Breaking News

pou peng

ຈື່ໄດ້ບໍ່ນໍ? ຕອນ Superstar ອໍ້າ ພັດຊະຣາພາ ມາບ້ານເຮົາເພິ່ນກໍບໍ່ພາດທີ່ຈະໃສ່ຊຸດໄໝລາວ!!!

ມີໃຜຈື່ໄດ້ແນ່ໃຫ້ຍົກມືຂຶ້ນໄວໆ? ບໍ່ຮູ້ວ່າຈະມີແຟນໆຄົນໃດຈື່ຄືກັບ ຊະນີIndy ແນ່ບໍ່ນໍ (ຫຸຫຸ)…ເມື່ອຕອນທີ່ Superstar ອໍ້າ ພັດຊະຣາພາ ໄຊເຊື້ອ ດາລາໝາຍເລກ 1 ຂອງປະເທດເພື່ອນບ້ານໄດ້ມາລາວໃນຊ່ວງຕົ້ນປີ 2017 ທີ່ຜ່ານມານັ້ນນາງກໍບໍ່ພາດທີ່ຈະນຸ່ງຊຸດໄໝລາວຈົນສ້າງຄວາມຮືຮາໄປທົ່ວປະເທດ,  ເອື້ອຍ ອໍ້າ ເພິ່ນກໍງາມຢູ່ແລ້ວ ແລະ ຍິ່ງໄດ້ໃສ່ຊຸດໄໝລາວເຂົ້າໄປອີກກໍຍິ່ງເບິ່ງຍິ່ງງາມ… ແບບນີ້ບົ່ງບອກເຖິງເອກະລັກປະເພນີລາວທີ່ງົດງາມ ເພາະຄົນດັງໆຢ່າງ Superstar ອໍ້າ ພັດຊະຣາພາ ກໍຍັງບໍ່ພາດທີ່ນຸ່ງ ແລະ ທີ່ເດັດໄປກວ່ານັ້ນນາງຍັງນຸ່ງຊຸດໄໝລາວກັບປະເທດຈົນສ້າງປະກົດການເປັນຂ່າວດັງຢ່າງຄຶກໂຄມ… ປະເພນີລາວ ເອກະລັກແບບລາວໆ ເປັນສິ່ງທີ່ງົດງາມ Superstar ອໍ້າ ພັດຊະຣາພາ ກໍຍັງຫຼົງໄຫຼມາແລ້ວ, ເຮົາເປັນຄົນລາວກໍຄວນອະນຸລັກຮັກສາໄວ້ເດີ້ ເພາະເອກະລັກທີ່ເຮົາມີເປັນສິ່ງທີ່ງົດງາມຫຼາຍ. #ແຊຣວົນໄປໃຫ້ໂລກຮູ້ວ່າລາວເຮົາມີດີ ຂໍຂອບໃຂຮູບພາບ:  aum_patchrapa , saykeo_sayfon

Read More »

ກຣີດໆໆໆ…ສົນ ແລະ ເອະ ຈິລາກອນ (ໜ້າກາກກາດຳ) ບັງເອີນເຈີກັນຢູ່ ຫຼວງພະບາງ!!!

ພະເອກດັງ ສົນ ສົນຍຸກ ແລະ ເອະ ຈິລະກອນ  (ໜ້າກາກກາດຳ) ນັກຮ້ອງ ແລະ ນັກສະແດງຊື່ດັງຂອງປະເທດເພື່ອນບ້ານ ໄດ້ບັງເອີນເຈິກັນຢູ່ທີ່ ຫຼວງພະບາງ ປະເທດລາວຂອງເຮົາ, ທັງສອງກໍມີໂອກາດໄດ້ຖ່າຍຮູບຄູ່ກັນຢູ່ທີ່ຫຼວງພະບາງດ້ວຍໃບໜ້າຍິ້ມແຍ້ມແຈ່ມໃສ ແຖມໜຸ່ມ ສົນ ຍັງ ຂຽນຍອກໆ ໜຸ່ມ ເອະ ວ່າ “ຂ້ອຍວ່າສຽງຂ້ອຍຄ້າຍຄືກັນອ້າຍລາວໃດ” ຈົນເຮັດໃຫ້ມີແຟນຄລັບທັງຊາວໄທ ແລະ ຊາວລາວ ເຂົ້າໄປກົດໄລ້ ແລະ ຄອມເມັ້ນກັນແບບລົວໆ… #ແຊຣໄປໃຫ້ໂລກຮູ້ວ່າປະເທດລາວມີດີ ผมว่าผมเสียงเหมือนพี่เค้านะ? @aejirakorn #หน้ากากอีกาดำ A post shared by Son Yuke Songpaisan (@sonyuke) on May 18, 2017 at 1:26am PDT วิ่งแข่งขึ้นเขากะผมมั้ยคับ? ชนะผมได้มีรางวัลให้555 A …

Read More »

ສຸດຍອດ!!! ສາວລາວໄປແຂ່ງຂັນປະກວດນາງງາມເວທີລະດັບໂລກ “Miss Chinese world 2017”

ວະລິສະລາ ຕັງສຸວັນ (ເມ) ໄດ້ເປັນຕົວແທນຈາກປະເທດລາວເຮົາໄປແຂ່ງຂັນປະກວດນາງງາມໃນເວທີ “Miss Chinese world 2017” ຢູ່່ທີ່ປະເທດ ມາເລເຊຍ ກຳໜົດການເກັບຕົວເລີ່ມວັນທີ່14-26 ພຶດສະພາ 2017 ນີ້, ຂໍເປັນກຳລັງໃຈໃຫ້ ເມ ວະລິສະລາ ຈົ່ງເຮັດໃຫ້ດີທີ່ສຸດ…ສູ້ໆ ເດີ້… Miss Chinese World 2017 Contestants ສະບາຍດີພໍ່ແມ່ ພີ່ນ້ອງ ໝູ່ຄູ່ ປະຊາຊົນລາວທຸກຄົນ?ຕອນນີ້ເມ-ວະລິສະລາກຳລັງຈະເຂົ້າຮ່ວມກອງປະກວດນາງງາມສາກົນຢູ່ທີ່ປະເທດມາເລເຊຍ,ກຳໜົດການເກັບຕົວເລີ່ມວັນທີ່14-26ພຶດສະພາທີ່ປະເທດມາເລເຊຍ,ຝາກຕິດຕາມແລະເປັນກຳລັງໃຈໃຫ້ເມແນ່ເດີ້,ແລະຂໍຊ່ວຍກັນກົດໄລ້ກົດແຊໃຫ້ທຸກໆຄົນໄດ້ຮ່ວມໃນການໃຫ້ກຳໃຈລັງເມນຳ??ຂໍຂອບໃຈຢ່າງສຸດໃຈ ??? Miss Chinese world 2017 Location:Malaysia 14-26th MayMiss May Varissara ?????? โพสต์โดย May Varissara Page บน 11 พฤษภาคม 2017 ສຳລັບ ເມ ວະລິສະລາ ຕັງສຸວັນ …

Read More »

ອາຫານແລງມື້ນີ້! ຂໍແນາະນຳແກງລວມເຫັດໃສ່ຜັກຂະ

ແກງເຫັດລວມ ຖືວ່າເປັນອາຫານພື້ນບ້ານ ທີ່ນິຍົມທີ່ສຸດຂອງລາວເຮົາ ມື້ນີ້ Kuanjai Foodie ຈະມາແນະນຳວິທີເຮັດແກງເຫັດລວມແບບແຊບໆ ໃສ່ຜັກຂະ ມາໃຫ້ແຟນເພສ ໄດ້ເຮັດກິນເອງຢູ່ບ້ານໄດ້ງ່າຍໆໃຫ້ກັບຄອບຄົວໄດ້.  ເຮົາມາເບິ່ງສ່ວນປະກອບກັນເລີຍ. ສ່ວນປະກອບ: 1. ເຫັດ  (ບໍ່ວ່າຈະເປັນເຫັດນາງລົມ, ເຫັດເຂັມ, ເຫັດເຟືອງ ຫຼື ເຫັດຫູໜູ). 2. ຜັກຂະ 3. ຫົວຜັກບົ່ວແດງ 4. ຫົວສີໄຄ 5. ໝາກເຜັດ 6. ປາແດກດິບ ຫຼື ສຸກ 7. ນ້ຳຕານ 8. ເກືອ 9. ນໍ້າໃບຢານາງ 10. ເຂົ້າເບື່ອ ວິທີປຸງແຕ່ງ: – ຊ້ອມຜັກຂະ ແລະ ເຫັດໃຫ້ຮຽບຮ້ອຍແລ້ວລ້າງນໍ້າໃຫ້ສະອາດ. ຈາກນັ້ນ, ກໍເອົານໍ້າໃບຢານາງ ແລະ ຕໍາເຂົ້າເບື່ອໃສ່ໝໍ້ຄ້າງໄຟແຮງໆພໍໃຫ້ນໍ້າຟົດ, ຕຳໝາກເຜັດ, ຫົວຜັກບົ່ວແດງ …

Read More »

ຊົມເຊີຍ! ສິລະປິນລາວດັງໄກ ກຽມໂຊຜົນງານທີ່ປະເທດຍີ່ປຸ່ນ!!!

ສິ​ລະ​ປິນຈາກຄ້າຍ Indee records ກຽມຮ່ວມ​ງານ LAO FESTIVAL 2017 TOKYP JAPAN ບຸນ​ລາວ ຫຼື Lao Festival ຈັດ​ຂຶ້ນ​ທຸກ​ປີຜ່ານ​ມທີ່ສວນ​ສາ​ທາ​ລະ​ນະ YOYOGI ແຂວງ​ໂຕ​ກຽວ​ປະ​ເທດ ຍີ່​ປຸ່ນ ໃນ​ລະ​ຫວ່າງ ເດືອນ ພຶດ​ສະ​ພາ ຂອງ​ທຸກໆ​ປີ ເຊິ່ງສິ​ລະ​ປິນ ຈາກ​ລາວ ໄດ້​ເຂົ້າ​ຮ່ວມ​ສະ​ແດງຜົນ​ງານ ແລະ ວັດ​ທະ​ນະ​ທຳ ຢ່າງ​ເປັນ​ຂະ​ບວນ​ຕະ​ຫຼອດ​ມາ ແລະ ມາ​ໃນ​ປີ​ນີ້ກໍ​ຈະໄດ້​ຈັດ​ຂຶ້ນ​ໃນ​ລະ​ຫວ່າງວັນ​ທີ່ 27-28/5/2017. ເຊິ່ງປີນີ້ສິ​ລະ​ປິນຈາກຄ້າຍ ອິນ​ດີ້ ເຣັກ​ຂອດ ນຳ​ທີມໂດຍ ສັກ ເຊວ​ສ໌, ນ້ຳ​ຝົນ ແລະ ໂອ​ລ້າ ແບ​ລັກ​ອ້າຍ ກໍ​ໄດ້​ຮັບ​ກຽດ​ເຂົ້າ​ຮ່ວມງານ​ອີກ​ຄັ້ງ ເຊິ່ງ ທັງ​ສາມ​ໄດ້​ກຽມ​ທັງ​ເພງຮິ​ດ ຂອງ​ຕົນ ແລະ ເພງດັງ​ໃນ​ຄ້າຍ ​ອິນ​ດີ້ ເຣັກ​ຂອດ ລວມ​ເຖິງເພງ ບາ​ສະ​ລົບ …

Read More »