5 ທ່າອອກກໍາລັງກາຍຫຼຸດພຸງໃຫ້ແບນລຽບງ່າຍໆ ຟິດໜ້າທ້ອງໃຫ້ປັງໄດ້ໃນ 5 ນາທີ
ສໍາລັບໃຜທີ່ຢາກຫຼຸດພຸງ ມື້ນີ້ ວາລະສານຂັວນໃຈ ໄດ້ນໍາເອົາເຄັດລັບໃນການຫຼຸດພຸງມາຝາກ ແລະ ວິທີເຮັດກໍງ່າຍໆດັ່ງນີ້:
- ທ່າທີ 1 Basic Crunches.
- ນອນຕັ້ງເຂົ່າເທິ່ງເສື່ອໂຍຄະ.
- ຢຽດແຂນຊື່ໃຫ້ຂະໜານກັບຕົ້ນຂາທີ່ຕັ້ງໄວ້.
- ອອກແຮງຍົກບ່າໄຫຼ່ທັງສອງຂ້າງໃຫ້ພົ້ນຈາກພື້ນ ເກັງໜ້າທ້ອງແລ້ວເອົາມືທັງສອງໄປແຕະຫົວ ຈາກກັບກັບສູ່ທ່າເລີ່ມຕົ້ນ ແລະ ເຮັດຊໍ້າໄປມາຈົນຄົບ 40 ວິນາທີແລ້ວພັກ 20 ວິນາທີ ກ່ອນເລີ່ມທ່າໃໝ່.
- ທ່າທີ 2 Toe Dip.
- ນອນຕັ້ງເຂົ່າເທິ່ງເສື່ອໂຍຄະ ແຂນທັງສອງວາງຂ້າງລໍາຕົວ.
- ອອກແຮງຍົກຂາຂຶ້ນພ້ອມກັນທັງສອງຂ້າງ ບ່ອນນີ້ຈະຢຽດຂາໃຫ້ຊື່ ຫຼື ບໍ່ກໍໄດ້.
- ຄ່ອຍໆປ່ອຍຂາກັບສູ່ທ່າເກົ່າ ແລະ ເຮັດຕໍ່ໄປຈົນຄົບ 40 ວິນາທີແລ້ວພັກ 20 ວິນາທີ.
- ທ່າທີ 3 Hand to Toe Touch.
- ນອນແນບຢູ່ເທິ່ງເສື່ອໂຍຄະ ຢຽດແຂນໄປທາງຫົວ ແລະ ຢຽດຂາໃຫ້ຊື່.
- ເກັງຕົນຕົວຍົກແຂນຊ້າຍ ແລະ ແຂນຂວາຂຶ້ນມາແຕະກັນ ຈາກນັ້ນປ່ຽນເຮັດອີກຂ້າງ ເຮັດໃຫ້ຄົບ 40 ວິນາທີແລ້ວພັກ 20 ວິນາທີ.
- ທ່າທີ 4 Russian Twist.
- ນັ່ງຕັ້ງເຂົ່າເທິ່ງເສື່ອໂຍຄະ ເອນຫຼັງຄ້າຍຄືກັບນັ່ງອີງຕັ່ງ ຫຼື ອີງຝາ ມືທັງສອງປະສານກັນໄວ້ເທິ່ງໜ້າເອິກ.
- ໝຸນລໍາຕົວສ່ວນເທິ່ງໄປດ້ານຂ້າງໂດຍພະຍາຍາມໃຫ້ລໍາຕົວພາກສ່ວນລຸ່ມໄດ້ເຄື່ອນໄຫວໜ້ອຍທີ່ສຸດ.
- ທ່າທີ 5 Plank.
- ນອນຄວໍ່າໜ້າແນບໄປເທິ່ງເສື່ອໂຍຄະ.
- ຕັ້ງເຂົ່າຂຶ້ນໃນແນວສາກ ຢຽດຕີນອອກໃຫ້ຊື່.
- ຍົກລໍາຕົວຂຶ້ນມາໃນທ່າແພລງ ໂດຍພະຍາຍາມໃຫ້ລໍາຕົວຂະໜານໄປກັບພື້ນ ບໍ່ງໍກົ້ນໂດ່ງຂຶ້ນໄປ ແລະ ບໍ່ຫຍ່ອນກົ້ນເກີນໄປ.
- ເຮັດທ່າແພລງຄ້າງໄວ້ໃຫ້ຄົບ 40 ວິນາທີແລ້ວພັກ 20 ວິນາທີ ແລະ ຈົບດ້ວຍທ່າຢືດຢຽດຮ່າງກາຍປິດທ້າຍ.