ເນື່ອງຈາກໃນວັນທີ 23 ກໍລະກົດ 2018 ທີ່ຜ່ານມາ ປະເທດລາວເຮົາໄດ້ເກີດໄພພິບັດສຸກເສີນລະດັບຊາດ ເຂື່ອນແຕກ ທີ່ ເມືອງ ສະໜາມໄຊ ແຂວງ ອັດຕະປື ຈຶ່ງເຮັດໃຫ້ມີປະຊາຊົນຫຼາຍພັນຄົນໄດ້ຮັບຜົນກະທົບຢ່າງໜັກ, ດັ່ງນັ້ນ ຂວັນໃຈ ເຮົາໄດ້ຕິດຕໍ່ຂໍຄຳຄິດເຫັນຈາກນັກວິຊາການຫຼາຍທ່ານຕໍ່ສະຖານະການທີ່ເກີດຂຶ້ນ ໜຶ່ງໃນນັ້ນກໍ່ຄື ຜູ້ຊ່ຽວຊານດ້ານບົດບາດຍິງຊາຍ ທ່ານ ຕິ່ງທອງ ເພັດສະວົງ ແລະ ເພິ່ນຍັງໄດ້ອອກມາສະແດງຄວາມເປັນຫວ່ງຕໍ່ບັນຫາແມ່ຍິງ ໃນສູນພັກເຊົາຊົ່ວຄາວ ອາດມີຄວາມສ່ຽງຖືກລ່ວງລະເມີດທາງເພດ ຫຼື ໃຊ້ຄວາມຮຸນແຮງໄດ້…
“ກ່ອນອື່ນຕ້ອງເຂົ້າໃຈນໍາກັນວ່າການປະເຊີນກັບໄພນໍ້າຖ້ວມເນື່ອງຈາກທໍາມະຊາດ ແລະ ອຸບັດຕິເຫດສັນເຂື່ອນແຕກ ນັ້ນມັນມີປະສົບການ, ຜົນກະທົບທາງດ້ານວັດຖຸ ແລະ ຈິດໃຈ ທີ່ແຕກຕ່າງກັນ ເພາະວ່າສ່ວນຫຼາຍນໍ້າຖ້ວມຕາມທໍາມະຊາດເນື່ອງຈາກດິນຟ້າອາກາດ ແມ່ນຍັງມີເວລາຮັບມື ຫຼື ກະກຽມຍົກຍ້າຍສິ່ງຂອງ, ສັດລ້ຽງ ແລະ ວັດຖຸອື່ນໆໄດ້ທັນ ແຕ່ອຸບັດຕິເຫດແບບບໍ່ຄິດບໍ່ຝັນ ດັ່ງເຫດການທີ່ເມືອງສະໜາມໄຊອາທິດຜ່ານມານັ້ນ ແມ່ນຮັບມືໄດ້ຍາກ ເວັ້ນເສຍແຕ່ວ່າຈະມີລະບົບແຈ້ງເຕືອນ ຫຼື ການອົບພະຍົບປະຊາຊົນຈະມີປະສິດທິພາບ ແລະ ທັນກັບເວລາ.
ເຖິງວ່າຜົນກະທົບທີ່ພວກເຮົາເຫັນຈະມີທັງຕໍ່ຊາຍ ແລະ ຍິງກໍຕາມ ແຕ່ຍ້ອນວ່າແມ່ຍິງ ແລະ ຜູ່ຊາຍປະເຊີນກັບໄພພິບັດດ້ວຍລັກສະນະທີ່ແຕກຕ່າງກັນ ເຊິ່ງເວົ້າຕາມສັບວິຊາການແລ້ວ ແມ່ນເນື່່ອງຈາກການປະຕິບັດທາງວັດທະນະທໍາ-ສັງຄົມ ແລະ ຄວາມເຊື່ອຖືຂອງແຕ່ຊົນເຜົ່າທີ່ແຕກຕ່າງກັນ ເຊິ່ງສິ່່ງເຫຼົ່ານີ້ສົ່ງຜົນໃຫ້ແມ່ຍິງ ແລະ ຜູ່ຊາຍ ມີຄວາມສ່ຽງ, ການຮັບມື ແລະ ຄວາມອາດສາມາດເອົາຕົວລອດຈາກໄພພິບັດແຕກຕ່າງກັນ ໂດຍສະເພາະແມ່ນແມ່ຍິງທີ່ທຸກຈົນ ກໍຍິ່ງມີຄວາມສ່ຽງສູງກວ່າ ເຊັ່ນວ່າ ເຮືອນຊານບ້ານຊ່ອງຂອງເຂົາເຈົ້າມັກຈະບໍ່ໄດ້ມາດຕະຖານ ອາດບໍ່ສາມາດຕ້ານທານຕໍ່ກະແສນໍ້າທີ່ຮຸນແຮງໄດ້ ຍິ່ງໄປກວ່ານັ້ນ ແມ່ຍິງທີ່ເປັນຫົວໜ້າຄອບຄົວ ຫຼື ມີລູກຫຼາຍຄົນ ແມ່ຍິງທີ່ມີຄວາມພິການ ຫຼື ເປັນຜູ່ສູງອາຍຸຍິ່ງລໍາບາກກວ່າ ອີກທັງໃນເວລາເກີດເຫດ ຫຼື ໃນໄລຍະພື້ນຟູສະພາບຄວາມເປັນຢູ່ເນື່ອງຈາກເຂົາເຈົ້າເຂົ້າເຖິງ ແລະ ມີຊັບພະຍາກອນທີ່ໜ້ອຍກ່ວາ ຖ້າທຽບໃສ່ກຸ່ມຄົນອື່ນ. ເຫຼົ່ານີ້ແມ່ນຍ້ອນມາຈາກສາຍເຫດທີ່ແມ່ຍິງ ມັກຈະເຂົ້າບໍ່ເຖິງຂໍ້ມູນຂ່າວສານ (ແມ່ຍິງຊົນເຜົ່າ ອາດເວົ້າພາສາລາວບໍ່ໄດ້), ລະດັບການສຶກສາ, ສຸຸຸຸຸຂະພາບ ແລະ ຖານະທາງດ້ານເສດຖະກິດກໍແຕກຕ່າງກັນ. ໂດຍສະເພາະ ພື້ນທີ່ສ້າງເຂື່ອນ ກໍມັກຈະຢູ່ໃນເຂດຊົນນະບົດຫ່າງໄກສອກຫຼີກ ຊຸມຊົນທີ່ຢູ່ໃກ້ເຂື່ອນກໍມັກຈະເປັນຊົນເຜົ່າທີ່ດ້ອຍໂອກາດຢູ່ແລ້ວ.
ມີບົດລາຍງານຫຼາຍສະບັບ ກ່ຽວກັບໄພພິບັດໄດ້ຊີ້ໃຫ້ເຫັນວ່າ ຜູ່ຊາຍແມ່ນສາມາດແຈ້ງໃຫ້ກັນຮູ້ ແລະ ເຕືອນໄດ້ໄວກວ່າແມ່ຍິງ ຍ້ອນວ່າຜູ່ຊາຍແມ່ນມັກຈະຢູ່ນອກບ້ານຫຼາຍກວ່າແມ່ຍິງ ເຮັດໃຫ້ເຂົາເຈົ້າຮູ້ຂໍໍ້ມູນໄດ້ໄວກວ່າ ຍົກຕົວຢ່າງ ເຫດການນໍ້າຖ້ວມໃນປະເທດ ບັງກະລາເດດ (Bangladesh) ທີ່ຜ່ານມາຊີ້ໃຫ້ເຫັນວ່າ ຍ້ອນຄວາມເຊື່ອທີ່ວ່າ ແມ່ຍິງບໍ່ສາມາດອອກເຮືອນໄດ້ ຖ້າວ່າບໍ່ໄດ້ຮັບອະນຸຍາດຈາກຜູ່ເປັນຜົວ ສະນັ້ນ ຈຶ່ງເຮັດໃຫ້ມີຕົວເລກແມ່ຍິງ ແລະ ເດັກນ້ອຍເສຍຊີວິດຫຼາຍຍ້ອນຜົວຂອງເຂົາເຈົ້າບໍ່ຢູ່ເຮືອນ ແມ່ຍິງຫຼາຍໆຄົນພຽງແຕ່ຄອງຄອຍໃຫ້ຍາດຕິພີ່ນ້ອງມາຊ່ວຍໄປໃນທີ່ປອດໄພ (ສຳລັບບ້ານເຮົາຍັງບໍ່ມີການສະຫຼຸບສະຖິຕິຍິງ-ຊາຍ ທີ່ເສຍຊີວິດຈາກເຫດການທີ່ເມືອງສະໜາມໄຊ). ອີກສາຍເຫດໜຶ່ງທີ່ເຮັດໃຫ້ແມ່ຍິງມີຄວາມສ່ຽງກວ່າຜູ່ຊາຍ ແມ່ນແມ່ຍິງຫຼາຍຄົນບໍ່ສາມາດເຂົ້າເຖິງ ຫຼື ຮຽນຮູ້ວິທີລອຍນໍ້າ ເຊິ່ງເປັນທັກສະທີ່ຈໍາເປັນຍິ່່ງ ເມື່ອເກີດເຫດນ້ໍາຖ້ວມ.
ອີກດ້ານໜຶ່ງ, ແມ່ຍິງສ່ວນໃຫຍ່ຖືກຄາດຫວັງໃຫ້ຮັບບົດບາດໃນຄົວເຮືອນ ກ່ຽວກັບວຽກບ້ານການເຮືອນ ແລະ ເບິ່ງແຍງເດັກນ້ອຍ, ຜູ່ສູງອາຍຸ, ສັດລ້ຽງ, ອາຫານ ແລະ ວັດຖຸມີຄ່າອື່ນໆ ສະນັ້ນ, ເມື່ອເກີດເຫດມາແມ່ຍິງກໍຈະຫຍຸ້ງຢູ່ກັບວຽກ ແລະ ໜ້າທີ່ຂອງຕົນແທນທີ່ຈະຕົວໜີລອດຈາກສະຖານະການ ເຊັ່ນ: ເຫດການທີ່ເມືອງສະໜາມໄຊ ນ້ຳມາຕອນກາງຄືນ ແມ່ລູກອ່ອນສ່ວນຫຼາຍພວມສົນລະວົນຢູ່ກັບລູູກນ້ອຍຂອງຕົນ.
ນອກຈາກນັ້ນ, ຄວາມຕ້ອງການຂອງແມ່ຍິງກໍແຕກຕ່າງຈາກຊາຍ ເຊັ່ນ: ເຂົາເຈົ້າຕ້ອງການສິ່ງອໍານວຍຄວາມສະດວກທີ່ສະເພາະເຊັ່ນ ຫ້ອງນໍ້າແຍກຍິງ ແຍກຊາຍ ແລະ ຜ້າອະນາໄມເວລາມີປະຈໍາເດືອນ ເຊິ່ງສິ່ງເຫຼົ່ານີ້ແມ່ນຕິດພັນກັບບັນຫາສຸຂະພາບ ແລະ ສຸຂະພາບຈະເລີນພັນນໍາອີກ. ນອກຈາກນີ້ແມ່ຍິງທີ່ຖືພາ ແລະມີລູກນ້ອຍກໍຕ້ອງໄດ້ຮັບການປະຕິບັດທີ່ສະເພາະເຈາະຈົງເຊັ່ນກັນ.
ສໍາລັບເຫດການໃນເມືອງສະໜາມໄຊທີ່ເຮົາເຫັນພາບ ແລະ ມີຂໍ້ມູນໃນປະຈຸບັນ ເຫັນໄດ້ວ່າຫຼາຍໆຄົນແມ່ນຢູ່ໃນສູນພັກພິງຊົ່ວຄາວ ແລະ ຢູູ່ຮ່ວມກັນຫຼາຍໆຄົນ ເຊິ່ງອາດເກີດບັນຫາອື່ນໆຕາມມາ ເຊັ່ນ: ພະຍາດຕິດຕໍ່ຕ່າງໆ. ນອກເໜືອຈາກປະສົບການ ແລະ ຜົນກະທົບໃນເວລາເກີດໄພພິບັດແລ້ວ ແມ່ຍິງ ໂດຍສະເພາະແມ່ຍິງໜຸ່ມຍັງມີໂອກາດປະເຊີນຄວາມສ່ຽງໃນເວລາຢູ່ສູນພັກພິງຊົ່ວຄາວ ຫາກບໍ່ໄດ້ຮັບການປະຕິບັດຢ່າງຖືກວິທີ ເຊັ່ນ: ປະເຊີນກັບການຖືກລ່ວງລະເມີດທາງເພດ, ການລວນລາມ, ຄວາມຮຸນແຮງຕໍ່ແມ່ຍິງ ຫຼື ຄວາມຮຸນແຮງທີ່ມີພື້ນຖານຈາກບົດບາດຍິງຊາຍ (Gender Based Violence) ນໍາອີກ ເຊິ່ງເຫຼົ່ານີ້ລວມເຖິງ ຄວາມຮຸນແຮງທາງດ້ານຮ່າງກາຍ, ຈິດໃຈ ແລະການເຂົ້າເຖິງສິ່ງຂອງທີ່ຖືກບໍລິຈາກມາ ເຊິ່ງສິ່ງເຫຼົ່ານີ້ສາມາດເກີດຂຶ້ນໄດ້ບໍ່ວ່າຢູ່ໃນປະເທດພັດທະນາແລ້ວ ຫຼື ກໍາລັງພັດທະນາ.
ດັ່ງນັ້ນ, ການແກ້ໄຂບັນຫາເບິື້ອງຕົ້ນແມ່ນທຸກພາກສ່ວນຕ້ອງໄດ້ເຮັດວຽກຮ່ວມກັນຢ່າງໃກ້ຊິດ ໂດຍສະເພາະແມ່ນຕ້ອງມີ ຜູ່ຊ່ຽວຊານດ້ານບົດບາດຍິງຊາຍ ທີ່ມີປະສົບການໃນວຽກຕ້ານໄພພິບັດ ເຊິ່ງຈະສາມາດຊ່ວຍຕອບສະໜອງຄວາມຕ້ອງການ ປະກອບສ່ວນທາງດ້ານວິຊາການ ແລະ ແກ້ໄຂບັນຫາໄລຍະສັ້ນໄດ້. ນອກຈາກນີ້ບັນຫາອື່ນໆເຊັ່ນການວາງແຜນໃນອະນາຄົດເພື່ອຟື້ນຟູທາງດ້ານເສດຖະກິດກໍ່ຕ້ອງໄດ້ເອົາໃຈໃສ່ເລື່ອງບົດບາດຍິງຊາຍ ລວມທັງການປົວແປງຈິດໃຈອື່ນໆອີກ”.
ບົດຄວາມ: ຕິ່ງທອງ ເພັດສະວົງ (ຜູ້ຊ່ຽວຊານບົດບາດຍິງຊາຍ)
(ຂໍຂອບໃຈຮູບປະກອບ)