ເບິ່ງແຕ່ບຸກຂະລິກພາຍນອກເຫັນ ສຸດາ ວັນທອງທິບ ເປັນສາວຮຽບຮ້ອຍ ໜ້າຕາຫວານໆ ໃຜລະຈະຄິດວ່ານາງຈະມີຄວາມໜ້າຮັກ ຂີ້ດື້ ແຖມຕະຫຼົກເຮຮາ ຈີກອອກຈາກຄາເລັກເຕີ້ເກົ່າໆຂອງນາງໄປເລີຍ, ຊ່ວງຫຼັງໆມານີ້ ສຸດາ ນາງກໍ່ປ່ອຍຄລິບ ເຮຮາ ໜ້າຮັກໆມາໃຫ້ແຟນໆໄດ້ອົມຍິ້ມກັນເລື້ອຍໆ… ລະຫວ່າງພັກກອງ ພວກເຮົາກະເລີຍຫໍ່ມົກຄາຍຄຽດ5555#ระหว่างพักกองเราก็ห่อมกกัน???#คายเคียดเตีมพลัง???? โพสต์โดย Souda Vanthongthip เมื่อ 10 พฤษภาคม 2018 โพสต์โดย Souda Vanthongthip เมื่อ 23 พฤษภาคม 2018 โพสต์โดย Souda Vanthongthip เมื่อ 23 พฤษภาคม 2018 ນີ້ເປັນພຽງແຕ່ຄລິບບາງສ່ວນທີ່ ຊະນີIndy ເອົາມາຝາກແຟນໆ ສ່ວນໃຜຢາກເບິ່ງແບບເຕັມໆກໍ່ສາມາດເຂົ້າໄປເບິ່ງທີ່ ເຟສບຸກ Souda Vanthongthip ກັນໄດ້ ຮັບຮອງໜ້າຮັກ ແຖມຮາອີກເດີ້ແຟນໆ ໃຜຈະຢາກເຊື່ອເຫັນ ສາວ ສຸດາ ໜ້າຫວານ …
Read More »pou peng
ໄປທ່ຽວນຳກັນບໍ່? ແບກໃຈໄປຖິ້ມໄວ້ ວັງວຽງ…3 ມື້ 2 ຄືນ (ເດີນທາງຕອນແລງວັນສຸກ ກັບຕອນແລງວັນອາທິດ)
Hello ໝູ່ເພື່ອນຊ່ວງນີ້ເຫັນຫຼາຍຄົນຈົ່ມວ່າ ເຊັງ ຄຽດຈາກວຽກ-ການຮຽນ ແຟນຖິ້ມ ອົກຫັກ ໝູ່ບໍ່ຫຼິ້ນນໍາ (ເອົ້າໆໆ! ງານດຣ່າມ່າກໍ່ມາ 555) ຢ່າເດີ້!!! ເຂດນີ້ເປັນເຂດງົດເລື່ອງດຣ່າມ່າ ເພາະເປັນເຂດທີ່ມີແຕ່ຄວາມສະບາຍ ງົດເລື່ອງວຽກ-ເລື່ອງຮຽນ ໃຜທີ່ອົກຮັກແຟນບໍ່ຮັກກໍ່ບໍ່ຕ້ອງເສົ້າເພາະ ຂວັນໃຈ ເຮົາຈະພາໄປທ່ຽວທີ່ ເມືອງ ວັງວຽງ ແຂວງ ວຽງຈັນ ເປັນດິນແດນສວຍງາມ ສະຖານທີ່ທ່ອງທ່ຽວຍອດຮິດ ແລະ ສຳຄັນຂອງປະເທດລາວ. ຫຼັງຈາກທີ່ເມື່ອຍຈາກການເຮັດວຽກຫຼືການຮຽນອັນຕຶງຄຽດ ແຕ່ບໍ່ຢາກເດີນທາງໄກ ບໍ່ຢາກໃຊ້ເວລາຫຼາຍມື້ ຢາກທ່ຽວທຳມະຊາດ ແລະ ໂດດນໍ້າໄປພ້ອມໃນເວລາດຽວກັນ ຂວັນໃຈ Travel ເລີຍຂໍເອົາໃຈໝູ່ເພື່ອນທີ່ກຳລັງວາງແຜນທີ່ຈະທ່ຽວ ມີຄວາມຢາກໄປທ່ຽວພັກໃຈ ພັກກາຍແຕ່ມີວັນພັກກໍ່ດັນມີແບບຈຳກັດເຫຼືອເກີນ, ດັ່ງນັ້ນ ແນະນຳເລີຍ ວັງວຽງ ອອກເດີນທາງຕອນແລງວັນສຸກ ກັບມາຕອນແລງວັນອາທິດ ໃຊ້ເວລາເດີນທາງດ້ວຍລົດສ່ວນຕົວປະມານ 2 ຊົ່ວໂມງປາຍກໍຮອດແລ້ວ ແຕ່ຖ້າເປັນລົດໂດຍສານກໍເກີນ 3-4 ຊົ່ວໂມງແນ່ນອນ ແຖມມີກິດຈະກຳຜະຈົນໄພ ແລະ ມີແຫຼ່ງທ່ອງຫຼາຍແຫ່ງໃຫ້ຫຼິ້ນຈົນບາງເທື່ອອາດຈະລືມມື້ກັບພຸ້ນໄດ໋… …
Read More »ຕຸລີ່ ບິດາລັກ ດຽວນີ້ຈັດວ່າເດັດ ເຜັດກວ່າເກົ່າ ເຊັກຊີ່ຂຶ້ນເປັນກອງ
ການເວລາບໍ່ສາມາດເຮັດຫຍັງ ຕຸລີ່ ບິດາລັກ ສີອັກຄະພົມ ນັກຮ້ອງ-ພິທີກອນຊື່ດັງ ດຽວນີ້ຂໍບອກວ່າສາວຄົນນີ້ຜ່ານໄປຈັກປີນາງກໍ່ຍັງຄົງຄວາມເປັນຕົວຂອງຕົວເອງ ມີເອກກະລັກໂດດເດັ່ນ ແລະ ບອກເລີຍດຽວນີ້ນາງເຊັກຊີ່ຂຶ້ນເປັນກອງ… ສຳລັບ ຕຸລີ່ ບິດາລັກ ປັດຈຸບັນອາຍຸ 30 ປີ ສາວຄົນເກັ່ງຫຼາກຫຼາຍຄວາມສາມາດຈາກ ນະຄອນຫຼວງພະບາງ ເປັນອີກໜຶ່ງສາວທີ່ເດີນທາງຢູ່ໃນວົງການບັນເທິງມາຫຼາຍປີ ເປັນນັກຮ້ອງທີ່ມີນໍ້າສຽງທີ່ເປັນເອກະລັກ ແຖມມີຄວາມສາມາດຫຼາຍດ້ານ, ເລີ່ມເຂົ້າວົງການບັນເທີງດ້ວຍຄວາມມັກຮັກໃນການຮ້ອງເພງ ແລະ ມີຄວາມສາມາດຂຽນເນື້ອເພງ ໃສ່ທຳນອງເອງ ແລະ ດ້ວຍພອນສະຫວັນ ບວກພອນສະແຫວງ ຈຶ່ງເຮັດໃຫ້ ຕຸລີ່ ອອກອາລະບໍ້າທຳອິດໃນປີ 2008 ເພງຂອງນາງກໍ່ເອີ້ນໄດ້ວ່າມີເພງທີ່ຮິດຕິດຫູແຟນໆຫຼາຍຕໍ່ຫຼາຍເພງ ຮອດປັດຈຸບັນຜົນງານເພງຂອງນາງກໍ່ມີເຖິງ 30 ກວ່າເພງແລ້ວ ແລະ ຮັບຮອງວ່ານາງຈະມີຜົນງານມາຝາກແຟນໆເລື້ອຍໆແນ່ນອນ. ຮູບພາບຈາກ: target magazine , Bidalack Syackhaphom
Read More »ດວງປະຈໍາວັນ ພະຫັດ, ວັນທີ 24 ພຶດສະພາ 2018.
• ວັນອາທິດ. ການເງິນ: ລະວັງພົບຄົນອື່ນເອົາປຽບເລື່ອງການເງິນ ວຽກງານ: ວຽກຫຼາຍ ແລະ ມີເກນພົບຄູ່ແຂ່ງ ທ່ານເລີຍຕ້ອງສ້າງຜົນງານເຂົ້າສູ້ ຄວາມຮັກ: ຄົນໂສດ ມີເກນພົບຄົນບໍ່ຈິງໃຈ ດັ່ງນັ້ນກ່ອນຈະຮັກໃຜຄວນພິຈາລະນາໃຫ້ດີໆ ສ່ວນຄົນມີຄູ່ ເໝືອນລີ້ນກັບແຂ້ວຢູ່ໃກ້ກັນເທື່ອໃດຜິດຖຽງກັນເທື່ອນັ້ນ • ວັນຈັນ. ການເງິນ: ຈະມີເລື່ອງດີໆເຂົ້າມາເຊັ່ນ: ມີລາຍໄດ້ຫຼາຍຂຶ້ນ, ມີໂຊກຈາກຜູ້ໃຫຍ່ ວຽກງານ: ອຸປະສັກທີ່ມີຈະຄ່ອຍໆຫາຍໄປ ຮູ້ສຶກວ່າເຮັດວຽກຢ່າງມີຄວາມສຸກຫຼາຍຂຶ້ນ ຄວາມຮັກ: ຄົນໂສດ ມີເກນວ່າຈະຖືກຕົວະ ຄົນທີ່ເຂົ້າມາລົມເຂົາຫວັງສິ່ງອື່ນຫຼາຍກວ່າຄວາມຮັກ ສ່ວນຄົນມີຄູ່ ແຟນປ່ຽນໄປ ຈົນທ່ານສົງໄສວ່າເຂົາຈະມີຄົນອື່ນແຕ່ກໍຈັບບໍ່ໄດ້ຈັກເທື່ອ • ວັນອັງຄານ. ການເງິນ: ບໍ່ຄ່ອຍດີ ມີເກນເສຍເງິນຍ້ອນເລື່ອງບໍ່ເປັນເລື່ອງ ວຽກງານ: ມີພາລະວຽກຫຼາຍຂຶ້ນ ແລະ ເຈົ້ານາຍຍັງມອບວຽກໃຫ້ຫຼາຍເປັນພິເສດ ຄວາມຮັກ: ຄົນໂສດ ມີເກນພົບຮັກສາມເສົ້າ ເພາະໄປເປັນກິກກັບຄົນມີເຈົ້າຂອງແລ້ວ ສ່ວນຄົນມີຄູ່ ແມ່ນວ່າຈະຮັກແຟນ ແຕ່ກໍແອບຫວັ່ນໄຫວໄປກັບຄົນອື່ນ • ວັນພຸດ. ການເງິນ: …
Read More »ໄດ້ແລ້ວ! ງາມມີຄວາມເໝາະສົມ Miss USA 2018.
ຜ່ານພົ້ນກັນແບບສົດໆຮ້ອນໆ ສຳລັບເວທີການປະກວດ Miss USA 2018 ແລະ ກໍ່ຄົງຈະໄດ້ຮູ້ກັນແດ່ແລ້ວວ່າສາວງາມຄົນທີ່ຄວ້າມົງກຸດໃນປີນີ້ກໍ່ຄື ຊ່າຣ່າ ໂຣດ ຊໍາເມີ (Sarah Rose Summers) ສາວງາມຈາກ ລັດເນບຣາດກຣາ ( Nebraska ) ອາຍຸ 23 ປີ ເອົາຊະນະສາວງາມທີ່ເຂົ້າປະກວດເຖິງ 50 ສາວງາມກັນເລີຍ!!! ໃນຄໍ່າຄືນຂອງການປະກວດນອກຈາກຄວາມງາມ ບຸກຂະລິກໂດດເດັ່ນ ຊ່າຣ່າ ໂຣດ ຊໍາເມີ ກໍ່ໄດ້ເອົາຊະນະໃຈກຳມະການດ້ວຍການຕອບຄໍາຖາມຢ່າງສະຫຼາດວ່ອງໄວ ເຊິ່ງຄຳຖາມຂອງ ຊ່າຣ່າ ກໍ່ຄື:ຖ້າເຈົ້າໄດ້ໄປເດີນຂະບວນປະທ້ວງສິ່ງໃດສິ່ງໜຶ່ງ ແລ້ວມີຄົນຍື່ນປ້າຍສີຂາວໃຫ້ ເຈົ້າຈະຂຽນຫຍັງ?ແລະນາງກໍ່ໄດ້ຕອບຄຳຖາມໃນເທື່ອນີ້ວ່າ “ຂ້ອຍຈະຂຽນວ່າ ຈົ່ງສະແດງສຽງຂອງເຈົ້າ ຈົ່ງອອກໄປເວົ້າກັບຜູ້ຄົນ ເມື່ອໃດກໍ່ຕາມທີ່ຜູ້ຄົນຕັ້ງຄຳຖາມ ຈົ່ງໄປໂອ້ລົມກັບພວກເຂົາ ແລະ ຮັບຟັງຄວາມຄິດເຫັນຂອງພວກເຂົາໃນເວລາດຽວກັນ ພວດເຮົາທຸກຄົນຄວນເປີດກວ້າງ ແລະ ຮັບຟັງຄວາມເຫັນຂອງກັນແລະກັນ ນີ້ຄືຄວາມສຳຄັນທີ່ຄວນເກີດຂຶ້ນໃນສັງຄົມ ອາເມລິກາ ໃນເວລານີ້” ຮູບພາບຈາກ Instagram sarahr_summers, Miss …
Read More »