Breaking News

ໄຂຄວາມຂ້ອງໃຈ! ຄວາມແຕກຕ່າງລະຫວ່າງ ເວສເທນນິ່ງ (Weight Training) vs ຄາດິໂອ (Cardio)

ແບ່ງປັນ

ເຊື່ອວ່າໝູ່ເພື່ອນຫຼາຍໆຄົນຄົງຈະ ຮັກ ແລະ ມັກ ໃນການເບິ່ງແຍງສຸຂະພາບ ຄວບຄຸມນໍ້າໜັກ ແລະ ອາຫານການກິນ ລວມເຖິງການອອກກຳລັງກາຍ ແລະ ກໍ່ຄົງຈະເຄີຍໄດ້ຍິນຄຳວ່າ ເວສເທນນິ່ງ (Weight Training) ແລະ  ຄາດິໂອ (Cardio) ມາແດ່ແລ້ວ, ແຕ່ເຄີຍສົງໃສບໍ່ວ່າການອອກກຳລັງກາຍທັງ 2 ຢ່າງນີ້ແຕກຕ່າງກັນຢ່າງໃດ ຖ້າອອກກຳລັງກາຍໄປແລ້ວຜົນທີ່ໄດ້ຈະເປັນແນວໃດ… ຖ້າຍັງບໍ່ເຂົ້າໃຈ ລອງມາໄຂຄວາມຂ້ອງໃຈກັນລອງເບິ່ງເນາະ ເອົາໃຫ້ມັນຮູ້ກັນໄປເລີຍ…

ຄວາມແຕກຕ່າງລະຫວ່າງ ເວສເທນນິ່ງ (Weight Training) vs ຄາດິໂອ (Cardio)

ເວສເທນນິ່ງ (Weight Training)

ການອອກກຳລັງກາຍແບບ  ເວສເທນນິ່ງ ຄຶ ການກະຊັບກ້າມຊີ້ນ ເຮັດໃຫ້ກ້າມຊີ້ນຂອງເຮົາເບິ່ງເປັນຮູບເປັນຮ່າງ ແລະ ເຫັນແຈ້ງຍິ່ງຂຶ້ນ ເຊິ່ງການອອກກຳລັງກາຍແບບ  ເວສເທນນິ່ງ ໄດ້ແກ່: ການຊິດອັບ ຄຣັ້ນ ລວມເຖິງການເຝິກກັບອຸປະກອນອອກກຳລັງກາຍຊະນິດຕ່າງ ເຊັ່ນ ດຳເບວ ເປັນຕົ້ນ…

ຄາດິໂອ (Cardio)

ສ່ວນການອອກກຳລັງກາຍແບບ ຄາດິໂອ ຈະເປັນການເຜົາຜານໄຂມັນ ກຳຈັດໄຂມັນສ່ວນເກີນທີ່ຢູ່ໃນຮ່າງກາຍອອກມາ ໂດຍຈະເນັ້ນໄປທີ່ການຫຼຸດຕາມສັດສ່ວນຕ່າງໆ ຂອງຮ່າງກາຍ ໄດ້ແກ່ ຕົ້ນຂາ ຕົ້ນແຂງ ທ້ອງ ນອກຈາກນີ້ການຄາດິໂອຍັງຊ່ວຍໃນການກະຕຸ້ນການໄຫຼວຽນໂລຫິດ ສ້າງກ້າມຊີ້ນຂອງຫົວໃຈໃຫ້ແຂງແຮງ ການຄາດິໂອມີຫຼາຍວິທີເຊັ່ນ: ການແລ່ນ ການຍ່າງໄວ ການຖີບລົດຖີບ ລອຍນໍ້າ ແລະ ການເຕັ້ນເປັນຕົ້ນ…

ເປັນແນວໃດແດ່ ໄດ້ຮູ້ກັນໄປແດ່ແລ້ວ ກໍ່ຢ່າລຶມໄປປະຕິບັດ ແລະ ເບິ່ງແຍງສຸຂະພາບຂອງຕົນເອງໃຫ້ແຂງແຮງ ແລະ ການອອກກຳລັງກາຍທີ່ດີ ຕ້ອງຄວບຄູ່ໄປກັບການຄວບຄຸມອາຫານ ກິນອາຫານທີ່ມີປະໂຫຍດ ຫຼຸດຫວານ ມັນ ເຄັມ, ພຽງແຕ່ເທົ່ານີ້ໍກໍ່ຈະເຮັດໃຫ້ໝູ່ເພື່ອນທຸກໆຄົນມີສຸຂະພາບທີ່ດີສົມບູນແຂງແຮງ ເຮັດໃຫ້ເຮົາໄດ້ຢູ່ກັບຄົນທີ່ເຮົາຮັກໄປດົນໆ.

ທີ່ມາ: Mthai

ແບ່ງປັນ