Breaking News

Daily Archives: 16/03/2017

10 ສະຖານທີ່ທ່ອງທ່ຽວ ຂອງແຂວງຈໍາປາສັກ

ແຟນໆຂວັນໃຈທັງຫຼາຍ ມື້ນີ້ ທາງທີມງານ ເວັບໄຊ໌ຂວັນໃຈ ໄດ້ລວມເອົາສະຖານທີ່ທ່ອງທ່ຽວ ຂອງແຂວງຈໍາປາສັກ ມາແນະໃຫ້ແຟນໆຂວັນໃຈໄດ້ຮູ້ຈັກ ເມື່ອໄປຮອດໄປເຖິງແຂວງຈໍາປາສັກ ກໍຢ່າລືມໄປທ່ຽວເດີ້ ຈະມີບ່ອນໃດແດ່ນັ້ນໄປເບິ່ງພ້ອມໆກັນເລີຍ. ຜາສາດຫີນວັດພູ 2. ພູສ່າເຫຼົ້າ 3. ຄອນພະເພັງ 4. ນໍ້າຕົກຕາດສົມພະມິດ ( ຫຼີ່ຜີ ) 5. ນໍ້າຕົກຕາດຜາສ້ວມ 6. ຕາດອີ່ຕູ້ 7. ຕາດເຍືອງ 8. ຕາດຟານ 9. ສວນກາເຟສີນຸກ 10. ດອນເຂາະ ເຄຼດິດຮູບພາບ: google.com

Read More »

ກຽມສະເໜີມໍລະດົກໂລກເພີ່ມ 2 ແຫ່ງ

  ໃນວັນທີ 16 ມີນາ 2017 ທີ່ ນະຄອນຫລວງວຽງຈັນ , ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ພົບປະ ແລະ ເຮັດວຽກກັບສະມາຊິກສະພາແຫ່ງ ຊາດຊຸດທີ VIII ເຂດເລືອກຕັ້ງ 1 ນະຄອນຫລວງວຽງຈັນ ໂດຍ ທ່ານ ທອງສະລິດ ມັງໜໍ່ເມກ ສະມາຊິກສະພາແຫ່ງຊາດ ຊຸດທີ VIII ເຂດເລືອກຕັ້ງ 1 ນະຄອນຫລວງ ວຽງຈັນ ພ້ອມດ້ວຍຄະນະ ເພື່ອປະຕິບັດພາລະໜ້າທີ່ຂອງສະພາແຫ່ງຊາດ ໃນນີ້ສະມາຊິກສະພາແຫ່ງຊາດ ແຕ່ລະເຂດເລືອກຕັ້ງ ຕ້ອງໄດ້ລົງໄປພົບປະ ຢ້ຽມຢາມ ຫລື ເຜີຍແຜ່ເອກະສານ, ການຕົກລົງບັນຫາຕ່າງໆ ທີ່ສະພາແຫ່ງຊາດ ໄດ້ຮັບຮອງເອົາ. ໂອກາດນີ້ ທ່ານ ສະຫວັນຄອນ ລາຊະມຸນຕີ ຮອງລັດຖະມົນຕີກະຊວງ ຖວທ ໄດ້ລາຍງານສະພາບລວມ ແລະ …

Read More »

ນໍ້າຝົນ ປ່ອຍເພງໃໝ່ “ມືສັງຫານ”

  ນໍ້າຝົນ ນັກຮ້ອງສາວສຽງດີ ຈາກຄ່າຍເພງ ອິນດີ້ ເລັກຄອດ ໄດ້ປ່ອຍ Single ເພງໃໝ່ຫຼ້າສຸດໃນບົດເພງທີ່ມີຊື່ວ່າ: “ມືສັງຫານ” ເຊິ່ງເພງນີ້ກໍໄດ້ ອ້າຍ ສັກ ແຫ່ງ ວົງ Cells ນັກຮ້ອງສີລະປິນຊື່ດັງມາເປັນຄົນຂຽນເນື້ອຮ້ອງໃຫ້, ບົດເພງດັ່ງກ່າວເປັນບົດເພງຊຶ້ງກິນໃຈເອົາໃຈຄົນທີ່ຕົກຂຸມຮັກຄົນທີ່ມີເຈົ້າຂອງແລ້ວ. ບົດເພງນີ້ຈະມີຄວາມມ່ວນ ຊຶ້ງ ກິນໃຈພຽງໃດ ລອງມາຟັງຜົນງານເພງທີ່ສ້າງມາຈາກຄົນລາວເຮົາກັນເລີຍ #ຢ່າລືມແຊຣໃຫ້ໂລກຮູ້ວ່າຄົນລາວເຮົາມີຄວາມສາມາດ   ຄລິບຈາກ: Indee Laos ຮູບພາບຈາກ: Namfon Indee

Read More »

​ປະຊາ​ຊົນ​ ຜູ້​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໂຄງການ​ສະ​ເໜີ 4 ບັນຫາ

ໂອກາດທີ່ເຮົາປະຊາຊົນຊາວລາວ ຈະ​ໄດ້​ນັ່ງ​ລົດ​ໄຟ​ຈາກບ້ານເຮົາ ​ອອກ​ສູ່​ອາ​ຊຽນ ​ແລະ ​ປະເທດອື່ນໆໃກ້ຈະເປັນຄວາມຈິງທຸກມື້ແລ້ວ  ​ເພາະເຈົ້າ​ໜ້າ​ທີ່​ວິຊາສະ​ເພາະ ​ແລະ ​ກໍາ​ມະກອນ​ຈໍານວນ​ຫຼວງຫຼາຍ ຂອງໂຄງການກໍ່ສ້າງ​ເສັ້ນທາງ​ລົດ​ໄຟ​ລາວ-ຈີນໄດ້​ລົງ​ມື​ເຈາະ​ອຸບ​ມົງ​​ ເສັ້ນທາງ​ລົດ​ໄຟ​ລອດຢ່າງ​ເປັນ​ທາງ​ການ​ແລ້ວ ​​​ໃນ​ເດືອນ​ນີ້ຢູ່​​​ເຂດ​ບໍ່​ເຕັນ ​ເມືອງ​ຫຼວງ​ນໍ້າ​ທາ. ໃນ​ວັນ​ທີ 15 ມີນາ 2017 ນີ້ ທ່ານ ຈັນທະ​ຈອນ ​ແກ້ວ​ລະຄອນ ຫົວໜ້າຄະນະ​ປະສານ​ງານ​ ໂຄງການ​ກໍ່ສ້າງ​ທາງ​ລົດ​ໄຟ​ລາວ-ຈີນ​ປະ​ຈໍາ​ແຂວງ​ຫຼວງ​ນໍ້າ​ທາ​ ໄດ້ໃຫ້ຮູ້ວ່າ: ປັດຈຸບັນ​ນີ້ໂຄງການ​ກໍ່ສ້າງ​ທາງ​ລົດ​ໄຟ ​ລາວ-ຈີນ ​​ໄລຍະ​ທີ 1 ​ມີ​ຄວາມ​ຄືບ​ໜ້າ​ໄວ​ເກີນ​ຄາດ​ ໂດຍ​ນັກວິຊາການ ​ແລະ ກໍາມະກອນ​ສອງ​ຝ່າຍ​ປະມານ 300 ກວ່າ​ຄົນ​ ໄດ້​ລົງມື​ເຈາະ​ອຸບ​ມົງ ​ເສັ້ນທາງລົດ​ໄຟ​ລອດ​ຢ່າງ​ເຄັ່ງຮ້ອນ ​ເຊິ່ງ​ໂຄງການ​ໄລຍະ​ທີ 1 ນີ້​ແມ່ນເລີ່​ມຈາກ​​ເຂດ​ບໍ່​ເຕັນ ​ແຂວງ​ຫຼວງ​ນໍ້າ​ທາ​ ຫາ ​ເມືອງ​ນາ​ໝໍ້ ​ແຂວງ​ອຸດົມ​ໄຊ ​ເຊິ່ງມີ​ຄວາມ​ຍາວ 50 ກວ່າ​ກິ​ໂລ​ແມັດ ​ໃນ​ນັ້ນຜ່ານ​ແຂວງ​ຫຼວງ​ນໍ້າ​ທາ 16 ກວ່າ​ກິ​ໂລ​ແມັດ,ມີ 2 ສະຖາ​ນີຄື: …

Read More »

ວັນໃໝ່ ໄປອອກລາຍການຊື່ດັງຂອງ ປະເທດໄທ (ມີ Clip)

  ຫຼັງຈາກທີ່ສ້າງຊື່ສຽງໃຫ້ ປະເທດລາວ ໂດຍສາມາດຄວ້າລາງວັນ ຊຸດປະຈຳຊາດດີເດັ່ນ ໃນການປະກວດສາວງາມປະເພດສອງ “Miss International Queen 2016”  ນ້ອງ ວັນໃໝ່ ມົນຈຳປາ ທຳມະວົງ ຈົນກາຍເປັນກະແສຮືຮາມາແລ້ວ, ຫຼ້າສຸດ ວັນໃໝ່ ກໍໄດ້ໄປອອກລາຍການຊື່ດັງຂອງປະເທດເພື່ອນບ້ານເຮົາ ເປັນລາຍການຊື່ດັງ “ຫຼິ້ນໃຫ່ຍຈັດໃຫ່ຍ” ໂດຍມີພິທີກອນຊື່ດັງຫຼາກຫຼາຍຄວາມສາມາດ ດຣ. ປະນັດດາ ວົງຜູ້ດີ (ບຸມ) ເປັນຄົນດຳເນີນລາຍການ ແລະ ສຳພາດ ວັນໃໝ່.   ໃນການສຳພາດພິທິກອນກໍຖາມ ວັນໃໝ່ ເຖິງທີ່ໄປທີ່ມາໃນການມາປະກວດ “Miss International Queen 2016”  ໃນເທື່ອນີ້ ແລະ ຍັງຖາມເຖິງການຍອມຮັບຂອງສາວປະເພດສອງໃນສັງຄົມລາວ ແລະ ວັນໃໝ່ກໍຕອບວ່າ: “ການຍອມຮັບຂຶ້ນກັບຄົນທີ່ເລືອກຈະປະຕິບັດຕົນ ຖ້າເປັນແບບຢ່າງທີ່ດີກໍຈະຖືກຍອມຮັບ ກໍຂຶ້ນຢູ່ກັບວ່າການກະທຳຂອງຄົນ”  ສຳລັບແຟນໆ ທ່ານໃດທີ່ຍາກຮູ້ທີ່ໄປທີ່ມາຂອງ ນ້ອງ ວັນໃໝ່ ເພີ່ມຕື່ມມື້ນີ້ ຊະນີIndy ກໍບໍ່ເຄີຍພາດທີ່ຈະນຳເອົາຄລິບລາຍການມາຝາກ …

Read More »