ປຸກລຸກ ຝົນທິບ ວັດຊະລະຕະກູນ ດາລາ-ນັກສະແດງຊື່ດັງຂອງປະເທດເພື່ອນບ້ານ ຫຼ້າສຸດກໍ່ໄດ້ເດີນທາງມາຮ່ວມເດີນແຟຊັ່ນໂຊໃນງານ “Vientiane Wow Fashion Week 2018” ແລະ ປຸກລຸກ ກໍ່ຍັງໄດ້ໂພສຮູບພາບເດີນແບບໃນລາວໃຫ້ແຟນຄລັບທັງສອງຝັ່ງໄດ້ຮູ້ເຖິງການມາຄັ້ງນີ້້ຂອງນາງອີກດ້ວຍ. ສຳລັບ ປຸກລຸກ ຝົນທິບ ອາຍຸ 27 ປີ ເປັນນັກສະແດງແຖວໜ້າອີກຄົນໜຶ່ງທີ່ມີຊື່ສຽງ ແລະ ຄວາມສາມາດແໜ້ນ ແຈ້ງເກີດມາຈາກການເປັນ Miss Thailand Universe 2010, ປັດຈຸບັນເປັນນັກສະແດງມີຜົນງານໃຫ້ແຟນໆຕິດຕາມຢ່າງຫຼວງຫຼາຍ. ຮູບພາບຈາກ: IG/pooklook_fonthip
Read More »pou peng
ເຂົ້າກັນບໍ່ໄດ້ ເຫດຜົນ ຫຼື ຂໍ້ອ້າງ?
ໃໝ່ໆກໍຮັກກັນດີ ໄປໆມາໆຜ່ານໄປຫຼາຍປີພັດວ່າ ເຂົ້າກັນບໍ່ໄດ້…ໂອ້ຍຫຼາຍໆຄົນກໍ່ອາດຈະເຈິກັບບັນຫາແບບນີ້ແມ່ນບໍ່? ບາງຄູ່ເມື່ອຮູ້ວ່າເຂົ້າກັນບໍ່ໄດ້ແຕ່ກໍພະຍາຍາມຈູນເຂົ້າຫາກັນແລ້ວ ແຕ່ສຸດທ້າຍກໍເຖິງຂັ້ນຕ້ອງເລິກລາກັນໄປຕາມລະບຽບ. ໃນເມື່ອຄົນຢາກໄປກໍ່ບໍ່ມີຫຍັງສິໄປຫ້າມໄດ້ ເຮົາກໍຕ້ອງເຂັ້ມແຂງ ເປັນທີ່ເພິ່ງໃຫ້ຕົນເອງໃຫ້ໄດ້ ຮັກສາໂຕເອງໃຫ້ດີ ຮູ້ຈັກຄຸນຄ່າຂອງໂຕເຮົາເອງ ຄິດສາວ່າຄົນຜູ້ນັ້ນ ບໍ່ແມ່ນຄົນທີ່ຈະມາເປັນຄູ່ຊີວິດທີ່ດີຂອງເຮົາ ຖ້າຄົນທີ່ຮັກ ແລະ ຈິງໃຈເຂົາຈະບໍ່ຍອມເອີ່ຍຄຳວ່າ “ເຂົ້າກັນບໍ່ໄດ້” ມາຫາວິທີເລິກກັບເຮົາ ແລະ ນັ້ນມັນເປັນວິທີຂອງຄົນທີໝົດຮັກຕໍ່ເຮົາແລ້ວ ເຮົາກໍບໍ່ຈຳເປັນຈະຕ້ອງໄປດຶງເຂົາໄວ້ ປ່ອຍເຂົາໄປ ແລະ ພະຍາຍາມຄິດບວກສະເໝີວ່າ ມັນກໍ່ເປັນໂອກາດດີທີ່ເມື່ອເຮົາເລີກກັບຄົນນີ້ໄປແລ້ວ ໃນອະນາຄົດເຮົາອາດຈະເຈິຄົນທີ່ດີ ແລະ ພ້ອມທີ່ຈະຮ່ວມທຸກ ຮ່ວມສຸກໄປກັບໄປກັບເຮົາ. ຄວາມຮັກ ຄືການຮຽນຮູ້ເຊິ່ງກັນ ແລະ ກັນ ຄວນໃຫ້ກຽດກັນທັງສອງຝ່າຍ ແລະ ຕ້ອງຮູ້ຈັກໃຫ້ກຽດເຄົາລົບພໍ່ແມ່ ແລະ ຄົນໃນຄອບຄົວຂອງເຮົານຳ ຮູ້ຈັກປະຄັບປະຄອງ ຮູ້ຈັກໂອ້ລົມກັນ ຕັກເຕືອນກັນໃນຍາມທີ່ອີກຝ່າຍເຮັດສິ່ງທີ່ບໍ່ຖືກຕ້ອງ ເປັນທີ່ປຶກສາທີ່ດີ ແບບນີ້ເຖິງຈະເປັນຄວາມຮັກທີ່ສາມາດໄປກັນລອດ ແລະ ເຂົ້າກັນໄດ້. ຕ້ອງຮູ້ຈັກຄຳວ່າ ພໍ ເພາະເມື່ອເຮົາຮູ້ຈັກຄຳນີ້ແລ້ວຊີວິດຂອງເຮົາກໍຈະດີຂຶ້ນ ໃຜທີ່ບໍ່ຮັກເຮົາກໍຄວນປ່ອຍເຂົາໄປ ເພາະເຖິງຈະອ້ອນວອນໃຫ້ເຂົາຢູ່ກໍບໍ່ມີທາງທີ່ຈະໄດ້ໃຈເຂົາ ໃຫ້ຄິດວ່າໃນເມື່ອເຮົາຄິດດີເຮົາກໍຕ້ອງເຈິຄົນທີ່ດີທີ່ສຸດເຂົ້າມາໃນຊີວິດເຮົາແນ່ນອນ. …
Read More »ດຣ່າມ່າ! ສາວໂວຍ…ໂພສເດືອດປະຈານສະຖານທີ່ທ່ອງທ່ຽວດັງ!!
ໃນວັນທີ 20 ພຶດສະພາ ໄດ້ມີຜູ້ໃຊ້ເຟສບຸກລາຍໜຶ່ງນາມວ່າ N Bua Soulisa ໄດ້ໂພສເຖິງສະຖານທີ່ທ່ອງທ່ຽວຊື່ດັງ ເຊິ່ງພໍແຕ່ໂພສເຮັດໃຫ້ມີກະແສວິພາກວິຈານ ແລະ ມີຄົນເຂົ້າມາສະແດງຄວາມຄິດເຫັນ ແລະ ມີການກົດໄລ້ ກົດແຊຣກັນຢ່າງຫຼວງຫຼາຍ ເຊິ່ງເນື້ອໃນທີ່ສາວຄົນນີ້ໄດ້ໂພສມີຢູ່ວ່າ: “ມື້ນີ້ມີເລື່ອງ ມາເລົ່າສູ່ຟັງ ທີ່⛲ຫີນຄັນນາ ວັນທີ່ 20.5.2018 ກົງກັບວັນອາທິດ ຂ້ອຍໄດ້ໄປພັກຜ່ອນກິນເຂົ້າແບບທຳມະຊາດເພື່ອພັກຜ່ອນ ຄ່າເຂົ້າສະຖານທີ່ແຫຼ່ງທ່ອງທ່ຽວ 45.000ກີບ ຄ່າຕູບ 30.000 ຄ່າສາດ 20.000 ຄ່າຫ້ອງເຂົ້າ 2000 ນ້ອງສາວຂໍເງິນໄປເຂົ້າຫ້ອງນໍ້າ 2000 ກີບ ຂ້ອຍເລີຍໃຫ້ໄປໃບ 20.000 ເຂົ້າຫ້ອງນໍ້າອອກມາກຳລັງຈ່າຍເງີນຄ່າເຂົ້າຫ້ອງນໍ້າ 2000 ແລ້ວພະນັກງານວ່າ ຂໍຄ່າຕົ່ງນໍ້າແນ່ຕຸກລະ 5000 ກີບ ນ້ອງກະຈ່າຍໄປເດັກນ້ອຍບໍ່ຮູ້ຫຍັງກະຈ່າຍໄປຕາມທຳມະດາ ຄິດວ່າເພີ່ນສິບໍ່ໄລ່ຄ່ານໍ້າ 2 ຕຸກທີ່ເອົາໄປຕົ່ງຢູ່ຫ້ອງນຳນັ້ນ ອອກມາລະວ່າ… ຂໍເກັບເງິນຄ່ານໍ້າແນ່ເດີ້ ຕຸກລະ 5000 ກີບ ນ້ອງຂ້ອຍກະຈ່າຍ ມາຮອດຕູບ ລະນ້ອງສາວມາບອກວ່າ ເຮົາໄປຕົ່ງນໍ້າຢູ່ຫ້ອງນໍ້າເຂົາເກັບເງິນຄ່ານໍ້າຕຸກລະ 5000 #ຂ້ອຍຫະ ຄ່າເຂົ້າໄປຂີ້ກະເສຍເງິນແລ້ວ …
Read More »ຢາກຫຸ່ນດີ ແຕ່ເວລາໜ້ອຍ ເຮັດແນວໃດດີນໍ້? ສູດເດັດຫຼຸດນໍ້າໜັກພາຍໃນ 5 ນາທີ!!!
ສູດຫຼຸດນໍ້າໜັກ ພາຍໃນ 5 ນາທີ ຢາກຫຸ່ນດີ ແຕ່ເວລາໜ້ອຍ ເຮັດແນວໃດດີນໍ້? ບໍ່ຕ້ອງກັງວົນເດີ້ ຂວັນໃຈ ໄດ້ນໍາເອົາເຄັດລັບການຫຼຸດນໍ້າໜັກງ່າຍໆໃຜໆກໍ່ເຮັດໄດ້ມາແນະນໍາ ເຊິ່ງໃຊ້ເວລາໃນການອອກກໍາລັງກາຍພຽງແຕ່ 5 ນາທີຕໍ່ມື້ເທົ່ານັ້ນ ສາວໆກໍສາມາດມີຫຸ່ນທີ່ດີທີ່ງາມໄດ້ ແລະຈະມີທ່າໃດແດ່ນັ້ນເຮົາໄປເບິ່ງກັນເລີຍ… ໜ້າທ້ອງແບນລຽບດ້ວຍການຢືດຮ່າງກາຍ ກໍານົດລົມຫາຍໃຈໄວ້ຢູ່ທ້ອງ ຍົກມືຂຶ້ນສູງເໝືອຫົວ ໃຫ້ແຂນແນບໄວ້ຂ້າງຫູທັງສອງຂ້າງ ອ້າຂາອອກໃຫ້ເປັນມຸມ 45 ອົງສາ ງໍຫົວເຂົ່າ ໃຫ້ຮູ້ສຶກວ່າຢືນສະບາຍໆຄ້າງໄວ້ 30 ວິນາທີ ຫາຍໃຈເຂົ້າທາງດັງ ແລະ ຫາຍໃຈອອກທາງປາກ 30 ວິນາທີຄືກັນ ຍົກມືຂຶ້ນສູງເໜືອຫົວ ໃຫ້ແຂນແນບໄວ້ຂ້າງຫູທັງສອງຂ້າງຄືເກົ່າ ງ່ຽງລໍາຕົວໄປດ້ານຫຼັງ ເພື່ອກໍານົດລົມຫາຍໃຈທີ່ໜ້າທ້ອງໄດ້ຢ່າງສົມບູນ ຍົກມືຂຶ້ນສູງ ຈາກນັ້ນຜ່ອນຄາຍດ້ວຍການຄ່ອຍໆໂນ້ມຕົວກົ້ມລົງໄປດ້ານໜ້າ ຕາມດ້ວຍບິດຕົວໄປດ້ານຊ້າຍ ແລະ ຂວາເພື່ອໃຫ້ຮູ້ສຶກຜ່ອນຄາຍ ຫຼຸດກົ້ນ ແລະ ສະໂພກດ້ວຍການອອກກໍາລັງກາຍທ່ານີ້ ນັ່ງຕັ້ງເຂົ່າ ຈາກນັ້ນນໍາຂາຂ້າງຊ້າຍວາງພາດໄວ້ເທິ່ງຫົວເຂົ່າດ້ານຂວາ ໂດຍໃຊ້ແຂນທັງສອງຂ້າງຢັນພື້ນເອົາໄວ້ ການຍົກຕີນຂຶ້ນພາດຫົວເຂົ່າ ຈະຊ່ວຍເປີດສະໂພກ, ກົ້ນ ແລະ …
Read More »ງາມແຮງ ແພງຫຼາຍ! ບໍ່ອະລັງການ ບໍ່ແມ່ນ…ລູກນໍ້າ ທິດາລັດ!
ໃນຊ່ວງທ້າຍອາທິດທີ່ຜ່ານມາວົງການບັນເທີງບ້ານເຮົາຄຶກຄື້ນເປັນພິເສດ ເພາະມີງານເດີນແຟຊັ່ນໂຊ “Vientiane Wow Fashion Week 2018” ແລະ ໃນງານນີ້ຈະຂາດສາວຄົນນີ້ແມ່ນບໍ່ໄດ້ເລີຍ ລູກນໍ້າ ທິດາລັດ ວົງສິຣິ ດາລາ-ນັກສະແດງແຖວໜ້າ ເຊິ່ງງານນີ້ ລູກນໍ້າ ອອກມາເສີດສາຍໃນຊຸດສີຂາວ ເບິ່ງແລ້ວສຸດແສນຈະເພີເຟັກ ໂດຍຊຸດຂອງລູກນໍ່້າອອກແບບໂດຍ ນັກອອກແບບໜຸ່ມນ້ອຍ ບິນລີ່ ສີອຳພັນ ແລະ ໄດ້ຊ່າງແຕ່ງໜ້າສີມືດີ ອາເລັກ ອະລິຍາ ມາເນລະມິດໃຫ້ລູກນໍ້າເຈີດຈະຫຼັດໃນເວທີດັງກ່າວ, ງານນີ້ຄະແນນເຕັມ 10 ໄປເລີຍ!!! ລຸກນີ້ ສາວ ລູກນໍ້າ ງາມແຮງ ແພງຫຼາຍອີ່ຫລີຂໍຍອມມມມ! ບໍ່ແມ່ນແຕ່ໃນເວທີທີ່ນາງເລີດ ນອກເວທີນາງກໍ່ເລີດເຊັ່ນກັນເດີ້ແຟນໆໆ ຮູບພາບ: Louknum Vongsili
Read More »