Breaking News

pou peng

ຢາກເບິ່ງແລ້ວ! ຮູບເງົາ “Laos Simply Beautiful the Movie” ຜົນງານສ້າງຂອງ ອາເລັກຊານດຼາ ບຸນຊ່ວຍ.

ເຫັນແຟນໆຫຼາຍໆຄົນຖາມກັນເຂົ້າມາຫຼາຍກ່ຽວກັບ ຮູບເງົາສັ້ນເລື່ອງ “Laos Simply Beautiful the Movie” ແຖມຍັງສົງໃສກັນອີກວ່າເປັນຜົນງານຂອງໃຜ ເລີຍອົດບໍ່ໄດ້ທີ່ຈະມາອັບເດດໃຫ້ແຟນໆໄດ້ຮູ້… ສຳລັບ ຮູບເງົາສັ້ນເລື່ອງ  “Laos Simply Beautiful the Movie” ແມ່ນສາວ ອາເລັກຊານດຼາ ບຸນຊ່ວຍ (ນັກຮ້ອງ/ນັກສະແດງ) ມາເປັນຜູ້ສ້າງເທື່ອທຳອິດຂອງນາງ ໃນຮູບເງົາທຸກສາກແມ່ນມີການໄຕ່ຕອງກະກຽມທີມງານເປັນ 100 ກ່ວາຊີວິດ ແລະ ໄດ້ພະເອກນ້ອງໃໝ່ນາມວ່າ ຊານົນ ມາປະຊັນບົດບາດກັບ ສາວ ອາເລັກຊານດຼາ ອີກດ້ວຍ… ຢ່າງໃດກໍຂໍຝາກຮູບເງົາ “Laos Simply Beautiful the Movie” ເປັນຮູບເງົາທີ່ຊ່ວຍສົ່ງເສີມການທ່ອງທ່ຽວຂອງປະເທດລາວເຮົາເລື່ອງນີ້ແດ່ເດີ້ແຟນໆ ຢ່າລືມຕິດຕາມ ຖ້າເບິ່ງ ແລະ ເປັນກຳລັງໃຈໄດ້ໄວໆນີ້!!! (ຂໍຂອບໃຈສຳລັບຮູບພາບ)

Read More »

ຂ່າວຮ້ອນ! ແຟນສາວ ຕູມຕາມ ອອກມາສຳພາດທັງນໍ້າຕາ ຈັບໄດ້ແຟນແຊດ LINE ກັບນັກສະແດງສາວຈາກປະເທດລາວ!!!

ເປັນຂ່າວດັງຂ້າມປະເທດ ຫຼັງຈາກທີ່ໄດ້ມີການສຳພາດຜ່ານສື່ດັງ ເຊິ່ງສື່ດັ່ງກ່າວໄດ້ສຳພາດ ຫຍິງຫຍິງ ສະລຸຊາ  ແຟນສາວຂອງ ຕູມຕາມ ຍຸດທະນາ (ພະເອກຊື່ດັງປະເທດເພື່ອນບ້ານ) ແຕ່ເລື່ອງຂອງເລື່ອງກໍບໍ່ແມ່ນທຳມະດາເປັນທີ່ຕິດຕາມ ແລະ ໃຫ້ຄວາມສົນໃຈຂອງແຟນໆທັງສອງປະເທດໃນເວລານີ້ ເພາະໃນການໃຫ້ສຳພາດໃນເທື່ອນີ້ແມ່ນມີ ນັກສະແດງສາວຊື່ດັງຂອງລາວ ໄປກ່ຽວຂ້ອງ… (ມີຄລິບ) ພໍແຕ່ຄລິບສຳພາດນີ້ຖືກເຜີຍແຜ່ອອກໄປເຮັດໃຫ້ ເປັນກະແສຮ້ອນຂ້າມປະເທດໄປແລ້ວໃນເວລານີ້… ສ່ວນເລື່ອງລາວຈະເປັນຢ່າງໃດນັ້ນ ກໍຄົງຕ້ອງໄດ້ຕິດຕາມຕອນຕໍ່ໄປ, ຢ່າງໃດກໍຂໍເປັນກຳລັງໃຈໃຫ້ທຸກໆຝ່າຍເລີຍເດີ້!!! (ຂໍຂອບໃຈຮູບພາບ ແລະ ຄລິບ)

Read More »

ຂ່າວດີ! “ຮັກມີແຜນ” ເວັບໄຊລວມແຫຼ່ງຂໍ້ມູນດ້ານສຸຂະພາບຈະເລີນພັນຂອງໄວໜຸ່ມລາວ

ໄວໜຸ່ມລາວຟັງທາງນີ້… ຫຼ້າສຸດມີຂ່າວສານຄວາມຮູ້ສາລະດີໆມາຝາກແຟນໆທຸກໆຄົນ ໃນວັນທີ 5 ມີນາ 2019 ໄດ້ມີການເປີດຕົວການນຳໃຊ້ ເວັບໄຊ (Website) ແລະ ສື່ສັງຄົມອອນລາຍກ່ຽວກັບສຸຂະພາບຈະເລີນພັນ, ການວາງແຜນຄອບຄົວ “ຮັກມີແຜນ” ຢ່າງເປັນທາງການ ຈັດຂຶ້ນທີ່ສູນສຸຂະພາບແມ່ ແລະ ເດັກ ກະຊວງສາທາລະນະສຸກ. ສູນແມ່ ແລະ ເດັກ ກະຊວງສາທາລະນາສຸກ ຮ່ວມກັບ ອົງການ PSI/Lao ໄດ້ມີການປຶກສາຫາລື ວາງແຜນພັດທະນາ ແລະ ການປັບປຸງ ເຄື່ອງມືທີ່ແທດເໝາະກັບໄວໜຸ່ມ ແລະ ເຂົ້າເຖິງຂໍ້ມູນຂ່າວສານຂອງໄວໜຸ່ມໃນປັດຈຸບັນ ຈຶ່ງເຫັນດີໃນການສ້າງສື່ເອເລັກໂຕຣນິກ ເປັນຕົ້ນແມ່ນ, ວິດີໂອ ແລະ ສື່ສັງຄົມອອນລາຍໃນຊື່ “ຮັກມີແຜນ” ເຊິ່ງໄດ້ມີການຮ່ວມກັນຈັດຕັ້ງປະຕິບັດໂດຍແມ່ນ ອົງການ  PSI/Lao ເປັນຜູ້ອອກແບບຄົ້ນຄວ້າ ແລະ ຮ່າງເນື້ອໃນໂດຍການກວດກາ ແລະ ແນະນຳຈາກສູນແມ່ ແລະ ເດັກ ແລະ ສູນຂ່າວສານການແພດ ເຊິ່ງໄດ້ເລີ່ມຈັດຕັ້ງປະຕິບັດຕັ້ງແຕ່ໄລຍະເດືອນ 5 …

Read More »

ມີ່ມີ່ Miss Planet Laos ໂພສຂໍໂທດ ບອກພະຍາຍາມເຮັດດີທີ່ສຸດແລ້ວ… 

ໄດ້ຮູ້ຂ່າວດີທີ່ ມີ່ມີ່ ວິລະພອນ ຂັນແກ້ວ  Miss Planet Laos ສາມາດຄວ້າລາງວັນ “Best national local wisdom design costume award”ໃນເວທີMiss Planet International ທີ່ປີນີ້ຈັດຂຶ້ນທີ່ ປະເທດ ກຳປູເຈຍ ໄປແບບໜ້າຍິນດີໃນເມື່ອບໍ່ດົນມານີ້ ແລະ ຫຼ້າສຸດນາງກໍໄດ້ເດີນທາງກັບປະເທດມາພ້ອມລາງວັນ “Best national local wisdom design costume award” ມາຝາກຄົນລາວຢ່າງໜ້າຍິນດີ ພ້ອມທັງໂພດຂໍໂທດ ພ້ອມບອກວ່າເຮັດດີທີ່ສຸດແລ້ວ ແຕ່ຍັງດີທີ່ໄດ້ລາງວັນຕິດມືມາຝາກຄົນລາວສຳເລັດ… ເຫັນແລ້ວກໍມີຄວາມດີໃຈ ດັ່ງນັ້ນຈຶ່ງຂໍຊົມເຊີຍສາວງາມຕົວແທນປະເທດລາວເຮົາທຸກໆຄົນ ທີ່ໄປເຮັດໜ້າທີ່ເປັນຕົວແທນແມ່ຍິງລາວໃນເວທີສາກົນ ແລະ ຍັງສາມາດນໍາເອົາລາງວັນມາຝາກຄົນລາວເຮົາຫຼາຍເວທີ ຈົນເປັນທີ່ຮືຮາ ແລະ ສ້າງຊື່ສຽງໃຫ້ແກ່ປະເທດລາວເຮົາມາແລ້ວ. (ຂໍຊົມເຊີຍ! ເກັ່ງຫຼາຍໆ) #ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ?????? ຮູບພາບ: Mimie Vilaphone

Read More »

ເປີດໂຕຢ່າງເປັນທາງການໃນລາວ SAMSUNG Galaxy S10 ແລະ S10+ ມາພ້ອມກັບຄວາມລໍ້ານຳສະໄໝທີ່ບອກເລີຍວ່າຫ້າມພາດ!!!

Hello!! ທັກທາຍແຟນໆທຸກຄົນມາແບບລຸກອິນເຕີກັນແດ່ຈັກໜ້ອຍ ເພາະຫຼ້າສຸດທາງ ຂວັນໃຈ ເຮົາໄດ້ໄປຮ່ວມງານ  “Media First Look – SAMSUNG Galaxy S10|S10+” ເຊິ່ງເປັນງານທີ່ເປີດໂຕ “SAMSUNG Galaxy S10|S10+” ຢ່າງເປັນທາງການ ຖືໄດ້ວ່າເປັນການເປີດງານໃຫ້ບັນດາສື່ມວນຊົນ, Blogger, Youtuber ແລະ ແຟນໆໄດ້ໄປຮ່ວມຊົມ ສຳຜັດ ແລະ ສັ່ງຈອງ SAMSUNG Galaxy S10|S10+ ຢ່າງເປັນທາງການໃນ ປະເທດລາວ. ເຊິ່ງ SAMSUNG Galaxy S10|S10+ ມາພ້ອມກັບການອອກແບບໄດ້ໂດດເດັນບໍ່ຄືໃຜ ຈໍສະແດງຜົນໂຮງຮູບເງົາ ລະບົບຄວາມປອດໄພທີ່ລໍ້າໜ້າ ພ້ອມກ້ອງຖ່າຍຮູບລະດັບມືອາຊີບ ມີລໍ້ານຳສະໄໝທີ່ບອກເລີຍວ່າຫ້າມພາດ… SAMSUNG Galaxy S10|S10+ ກັບ Ultrasonic Fingerprint ລະບົບສະແກນນິ້ວມືອັດສະລິຍະ ທີ່ມີຄວາມແນ່ນອນສູງທີ່ສຸດ SAMSUNG Galaxy S10|S10+ ກັບ ໜ້າຈໍທີ່ບໍ່ມີຂອບ …

Read More »