Breaking News

Daily Archives: 27/02/2017

ເວທີ Oscars 2017 ປະກາດລາງວັນ “ຮູບເງົາດີເດັ່ນ” ຜິດພາດ!! (ມີຄຣິີບ)

  ໃນຄໍ່າຄືນທີ່ສຸດຍິ່ງໃຫ່ຍຂອງວົງການຮູບເງົາຝັ່ງ Hollywood ກັບການປະກາດຜົນລາງວັນຮູບເງົາ  Oscars ຄັ້ງທີ 89 ປະຈຳປີ 2017 ຜ່ານພົ້ນໄປເປັນທີ່ຮຽບຮ້ອຍແລ້ວ ເຊິ່ງຜົນກໍເປັນໄປຕາມຄາດໝາຍ ຮູບເງົາເພງແນວຄຼາກຊິກ La La Land ຄວ້າລາງວັນໄປໄດ້ຫຼາຍທີ່ສຸດເຖິງ 6 ລາງວັນເຊັ່ນ: ອອກແບບງານສ້າງດີເດັ່ນ,ດົນຕີປະກອບດີເດັ່ນ, ເພງປະກອບຮູບເງົາດີເດັ່ນ, ຜູ້ກຳກັບດີເດັ່ນ ແລະ ນັກສະແດງນຳຍິງດີເດັ່ນ. ໂດຍໃນງານເກີດເຫດບໍ່ຄາດຝັນເມື່ອໃນຊ່ວງທ້າຍຂອງຜົນປະກາດລາງວັນ ນັກສະແດງອະວຸໂສ ວໍເຣນ ເບດຕີ້ ປະກາດລາງວັນຮູບເງົາດີເດ່ນ ຜິດພາດ ເຊິ່ງຄວາມຈິງເລື່ອງທີ່ໄດ້ຄື Moonlight ແຕ່ປະກາດເປັນ La La Land ທີມຮັບລາງວັນຈາກ La La Land ຈຶ່ງຕ້ອງລົງຈາກເວທີເປີດທາງໃຫ້ກັບນັກສະແດງຈາກຮູບເງົາເລື່ອງ  Moonlight ຂຶ້ນໄປແທນ.   Moonlight Wins Best Picture Oscar After La La …

Read More »

ປະຫວັດວັດສີສະເກດທີ່ຫຼາຍທ່ານຍັງບໍ່ເຄີຍຮູ້

ທ່ານຜູ້ອ່ານທີ່ໜ້າຮັກຫຼາຍໆທ່ານ ຮູ້ຫຼືຍັງວ່າວັດສີສະເກດ ມີປະຫວັດຄວາມເປັນມາແນວໃດ ຖ້າທ່ານຜູ້ອ່ານທ່ານໃດ ຍັງບໍ່ຮູ້ກໍ່ຮີບຟ້າວມາອ່ານທາງນີ້ເລີຍ ເພາະມື້ນີ້ ທີມງານ ຂວັນໃຈ ຈະຂໍນຳເອົາປະຫວັດຄວາມເປັນມາຂອງ ວັດສີສະເກດ ມາເລົ່າສູ່ທ່ານຜູ້ອ່ານທີ່ໜ້າຮັກຟັງ ວັດສີສະເກດເປັນວັດທີ່ມີຊື່ສຽງ ແລະ ເປັນທີ່ຮູ້ຈັກຂອງຊາວພຸດທະສາສະໜາ ວັດສີສະເກດ ຕັ້ງຢູ່ກົງກັນ ກັບວັດຫໍພຣະແກ້ວ ເມື່ອທ່ານຜູ້ອ່ານທີ່ຮັກແພງຂ້າມທາງມາຈາກວັດຫໍພຣະແກ້ວກໍຈະແມ່ນວັດສີສະເກດ ເຊິ່ງເປັນວັດທີ່ມີຄວາມສໍາຄັນທາງປະຫວັດສາດ ເພາະວ່າເປັນວັດດຽດທີ່ລອດພົ້ນຈາກການຈູດເຜົາທຳລາຍຂອງສັກດີນາຕ່າງດ້າວທີ່ມາຮຸກຮານລາວໃນລະຫວ່າງປີ ຄສ 1827 – 1828 ຊື່ທີ່ຈາລຶກໄວ້ໃນແຜ່ນສິລາຂຽນວ່າ: “ສະຕະສະຫັສສາຣາມ” (ແປວ່າ ວັດແສນ) ແຕ່ຄົນທັງຫຼາຍເອີ້ນວ່າ: “ວັດສີສະເກດ”.  ວັດສີສະເກດໄດ້ຖືກສ້າງຂຶ້ນໃນປີ ຄສ 1818 ໂດຍການນໍາພາຂອງເຈົ້າອານຸວົງ ກະສັດອົງສຸດທ້າຍຂອງຣາຊະວົງວຽງຈັນ, ວັດນີ້ໃນອະດີດຕັ້ງຢູ່ຕິດກັບບໍລິເວນພຣະຣາດຊະວັງຫຼວງດ້ານຕາເວັນອອກສ່ຽງ   ເໜືອ ແລະ ຕັ້ງຢູ່ດ້ານໃນກຳແພງບູຮານວຽງຈັນຊັ້ນໃນ ປັດຈຸບັນນີ້ ເບື້ອງທ່າຕິດກັບຖະໜົນ ໄຊເຊດຖາທິຣາດ ເບື້ອງທົ່ງຕິດກັບ ທະນາຄານພັດທະນາອາຊີ ຫ່າງໄກຈາກແມ່ນ້ຳຂອງປະມານ 250 ແມັດ ວັດສີສະເກດ ມີຄວາມພິເສດກວ່າວັດອື່ນເນື່ອງຈາກວ່າເປັນວັດທີ່ບັນຈຸຫໍໄຕຣປີດົກ, ກຸດຕິຂອງເຈົ້າເພັດຊະຣາຊ …

Read More »

ດັດສະນີເງິນເດືອນໃໝ່ ຈະບໍ່ກະທົບຕໍ່ລາຄາສິນຄ້າ

ເພື່ອຄວບຄຸມລາຄາສິນຄ້າ ແລະ ປົກປ້ອງຜູ້ບໍລິໂພກກົມການຄ້າພາຍໃນ ກະຊວງອຸດສາຫະກຳ ແລະ ການຄ້າ ແມ່ນໄດ້ເອົາໃຈໃສ່ຢ່າງຈິງຈັງ ເພື່ອບໍ່ໃຫ້ແມ່ຄ້າຊາວຂາຍຕາມທ້ອງຕະຫຼາດ ໄດ້ສວຍໂອກາດຂຶ້ນລາຄາສິນຄ້າ ຕາມການປັບຂຶ້ນຂອງດັດສະນີເງິນເດືອນ ໂດຍລະບຸວ່າສິນຄ້າ 4 ປະເພດທີ່ຄວບຄຸມພາກສ່ວນທີ່ກ່ຽວຂ້ອງ ຈະຕ້ອງລາຍງານ ແລະ ຕິດລາຄາເປັນພາສາລາວຢ່າງເປັນປົກກະຕິ. ທ່ານ ບຸນທຽນ ແກ້ວສີພາ ຫົວໜ້າກົມການຄ້າພາຍໃນ ກະຊວງອຸດສາຫະກຳ ແລະ ການຄ້າ ກ່າວວ່າ: ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງລາຄາ ແລະ ຄ່າບໍລິການໃນໄລຍະຜ່ານມາຈົນເຖິງປັດຈຸບັນ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຄົ້ນຄວ້າ ແລະ ກໍານົດເອົາລາຍການສິນຄ້າຄວບຄຸມປະກອບມີ 4 ປະເພດ ລວມມີ 14 ລາຍການຄື: ນ້ຳມັນເຊື້ອໄຟມີ 3 ລາຍການ (ນໍ້າມັນແອັດຊັງພິເສດ ແອັດຊັງທຳມະດາ ແລະ ນ້ຳມັນກາຊວນ), ປະເພດເຂົ້າ 6 ລາຍການ, ປະເພດຊີ້ນ 4 …

Read More »

ສາວລາວໄດ້ຮັບລາງວັນອັນຊົງກຽດທີ່ປະເທດໄທ

  ຈາກຜົນງານຖ່າຍແບບທີ່ໂດດເດັ່ນໃນປະເທດໄທ ແລະ ຜົນງານເດີນແບບຫຼາຍງານທີ່ເດັ່ນໃນປະເທດລາວ ຈຶ່ງເຮັດໃຫ້ນ້ອງ ນຸ້ຍ ສຸພາພອນ ໄດ້ມີລາຍຊື່ຮັບລາງວັນ ບຸກຄົນສຳຄັນແຫ່ງປີ 2017 (World Top Award 2017)  ທີ່ປະເທດໄທ, ຂໍບັນດາທ່ານຊ່ວຍເປັນແຮງໃຈໃຫ້ S’nuiz Souphaphone ທີ່ຈະສ້າງຜົນງານຮັບໃຊ້ສັງຄົມລາວ ແລະ ຕ່າງປະເທດ ໃຫ້ຊາວໂລກຮູ້ວ່າເມືອງລາວເຮົາມີດີຫຼາຍຢ່າງ ທາງດ້ານວັດທະນະທຳ ການທ່ອງທ່ຽວ ແລະ ຮອຍຍິ້ມສົດໃສທີ່ເປັນມິດຕໍ່ທຸກປະເທດ. #ແຊຣໄປໃຫ້ໂລກຮູ້ວ່າສາວລາວເຮົາທັງງາມແລະເກັ່ງບໍ່ແພ້ຊາດອື່ນ ສຳລັບນ້ອງ ນຸ້ຍ ສຸພາພອນ ສົມວິຈິດ ມີອາຍຸ 20 ປີກຳລັງສຶກສາຢູ່ທີ່ ວິທະຍາໄລ ຄອມເຊັນເຕີ້ ປີ 3  ສາຂາທີ່ຮຽນແມ່ນ ສາຂາບໍລິການທຸລະກິດ, ຫຼາຍໆທ່ານອາດຈະຄຸ້ນໜ້າຄຸ້ນຕາກັນດີເພາະມີຕຳແໜ່ງ ຮອງນາງສາວນະຄອນຫຼວງ ປີ 2016  ແລະ ທີ່ຜ່ານມາຍັງມີການຖ່າຍແບບ-ເດີນແບບຕາມວາລະສານ ແລະ ງານເດີນແບບຕ່າງໆ… ແລະ ໃນໄວໆນີ້ນ້ອງ ນຸ້ຍ ສຸພາພອນ ກຳລັງຈະມີຜົນງານຖ່າຍແບບຂຶ້ນປົກ ວາລະສານ …

Read More »

ການປະມູນຂາຍລົດປະຈຳຕຳແໜ່ງ ຂອງການນຳ ລະດັບສູງ 

ໃນ​ວັນ​ທີ 24 ກຸມພາ 2017 ທີ່​ຫໍ​ປະຊຸມ​ແຫ່ງ​ຊາດ ​ໄດ້​ມີ​ພິທີ​ຖະ​ແຫຼ​ງຂ່າວ ກ່ຽວ​ກັບການ​ປະມູນ​ຂາຍ​ລົດ​ປະຈຳ​ຕຳ​ແໜ່ງ​ ຂອງ​ການ​ນຳ​ລະດັບ​ສູງ ຈຳນວນ 14 ຄັນ, ​ໃນ​ນັ້ນ​ມີ​ລົດ​ຍີ່​ຫໍ້ BMW ລຸ້ນ 730 LI ຈຳນວນ 7 ຄັນ ​ແລະ ​ຍີ່​ຫໍ້ BENZ ລຸ້ນ S 350 ຈຳນວນ 7 ຄັນ. ​ເພື່ອ​ໃຫ້​ບັນດາ​ນັກທຸລະກິດ, ຜູ້​ປະກອບ​ການ, ບຸກຄົນ, ນິຕິບຸກຄົນ ທຸກພາກ​ສ່ວນ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ຮັບ​ຊາບ​ທົ່ວ​ເຖິງ​ກັນ ພ້ອມ​ເຂົ້າ​ຮ່ວມການ​ປະມູນດັ່ງກ່າວ. ​ເຊິ່ງການ​ປະມູນ​ແມ່ນ​ຈະ​ຈັດ​ຂຶ້ນ​ ໃນ​ວັນ​ທີ 28 ກຸມພາ 2017 ​ເວລາ 15:00 ​ໂມງ ​ເປັນ​ຕົ້ນ​ໄປ ທີ່​ຫໍ​ປະຊຸມ​ແຫ່ງ​ຊາດ (ຫຼັກ6). ທ່ານ ອາດ​ສະພັງ​ທອງ ສີ​ພັນ​ດອນ …

Read More »