດໃຫ້ພີ່ນ້ອງຮູ້ແດ່ວ່າເລີ່ມແຕ່ສົກຮຽນ2013ເປັນຕົນມາຕົນເອງໄດ້ເຂົ້າເປັນຄູອາສາສະໝັກຈົນຮອດປີ2020 ລວມເວລາໄດ້ 7ປີແລ້ວແຕ່ກໍ່ຍັງບໍທັນໄດ້ໂຕເລກລັດຖະກອນເທືອ. ປີນີ້ຍິ່ງຊໍ້າຮ້າຍບໍ່ມີຮອດລາຍຊື່ທີ່ຈະເຂົ້າສອບເສັງເພາະເພິ່ນເລືອກບໍ່ແມ່ນສາຍຮຽນ, ເພິ່ນເລືອກສາຍຄະນິດສາດແຕ່ເຮົາພັດຮຽນສາຍພາສາລາວ-ວັນນະຄະດີ, ແຕ່ທັງນີ້ທັງນັ້ນ ກໍ່ຄວນຄຳນຶງເຖິງບັນດານະໂຍບາຍນໍາ, ຄູສອນຢູ່ບ້ານນອກໄຟຟ້າກໍ່ບໍ່ມີ, ສັນຍານໂທລະສັບກໍ່ບໍ່ມີ, ເສັ້ນທາງລົດກໍ່ບໍ່ມີ, ອາໄສທຽວທາງນ້ຳກໍ່ທຸລະກັນດານ, ເຖິງຂະໜາດນີ້ ພາກສ່ວນກ່ຽວຂ້ອງກໍ່ຍັງບໍ່ເຫັນຄວາມຈຳເປັນເລີຍ. Cr: Una Studio
Read More »ຂ່າວດີ!! ໄຟຟ້າລາວປັບໂຄງສ້າງລາຄາໄຟຟ້າໃໝ່ ພ້ອມທັງກະກຽມໄລ່ສົ່ງເງິນຄືນແກ່ຜູ້ທີ່ຈ່າຍໄປແລ້ວໃນເດືອນທີ່ຜ່ານມາ…
ໃນໄລຍະການລະບາດໂຄວິດ-19 ທີ່ຜ່ານມາ ປະເທດເຮົາໄດ້ມີການ Lock down ຊົ່ວຄາວ ເພື່ອຄວບຄຸມການລະບາດພະຍາດດັ່ງກ່າວ ເຮັດໃຫ້ຫຼາຍໆອົງກອນທີ່ມີສ່ວນຮ່ວມກັບສັງຄົມອອກມາປະກາດໃຫ້ຄວາມຊ່ວຍເຫຼືອປະຊາຊົນ ລວມໄປເຖິງບໍລິສັດຍັກໃຫຍ່ຄື ລັດວິສາຫະກິດໄຟຟ້າລາວ ທີ່ອອກມາແຈ້ງການວ່າ ຈະມີການປັບລາຄາຊົມໃຊ້ໄຟຟ້າລົງ ເພື່ອບັນເທົາຄວາມເດືອດຮ້ອນຊ່ວຍປະຊາຊົນລາວ ແຕ່ຜົນມັນບໍ່ໄດ້ອອກມາເປັນຢ່າງທີ່ຄິດ ເພາະປະຊາຊົນອອກມາາປະທ້ວງເປັນຈໍານວນຫຼວງຫຼາຍວ່າ ຄ່າຊົມໃຊ້ໄຟຟ້ານັ້ນແມ່ນສູງຫຼາຍ ສູງກວ່າທຸກເດືອນທີ່ຜ່ານມາອີກ ເຊິ່ງມັນບໍ່ກົງກັບແຈ້ງການຂອງ ໄຟຟ້າລາວ ທີ່ວ່າຈະປັບລາຄາລົງ… ຈົນເຮັດໃຫ້ເກີດມີຄວາມບໍ່ເຂົ້າໃຈກັນໄປໄລຍະໜຶ່ງ ແຕ່ຫຼ້າສຸດທາງລັດວິສາຫະກິດໄຟຟ້າລາວກໍໄດ້ມີການປ່ຽນຜູ້ອໍານວຍການຄົນໃໝ່ ແລະ ໄດ້ອອກນະໂຍບາຍໃໝ່ ໃນຊ່ວງໄລຍະການແຜ່ລະບາດພະຍາດ ໂຄວິດ-19 ເດືອນ (4-5-6) ຂອງປີ 2020 ໂດຍໄດ້ແບ່ງອອກເປັນ 3 ກຸ່ມດັ່ງນີ້: ກຸ່ມທີ່ໃຊ້ໄຟຟ້າແຕ່ 0-150 ກິໂລວັດໂມງຕໍ່ເດືອນ ແມ່ນໃຫ້ຄູນ 355 ກີບ/ກິໂລວັດໂມງ ຖືເປັນລາຄາໄຟຟ້າຂອງເດືອນກຸ່ມຜູ້ຊົມໃຊ້ທີ່ໃຊ້ໄຟຟ້າແຕ່ 151-461 ກິໂລວັດໂມງ ແມ່ນໃຫ້ຄູນ 355 ກີບ/ກິໂລວັດໂມງ ສໍາລັບ 150 ກິໂລວັດໂມງທໍາອິດ ແລະ ສ່ວນທີ່ເຫຼືອໃຫ້ຄູນໃສ່ …
Read More »ເພາະຊີວິດບໍ່ມີຫຍັງແນ່ນອນ!!! ບົດຮຽນຈາກການເສຍຊີວິດຂອງ ແຊມ ສຸກພະຫວັດ ສີລະປິນຫຼາກຫຼາຍຄວາມສາມາດ ກັບຊີວິດຄູ່ທີ່ຍັງບໍ່ທັນເລີ່ມຕົ້ນ ແຜນແຕ່ງ 2021…
ເປັນເລື່ອງເສົ້າອີກເລື່ອງໜຶ່ງຂອງວົງການບັນເທີງໄທ ກັບການຈາກໄປຂອງ ແຊມ ສຸກພະຫວັດ ນັກຮ້ອງເຈົ້າຂອງເພງ ນອນນ້ອຍ ທີ່ຫາກໍຂໍແຟນແຕ່ງດອງວາງແຜນໄວ້ປີ 2021 ຈັດງານມຸງຄຸນ ສ້າງຊີວິດຄູ່ຮ່ວມກັນ. ທີ່ເສົ້າໄປກວ່ານັ້ນຄືຕົນເອງກຳລັງຈະໄດ້ສ້າງຄອບຄົວ ເພາະຫາກໍຂໍແຟນສາວແຕ່ງດອງ ແຕ່ຕົນຕ້ອງມາຈາກໄປກ່ອນ ແບບກະທັນຫັນ ດ້ວຍໄວ 40 ປີ ດ້ວຍອາການຫົວໃຈວາຍ ສຳລັບແຊມ ສຸກສະຫວັດ ເປັນນັກຮ້ອງທີ່ຄົນລຸ້ນໃໝ່ຮູ້ຈັກກັນດີເພາະເປັນຜູ້ທີ່ມີນ້ຳສຽງເປັນເອກະລັກໃນສະຕາຍອາແອນບີ ແຊມໄດ້ກາຍເປັນທີ່ຮູ້ຈັກຂອງສັງຄົມຜ່ານບົດເພງ ທີ່ຂ້ອຍຮູ້ (That’s All know) ໃນຊຸດ Rhythm and Boyd E1EVEN1H ປີ 2005 ນັ້ນເປັນຜົນງານເພງຊຸດທຳອິດຂອງເພິ່ນໃສ່ຊື່ວ່າ Perceptions ໃນນັ້ນເພງທີ່ດັງສຸດກໍ່ຄື ເພງ ນອນນ້ອຍ. ຈາກນັ້ນໂຕໜຸ່ມແຊມເອງຍັງຜັນຕົວເອງຈາກສິນລະປິນໄປນັບຕຳແໜ່ງຜູ້ບໍລິຫານລະດັບສູງຂອງ Head of Music IES Global ຂອງບໍລິສັດ Bytedance ບໍລິສັດ Tech ທີ່ພັດທະນາ Platform …
Read More »