Breaking News

kuanjai01

Diana Trujillo ຈາກອະດີດຄົນລ້າງຫ້ອງນໍ້າ!!! ສູ່ຜູ້ອໍານວຍການດ້ານການບິນຂອງນາຊ່າ…

ໃຜຈະຮູ້ວ່າເບື້ອງຫຼັງຄວາມສໍາດເລັດຂອງນາຊ່າການນໍາຍານລົງຈອດເທິງດາວອັງຄານໄດ້ນັ້ນ ສ່ວນໜຶ່ງມາຈາກເດັກຍິງທີ່ເວົ້າພາສາອັງກິດບໍ່ໄດ້ ແຕ່ກໍຍັງຕິດສິນໃຈເດີນທາງເຈົ້າສະຫະລັດອາເມລິກາເພຶ່ອເດີນຕາມຄວາມຝັນ ໄດອານາ ໃຫ້ສໍາພາດວ່າ ລາວເຕີບໂຕມາໃນຄອບຄົວທີ່ຜູ້ຊາຍເປັນໃຫຍ່ ແລະ ຜູ້ຍິງຕ້ອງຢູ່ບ້ານເພື່ອດູແລຄອບຄົວ ທີ່ຄອຍປະຕິບັດສາມີເທົ່ານັ້ນ ການທີ່ໄດ້ກ້າວມາຢູ່ໃນຈຸດນີ້ກໍເພື່ອຕ້ອງການພິສູດໃຫ້ຄົນອື່ນເຫັນວ່າພວກເຂົາຄິດຜິດ ສັງຄົມທີ່ລາວເຕີບໃຫຍ່ມານັ້ນ ບໍ່ກ້າແຕ່ຈະມີຄວາມຝັນ ເພາະສັງຄົມ ແລະ ສະພາບແວດລ້ອມເຮັດໃຫ້ຮູ້ສຶກວ່າບໍ່ຢາກມີອານາຄົດ ໄດອານາ ຢາກໃຫ້ຕົວເອງເປັນແຮງບັນດານໃຈໃຫ້ກັບເດັກທຸກຄົນ. ໄດອານາ ເປັນແມ່ຍິງທີ່ເວົ້າພາສາອັງກິດບໍ່ໄດ້ແຕ່ກໍຍັງຕິດສິນໃຈເຂົ້າມາສຶກສາ ແລະ ຍັງມີເງິນຕິດຕົວພຽງແຕ່ 9,000 ບາດ ແຖມຍັງເຮັດວຽກເປັນຄົນລ້າງຫ້ອງນໍ້າເພື່ອສົ່ງເສີມຕົວເອງຮຽນ ຈົນໃນທີ່ສຸດກໍໄດ້ເຂົ້າສຶກສາທີ່ ມະຫາວິທະຍາໄລ ຟໍລິດາ ໃນວິຊາເອກວິສາວະກໍາການບິນ ແລະ ອາວາກາດ ເຊຶ່ງເປັນພຽງແມ່ຍິງຄົນທໍາອິດຂອງຊາວລະຕິນທີ່ເຊົ້າສຶກສາໃນດ້ານນີ້ ໄດອານາ ໄດ້ຮັບການສະໜັບສະໜຸນຈາກອາຈານໃຫ້ສະໝັກເຂົ້າຮຽນໃນສະຖາບັນ NASA Academy ແລະ ແນ່ນອນວ່າ ໄດອານາ ເຮັດໃຫ້ນາຊ່າຕັດສິນໃຈຮັບຮອງເອົາເຂົ້າເຮັດວຽກທັນທີຫຼັງຮຽນຈົບ ດ້ວຍຄວາມມຸ້ງໝັ້ນບວກກັບຄວາມສາມາດທີ່ເຮັດໃຫ້ໄດ້ເຂົ້າຮ່ວມໂຄງການຕ່າງໆທີ່ສໍາຄູຄັນຫຼາຍໂດຍສະເພາະໂຄງການຍານສໍາຫຼວດ Perseverance ของ NASA ທີ່ ໄດອານາ ໄດ້ຮັບໜ້າທີ່ເປັນຜູ້ອໍານວຍການດ້ານການບິນ ໃນການສົ່ງຍາານອອກໄປເພື່ອສໍາຫຼວດດາວອັງຄານ. ຍານສໍາຫຼວດ (Perseverance Mars …

Read More »

ວິທີແກ້ໄຂບັນຫາໃນການເບື່ອວຽກ ແລະ ເຮັດວຽກຢ່າງບໍ່ມີຄວາມສຸກ…

ໃນປັດຈຸບັນເຊື່ອວ່າມີຄົນຈໍານວນບໍ່ໜ້ອຍທີ່ກຳລັງພົບພໍ້ກັບບັນຫາການເບື່ອຫຼືບໍ່ມີຄວາມສຸກຢູ່ທີ່ບ່ອນເຮັດວຽກຫຼາຍໆຄົນທີ່ຕົກຢູ່ໃນສະພາວະນີ້ຈົນຕ້ອງລາອອກຈາກບ່ອນເຮັດວຽກແຕ່ສໍາລັບບາງຄົນຖ້າເຈົ້າມີແຜນທີ່ຈະລາອອກຫຼືມີວຽກບ່ອນໃຫມ່ລໍຖ້າຢູ່ກໍແລ້ວໄປແຕ່ຖ້າເຈົ້າຕ້ອງການລາອອກມາແລ້ວຕ້ອງເລີ່ມຊອກວຽກໃຫມ່ເສັ້ນທາງຂອງເຈົ້າຍັງບໍ່ເຫັນແສງສະຫວ່າງບ່ອນໃດເລີຍຖ້າເປັນແບບນີ້ຢາກແນະນໍາໃຫ້ເຮັດວຽກບ່ອນເກົ່າຕໍ່ໄປເພາະວ່າຢ່າງໜ້ອຍເຈົ້າຈະມີບັນຫາດຽວຄືເລື່ອງວຽກແຕ່ເຈົ້າຈະບໍ່ມີບັນຫາເລື່ອງເງິນມື້ໃດທີ່ເຈົ້າລາອອກມາບັນຫາເລື່ອງເງິນອາດຈະເກີດຂຶ້ນແນ່ນອນມື້ນີ້ຂວັນໃຈມີວິທີແກ້ໄຂບັນຫາການເບື່ອແລະບໍ່ມີຄວາມສຸກໃນການເຮັດວຽກມາແນະນໍາ!!! ຮັກວຽກທີ່ເຮັດ ເວົ້າງ່າຍແຕ່ເຮັດຍາກ ຫຼືບໍ ຄົນທີ່ກຳລັງເບື່ອວຽກຂະໜາດ ຈະຮັກວຽກທີ່ກຳລັງເຮັດແນວໃດ ຢ່າຟ້າວໝົດຫວັງ ການທີ່ເຮົາຮັກວຽກໄດ້ ກໍຕ້ອງຫາຂໍ້ດີໃນການເຮັດວຽກໃຫ້ໄດ້ກ່ອນບໍ່ວ່າຈະເປັນ:  ເປັນແຫຼ່ງທີ່ມາຂອງລາຍໄດ້: ວຽກນີ້ແມ່ນບໍທີ່ສາມາດລ້ຽງເຈົ້າ ຫຼືຄອບຄົວເຈົ້າໄດ້ ຖ້າຂາດວຽກນີ້ໄປແລ້ວເຈົ້າຈະເອົາເງິນມາແຕ່ໃສໃຊ້ຈ່າຍ ແລ້ວຄົນໃນຄອບຄົວເດຈະເປັນແນວໃດ ຄິດເບິ່ງດີໆຖ້າເຈົ້າລາອອກຈາກວຽກ ຈະຕ້ອງໃຊ້ເວລາດົນປານໃດ ມີໝູ່ຮ່ວມງານທີ່ເຮົາຮັກ: ແນ່ນອນວ່າວຽກຂອງເຈົ້າມີໝູ່ຮ່ວມງານຫຼາຍແນ່ນອນ ເຈົ້າບໍ່ຢາກເຫັນເຂົາທຸກມື້ບໍ ຮັກວຽກສາ!ໃນລະຫວ່າງເຈົ້າເຮັດວຽກກໍໄດ້ຢູ່ກັບຄົນທີ່ຮັກ.  ເປັນວຽກທີ່ຖືກກັບສາຍທີ່ເຈົ້າຮຽນມາ ເຫັນບໍ? ມີຄົນອີກຫຼາຍຄົນທີ່ບໍ່ໄດ້ເຮັດວຽກຕາມສາຍວິຊາທີ່ຮຽນມາ ເຈົ້າມີສິ່ງດີໆຢູ່ແລ້ວຈະໜີໃນສິ່ງທີ່ຮັກໄປໃສ 2. ໃຫ້ເຫັນຄຸນຄ່າຂອງວຽກທີ່ເຮັດວຽກນີ້ບໍ່ແມ່ນຫວາທີ່ເຈົ້າຕ້ອງຍາດຊີງມາຈາກຜູ້ສະມັກຄົນອື່ນ ມັນເປັນວຽກທີ່ເຈົ້າຕ້ອງການເຮັດຫຼາຍ ເມື່ອຮຽນຈົບມາເຈົ້າກໍມຸ່ງມາຫາວຽກນີ້ ເມື່ອເຈົ້າໄດ້ເຮັດແລ້ວເປັນຫຍັງຈື່ງເບືີ່ອວຽກນັ້ນ ເປັນຫຍັງຈື່ງຢາກລາອອກ ເປັນຫຍັງເຈົ້າຄືບໍ່ຮັກວຽກນີ້ຕໍ່ໄປ ຕັ້ງໃຈເຮັດວຽກໃຫ້ດີທີ່ສຸດ ບໍ່ແນ່ມັນອາດຈະສົ່ງຜົນດີໆກັບມາກໍໄດ້ 3. ເບິ່ງຄົນທີ່ດ້ອຍກວ່າ ຕໍາແຫນ່ງໃນປັດຈຸບັນຂອງເຈົ້າເປັນແນວໃດ ຕໍາແໜ່ງດີບໍ ມີຄົນທີ່ໄດ້ຕໍາແຫນ່ງນ້ອຍກວ່າເຈົ້າຫຼາຍຄົນບໍ ເງິນເດືອນຂອງພວກເຂົາໜ້ອຍກວ່າເຈົ້າບໍ ເຈົ້າເຮັດວຽກສະບາຍກວ່າຄົນອື່ນບໍ ຖ້າຄໍາຕອບຄື ເຈົ້າກຳລັງຢູ່ເໜືອກວ່າຄົນອື່ນອີກຫຼາຍຄົນ ແລ້ວເປັນຫຍັງເຈົ້າຕ້ອງເບື່ອ ເປັນຫຍັງເຈົ້າຄືບໍ່ມີຄວາມສຸກ ທັ້ງທີ່ຄົນເຫຼົ່ານັ້ນຍັງທົນໄດ້ ແລ້ວເປັນຫຍັງເຈົ້າຈະຮັກ ແລະ ພູມໃຈວຽກຂອງຕົນເອງບໍ່ໄດ້ ຢ່າລືມເດີວ່າຖ້າເຈົ້າອອກມາຄົນອື່ນກໍລໍຖ້າແທນທີ່ຕໍາແຫນ່ງວຽກງານຂອງເຈົ້າຢູ່ 4. ຫາສາເຫດໃຫ້ໄດ້ວ່າເຈົ້າເບື່ອວຽກຍ້ອນຫຍັງ  – ຫົວໜ້າໃຫ້ວຽກຫຼາຍເກີນໄປ: ວິທີແກ້ບັນຫາ ລອງເຂົ້າໄປລົມກັບຫົວໜ້າໂດຍກົງວ່າວຽກທີ່ໃຫ້ມານີ້ຫຼາຍເກີນໄປ ສໍາລັບຄົນໆດຽວທີ່ຈະເຮັດໄດ້ …

Read More »

ຍິນດີນໍາ!!! ຄຣິສຕິນ່າ ທີ່ໄດ້ຕໍາແໜ່ງ Miss Universe Lao ງາມສົມມົງອີຫຼີ!!!

ເປັນອີກໜຶ່ງຂ່າວທີ່ໜ້າຕິດຕາມ ແລະ ເປັນກະແສໃນຕອນນີ້ ສຳລັບວົງການນາງງາມ ຫຼ້າສຸດກໍໄດ້ມີການປະກາດຢ່າງເປັນທາງການ ໃນວັນທີ 15 ມີນາ 2021 Miss Universe Laos ຈະແມ່ນໃຜບໍ່ໄດ້ ຕ້ອງສາວຄົນນີ້ ຄຣິສຕິນ່າ ລາສະສິມມາ ໃນທີ່ສຸດສິ່ງທີ່ຕັ້ງໃຈ ແລະ ຄວາມຝັນກໍກາຍເປັນຈິງ. ຫຼັງຈາກມີຂ່າວລືວ່າມົງກຸດ Miss Universe Laos ຕົກເປັນຂອງຄຣິສຕິນາ ລາສະສິມມາແທ້ ຫຼືບໍ່? ສຳລັບຄຣິສຕິນ່າ ແມ່ນຕົວແທນປະເທດລາວ ໃນການປະກວດ Miss Universe Laos ທີ່ລັດຟລໍຣິດາ ຢູ່ສະຫະລັດ ອາເມຣິກາ ເຊິ່ງປີນີ້ບໍ່ໄດ້ມີການຈັດການປະກວດ ໃນປະເທດ ໂດຍຈະມີການແຕ່ງຕັ້ງ Miss Universe Laos 2021 ຖືໄດ້ວ່າຄຣິສຕິນ່າເປັນໂຕເກັງ ແລະ ຊາວລາວກໍເຊຍແບບສຸດໃຈອີຫຼີ ສໍາລັບສາວຄົນນີ້ ຍ້ອນຄວາມສາມາດ ບຸກຄະລິກ ແລະ ໜ້າຕາທີ່ຈະສາມາດໄປປະຊັນຄວາມງາມໃນເວທີລະດັບໂລກ …

Read More »

ຍິນດີນໍາ!!! ໝຸ່ມ ນັດ ເທບຫັດດິນ ແລະ ສາວ ນານ່າ ລັນຍາ ອອກມາແລ້ວທາຍາດຄົນທໍາອິດຂອງຕະກຸນ….

ຄົງຈະບໍ່ມີໃຜທີ່ຈະບໍ່ຮູ້ຈັກໝຸ່ມ ນັດ ເທບຫັດດິນ ນັກສະແດງໝຸ່ມຫຼໍ່ລະດັບແຖວໜ້າຂອງປະເທດໄທທີ່ເຕັມໄປດ້ວຍຄວາມສາມາດທີ່ຫຼາກຫຼາຍ ແລະ ມີຜົນງານໃນວົງການບັນເທີງຫຼາຍຢ່າງບໍ່ວ່າຈະເປັນການສະແດງເອັມວີເພລງ, ຊີລີ ແລະ ຮູບເງົາ… ເລື່ອງ ເຣຍາ, ພູສລັດຕິການ, ຮັກແລກພົບ… ມື້ນີ້ແອັດຈະພາທຸກຄົນໄປເບິ່ງລູກສາວຂອງ ພໍ່ ນັດ ແລະ ແມ່ ນານ່າ ວ່າຈະໜ້າຮັກ ແລະ ເປັນຕາແພງຊໍ່າໃດ!!! ໄປເບິ່ງນໍາກັນເລີຍ… ອອກມາແລ້ວ!!! ນ້ອງ Nayla ຂອງພໍ່ ນັດ ແລະ ແມ່ ນານ່າ ໜ້າຮັກຫຼາຍ….

Read More »

ແທ້ ຫຼືບໍ່? ຄຣິສຕິນ່າ ຄືນາງງາມຕົວແທນສາວລາວຈະໄປປະກວດເວທີ Miss Universe ທີ່ປະເທດອາເມຣິກາ ຄົນຕໍ່ໄປ…

ແຟນໆນາງງາມລຸ້ນຢ່າງໜັກວ່າ ຄຣິສຕິນາ ລາສະສິມມາ ຈະເປັນ Miss Universe Laos ຄົນຕໍ່ໄປ ຫຼືບໍ່?? ທີ່ຈະໄປປະກວດເວທີ Miss Universe ທີ່ປະເທດອາເມຣິກາ ຫຼາຍຄົນຄົງຈະຮູ້ຈັກກັນດີ ກັບສາວຄົນນີ້ ນາງສາວລາວ ປີ 2012 ເປັນນາງງາມ ສູ່ນາງແບບທີ່ມີຄວາມສາມາດ ແລະ ຢູ່ວົງການບັນເທິງມາແບບຍາວນານອີກຄົນໜຶ່ງສໍາລັບສາວຄົນນີ້ ຄຣິສຕີນ່າ ລາດສະສິມມາ ທີ່ເລີ່ມກ້າວເຂົ້າສູ່ວົງການໂດຍການເປັນ Miss Laos 2012 ແລະ ກໍໄດ້ຜັນຕົວເອງມາເປັນນາງແບບຢູ່ຄູ່ວົງການມາດົນນານ ແລະ ທັກສະໃນສາຂາອາຊີບກໍນັບມື້ນັບພັດທະນາຂຶ້ນ ຄືກັບຄວາມງາມຂອງນາງ ຢືນຢັນໄດ້ຈາກລາງວັນທີ່ໄດ້ຮັບຫຼາກຫຼາຍໃນປີ 2019 – 2020 ທີ່ຜ່ານມາ!!! ອາດຈະມີການປະກາດຜົນ ວັນທີ 15 ມີນາ ນີ້ ກຽມມາລຸ້ນນໍາກັນເລີຍ!!! ວ່າມົງຈະລົງສາວງາມຄົນນີ້ບໍ່???

Read More »