Breaking News

pou peng

ດັ່ງນາງໃນວັນນະຄະດີ  ນາງສັງຂານນະຄອນຫຼວງພະບາງ ຂຶ້ນແທ່ນຂວັນໃຈຄົນລາວ!!!

ເປັນກະແສໃຫ້ໄດ້ເວົ້າກັນທົ່ວປະເທດ… ສະບາຍດີປີໃໝ່ລາວ ເຖິງປີໃໝ່ລາວຈະໝົດໄປ ແຕ່ກະແສ “ນາງສັງຂານ” ປີນີ້ກໍຍັງມີໃຫ້ໄດ້ເວົ້າໄດ້ລົມກັນ ເນື່ອງຈາກວ່າໄດ້ມີພາບ “ນາງສັງຂານ ນະຄອນຫຼວງພະບາງ” ມາໃຫ້ແຟນໆໄດ້ເບິ່ງ ໄດ້ຊົມ ໄດ້ແຍງ ຄວາມງາມຂອງບັນດານາງສັງຂານໃນປີນີ້  ບອກເລີຍວ່າບໍ່ເຮັດໃຫ້ແຟນໆຜິດຫວັງ ເພາະສາວລາວເຮົາງົດງາມ ອ່ອນຊ້ອຍ ຈົນເປັນກະແສຮືຮາໃນໂລກອອນລາຍໃນຊ່ວງທ້າຍອາທິດທີ່ຜ່ານມາ ເຮັດໃຫ້ມີຍອດຄົນກົດໄລ້ ກົດແຊຣ ແລະ ສະແດງຄວາມຄິດເຫັນ ຊື່ນຊົມໃນຄວາມງາມຂອງ ນາງສັງຂານ ນະຄອນຫຼວງພະບາງ ກັນຢ່າງຫຼວງຫຼາຍ… (ລອງມາເບິ່ງຮູຸບພາບບັນດາ  “ນາງສັງຂານ ນະຄອນຫຼວງພະບາງ 2562”  ກັນອີກຄັ້ງ) ເຫັນແລ້ວງົດງາມ ມີຄວາມເໝາະສົມທີ່ໄດ້ເປັນ  “ນາງສັງຂານ ນະຄອນຫຼວງພະບາງ 2562”  #ແຊຣໄປໃຫ້ໂລກຮູ້ນີ້ຄຶສາວງາມຈາກປະເທດລາວ ຮູບພາບ: Diamond Studio, Wedding Studio, Laos 

Read More »

 ບໍລິສັດ ຕັນຈົງມໍເຕີລາວ ຮ່ວມສະຫຼອງປີໃຫມ່ລາວກັບສູນສາມເອັດສ໌ຂອງນີສສັນ Nissan ທີ່ເປີດໃຫມ່ ສາຂາ ດອນແດງ

ໃນເດືອນເມສາ ປີ 2019 – ຕັນຈົງມໍເຕີລາວ (Lao) Sole Co. , Ltd. (“TCML”), ເຊີ່ງເປັນບໍລິສັດຕົວແທນຈຳໜ່າຍລົດນີສສັນ Nissan ແລະ ເປັນບໍລິສັດທີ່ຢູ່ໃນເຄື່ອຂ່າຍຂອງຕັນຈົງມໍເຕີ ໂຫດດີງສ໌ ເບີຣ໌ເຫດ ຂອງປະເທດມາເລເຊຍ Tan Chong Motor Holdings Bhd (Malaysia) ໄດ້ປະສົບຜົນສຳເລັດຄັ້ງສຳຄັນໂດຍການປະກາດການຂະຫຍາຍສາຂາໃໝ່ຫຼ້າສຸດໃນນະຄອນຫຼວງວຽງຈັນ. ຝ່າຍບໍລິຫານຂອງຕັນຈົງມໍເຕີ Tan Chong Motor ພ້ອມດ້ວຍແຂກທີ່ມີກຽດ ແລະ ສື່ທ້ອງຖີ່ນໄດ້ຮ່ວມສະຫຼອງປີໃຫມ່ລາວທີ່ຫ້ອງສະແດງລົດຍົນຂອງນີສສັນ Nissan ເຊີ່ງເປັນຫ້ອງທີ່ຫາກໍ່ເປີດໃຫມ່ ແລະ ປັດຈຸບັນທາງບໍລິສັດມີຫ້ອງຂາຍ ລົດຍົນ ຫຼື ສູນຂາຍລົດ ດ້ວຍກັນສີ່ ບ່ອນໃນລາວ ທ່ານ ຊົງ ຈູນ ເບັງ ຜູ້ບໍລິຫານຂອງບໍລິສັດຕັນຈົງມໍເຕີລາວ ແລະ ກຳປູເຈຍໄດ້ກ່າວວ່າ, “ທາງບໍລິສັດໄດ້ວາງແຜນທຸລະກິດຢ່າງຕໍ່ເນື່ອງໃນສາທາລະນະລັດ ປະຊາທິປະໄຕ …

Read More »

ຫ່າງຫາຍໄປດົນ! ລູກນໍ້າ ທິດາລັດ ເຄື່ອນໄຫວຄັ້ງທຳອິດ ພ້ອມໂພສຮູບ-ແຄັບຊັ່ນທັກທາຍແຟນໆແບບນີ້…

ຫ່າງຫາຍກັນໄປເປັນເດືອນ ຫຼັງຈາກທີ່ມີຂ່າວດັງຂ້າມປະເທດກັນໄປຊ່ວງໜຶ່ງ ຫຼ້າສຸດ ລູກນໍ້າ ທິດາລັດ ວົງສິລິ ກໍເຄື່ອນໄຫວຄັ້ງທຳອິດ ໃນວັນທີ 9 ເມສາ 2019 ທີ່ຜ່ານມາ ພ້ອມທັງກັບມາທັກທາຍແຟນໆ ໂດຍການໂພສຮູບຜ່ານ ເຟສບຸກ ແລະ ອິນສະຕຣາແກຣມ ໃຫ້ແຟນໆໄດ້ອັບເດດກັນແລ້ວເດີ້… ເຊິ່ງ ສາວ ລູກນໍ້າ ທິດາລັດ ກໍມາໃນຮູບພາບ ຍິ້ມແຍ້ມແຈ່ມໃສ ພ້ອມ ແຄັບຊັ່ນໜ້າຮັກໆວ່າ: “ໃກ້ປີໃຫມ່ແລ້ວດີໃຈເດ” ໃກ້ປີໃຫມ່ແລ້ວດີໃຈເດ❤ Posted by Louknum Vongsili on Tuesday, April 9, 2019   ພໍແຕ່ໂພສຮູບນີ້ບໍ່ພໍຂ້າມຄືນກໍເຮັດໃຫ້ມີບັນດາແຟນໆເຂົ້າມາກົດໄລ້ ສະແດງຄວາມຄິດເຫັນ ແລະ ທັກທາຍຕອບ ສາວ ລູກນໍ້າ ທິດາລັດ ກັນຢ່າງຫຼວງຫຼາຍ. ເອົ້າ! ໃຜທີ່ເປັນແຟນຄລັບຂອງສາວຄົນນີ້ກໍຝາກເປັນກຳລັງໃຈໃຫ້ນາງກັນຫຼາຍໆແດ່ເດີ້ ເພາະ ລູກນໍ້າ ທິດາລັດ ກັບມາແລ້ວວວ!!! …

Read More »

ປະຫວັດຄວາມເປັນມາຂອງ “ບຸນປີໃໝ່ລາວ ແລະ ນາງສັງຂານ” #ຄົນລຸ້ນໃໝ່ຄວນຮູ້

ປີໃໝ່ລາວ ໃນທຸກໆປີໄວລຸ້ນຍຸກໃໝ່ຕາງກໍເຂົ້າໃຈພຽງແຕ່ວ່າ ເປັນບຸນປະເພນີຂອງ ປະເທດລາວ ຂອງເຮົາທີ່ມີແຕ່ບູຮານນະການທີ່ສືບທອດກັນມາຕັ້ງແຕ່ຍຸກກ່ອນໆ, ແຕ່ຮູ້ບໍ່ວ່າ ບຸນປີໃໝ່ລາວ ເພິ່ນມີເລື່ອງເລົ່າກ່ຽວກັບ ປະເພນີບຸນປີໃໝ່ລາວ ທີ່ປະຊາຊົນລາວປະຕິບັດສືບກັນມາແຕ່ສະໄໝບູຮານຈົນມາຮອດປັດຈຸບັນ ເຊິ່ງເລື່ອງທັງໝົດກໍມີຢູ່ວ່າ: ໃນສະໄໝ ພຸດທະການ ຍັງມີລູກຊາຍຂອງມະຫາເສດຖີ ຊື່ວ່າ: ທັມມະປາລະກຸມມານ ເປັນຄົນທີ່ ສະຫຼຽວສະຫຼາດ, ມີວິຊາຄວາມຮູ້ສູງ, ເປັນຜູ້ສອນທັມມະ, ມົງຄຸນແກ່ຄົນທົ່ວໄປ ແລະ ເຂົ້າໃຈໃນພາສາສັດຕ່າງໆນຳອີກ ຊື່ສຽງຂອງ ທັມມະປາລະກຸມມານ ໂດ່ງດັງໄປທົ່ວຊົມພູທະວີບຮອດຫູ ພຣະຍາກະບິນລະພົມ ຜູ້ມີຣິດເດດກ້າ ແລະ ມີຄວາມຮູ້ຄວາມສາມາດເໜືອກວ່າມະນຸດທັງຫຼາຍ ເມື່ອຮູ້ເຊັ່ນນັ້ນ ພຣະຍາກະບິນລະພົມ ຈຶ່ງສັ່ງໃຫ້ ເສນາອາມາດ ໄປເຊີນເອົາທ້າວ ທັມມະປາລະກຸມມານ ມາຖາມບັນຫາ ເພື່ອເປັນການລອງພູມປັນຍາຄວາມຮູ້ກັນ.ເປັນການລອງພູມປັນຍາຄວາມຮູ້ກັນ. ພຣະຍາກະບິນລະພົມ ຕັ້ງຄຳຖາມດັ່ງນີ້: ຕອນເຊົ້າ “ສີຣິ” ຫຼື “ຣາສີ” ຂອງຄົນເຮົາ ຢູ່ບ່ອນໃດ?, ຕອນບ່າຍ “ຣາສີ” ຂອງຄົນເຮົາ ຢູ່ບ່ອນໃດ?, …

Read More »

ໃຜທີ່ກຳລັງເມື່ອຍ ເຊັງ! ຄວນໄປເຈິທຳມະຊາດສີຂຽວ ນໍ້າຕົກຕາດໃສໆ ໂຫນສະລິງ ໃຊ້ຊີວິດແບບ Slow life ທີ່ຕາດຟານ (ແຂວງຈຳປາສັກ)

ສະບາຍດີ! ສະບາຍດີປີໃໝ່ 2019 ແຟນໆໝົດທຸກຄົນ ຍັງຢູ່ໃນກິ່ນອາຍຂອງ “ປີໃໝ່ລາວ” ເລີຍຈະມາຊວນທຸກຄົນມາເປີດປະສົບການໃຫມ່ສຸດທ້າທາຍ ໃນການທ່ອງທ່ຽວນ້ຳຕົກ ທີ່ບອກເລີຍວ່າບໍ່ຄືການໄປທ່ຽວນ້ຳຕົກແບບທີ່ເຄີຍໄປມາແນ່ນອນ ໃຜທີ່ກຳລັງເມື່ອຍ ເຊັງ ຫຼື ກຳລັງຊອກຫາສະຖານທີ່ພັກຜ່ອນ ເພື່ອຫາແຮງບັນດານໃຈໃໝ່ໆ ແນະນຳເລີຍວ່າຄວນໄປເຈິທຳມະຊາດສິຂຽວ ນໍ້າຕົກຕາດໃສໆ ໂຫນສະລິງ ລອງໄປພະຈົນໄພ ສ້າງປະສົບການຊີວິດ ໃຊ້ຊີວິດແບບ Slow life ທີ່ຕາດຟານ ເມືອງປາກຊ່ອງ ແຂວງຈຳປາສັກ. ເປັນທີ່ຮູ້ກັນດີວ່າ ປາກຊ່ອງ ບໍລິເວນ ເປັນເຂດພູເຂົາໄຟເກົ່າທີ່ອຸດົມສົມບູນໄປດ້ວຍ ຊັບພະຍາກອນທຳມະຊາດ ແລະເປັນຖິ່ນກຳເນີດກາເຟທີ່ດີທີ່ສຸດໃນປະເທດ ທີ່ສຳຄັນຍັງເປັນສູນລວມແຫຼ່ງທ່ອງທ່ຽວທາງທຳມະຊາດເປັນຈຳນວນຫຼາຍ ໂດດເດັ່ນທີ່ສຸດເລີຍແມ່ນນ້ຳຕົກຕາດ ທີ່ມີເປັນຈຳນວນຫຼາຍ ເປີດໃຫ້ເປັນສະຖານທີ່ທ່ອງທ່ຽວ ທຸກຄົນສາມາດເຂົ້າໄປທ່ຽວຫຼີ້ນໄດ້ຢ່າງງ່າຍດາຍ ນ້ຳຕົກຕາດທີ່ເປັນທີ່ນິຍົມແມ່ນ: ນ້ຳຕົກຕາດອີ່ຕູ້, ນ້ຳຕົກຕາດຈຳປີ, ນ້ຳຕົກຜາສ້ວມ, ນ້ຳຕົກຕາດເຍືອງ ແລະນ້ຳຕົກທີ່ເຮົາຈະພາທຸກຄົນໄປຮູ້ຈັກມື້ນີ້ແມ່ນ ນ້ຳຕົກຕາດຟານ ເຊິ່ງຕອນນີ້ເພິ່ນມີກິດຈະກຳເປີດໃຫມ່ ຄືການໂຫນສະລິງຂ້າມໄປອີກຟາກໜຶ່ງຂອງນ້ຳນັ້ນເອງ ຄັ້ງໜື່ງໃນຊີວິດຕ້ອງມາລອງເດີ້… ການໂຫນສະລິງຢູ່ຕາດຟານນີ້ ເພິ່ນໃຊ້ສະລິງທັງໝົດ 5 ເສັ້ນ ໂດຍໂຫນຜ່ານນ້ຳຕົກຕາດຟານທີ່ສູງກວ່າ …

Read More »