Breaking News

pou peng

ເປີດເຜີຍແລ້ວ! ຊຸດ ແລະ ເລີ້ງເຄີ້ງ ທີ່ນາງສັງຂານ 2019 ຈະໄດ້ໃສ່ (ງົດງາມຫຼາຍໆ )

ຮູ້ສຶກຕື່ນເຕັ້ນ ໃກ້ເວລາເຂົ້າມາເຕັມທີ່ແລ້ວສຳລັບການປະກວດ ນາງສັງຂານ ນະຄອນຫຼວງພະບາງ ປະຈຳພສ 2562 ຄສ 2019 ກ່ອນໜ້ານີ້ທາງກອງປະກວດກໍໄດ້ເປີດເຜີຍໂສມໜ້າຂອງນ້ອງໆນາງສາວຜູ້ເຂົ້າປະກວດທັງ 30 ຄົນ ໃຫ້ແຟນໆໄດ້ເຫັນກັນແລ້ວ, ຫຼ້າສຸດກໍໄດ້ມີການເປີດເຜີຍ ຊຸດ ແລະ ເລີ້ງເຄີ້ງ (ມົງກຸດ) ທີ່ນາງສັງຂານ ປະຈຳປີ ພສ 2562 ຄສ 2019 ຈະໄດ້ສວມໃສ່. ສາຍສະພາຍ ນາງສັງຂານ ຄືສິ່ງທີ່ມີຄຸນຄ່າ ປັກດ້ວຍໄໝຄຳ ທີ່ມີຄວາມງົດງາມ ສຳລັບຜູ້ທີໄດ້ອັນດັບ 1 2 3. ອອກມາແລ້ວແບບເລີ້ງເຄີ້ງ ຫຼື ມຸງກຸດ ຂອງນາງສັງຂານ ປະຈຳປີ ພສ 2562 ຄສ 2019. ສຳລັບ “ເລີ້ງເຄີ້ງ” ຄືສຸດຍອດແຫ່ງລາງວັນກຽດຕິຍົດທີ່ແມ່ຍິງນະຄອນຫຼວງພະບາງໄຝ່ຫາ ບົ່ງບອກເຖິງຄວາມງາມ ແລະ ຄວາມສຳເລັດ.​ ຜະລິດຈາກຄຳແທ້ 100%. ສຳລັບປີນີ້ “ນາງສັງຂານ ທຸງສະເທວີ” ແມ່ນຈະໄດ້ຂີ່ ພະຍາຄຸດ …

Read More »

(ຄົນລຸ້ນໃໝ່ຄວນຮູ້) ໄຂຂໍ້ສົງໄສ! ເປັນຫຍັງ “ປີໃໝ່ລາວ” ຈຶ່ງຕ້ອງໄປສົງນໍ້າພຣະ?

ແຟນໆຫຼາຍໆທາ່ນຍັງສົງໄສ ແລະ ຂ້ອງໃຈວ່າເປັນຫຍັງ ປີໃໝ່ລາວ ຈຶ່ງຕ້ອງໄປສົງນໍ້າພຣະ ໂດຍສະເພາະຄົນລຸ້ນໃໝ່ແບບເຮົາ ຍັງງົງໆ ຮອດບຸນປີໃໝ່ແຕ່ລະປີກໍຮູ້ສຶກເສີຍໆ ແລະ ບໍ່ໃຫ້ຄວາມສຳຄັນ ເພາະຮູ້ສຶກວ່າເປັນສິ່ງໄກຕົວ ແລະ ຄິດວ່າບໍ່ແມ່ນສິ່ງທີ່ຈຳເປັນຫຍັງຫຼາຍ, ດັ່ງນັ້ນ! ໃນມື້ນິ້ ຊະນີIndy ຈຶ່ງໄດ້ໄປຊອກເອົາຂໍ້ມູນກ່ຽວກັບ “ການສົງນໍ້າພຣະໃນຊ່ວງປີໃໝ່ລາວ” ມາແຊຣໃຫ້ທຸກໆຄົນໄດ້ຮູ້ ແລະ ເຂົ້າໃຈເຖິງຮີດຄອງປະເພນີອັນດີງາມຂອງລາວເຮົາທີ່ມີມາແຕ່ບູຮານນະການ.. “ການສົງນໍ້າພຣະ” ໜຶ່ງໃນພິທີຂອງປະເພນີບຸນປີໃໝ່ລາວ ຫຼື ບຸນກຸດສົງການ ຫຼື ບຸນເດືອນຫ້າ ສໍາລັບການສົງນໍ້າພຣະນັ້ນ ສະໄໝກ່ອນມີການຫ້າງຫາຊອກເກັບເອົາດອກຈິກ, ດອກຮັງ ແລະ ດອກໄມ້ທີ່ມີກິ່ນຫອມຕ່າງໆນໍາມາຕາກໃຫ້ແຫ້ງສຳລັບໄວ້ໂຮຍໃສ່ນ້ຳທີ່ຈະນໍາໄປສົງພຣະ. ນອກຈາກດອກໄມ້ແຫ້ງແລ້ວ ບາງຄົນກໍນິຍົມໃສ່ນໍ້າອົບນໍ້າຫອມ ຜົງໄມ້ຈວງ ໄມ້ຈັນ ທີ່ມີກິ່ນຫອມໂຮຍໃສ່ຕື່ມ,ໃນບາງທ້ອງຖິ່ນເຮົາຈະເຫັນເພິ່ນໃສ່ຂີ້ໝິ້ນນໍາ.      ການສົງນໍ້າພຣະນັ້ນ ຈະຈັດຂຶ້ນຕາມວັດຕ່າງໆໃນມື້ສັງຂານລ່ວງ (ມື້ແຮມສາມຄໍ່າເດືອນຫ້າ)  ໂດຍຈະເລີ່ມຈາກການສົງນໍ້າແກ່ພຣະພຸດທະຮູບກ່ອນ ເຊິ່ງຊາວບ້ານຈະຈັດຕັ້ງເປັນຂະບວນແຫ່ ພຣະພຸດທະຮູບ ອ້ອມອາຮາມ 3 ຮອບ ແລ້ວນໍາພຣະພຸດທະຮູບມາປະດິດສະຖານໃນຫິ້ງ ຫຼື ຫໍສົງນໍ້າ ທີ່ຊາວບ້ານກະກຽມໄວ້ກ່ອນຈະຮອດມື້ງານ (ຖ້າເປັນພຣະພຸດທະຮູບອົງໃຫຍ່ທີ່ບໍ່ສາມາດເຄື່ອນຍ້າຍໄດ້ …

Read More »

ສະແດງຄວາມຍິນດີ! ໄດ້ແລ້ວ ນາງສາວນະຄອນຫຼວງວຽງຈັນ ປະຈຳປີ 2019 (ເປັນໃຜມາເບິ່ງ!!!)

ເປັນທີ່ ຮືຮາ ກັນອີກແລ້ວສຳລັບວົງການນາງງາມລາວເຮົາ ຫຼ້າສຸດກໍໄດ້ມາແລ້ວແບບສົດໆຮ້ອນໆ ສຳລັບ ນາງສາວນະຄອນຫລວງວຽງຈັນ ປະຈຳປີ 2019 (Miss Vientiane) ເຊິ່ງປີນີ້ໄດ້ແກ່ MVT 15 ນ. ເກດມະນີ ວົງປະເສີດ (ຂໍສະແດງຄວາມຍິນດີນຳຫຼາຍໆ) ສຳລັບຮອງອັນດັບ ນາງສາວນະຄອນຫລວງວຽງຈັນ ປະຈຳປີ 2019 ມີດັ່ງນີ້: ຮອງອັນດັບ 1 ນາງສາວ ນະຄອນຫລວງວຽງຈັນ 2019 MVT 08 ນ. ຄຳຫລ້າ ຈັນທະລັງສີງ ຮອງອັນດັບ 2 ນາງສາວ ນະຄອນຫລວງວຽງຈັນ 2019  MVT 01 ນ. ລິກສະຢາ ໄຊສົມພູ ຮອງອັນດັບ 3 ນາງສາວ ນະຄອນຫລວງວຽງຈັນ 2019  MVT 06 ນ. ສົ້ມທອງ ວົງສະຫມອນ MVT 04 …

Read More »

ລະວັງຕຸ້ຍ!! ເຄີຍເປັນບໍ່ ປີໃໝ່ລາວ ຍາມໃດນໍ້າໜັກຂຶ້ນ ຍ້ອນຈັດໜັກຈັດເຕັມເກີນໄປ…

ຊ່ວງປີໃໝ່ລາວທັງທີມີຫວ໋າທີ່ຈະບໍ່ເຕັມທີ່ ແຟນໆຫຼາຍທ່ານວາງແຜນທ່ອງທ່ຽວໃນຊ່ວງປີໃໝ່ ບາງທ່ານກໍເດີນທາງເຖິງຈຸດໝາຍເປັນທີ່ຮຽບຮ້ອຍ ເດີນທາງໄປຕ່າງຖິ່ນແບບນີ້ອາຫານການກິນ ເຄື່ອງດື່ມຕ່າງໆຕ້ອງຈັດເຕັມແນ່ນອນ ແຕ່ພໍກັບມາກໍມັກມາຈົ່ມວ່າ ຕຸ້ຍ ນໍ້າໜັກຂຶ້ນ (555) ແຕ່ວ່າຖ້າຮູ້ແບບນີ້ແລ້ວ ເຮົາມາກຽມຮັບມືກັບທຣິບທ່ອງທ່ຽວໃນເທື່ອນີ້ກັນດີກວ່າ ເອົາແບບຮູບຮ່າງດີທັງຕອນໄປ ແລະ ຕອນກັບຈະດີກວ່າບໍ່? ກ່ອນເດີນທາງ  ເມື່ອກຳໜົດວັນທີ່ເດີນທາງຮຽບຮ້ອຍແລ້ວ ຄວນກະກຽມຮ່າງກາຍໃຫ້ພ້ອມ ເພາະການໄປທ່ອງທ່ຽວ ມັກຈະໄດ້ຍ່າງຫຼາຍພໍສົມຄວນ ທັງຫອບເຄື່ອງສຳພາລະຕ່າງໆ ຈຶ່ງຈຳເປັນຫຼາຍທີ່ກ່ອນເດີນທາງຕ້ອງມີການ ອອກກຳລັງກາຍ ໃຫ້ຫຼາຍຂຶ້ນ ຢ່າງຕໍ່າ 3-4ມື້/ອາທິດ ແລະ ຄວນຈັດຕາຕະລາງໃຫ້ຄົບທັງຄາດີິໂອ ແລະ ເວສເທນນິ່ງ ລະຫວ່າງເດີນທາງທ່ອງທ່ຽວ ແນ່ນອນວ່າອາຫານເປັນອຸປະສັກໃນການຄວບຄຸມນໍ້າໜັກ ແຕ່ກໍບໍ່ຢາກໃຫ້ຊີຣຽດຫຍັງຫຼາຍຈົນໝົດຄວາມມ່ວນ ຄວນເລືອກກິນຈະດີທີ່ສຸດ ຫຼັງເດີນທາງກັບບ້ານ ຫຼັງຈາກທີ່ເຕັມທີ່ກັບການທ່ອງທ່ຽວ ກິນ ຫຼິ້ນ ພັກຜ່ອນ ເຕັມທີ່ໃນຊ່ວງປີໃໝ່ແລ້ວ ຫຼັງຈາກນັ້ນຄວນກັບມາໃສ່ໃຈກຳຈັດໄຂມັນສ່ວນເກີນ ບໍ່ວ່າຈະເປັນການຄາດິໂອ ຄວບຄູ່ປກັບການເວສເທນນິ່ງ ພ້ອມກິນອາຫານທີ່ມີປະໂຫຍດ ເພື່ອເຜົາຜານໄຂມັນສ່ວນເກີນທີ່ໄດ້ມາຈາກຊ່ວງພັກຍາວໄລຍະປີໃໝ່ຈະດີທີ່ສຸດ. ທີ່ມາ: Women MThai Team

Read More »

ເປີດໂຕຢ່າງເປັນທາງການໃນລາວ! “Huawei P30 Series” ສຸດຍອດສະມາດໂຟນທີ່ຈະມາປ່ຽນແປງທຸກກົດເກນ!!!

ວ້າວວ! ໃນວັນທີ 6 ເມສາທີ່ຜ່ານມາ ຂວັນໃຈ ໄດ້ມີໂອກາດໄປງານເປີດໂຕ “Huawei P30 Series” ຈຶ່ງອົດບໍໄດ້ທີ່ຈະນຳຂໍ້ມູນຂ່າວສານ ແນວລໍ້ານຳສະໄໝມາຝາກແຟນໆ ເຊິ່ງ “Huawei P30 Series” ເປັນສຸດຍອດສະມາດໂຟນທີ່ຈະມາປ່ຽນແປງທຸກກົດເກນ ແລະ ສ້າງປາກົດການໃໝ່ໃນການຖ່າຍຮູບທີ່ເຕັມໄປດ້ວຍປະສິດທິພາບອັນມະຫັດສະຈັນ ແລະ ນະວັດຕະກໍາອັນລໍ້າສະໄໝຂອງການອອກແບບ ພ້ອມສີສັນທີ່ມາໃໝ່ສະກົດທຸກສາຍຕາ, ເຊິ່ງໃນປະເທດລາວໄດ້ມີການເປີດໂຕ Huawei P30 Series  ທັງໝົດ 3 ລຸ້ນໄດ້ແກ່ລຸ້ນທ໋ອບ Huawei P30 Pro, Huawei P30 ແລະ ລຸ້ນນ້ອງທີ່ມີສະເປັກຄຸ້ມຄ່າໃນລາຄາທີ່ໜ້າຮັກ Huawei P30 Lite. ງານຄັ້ງນີ້, ເປັນກຽດເຂົ້າຮ່ວມໂດຍທ່ານ, ຈາງໂຈ ຜູ້ອຳນວຍການ Huawei Laos Consumer Business Group, ມີບັນດານັກສິລະປິນທີ່ມີຊື່ສຽງໃນລາວ ແລະ ສື່ມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ. ພາຍໃນງານແມ່ນມີຄົນດັງຈາກຫຼາກຫຼາຍວົງການເຂົ້າຮ່ວມບໍ່ວ່າຈະເປັນ Aluna, …

Read More »