Breaking News

News

ເປີດຊີວິດອີກມຸມ!!! ເບີດ ທົງໄຊ ນັກຮ້ອງຊື່ດັງ (ປະເທດໄທ) ຫັນມາໃຊ້ຊີວິດພໍພຽງ ແລະພຽງພໍຕາມຄໍາສອນຂອງພໍ່ຫຼວງ…

“ຊີວັນມັນກະສໍ່ານີ້ແຫຼະ ຊິເອົາຫຍັງຫຼາຍ” ສຸດທ້າຍແລ້ວຄົນເຮົາກໍບໍ່ຕ້ອງການຫຍັງຫຼາຍນອກຈາກຄວາມສຸກ ຕ່າງແຕ່ວ່າຄວາມສຸກຂອງແຕ່ລະຄົນນັ້ນແມ່ນຫຍັງ? ຫຼືບາງຄົນອາດຈະບໍ່ຮູ້ດ້ວຍຊໍ້າຄວາມຄວາມຈິງແລ້ວຄວາມສຸກຂອງຕົວເອງແມ່ນຫຍັງ? ບາງຄົນມ່ວນ ແລະ ມີຄວາມສຸກກັບຊື່ສຽງເງິນຄໍາ ມ່ວນກັບການໄດ້ໃຊ້ຊີວິດທີ່ຫຼູຫຼາ ຢູ່ທ່າມກາງແສງສີສຽງ ແຕ່ບາງຄົນຄວາມສຸກຄືການໄດ້ຢູ່ແບບສະຫງົບ ພໍພຽງກັບສິ່ງທີ່ມີ ແລະມັກເທົ່ານັ້ນ… ຄືດັ່ງກັບ ນັກຮ້ອງຊື່ດັງລະດັບຕໍານານ ອ້າຍເບີດ ທົງໄຊ ແມັກອິນໄຕ ສີລະປິນທີ່ມີຄວາມເປັນເອກະລັກ ແລະ ມີຊື່ສຽງຕັ້ງແຕ່ອະດີດຈົນມາຮອດປັດຈຸບັນ ກັບຊີວິດອີກມຸມໜຶ່ງທີ່ບໍ່ແມ່ນການຈັບໄມຮ້ອງເພງເທິງເວທີ ທີ່ມີແຕ່ແສງສີສຽງອ້ອມຮອບ ແຕ່ເປັນການຈັບຊວ້ານ ສຽມ ຫັນມາປູກຝັງ ລ້ຽງສັດກິນເອງ ພ້ອມທັງເປີດຕະຫຼາດຂາຍເອງ ດ້ວຍແນວຄິດຢາກເດີນຕາມຄໍາສອນຂອງພໍ່ຫຼວງ (ປະມຸກແຫ່ງ ຣາຊະອານາຈັກໄທ) ໂດຍອ້າຍເບີດ ໄດ້ບອກວ່າ ເນື້ອທີ່ 100 ໄລ່ ທີ່ເຮັດການກະສິກໍານັ້ນ ໄດ້ແບ່ງອອກເປັນສ່ວນເພື່ອປູກຜັກ ແລະ ມີບຶງນໍ້າກວ້າງ ມີນໍ້າຜົ່ນອອກມາເພື່ອປັບອາກາດ ບັນຍາກາດດີຈະເຮັດໃຫ້ມີອົກຊີເຈນໃນນໍ້າ; ບຶງນໍ້າເອົາໄວ້ລ້ຽງປາ ພ້ອມທັງສູບເອົານໍ້າມາໃຊ້ ແລະ ເຮັດນາ… ທຸກສິ່ງທີ່ລົງມືເຮັດ ເບີດ ມີຄວາມຕັ້ງໃຈສ້າງມັນຂຶ້ນມາດ້ວຍຄວາມຮັກ!! ແນວໃດກໍຕາມ …

Read More »

ທໍາຄວາມຮູ້ຈັກກັບ!! ບ໊ອບບີ່ ສີລະປິນໜ້າຫວານ ດາວດວງໃໝ່ໃນວົງການບັນເທີງລາວ…

ໃຜມັກກິນເດັກ ເອີ່ຍ!! ໃຜມັກລ້ຽງເດັກ ເອີ່ຍ!!! ໃຜມັກເດັກຂໍສຽງແນ່ 555 ເລີ່ມຕົ້ນຕອນເຊົ້າດ້ວຍຄວາມສົດໃສ ເພາະມື້ນີ້ຈະພາມາທໍາຄວາມຮູ້ຈັກກັບໜຸ່ມໜ້າຫວານ ຈາກໂຄສະນາເຄື່ອງດືມຍີ່ຫໍ້ໜຶ່ງທີ່ໃຜເຫັຮແລ້ວຕ້ອງຕົກຂຸມຮັກແບບຂຶ້ນບໍ່ໄດ້… ໂດຍໜຸ່ມຄົນນີ້ມີຊື່ວ່າ ບ໊ອບບີ່ ອານັນດາ ພະກອນຄໍາ ໜຸ່ມໄວ 16 ປີ ຜູ້ມີໃຈມັກຮັກໃນຄວາມເປັນສີລະປິນ ເຊິ່ງປັດຈຸບັນສັງກັດຢູ່ຄ້າຍ A-List Agency. ໂດຍ ບ໊ອບບີ່ ເລີ່ມເຂົ້າວົງການມາດ້ວຍການປະກວດຮ້ອງເພງ-ເຕັ້ນ ໄດ້ຮັບລາງວັນກາລັນຕີຄວາມສາມາດຈາກຫຼາຍເວທີ ແລະ ເລີ່ມມີຜົນງານໃຫ້ເປັນທີ່ຮູ້ຈັກຫຼາຍຂຶ້ນແມ່ນຈາກຜົນງານ ການຖ່າຍໂຄສະນາໃຫ້ກັບເຄື່ອງດື່ມຍີ່ຫໍ່ດັງຊະນິດໜຶ່ງ!!! ຈົນເຮັດໃຫ້ສາວນ້ອຍ-ໃຫຍ່ ສາວແທ້-ສາວທຽມ ຕ່າງຖາມເປັນສຽງດຽວກັນວ່າ ໜຸ່ມນ້ອຍຄົນນີ້ແມ່ນໃຜ??? ນອກຈາກຈະເຮັດວຽກໃນວົງການບັນເທີງແລ້ວ ເນື່ອງຈາກ ບ໊ອບບີ່ ຫາກໍ 16 ປີ ການຮຽນກໍຍັງບໍ່ທັນຈົບຂັ້ນມັດທະຍົມເທື່ອ ແຕ່ກໍບໍ່ໄດ້ປະການຮຽນ ແຖມຍັງເຮັດໄດ້ດີທັງສອງບົດບາດ… ຊົມເຊີຍໃນຄວາມສາມາດເດີ້!!! ຮູບພາບຈາກ: Ananda’s Svk

Read More »

ສາບານວ່າຖຽງນາ!! ເທີ ຢູ່ນາ ເຈົ້າພໍ່ຜູ້ໄທ Net Idol ຊື່ດັງໂພສຮູບພາບ Studio ຫຼັໃໝ່ ສະຫຼອງໄດ້ຮັບໂຫຼ່ຈາກ YouTube ຄົບຮອບ 5 ປີ…

ເປັນຕົວຢ່າງທີ່ຄວນເອົາເປັນແບບຢ່າງຫຼາຍ ສໍາລັບ Net Idol ຊື່ດັງ ເຈົ້າຂອງ ເພຈ Una Studio ຄື ເທີ ຢູນ່າ ເຈົ້າພໍ່ຜູ້ໄທ ທີ່ເລີ່ມເຂົ້າສູ່ວົງການດ້ວຍຄວາມມັກຮັກ ຈົນກ້າວມາເປັນ Net Idol ທີ່ມີຜູ້ຕິດຕາມຫຼາຍເຖິງ 4 ແສນກວ່າຄົນໃນປັດຈຸບັນ… ສໍາລັບເສັ້ນທາງການເຂົ້າສູ່ວົງການບັນເທີງນັ້ນ ເທີ ຢູນ່າ ໄດ້ປະສົບຄວາມສໍາເລັດຈາກການເປັນ You Tuber ເມື່ອ 5 ປີກ່ອນ ໂດຍໄດ້ຮັບໂຫຼ່ລາງວັນຈາກ You Tube ຫຼັງຈາກມີຜູ້ຕິດຕາມຄົບ 1 ລ້ານຄົນ!!! ຕໍ່ມາໜຸ່ມເທີ ກໍບໍ່ໄດ້ຢຸດພັດທະນາຕົວເອງຂຶ້ນເລື້ອຍໆ ນອກຈາກພັດທະນາຄວາມຮູ້ຄວາມສາມາດ ແລະ ຜົນງານແລ້ວ ຍັງໄດ້ເຮັດໜ້າທີ່ຊ່ວຍເຫຼືອສັງຄົມຢູ່ເປັນປະຈໍາ ຈົນຫຼ້າສຸດໜຸ່ມເທີ ກໍໄດ້ອອກມາໂພສເຖິງຄວາມສໍາເລັດອີກຂັ້ນ ຄືການເປີດ Studio ໃໝ່ກາງນາ ທີ່ມີຄວາມອາລັງການບໍ່ແມ່ນໜ້ອຍ… ບໍ່ແມ່ນແຕ່ໜຸ່ມເທີເອງທີ່ພູມໃຈກັບຄວາມສໍາເລັດນີ້ ແຕ່ທາງແຟນຄຣັບທີ່ຕິດຕາມມາຕະຫຼອດກໍພູມໃຈເຊັ່ນດຽວກັນ ເພາະນີ້ກໍຖືວ່າເປັນຄວາມສໍາເລັດຂອງຄົນລາວ …

Read More »

ຈົບຄວາມສໍາພັນດ້ວຍດີ!! ອາເລັກ-ເຕີ້ຍ ປະກາດຫຼຸດສະຖານະຈາກແຟນເຫຼືອພຽງໝູ່… ເຜີຍ 3 ປີທີ່ຄົບກັນຄືຊ່ວງເວລາທີ່ດີທີ່ສຸດແລ້ວ!!!

ຂ່າວລືກາຍເປັນຂ່າວແທ້ ແຕ່ເປັນຂ່າວທີ່ແຟນຄຣັບບໍ່ຢາກໃຫ້ເກີດຂຶ້ນ ແຕ່ມັນກໍເກີດຂຶ້ນມາແລ້ວ… ເມື່ອໜຸ່ມອາເລັກ ແຟນໜຸ່ມຂອງສາວເຕີ້ຍ ຈະລິນພອນ ນາງເອກຊື່ດັງ (ປະເທດໄທ) ໄດ້ອອກມາເຜີຍວ່າ: “ເຮົາຄົບກັນມາເກືອບ 3 ປີ ພະຍາຍາມປັບຈູນ ທໍາຄວາມເຂົ້າໃຈກັນແລ້ວ ບໍ່ຮູ້ວ່າອາດຈະມີທາງທີ່ດີກວ່ານີ້ບໍ່ ແຕ່ເຮົາຊອກມັນບໍ່ພົບ ຈຶ່ງຕ້ອງຫຼຸດສະຖານະເຫຼືອພຽງແຕ່ຄໍາວ່າ ໝູ່ຄືເກົ່າ… ຊ່ວງໄລຍະທີ່ຄົບກັນ ເຮົາສອງຄົນໄດ້ໃຫຍ່ຂຶ້ນ ເຮົາມີເວລາດີໆຮ່ວມກັນ ລາວກໍເຮັດໃຫ້ອາເລັກໃຫຍ່ຂຶ້ນ ຕ້ອງຂອບໃຈລາວຫຼາຍໆເລີຍ ອາເລັກເວົາໄດ້ເຕັມປາກເລີຍວ່າ ຊ່ວງເວລາທີ່ຜ່ານມາ ເປັນຊ່ວງເວລາໜຶ່ງທີ່ມີຄຸນຄ່າຫຼາຍທີ່ສຸດໃນຊີວິດ” ຫຼັງຈາກນັ້ນກໍໄດ້ແຟນຄຣັບເຂົ້າໄປໃຫ້ກໍາລັງໃຈທັງສອງເປັນຈໍານວນຫຼວງຫຼາຍ ແຕ່ກໍຍັງມີຊາວເນັດບາງຄົນທີ່ຍັງຕິດໃຈກັບສາວໆແກ໊ງ ເຟີບີ່ ວ່າທຸກຄົນຈະຕ້ອງຄົບກັບໄຮໂຊທຸກຄົນ ເຊິ່ງໜຶ່ງໃນນັ້ນກໍມີສາວ ແຕ້ວ ນັດຖະພອນ ທີ່ຫາກໍປະກາດເລີກກັບໜຸ່ມຕົ້ນ ແລ້ວມາຄົບກັບໄຮໂຊໜຸ່ມນອກວົງການ ສຸດທ້າຍກໍເຫຼືອພຽງ ເຕີ້ຍ ຈະຣິນພອນ ຄົນດຽວ ແຕ່ຕອນນີ້ກໍຊັດເຈນແລ້ວວ່າ ເຕີ້ຍ-ອາເລັກໄດ້ຕັດສິນໃຈຈົບຄວາມສໍາພັນກັນແລ້ວ… ແຕ່ງານນີ້ ໜຸ່ມອາເລັກ ກໍໄດ້ອອກມາຢືນຢັນວ່າ ເຕີ້ຍ ບໍ່ແມ່ນຄົນແບບນັ້ນ ເຕີ້ຍ ບໍ່ແມ່ນຄົນທີ່ເລືອກຄົບຄົນທີ່ຖານະ ໜ້າຕາ ແຕ່ອະນາຄົດ ເຕີ້ຍ ຈະເລືອກໃຜນັ້ນກໍເປັນສິດຂອງລາວ ອ່ອຍຍຍ ຜູ້ຊາຍອີ່ຫຍັງຈັ່ງແມ່ນເປັນສຸພາບບູລຸດຂະໜາດນີ້!! …

Read More »

ຕົ້ນແບບຂອງຄວາມຮັກທີ່ດີ!!! ຮັກດູແລເອົາໃຈໃສ່ເຊິ່ງກັນ ແລະກັນ ຈັບມືຢູ່ຄຽງຂ້າງຈົນຮອດວິນາທີສຸດທ້າຍຂອງຊີວິດ ເຖິງວ່າຈະຈາກກັນໄປກໍບໍ່ກິນແໜງ…

ເລື່ອງຄວາມຮັກສຸດແສນປະທັບໃຈທີ່ຢາກຈະມາແບ່ງປັນໃຫ້ແຟນໆຂວັນໃຈໃນມື້ນີ້… ເລື່ອງລາວຂອງພໍ່ຕູ້-ແມ່ຕູ້ຄູ່ໜຶ່ງໄດ້ຖືກເຜີຍແຜ່ທາງ Facebook: B’palamy Ppb ເຊິ່ງເປັນການໄວ້ອາໄລເຖິງພໍ່ຕູ້ຜູ້ລ່ວງລັບໄປແລ້ວ ໂດຍໃນຂໍ້ຄວາມໄດ້ເວົ້າເຖິງຄຸນງາມຄວາມດີ ແລະຄວາມຮັກທີ່ພໍ່ຕູ້ມີຕໍ່ແມ່ຕູ້ໃນຕອນທີ່ຍັງມີຊີວິດຢູ່ວ່າ… ແມ່ເຖົ້າເລົ່າສູ່ຟັງວ່າ: ແຕ່ກ່ອນແມ່ເຖົ້າເປັນລູກກຳພ້າກຳພອຍ ພໍ່ແມ່ເສຍແຕ່ຍັງນ້ອຍ ແຕ່ພໍ່ເຖົ້າແມ່ນເປັນລູກຕາແສງ, ນາຍບ້ານ. ພໍ່ເຖົ້າ ໄດ້ມັກຮັກ ກັບ ແມ່ເຖົ້າ ແລະແຕ່ງງານກັນແຕ່ຕອນແມ່ເຖົ້າ10ປາຍປີ ແລະ ໄດ້ຄອງຮັກກັນມາ ຈົນພໍ່ເຖົ້າ96ປີ. 70ປາຍປີທີ່ຄອງຮັກກັນມາ…ພໍ່ເຖົ້າບໍ່ເຄີຍຮ້າຍ, ບໍ່ເຄີຍດ່າ, ເວົ້າຮ້າຍແຮງໃສ່ແມ່ເຖົ້າ ຈົນນ້ຳຕາຕົກ ແມ່ນແຕ່ເທື່ອດຽວ… ລະກະບໍ່ເຄີຍຜິດກັນຮ້າຍແຮງຈົນພໍ່ປູ່ແມ່ຍ່າຮູ້ຈັກເທື່ອ ແລະ ທີ່ສຳຄັນ ແມ່ເຖົ້າເວົ້າວ່າ ແມ່ເຖົ້າບໍ່ເຄີຍຮັບຮູ້, ບໍ່ເຄີຍສຳຜັດ ຄຳວ່າ ຜົວຫລິ້ນສາວເປັນແນວໃດ? ຜົວໄປມີເມຍນ້ອຍເປັນແນວໃດ? ແມ່ເຖົ້າບໍ່ເຄີຍຮັບຮູ້ຄວາມຮູ້ສຶກນີ້ເລີຍ! ທ້າຍທີ່ສຸດ, ແມ່ເຖົ້າກະຕອບແທນພໍ່ເຖົ້າດ້ວຍຄວາມຊື່ສັດມາຕະຫຼອດ, ແມ່ເຖົ້າບໍ່ເຄີຍເອົາເລື່ອງບໍ່ດີຂອງຄອບຄົວຫລືຜູ້ເປັນຜົວໄປເວົ້າຢູ່ບ່ອນອື່ນ, ບໍ່ເຮັດໃຫ້ຜົວເສຍກຽດເສຍສັກສີຍ້ອນຕົນເອງ…ແລະ ແມ່ເຖົ້າກະເປັນຄົນທີ່ຈັບມືຢູ່ຄຽງຂ້າງພໍ່ເຖົ້າຈົນຮອດລົມຫາຍໃຈສຸດທ້າຍ? ພໍ່ເຖົ້າແມ່ເຖົ້າ ເປັນຕົ້ນແບບຊີວິດທີ່ເຂັ້ມແຂງ, ອົດທົນ, ດຸໝັ່ນ, ເປັນແບບຢ່າງທີ່ດີຫຼາຍໆຢ່າງໃຫ້ແກ່ລູກຫລານ… ແລະ 1ໃນນັ້ນ ເລື່ອງຄວາມຮັກ ກະເປັນສິ່ງທີ່ພວກເພິ່ນເຮັດໃຫ້ລູກຫຼານເຫັນ ແລະ ຄວນຮຽນເປັນແບບຢ່າງ…ຕົ້ນແບບຄວາມຮັກທີ່ຊື່ສັດໝັ້ນຄົງ, ຮັກດຽວໃຈດຽວ ຈົນລົມຫາຍໃຈສຸດທ້າຍຂອງຊີວິດ. #ດ້ວຍຮັກແລະອາໄລ? …

Read More »