Breaking News

Daily Archives: 17/08/2016

ໜັງເດັ່ນ ທ້າຍເດືອນ 06/2016

ສະບາຍດີຮອບດຶກ ເພື່ອນໆແຟນເພສ ວາລະສານຂວັນໃຈ ມາອີກແລ້ວທ້າຍອາທິດ ວັນພັກຜ່ອນ. ມື້ນີ້ ແອດມິນມີໜັງມ່ວນໆມານຳສະເໜີແກ່ແຟນເພສ.. ຈະແມ່ນເລື່ອງໃດນັ້ນ ໄປເບິ່ງກັນເລີຍ !! ເລື່ອງທຳອິດ: Now You See Me 2 – ໜັງອາດຊະຍາກຳລະດັບໂລກ ທີ່ມາໃນຮູບແບບການຫຼິ້ນມາຍາກົນ ຈະເປັນແນວໃດນັ້ນ ຕ້ອງຕິດຕາມເບິ່ງ ເພາະໃກ້ຈະເຂົ້າໂຮງແລ້ວ 😀 Now You See Me 2 – ເລື່ອງນີ້ ຈະບອກເລົ່າເຖິງເລື່ອງລາວ 1 ປີ ຕໍ່ມາຈາກພາກແລ້ວນີ້ ທີ່ພວກ The Four Horsemen ໄດ້ຮ່ວມກັນຊິງໄຫວພິບ ແລະ ເອົາຊະນະ FBI ໄດ້ສໍາເລັດ, ການກັບມາເທື່ອນີ້ ພວກເຂົາຈະຮ່ວມກັນເຮັດພາລະກິດໃໝ່ ຍິ່ງໃຫຍ່ເຊັ່ນເຄີຍ ແຕ່ຈະຕ້ອງພົບກັບສັດຕູໃຫມ່ ທີ່ມີຝີມືຮ້າຍກາດຫຼາຍ.. ນີ້ຈຶ່ງເປັນຈຸດເລີ່ມຕົ້ນຂອງພາລະກິດການປົ້ນຄັ້ງນີ້ ເລື່ອງທີ່ …

Read More »

ໜັງດີ ປະຈຳຕົ້ນເດືອນ 06/2016

ມາຮອດທ້າຍອາທິດທີ່ວັນເດັກນ້ອຍຫາກໍຜ່ານພົ້ນ ຫຼາຍໆຄົນຄົງຄິດເຖິງການພັກຜ່ອນກັບຄອບຄົວ. ມື້ນີ້ ທາງແອດມິນມີໜັງມ່ວນໆມານຳສະເໜີ ເພື່ອເປັນອີກທາງເລືອກໜຶ່ງໃຫ້ແກ່ແຟນເພສ.. ທາເລີ່ມກັນເລີຍ !! ເລື່ອງທຳອິດ: Angry Bird – ໜັງກະຕູນມ່ວນໆ ຕະຫຼົກໆ ທີ່ສ້າງມາຈາກເກມຊື່ດັງ ເລື່ອງນີ້ມ່ວນຫຼາຍ ແອດມິນໄປເບິ່ງມາ 2 ຮອບແລ້ວ ແຫະໆ 😀 Angry Bird – ເລື່ອງລາວທັງໝົດເລີ່ມຂຶ້ນທີ່ເກາະແຫ່ງໜຶ່ງ ທີ່ປະຊາກອນທັງໝົດ ເປັນນົກທີ່ບິນບໍ່ໄດ້ ກໍເລຍບໍ່ຮູ້ວ່າມີສິ່ງມີຊີວິດອື່ນນຳ, ແຕ່ແລ້ວ ຢູ່ດີໆກໍມີພວກໝູສີຂຽວທີ່ມາແຕ່ໃສກະບໍ່ຮູ້ ເດີນທາງມາຢ້ຽມຢາມເກາະນົກ, ແຕ່ຍ້ອນມີບາງຢ່າງຜິດສັງເກດ ຕົວລະຄອນເອກ “ອ້າຍເຣດ” (ທີ່ເປັນນົກເຈົ້າອາລົມ) ພ້ອມທັງໝູ່ເພື່ອນຈຶ່ງຕ້ອງພາກັນອອກຫາຄຳຕອບວ່າພວກໝູສີຂຽວທີ່ມາຢ້ຽມຢາມນີ້ມີຈຸດປະສົງຫຍັງແທ້ !!   ເລື່ອງທີ່ 2: Teenage Mutant Ninja Turtles: Out of the Shadows – ອັນນີ້ກໍເປັນເລື່ອທີ່ສ້າງມາຈາກເກມ ແລະ …

Read More »

5 ເຄື່ອງສໍາອາງ ສຸດຮິດທີ່ຄວນມີໄວ້ໃນກະເປົາ

5 ເຄື່ອງສໍາອາງ ສຸດຮິດທີ່ຄວນມີໄວ້ໃນກະເປົາ ມື້ນີ້ ວາລະສານຂັວນໃຈ ຈະມາແນະນໍາໃຫ້ສາວໆໄດ້ຮູ້ກ່ຽວກັບເຄືອງສໍາອາງທີ່ສາວໆຄວນມີໄວ້ໃນກະເປົາເພື່ອເອົາໄວ້ແຕ່ງໜ້າໃນແຕ່ລະມື້ ເຊັ່ນ: ເຈ້ຍເຊັດໜ້າມັນ: ເປັນສິ່ງທີ່ສຸດຮິດຂອງສາວໆທີ່ໜ້າມັນ ເພາະເຖິງຕອນທ່ຽງໜ້າທີ່ແຕ່ງມາເຕັມແຕ່ຕອນເຊົ້ານັ້ນຈະຫາຍໄປ ແລະ ຈະເຮັດໃຫ້ໜ້າມັນທຸກເທື່ອ ສາວໆຢ່າລືມເອົາອອກມາໃຊ້ ເນັ້ນບໍລິເວນດັງ, ໜ້າຜາກ ແລະ ຄາງ ຮັບຮອງວ່າສາມາດຊ່ວຍທ່ານໄດ້. ລິບສະຕິກສີສົດໃສ: ເປັນເຄື່ອງສໍາອາງສໍາລັບສາວໆທຸກໆຄົນ ບໍ່ວ່າສາວໆຈະຮູ້ສຶກວ່າມື້ນີ້ໜ້າຕົນເອງໂຊມ, ບໍ່ມີສີສັນ ແນະນໍາໃຫ້ທາລິບສະຕິກໂດຍສະເພາະສີສົດໃສເຊັ່ນ: ສີແດງ, ສີບົວ ແລ້ວຈະເຮັດໃຫ້ໜ້າມີຄວາມສົດໃສຂຶ້ນຕື່ມ. Concealer ກ້ອງຕາ: ແທນທີ່ຈະທາຮອງພື້ນທັງໜ້າ ຈະເຮັດໃຫ້ຫຍຸ້ງຍາກ, ເສຍເວລາ ພຽງແຕ່ສາວໆຖື Conceale ມານໍາເທົ່ານີ້ກໍ່ພໍ ໂດຍອາດຈະເລີ່ມທາທີ່ກ້ອງຕາ ເພື່ອເພິ່ມຄວາມສົດໃສໃຫ້ແກ່ໜ່ວຍຕາ. Mascara: ພຽງແຕ່ທາ Mascara ໜຶ່ງເທື່ອຕໍ່ມື້ ໜ່ວຍຕາຂອງທ່ານຈະໂດດເດັງ ເດັ່ນຂື້ນມາທັນທີ. Brush on( ສີໜ໊າ): ລະຫວ່າງເຮັດວຽກງານ ອາດຈະຕ້ອງຍ່າງໄປຍ່າງມາ ອອກນອກຫ້ອງແອ ອາດຈະເຮັດໃຫ້ Brush …

Read More »

9 ວິທີເລືອກຊື້ ເຄື່ອງສໍາອາງ ຢ່າງປອດໄພ

  9 ວິທີເລືອກຊື້ ເຄື່ອງສໍາອາງ ຢ່າງປອດໄພ     ການເລືອກຊື້ເຄື່ອງສໍາອາງເປັນວິທີດີທີ່ສຸດ ຖ້າຫາກສາວໆທ່ານໃດທີ່ເຄີຍຊື້ເຄື່ອງສໍາອາງໂດຍທີ່ບໍ່ເລືອກ, ບໍ່ສັງເກດໃຫ້ດີໆລະວັງໄວ້ມັນຈະເປັນອັນຕະລາຍໄດ້ ດັ່ງນັ້ນ ມື້ນີ້ວາລະສານຂັວນໃຈ ມີວີທີໃນເລືອກຊື້ເຄື່ອງສໍາອາງໃຫ້ປອດໄພມາແນະນໍາດັ່ງນີ້: ຄວນຊື້ເຄື່ອງສໍາອາງຈາກຮ້ານ. ຄວນເລືອກຊື້ເຄື່ອງສໍາອາງທີ່ມີປ້າຍພາສາລາວ ຫຼື ພາສາໄທ. ທົດສອບການແພ້ກ່ອນໃຊ້ດ້ວຍການທາຜະລິດຕະພັນນັ້ນໜ້ອຍໜຶ່ງໃສ່ບໍລິເວນກ້ອງແຂນ ຫຼື ບໍລິເວນຕິ່ງຫູ ແລ້ວປະໄວ 24-48ຊົ່ວໂມງ. ປະຕິບັດຕາມວິທີໃຊ້ທີ່ໄດ້ລະບຸໄວ້. ເມື່ອໃຊ້ເຄື່ອງສໍາອາງສໍາເລັດແລ້ວ ຄວນປິດຝາໃຫ້ແໜ້ນເພື່ອປ້ອງກັນການປົນເປື້ອນ. ເກັບເຄື່ອງສໍາອາງໄວ້ໃນບ່ອນທີ່ແຫ້ງ ແລະ ເຢັນ. ຫ້າມເພິ່ມສານໃດໆລົງໃນເຄື່ອງສໍາອາງ. ຢ່າໃຊ້ເຄື່ອງສໍາອາງຮ່ວມກັບຜູ້ອື່ນ ເພາະອາດຕິດເຊື້ອພະຍາດໄດ້ງ່າຍ. ຫາກເຄື່ອງສໍາອາງມີລັກສະນະປ່ຽນແປງໄປ ບໍ່ວ່າຈະເປັນສີ, ກິ່ນ ຫຼື ຄວາມເຂັ້ມຂຸ້ນບໍ່ຄວນເອົາມານໍາໃຊ້ອີກ.    

Read More »

7 ວິທີເກັບຮັກສາເຄື່ອງສໍາອາງຢ່າງຖືກວິທີ

7 ວິທີເກັບຮັກສາເຄື່ອງສໍາອາງຢ່າງຖືກວິທີ ສາວໆ ແຕ່ລະຄົນເຄີຍຮູ້ ເຄີຍສັງເກດບໍ່ວ່າຕົນເອງເກັບຮັກສາເຄື່ອງສໍາອາງໄວ້ໄດ້ຖືກວິທີແລ້ວບໍ່ ມື້ນີ້ ວາລະສານຂັວນໃຈ ໄດ້ນໍາເອົາວິທີໃນການເກັບຮັກສາເຄື່ອງສໍາອາງຢ່າງຖືກວິທີ ເອົາມາຝາກໃຫ້ສາວໆໄດ້ນໍາເອົາໄປໃຊ້ ດັ່ງນີ້: ບໍລິເວນທີ່ເໝາະສົມແກ່ການເກັບໄວ້ເຄື່ອງສໍາອາງຄື ຄວນເກັບໄວ້ບໍລິເວນທີ່ບໍ່ຖືກແສງແດດສ່ອງເຖິງ ແລະ ມີ ອຸນຫະພູມປະມານ 25°C ຄືການເກັບຮັກສາເຄື່ອງສໍາອາງໄວ້ໃນບ່ອນທີ່ມີອາກາດເຢັນສະບາຍ , ເກັບໄວ້ໃນບ່ອນທີ່ແຫ້ງ ແລະ ແສງແດດສ່ອງບໍ່ເຖິງ. ອ່ານວິທີເກັບຮັກສາຢູ່ໃນປ້າຍຂອງເຄື່ອງສໍາອາງ ທຸກອັນຈະມີວິທີໃຊ້ ແລະ ວິທີເກັບຮັກສາຢູ່ຕະຫຼອດ ຖ້າບໍ່ດັ່ງນັ້ນເຄື່ອງສໍາອາງອາດເສື່ອມສະພາບລ່ວງໜ້າໄປກ່ອນວັນໝົດອາຍຸ. ເປີດຝາໃນເວລາທີ່ຕ້ອງການໃຊ້ເທົ່ານັ້ນ ແລະ ເມື່ອຍໃຊ້ແລ້ວກໍ່ຄວນປິດຝາໃຫ້ແໜ້ນ ນອກຈາກເຮັດໃຫ້ສະອາດແລ້ວ, ບໍ່ເຮັດໃຫ້ແຫ້ງ, ຂີ້ຝຸ່ນ, ເຊື້ອພະຍາດຕ່າງໆບໍ່ສາມາດລົງໄປສໍາຜັດກັບເຄື່ອງສໍາອາງໄດ້, ເພື່ອບໍ່ໃຫ້ເນື້ອຜະລິດຕະພັນສໍາຜັດກັບອາກາດໂດຍກົງ. ຮັກສາຄວາມສະອາດຂອງມື, ໃບໜ້າ ແລະ ອຸປະກອນແຕ່ງໜ້າ ທຸກໆຄັ້ງກ່ອນທີ່ຈະສໍາຜັດກັບເຄື່ອງສໍາອາງຕ້ອງລ້າງມື ແລະ ຕ້ອງລ້າງໜ້າ ເພື່ອໃຫ້ໝັ້ນໃຈໄດ້ວ່າສິ່ງປົນເປື້ອນຈາກຜິວພັນ ລວມທັງແບັດທີເຣຍ ຈະໄດ້ບໍ່ລົງໄປສໍາຜັດກັບເຄື່ອງສໍາອາງ. ບໍ່ໃຊ້ເຄື່ອງສໍາອາງ ລວມທັງSkin Care ຮ່ວມກັບຜູ້ອື່ນ ເພາະຖ້າໃຊ້ຮ່ວມກັນຫຼາຍເທົ່າໃດ ໂອກາດທີ່ເຄື່ອງສໍາອາງນັ້ນຈະປົນເປື້ອນ …

Read More »