Breaking News

pou peng

Street style! ສ່ອງ ເຈນນີ້ ມິສເວີລາວ ກັບແຟຊັ່ນແນວ Street ບວກກັບທ່າໂພສ…ສຸດເຜັດ!!!

Hello…ແຟນໆ!!! ເຜີແປັບດຽວຮອດເດືອນ ກໍລະກົດ 2019 ແລ້ວເດີ້ ເລີ່ມຕົ້ນອາທິດທີ່ສອງຂອງເດືອນກັບອາກາດຮ້ອນໆທີ່ ນະຄອນຫຼວງວຽງຈັນ ແຂວງອື່ນເດອາກາດເປັນແນວໃດແດ່ຄອມເມັ້ນບອກກັນລົວໆແດ່ເດີ້, ຂຶ້ນຕົ້ນມາກັບອາກາດຮ້ອນໆ ຖ້າຈະຮ້ອນຂະໜາດນີ້ຂໍຮ້ອນໃຫ້ມັນສຸດໆກໍແລ້ວກັນເນາະ ເພາະຈະພາໄປສ່ອງ ໄປອັບເດດສາວງາມ ຂາຍາວ ຂາວສູງ ຫັ້ນແນ່!!! ເວົ້າແບບນີ້ເລີ່ມຢາກຮູ້ແລ້ວແມ່ນບໍ່ວ່າສາວຄົນນີ້ແມ່ນໃຜ ແອນ ແອ່ນ ແອ່ນນນ…ສາວຄົນນີ້ກໍຄື ຕົ້ນຄຳ ພົນຈັນເຮືອງ (ເຈນນີ້) Miss World Laos 2017 ນັ້ນເອງ… ເຊື່ອວ່າແຟນໆຫຼາຍໆຄົນກໍຄົງຈະຄຸ້ນໜ້າຄຸ້ນຕາເຈນນີ້ ຕົ້ນຄຳ ເປັນຢ່າງດີໃນຖານະ ນາງງາມ/ນາງແບບ/ພິທິກອນ ທີ່ນາງສາມາດເຮັດໜ້າທີ່ທີ່ກ່າວມາໄດ້ເປັນຢ່າງດີ , ແຕ່ຍັງບໍ່ໝົດພຽງເທົ່ານັ້ນ ເພາະສະດຸດຫູສະດູດຕາກັບການແຕ່ງກາຍໃນມື້ສະບາຍໆ ອອກແນວ Street style ບວກກັບທ່າໂພສສຸດເຜັດ ສຸດແຊບ ບອກເລີຍບໍ່ທຳມະດາ…ໄປເບິ່ງກັນ!!! ໄດ້ເຫັນຂາຍາວໆ ຮູບຮ່າງດີໆ ຂອງ ເຈນນີ້ ຕົ້ນຄຳ Miss World Laos 2017  ມາໃນແນວ Street style ບວກກັບທ່າໂພສເຜັດໆແຊບໆຂອງນາງແລ້ວ …

Read More »

ປະໝາດບໍ່ໄດ້ເລີຍ! ແຟນໆນາງງາມເຊຍມ່ວນແນ່ນອນ ຫວຽດນາມ ກຽມສົ່ງສາວຄົນນີ້…ລົງປະກວດໃນເວທີ Miss Universe 2019 

ຫຼາຍປະເທດທົ່ວໂລກກໍເລີ່ມປະກວດ ແລະ ປະກາດເປັນທາງການກັນໄປຫຼາຍປະເທດ ຫຼ້າສຸດ ປະເທດ ຫວຽດນາມ ກໍສ້າງຄວາມຮຶຮາໃຫ້ແຟນໆນາງງາມທົ່ວໂລກ ເພາະໄດ້ປະກາດຢ່າງເປັນທາງການແລ້ວວ່າໃນປີນີ້ທາງກອງປະກວດຈະແຕ່ງຕັ້ງ  Hoàng Thùy  ເປັນ Miss Universe Vietnam 2019 ແລະ ຈະໄດ້ເປັນຕົວແທນສາວງາມຫວຽດນາມ ເພື່ອໄປປະຊັນຄວາມງາມ  ປະຊັນທັກສະຄວາມຮູ້ຄວາມສາມາດໃນເວທີ Miss Universe 2019 ທີ່ຈະຈັດຂຶ້ນທ້າຍປີນີ້ ສຳລັບ Hoàng Thùy Miss Universe Vietnam 2019 ແຟນໆຢາກຮູ້ແລ້ວແມ່ນບໍ່ວ່ານາງແມ່ນໃຜ ກ່ອນໜ້ານີ້ນາງເປັນຮອງອັນດັບ 1 ຂອງ Miss Universe Vietnam 2017 ເຊິ່ງສາເຫດທີ່ທາງກອງປະກວດມິສຍູນິເວີດໃນປະເທດຫວຽດນາມແຕ່ງຕັ້ງນາງນັ້ນຍ້ອນວ່າ ປະເທດ ຫວຽດນາມ ຈະມີການຈັດການປະກວດ Miss Universe Vietnam 2ປີ/1ຄັ້ງ ໂດຍຈະໃຫ້ຜູ້ທີ່ໄດ້ຮັບຕຳແໜ່ງເປັນຕົວແທນຂອງປະເທດໄປປະກວດກ່ອນ ແລະ ປີຕໍ່ໆໄປກໍຈະເປັນໜ້າທີ່ຂອງຮອງອັນດັບ ຈົນເຮັດໃຫ້   Hoàng Thùy ມີໂອກາດໄດ້ເປັນຕົວແທນ Miss Universe Vietnam 2019 ນັ້ນເອງ …

Read More »

(ທຸກໆຢ່າງເປັນໄປໄດ້ຖ້າໃຈສູ້) ຈາກເດັກຕົ້ນທຶນຊີວິດຕໍ່າ ໃຫ່ຍມາທ່າມກາງກອງຂີ້ເຫຍື້ອ ສູ່ນັກຮຽນທຶນມະຫາວິທະຍາໄລອັນດັບໜຶ່ງໃນ Australia 

ມາເບິ່ງເລື່ອງລາວສ້າງແຮງບັນດານໃຈ ຈາກສາວນັກສູ້ຜູ້ບໍ່ຍອມແພ້ຕໍ່ຕົ້ນທຶນຊີວິດຂອງຕົວເອງ Sophie Ron  ເປັນແມ່ຍິງສັນຊາດ ກຳປູເຈຍ ທີ່ບໍ່ໄດ້ມີຕົ້ນທຶນຊີວິດດີຄືກັບຄົນອື່ນໆ ເກີດມາໃນຊົນຊັ້ນທຸກຍາກ ອາໄສໃນສະຖານທິີ່ກອງຂີ້ເຫຍື້ອ ໃນເມືອງ ພະນົມເປັນ ປະເທດ ກຳປູເຈຍ ຕັ້ງແຕ່ເກີດມານາງບໍ່ເຄີຍໄດ້ກິນອາຫານແຊບ ຫຼື ອີ່ມຄົບ 3 ຄາບ ຄືກັບຄົນອື່ນ ອົດໆຢາກໆມາຕະຫຼອດ, ແຕ່ສິ່ງໜຶ່ງທີ່ນາງຄິດ ແລະ ມີເປົ້າໝາຍມາຕະຫຼອດວ່າ ນາງຈະບໍ່ຍອມໃຫ້ຄວາມທຸກມາຂວາງທາງຄວາມຝັນ ແລະ ສິ່ງທີ່ຈະເປັນເຂັມທິດນຳພາໄປສູ່ຄວາມຝັນນັ້ນກໍຄື ຄວາມອົດທົນ ຕັ້ງໃຈ ແລະ ມຸ່ງໝັ້ນທີ່ມີໃນໂຕຂອງລາວນັ້ນເອງ ເສັ້ນທາງຊີວິດຂອງ Sophie Ron ໃນຕອນນັ້ນນາງມີອາຍຸ 11 ປີ ເຖິງແມ່ນວ່າຈະມີຈຸດເລີ່ມຕົ້ນມາຈາກເປັນເດັກນ້ອຍທີ່ໃຫ່ຍມາຈາກກອງຂີ້ເຫຍື້ອ ແຕ່ນາງກໍບໍ່ເຄີຍຍອມແພ້ເລີຍ ເຖິງວ່າຈະບໍ່ໄດ້ເຂົ້າໂຮງຮຽນຄືກັບເດັກນ້ອຍຄົນອື່ນ ແຕ່ Sophie ກໍບໍ່ຍອມແພ້ຕໍ່ຊີວິດ ນາງໄດ້ສຶກສາຫາຄວາມຮູ້ດ້ວຍຕົວເອງຈາກໜັງສືເກົ່າໆ ທີ່ຄົນນຳມາຖິ້ມໄວ້ ໃນໄລຍະບໍ່ພຽງເທົ່າໃດ ຍ້ອນຄວາມໄຝ່ຮູ້ ເລີຍເຮັດໃຫ້ສາມາດອ່ານອອກຂຽນໄດ້ ແລະ ນັ້ນກໍຖືເປັນຈຸດເລີ່ມຕົ້ນຂອງການໄຝ່ຮູ້ທີ່ຈະຮຽນຂອງແມ່ຍິງຄົນນີ້… ຕໍ່ຈາກນັ້ນ Sophie Ron ກໍໄດ້ຮັບໂອກາດຈາກກອງທືນສົ່ງເສີມເດັກນ້ອຍໃນກຳປູເຈຍ (CCE) ໃຫ້ໄດ້ຮັບການສຶກສາທີ່ …

Read More »

ອີກໜຶ່ງທາງເລືອກໃໝ່ໆ “Take It Easy Cafe” ສາຍຖ່າຍຮູບ ສາຍຄາເຟ່ທັງຫຼາຍຫ້າມພາດ (ບອກເລີຍ…ຕ້ອງໄປ!!)

ວຸ້ນວາຍກັບການເຮັດວຽກ ການຮຽນມາໝົດມື້ ຮູ້ສຶກເມື່ອຍ ຮູ້ສຶກຢາກ Relax ສຸດໆແມ່ນບໍ່ແຟນໆ? ບາງຄົນກໍຢາກນັດໝູ່ສະໜິດ ນັດຄົນຮູ້ໃຈ ຫຼື ບາງຄົນກໍອິນດີ້ແດ່…ຢາກໄປນັ່ງຊຶ້ງໆຄົນດຽວຊິນ່າ (ຮະຮ່າ) ແຕ່ຄິດສະຖານທີ່ບໍ່ອອກ ບໍ່ຮູ້ຈະໄປໃສ ບ່ອນໃດກໍໄປມາໝົດແລ້ວ… ບໍ່ຍາກເດີ້!!! ປີນີ້ 2019 ແລ້ວບໍ່ຕ້ອງຄິດໃຫ້ເມື່ອຍ ພຽງແຕ່ຕິດຕາມ Kuanjai Magazine  ນັ່ງຢູ່ລ້າໆກໍຈະມີຂໍ້ມູນຂ່າວສານໃໝ່ມາອັບເດດໃຫ້ແຟນໆໄດ້ຮູ້ກັນເລື້ອຍໆ ເພາະຫຼ້າສຸດໄດ້ຍິນຂ່າວວ່າມີຮ້ານ Cafe ເປີດໃໝ່ ຊະນີIndy ກໍບໍ່ລໍຖ້າຊ້າ ໄດ້ໄປຍາມຮ້ານ “Take It Easy Cafe” ເພື່ອເກັບເອົາບັນຍາກາດດີໆພາຍໃນຮ້ານ ແລະ ມາບອກຕໍ່ເຖິງລົດຊາດເຄື່ອງດື່ມ ແລະ ອາຫານທີ່ໜ້າລິ້ມລອງມາຝາກແຟນໆແລ້ວ… ເຊິ່ງຮ້ານ “Take It Easy Cafe” ແມ່ນຕັ້ງຢູ່ຊັ້ນ 4 ຂອງຫ້າງຊັບພະສິນຄ້າ World Trade Center, Bloke B ເຊິ່ງທາງທີມງານເຮົາກໍໄດ້ມີການໄປຖາມໄຖ່ເຖິງທີ່ມາທີ່ໄປຂອງຮ້ານແລ້ວວ່າ “Take It Easy Cafe” …

Read More »

ໃຜວ່າຖືພາຕ້ອງໝົດງາມ? ສ່ອງ…ແອັບເປີ້ນ ສີສະຫງຽນ ກັບການແຕ່ງໂຕໃນຊ່ວງຖືພາ (ບອກເລີຍແມ່ສາຍແຟສຸດໆ)

ນີ້ຍຸກໃດແລ້ວ…ໝົດຄຳທີ່ຕ້ອງເວົ້າວ່າເປັນແມ່ຖືພາແລ້ວຕ້ອງຕຸ້ຍ ຕ້ອງໝົດງາມ ຕ້ອງໝົດຄວາມໝັ້ນໃຈ (No no no) ບໍ່ໄດ້ເດີ້ ແມ່ຍິງເຮົາຕ້ອງຖືຄະຕິຢູ່ຕະຫຼອດວ່າເປັນແມ່ຍິງຢ່າຢຸດງາມ, ບໍ່ເຊື່ອລອງມາສ່ອງ ແອັບເປີ້ນ ສີສະຫງຽນ ທີ່ປັດຈຸບັນນາງກຳລັງຖືພາໄດ້ປະມານເກືອບ 5 ເດືອນ ແຕ່ເບິ່ງແລ້ວນາງກໍຍັງໜ້າຮັກສົດໃສ ງາມຂຶ້ນເລື້ອຍໆ ແລະ ແຕ່ລະຊຸດຂອງນາງກໍຍັງບໍ່ຊໍ້າ ນຳສະໄໝ ສາຍແຟຊັ່ນສຸດໆ. (ລອງມາເບິ່ງ Looks ຂອງ ແອັບເປີ້ນ ສີສະຫງຽນ) ເປັນແນວໃດໄດ້ເຫັນຄວາມງາມ ໜ້າຮັກສົດໃສໃນແບບຂອງ ແອັບເປີ້ນ ສີສະຫງຽນ ເປັນຄືກັບໄດ້ເອີ່ຍມາແຕ່ຕົ້ນເລີຍແມ່ນບໍ່? ສ່ວນແມ່ໆຄົນໃດທີ່ກຳລັງຈະມີລູກ ຫຼຶ ມີລູກແລ້ວ ຮູບຮ່າງກໍອາດຈະບໍ່ຄືເກົ່າ  ໃຫ້ລຸກຂຶ້ນມາເບິ່ງແຍງຕົວເອງໃຫ້ງາມ ແລະ ດູດີແບບເກົ່າກໍຍັງບໍ່ສາຍ ຂໍເປັນກຳລັງໃຈໃຫ້ທຸກໆຄົນກໍແລ້ວກັນເນາະ. ຂໍຂອບໃຈຮູບພາບຈາກ: Appleminiberry Story: ຊະນີIndy

Read More »