ຕ່າຍ ອໍລະໄທ ນັກຮ້ອງເພງລູກທົ່ງຊື່ດັງຈາກຝັ່ງປະເທດເພື່ອນບ້ານ , ຫຼ້າສຸດທາງເພສເຟສບຸກຫຼັກຂອງເພິ່ນກໍ່ໄດ້ເປີດເຜີຍວ່າ ໃນເວລານີ້ ຕ່າຍ ອໍລະໄທ ກຳລັງທ່ອງທ່ຽວໃນລາວຫຼາຍແຂວງເຊັ່ນ ນະຄອນຫຼວງວຽງຈັນ, ຫຼວງພະບາງ, ວຽງຈັນ ແລະ ຫຼ້າສຸດລົງໃຕ້ໄປເຊັກອິນທີ່ ແຂວງ ຈຳປາສັກ. ໂດຍໃນແຕ່ລະສະຖານທີ່ໆ ຕ່າຍ ອໍລະໄທ ໄດ້ໄປນາງຍັງໄດ້ເກັບຮູບພາບບັນຍາກາດ ທຳມະຊາດ ອາຫານການກິນ ແລະ ຍັງຮ່ວມເຮັດບຸນໃສ່ບາດ ແຖມນຸ່ງເຄື່ອງໄໝລາວງາມໆຂອງລາວເຮົາອີກດ້ວຍ, ລອງໄປເບິ່ງຮູບພາບຂອງ ເອື້ອຍ ຕ່າຍ ອໍລະໄທ ໃນປະເທດລາວເຮົາເບິ່ງເດີ້ ບອກເລີຍນາງທົວລາວແຕ່ເໜືອ-ຮອດໃຕ້ກັນເລີຍ!!! ຕ່າຍ ອໍລະໄທ ໃນຫຼວງພະບາງ ຕ່າຍ ອໍລະໄທ ໃນວັງວຽງ, ແຂວງ ວຽງຈັນ ຕ່າຍ ອໍລະໄທ ໃນນະຄອນຫຼວງວຽງຈັນ ຕ່າຍ ອໍລະໄທ ໃນ ແຂວງ ຈຳປາສັກ (ຢ່າງໃດກໍ່ຂໍຕ້ອນຮັບ ເອື້ອຍ ຕ່າຍ ອໍລະໄທ ເຂົ້າສູ່ປະເທດລາວ) …
Read More »pou peng
ດວງປະຈຳວັນ ສຸກ, ວັນທີ 18 ພຶດສະພາ 2018
• ວັນອາທິດ ການເງິນ: ມີເລື່ອງທີ່ຕ້ອງຈ່າຍຕະຫຼອດ ໃນໄລຍະນີ້ບໍ່ສາມາດຫຼີກລ່ຽງລາຍຈ່າຍຕ່າງໆໄດ້ເລີຍ ເພາະເປັນເລື່ອງທີ່ຈໍາເປັນນັ້ນເອງ ວຽກງານ: ເຖິງຈະຕິດຂັດອຸປະສັກແນ່ ແຕ່ເມື່ອຜ່ານໄປຈະສາມາດສ້າງຜົນງານທີ່ດີໄດ້ ຫຼືມີຄວາມສໍາເລັດທີ່ໜ້າພໍໃຈ ຄວາມຮັກ: ຕ້ອງໃຊ້ຄວາມໃຈເຢັນ ຢ່າໃຊ້ຄວາມໃຈຮ້ອນ ເລື່ອງຄວາມສໍາພັນດ້ານຄວາມຮັກກໍຈະດີຂຶ້ນ ແລະຄວນໄປເຮັດບຸນກັບຄົນຮັກແດ່ ເພາະຜົນບຸນກຸສົນຈະຊ່ວຍໃຫ້ຄວາມສໍາພັນທີ່ມີຕໍ່ກັນດີຂຶ້ນໄດ້ • ວັນຈັນ ການເງິນ: ມີໂອກາດໃຊ້ຈ່າຍເງິນອອກໄປເພື່ອເຂົ້າສັງຄົມ ຫຼືການສັງສັນກັບໝູ່ຄູ່ ຫຼືບໍລິວານໃນໄລຍະນີ້ ວຽກງານ: ສະຖານະການໃນດ້ານວຽກໄລຍະນີ້ສົ່ງຜົນຕໍ່ຄວາມບໍ່ແນ່ນອນ ຈຶ່ງຄວນມີທີ່ປຶກສາທີ່ດີ ແລະຊ່ວຍວາງແຜນໃນການເຮັດວຽກໃຫ້ຜ່ານພົ້ນໄປໄດ້ ຄວາມຮັກ: ຢາກຈະຕັດສິນໃຈເລືອກໃຜຈັກຄົນ ແຕ່ກໍຍັງລັງເລ ເພາະຍັງບໍແນ່ໃຈວ່າຈະເປັນຄວາມສໍາພັນທີ່ໝັ້ນຄົງແທ້ບໍ່ນັ້ນເອງ • ວັນອັງຄານ ການເງິນ: ຈະໄລຍະນີ້ມີເລື່ອງຈ່າຍອອກໄປຕະຫຼອດ ມີຄ່າໃຊ້ຈ່າຍຫຼາຍ ຕ້ອງໃຊ້ເງິນຫຼາຍເປັນພິເສດຢ່າງບໍ່ອາດຫຼີກລ່ຽງໄດ້ນັ້ນເອງ ວຽກງານ: ໄລຍະນີ້ຈະໂຊກດີ ເພາະໄດ້ພົບທີມງານ ຫຼືບໍລິວານດ້ານວຽກທີ່ຄອຍຊ່ວຍເຫຼືອກັນຢ່າງເປັນໂຊກ ມີປະສິດທິພາບ ແລະເກີດຄວາມສໍາເລັດ ຄວາມຮັກ: ຖ້າຈະພົບໃຜໃນໄລຍະນີ້ທີ່ເຂົ້າມາ ຈະຫຼາຍກວ່າໜຶ່ງຄົນ ຈຶ່ງຈໍາເປັນຕ້ອງເລືອກໃຜຄົນໃດຄົນໜຶ່ງ ກໍມີໂອກາດເປັນໄປໄດ້ • ວັນພຸດ ການເງິນ: …
Read More »ມາຮູ້ຈັກ! ເມ ວະລິສະລາ ນາງງາມສາຍ Strong ລ່າລາງວັນມາແລ້ວທຸກເວທີ ຂວັນໃຈຄົນໃໝ່ຂອງລາວ!
ມີແຟນໆຫຼາຍຄົນທີ່ຄຸ້ນໜ້າຄຸ້ນຕາກັບສາວລາວຄົນເກັ່ງ ເມ ວະລິສະລາ ຕັງສຸວັນ ບາງຄົນກໍ່ຮູ້ນາງຈາກເວທີການປະກວດນັ້ນນີ້ ປີນີ້ໄປເວທີນັ້ນ ປີນັ້ນໄປເວທີນີ້ ແຕ່ຍັງບໍ່ຮູ້ເບື້ອ້ງເລິກວ່າສາວ ເມ ຄົນນີ້ເພິ່ນເປັນໃຜ ມີຄວາມສາມາດແນວໃດ, ດັ່ງນັ້ນ ຊະນີIndy ເລີຍຈັດໃຫ້ແບບເນັ້ນໆ ໄປສາລະແນ… ເອີ້ຍ!!! ໄປຊ໋ອກແຊ໊ກເອົາຂໍ້ມູນຂອງສາວງາມຄົນເກັ່ງຄົນນີ້ມາຝາກກກກ!!! ສຳລັບ ເມ ວະລິສະລາ ຕັງສຸວັນ ອາຍຸ 27 ປີ ລວງສູງ 170 ຊັງຕີແມັດ ຈົບການສຶກສາປະລິນຍາໂທຈາກ ສປ.ຈີນ ສາຂາ ພົວພັນຕ່າງປະເທດ (International Relationship) ຈາກມະຫາວິທະຍາໄລ ຍຸນນານ, ມີຄວາມສາມາດເວົ້າໄດ້ 3 ພາສາ ອັງກິດ, ຈີນ ແລະ ໄທ, ເປັນເດັກກິດຈະກຳ ແລະ ມີຄວາມຝັນຢາກຈະເຮັດວຽກກັບອົງກອນໃຫ່ຍໆ ທີ່ເປັນອົງການຊ່ວຍເຫຼືອສັງຄົມ. ຜ່ານມານາງມີຜົນງານໃນວົງການບັນເທີງມາກໍ່ຫຼາຍເລີຍໄດ໋ ທັງເດີນແບບ ຖ່າຍແບບ ຂຶ້ນປົກຕາມວາລະສານດັງໆມາແລ້ວ …
Read More »ໄດ້ແລ້ວວວ! ສາວງາມຈາກ Brazil ຄວ້າມົງກຸດ Miss Tourism Queen International 2018
ມາສ່ອງອີກໜຶ່ງເວທີນັ້ນກໍ່ຄື Miss Tourism Queen International 2018 ທີ່ປະກາດຜົນກັນແບບສົດໆຮ້ອນໆ ໃນຄໍ່າຄືນຂອງວັນທີ 16 ພຶດສະພາ 2018 ທີ່ຜ່ານມາ ແລະ ແຟນໆອາດຈະໄດ້ຮູ້ກັນໄປຄ່າວໆແລ້ວວ່າສາວງາມທີ່ຄວ້າມົງກຸດໃນປີນີ້ກໍ່ຄື Camilla Reis Cavalcanti Gois ສາວງາມຈາກປະເທດ Brazil ຜູ້ມີຄວາມເໝາະສົມ ແຖມມີຮອຍຍິ້ມທີ່ຫວານບາດໃຈ ຄວ້າມົງກຸດ Miss Tourism Queen International 2018 ໄປນອນກອດແບບສະບາຍໆໆ (ຍິນດີນຳຫຼາຍໆເດີ້) ສ່ວນລາງວັນຮອງຕຳແໜ່ງມີດັ່ງນີ້: ຮອງອັນດັບ 1 Victoria Romanova ຈາກປະເທດ ທາທາສຖານ (Tatarstan) ຮອງອັນດັບ 2 Rachel Corinne Nimegeersຈາກປະເທດ ເບວຢ່ຽມ (Belgium) ຮອງອັນດັບ 3 Andrea – Sinziana Sirghi ຈາກປະເທດ ໂຣມາເນຍ (Romania) ຮອງອັນດັບ …
Read More »ບໍ່ເຮັດໃຫ້ຄົນລາວຜິດຫວັງ! ນາງງາມຈາກລາວຄວ້າລາງວັນໃນເວທີ Miss Tourism Queen International 2018!!!
ບໍ່ເຄີຍເຮັດໃຫ້ຄົນລາວຜິດຫວັງ! ສຳລັບ ເມວະລິສະລາ ຕັງສຸວັນ ນາງງາມຕົວແທນຈາກປະເທດລາວລາວ ທີ່ໄປປະກວດໃນເວທີ Miss Tourism Queen International 2018 ແລະ ຍັງສາມາດນຳເອົາລາງວັນພິເສດກັບມາຝາກພີ່ນ້ອງຊາວລາວ ໂດຍນາງໄດ້ລາງວັນພິເສດໃນການແຂ່ງຂັນນີ້ກໍ່ຄຶ ລາງວັນ “Miss Skin Beauty” ພຸ້ນເດີ້… (ຊົມເຊີຍເກັ່ງຫຼາຍໆ) ສຳລັບ ເມ ວະລິສະລາ ສາວງາມນັກສູ້ຄົນນີ້ ເອີ້ນໄດ້ວ່າໄປປະກວດເວທີໃດເພິ່ນກໍ່ບໍ່ເຄີຍພາດລາງວັນເລີຍ ເພາະນາງມີຄວາມສາມາດ ກ້າສະແດງອອກ ມີຄວາມສາມາດດ້ານພາສາທັງ ພາສາ ອັງກິດ ແລະ ຈີນ, ແລະ ໃນເວທີ Miss Tourism Queen International 2018 ເຖິງສາວ ເມ ເພິ່ນຈະບໍ່ໄດ້ສວມມົງກຸດລາງວັນທີ 1 ແຕ່ຖືວ່າເຮັດໄດ້ດີຫຼາຍໆ ສາມາດສ້າງຊື່ສຽງໃຫ້ແກ່ປະເທດລາວ ແຖມຍັງເອີ້ນຄວາມສົນໃຈຈາກທາງກອງປະກວດ ແລະ ສື່ມວນຊົນຕ່າງຊາດໄດ້ເປັນຢ່າງດີ. ຮູບພາບ: Varissara May …
Read More »