Breaking News

Beauty

ຈັດໄປແບບເຜັດໆໆໆ!!! ບາບີ້ ປິຍະມາດ ມາໃນລຸກສາວອິນເຕີ (ຜິວແທນ) 

ເຫັນແລ້ວ ວ້າວວວວວວ ແບບຍາວໆກັນເລີຍ ບາບີ້ ປິຍະມາດ ຫຼັງຈາກທີ່ໄດ້ອອກມາໂພສກ່ຽວກັບການຕັດສິນໃຈລົງປະກວດເວທີນາງງາມຈົນເປັນກະແສດຣ່າມ່າຮືຮາມາໄລຍະໜຶ່ງ, ຫຼ້າສຸດນາງກໍ່ມາໃນລຸກໃໝ່ ຈັດໄປ!!! ແບບເຜັດເວີ້ໆໆໆ ເຊິ່ງງານນີ້ ບາບີ້ ມາໃນລຸກສາວອິນເຕີ ຜິວສີແທນ ຈາກທີ່ເຄີຍເປັນສາວໝວຍ ຜິວຂາວນຽນ ພໍມາໃນລຸກນີ້ກໍ່ຖືວ່ານາງຜ່ານຢູ່ເດີ້… ສຳລັບ ບາບີ້ ປິຍະມາດ ແຟນໆກໍ່ຄົງຈະຄຸ້ນໜ້າຄຸ້ນຕາກັນດີ ເພາະມີຜົນງານທັງການສະແດງ ເດີນແບບ ຖ່າຍແບບ ແລະ ອື່ນໆ, ປັດຈຸບັນນາງເປັນໜຶ່ງໃນຜູ້ເຂົ້າປະກວດ Miss International Laos 2018 ໃຜທີ່ເປັນແຟນຄລັບນາງກໍ່ຢ່າລຶມເຊຍນາງກັນໄດ້ ຈະມີຮອບຕັດສິນໃນວັນທີ 14 ຕຸລາ 2018 ນີ້. Story: ຊະນີIndy ຮູບພາບ: Alick Sumoonthong, B’Bie Piyamarth.  

Read More »

ຜ່ານບໍ່??? ໝໍແນ່ງ ຈັນດາລີ ມາໃນລຸກສາວລາວໂບຮານ…

ເຫັນແລ້ວຜ່ານຕາບໍ່ໄດ້ເລີຍ ຫຼ້າສຸດ ຈັນດາລີ ສິດພະໄຊ (ໝໍ ແນ່ງ) ກໍ່ໄດ້ອັບເດດຮູບພາບຫຼ້າສຸດ ເຊິ່ງມາໃນລຸກສາວລາວໂບຮານ ເກົ້າຜົມບ່ຽງແພ ແບບແມ່ຍິງລາວດັ້ງເດີມ ເບິ່ງແລ້ວງົດງາມ ອ່ອນຊ້ອຍ ຈົນບໍ່ຢາກລະສາຍຕາໄປໃສ… ເຫັນແລ້ວ ສຳລັບ ຊະນີIndy ໃຫ້ຄະແນນ ໝໍແນ່ງ ທີ່ມາໃນລຸກແມ່ຍິງລາວໂບຮານນີ້ ເອົາໄປ 10 10 10 ກັນເລີຍເດີ້ ແລ້ວແຟນໆເດວ່າແນວໃດ ໃຫ້ ໝໍແນ່ງໃນລຸກນີ້ຜ່ານແດ່ບໍ່???  (ຄອມເມັ້ນບອກກັນແດ່) ຮູບພາບ: Chandaly Ningnang Sitpraxay

Read More »

ບໍ່ແພ້ຊາດໃດໃນໂລກ! ມາເບິ່ງຄວາມອະລັງການຊຸດປະຈຳຊາດລາວທີ່ໃຊ້ເຂົ້າໃນການປະກວດ Miss Grand International (2017-2018) #ແຊຣໄປໃຫ້ໂລກຮູ້

ປະເທດລາວ ກໍໄດ້ມີການສົ່ງສາວງາມຕົວແທນ ໄປປະກວດນາງງາມເວທີລະດັບໂລກ Miss Grand International ຄັ້ງນີ້ກໍ່ຖືວ່າເປັນປີທີ່ 2 ແລ້ວ, ນອກຈາກສາວງາມ ກໍ່ຍັງມີອີກສິ່ງໜຶ່ງທີ່ເຮັດໃຫ້ພໍ່ແມ່ພີ່ນ້ອງເວົ້າເຖິງຢູ່ສະເໝີ ກໍຄືຊຸດປະຈຳຊາດ ທີ່ສາວງາມໄດ້ສວມໃສ່, ໃນມື້ນີ້ ຊະນີIndy ຈະພາມາເບິ່ງຊຸດປະຈຳຊາດທີ່ບັນດາສາວງາມໄດ້ໃສ່ ບໍ່ວ່າຈະເປັນຊຸດຂອງ ນ້ອງ ຈິນນາລີ ນໍລະສິງ (ຟ້າໃສ) Miss Grand Laos 2017 ທີ່ໄດ້ສວມໃສ່ ແລະ ໃນປີນີ້ກໍ່ແມ່ນ ນ້ອງ ນົບພະລັດ ສີໄກພັກ (ມາລີ) Miss Grand Laos 2018 ແລະ ຕ້ອງຂໍບອກເລີຍວ່າ ຊຸດປະຈຳຊາດລາວ ໃນແຕ່ລະປີແມ່ນ ອະລັງການງານສ້າງ ມີຄວາມຄິດສ້າງສັນ ອອກແບບ ແລະ ຕັດຫຍິບໄດ້ຢ່າງງົດງາມ ແຕ່ລະຊຸດລ້ວນມີຄວາມໝາຍ ແລະ ທີ່ສຳຄັນແມ່ນບໍ່ແພ້ຊາດໃດໃນໂລກ. ຊຸດປະຈຳຊາດຂອງ ນົບພະລັດ ສີໄກພັກ (ມາລີ) Miss Grand …

Read More »

ງາມໆທັງນັ້ນ! ສ່ອງສາວງາມຜູ້ເຂົ້າປະກວດ Miss Grand International 2018 

ຈະພາແຟນໆມາສ່ອງບັນດາສາວງາມຜູ້ເຂົ້າປະກວດ Miss Grand International 2018  ເຊິ່ງຫຼ້າສຸດທາງເພສການປະກວດຫຼັກກໍ່ໄດ້ປ່ອຍຮູບພາບບັນດາສາວງາມໃນຊຸດງານລ້ຽງຕ້ອນຮັບ ຂໍບອກເລີຍວ່າແຕ່ລະສາວງາມຈາກຫຼາຍປະເທດທົ່ວທຸກມຸມໂລກກໍ່ຈັດເຕັມແບບບໍ່ມີໃຜຍອມໃຜ ງາມໆທັງນັ້ນ ໜຶ່ງໃນນັ້ນກໍ່ມີ ນ້ອງ ມາລີ ນົບພະລັດ ສີໄກພັກ Miss Grand Laos 2018 ອີກດ້ວຍ. ມີຮູບພາບຂອງບັນດາສາວງາມຜູ້ເຂົ້າປະກວດ  Miss Grand International 2018 ມາຝາກ… ເປັນແນວໃດກັນແນ່ ສາວໆຜູ້ເຂົ້າປະກວດແຕ່ລະຄົນງາມໆທັງນັ້ນເລີຍວ່າບໍ່ແຟນໆ, ສຳລັບການປະກວດ Miss Grand International 2018 ຈະມີຮອບຕັດສິນໃນວັນທີ 25.10.2018 ທີ່ຈະມາເຖິງນີ້, ຢ່າງໃດກໍ່ຝາກຄົນລາວເຮົາທຸກໆຄົນ ຊ່ວຍເປັນກຳລັງໃຈໃຫ້ ນ້ອງ ມາລີ ນົບພະລັດ ກັນຫຼາຍໆເລີຍເດີ້ແຟນໆ. #ຮັກລາວເຊຍລາວ #ເຊຍລາວສຸດໃຈ  ?? ?? ?? ຮູບພາບ: Miss Grand International

Read More »

ໄຂຄວາມຂ້ອງໃຈ! ຄວາມແຕກຕ່າງລະຫວ່າງ ເວສເທນນິ່ງ (Weight Training) vs ຄາດິໂອ (Cardio)

ເຊື່ອວ່າໝູ່ເພື່ອນຫຼາຍໆຄົນຄົງຈະ ຮັກ ແລະ ມັກ ໃນການເບິ່ງແຍງສຸຂະພາບ ຄວບຄຸມນໍ້າໜັກ ແລະ ອາຫານການກິນ ລວມເຖິງການອອກກຳລັງກາຍ ແລະ ກໍ່ຄົງຈະເຄີຍໄດ້ຍິນຄຳວ່າ ເວສເທນນິ່ງ (Weight Training) ແລະ  ຄາດິໂອ (Cardio) ມາແດ່ແລ້ວ, ແຕ່ເຄີຍສົງໃສບໍ່ວ່າການອອກກຳລັງກາຍທັງ 2 ຢ່າງນີ້ແຕກຕ່າງກັນຢ່າງໃດ ຖ້າອອກກຳລັງກາຍໄປແລ້ວຜົນທີ່ໄດ້ຈະເປັນແນວໃດ… ຖ້າຍັງບໍ່ເຂົ້າໃຈ ລອງມາໄຂຄວາມຂ້ອງໃຈກັນລອງເບິ່ງເນາະ ເອົາໃຫ້ມັນຮູ້ກັນໄປເລີຍ… ຄວາມແຕກຕ່າງລະຫວ່າງ ເວສເທນນິ່ງ (Weight Training) vs ຄາດິໂອ (Cardio) ເວສເທນນິ່ງ (Weight Training) ການອອກກຳລັງກາຍແບບ  ເວສເທນນິ່ງ ຄຶ ການກະຊັບກ້າມຊີ້ນ ເຮັດໃຫ້ກ້າມຊີ້ນຂອງເຮົາເບິ່ງເປັນຮູບເປັນຮ່າງ ແລະ ເຫັນແຈ້ງຍິ່ງຂຶ້ນ ເຊິ່ງການອອກກຳລັງກາຍແບບ  ເວສເທນນິ່ງ ໄດ້ແກ່: ການຊິດອັບ ຄຣັ້ນ ລວມເຖິງການເຝິກກັບອຸປະກອນອອກກຳລັງກາຍຊະນິດຕ່າງ ເຊັ່ນ ດຳເບວ ເປັນຕົ້ນ… ຄາດິໂອ (Cardio) ສ່ວນການອອກກຳລັງກາຍແບບ ຄາດິໂອ ຈະເປັນການເຜົາຜານໄຂມັນ ກຳຈັດໄຂມັນສ່ວນເກີນທີ່ຢູ່ໃນຮ່າງກາຍອອກມາ ໂດຍຈະເນັ້ນໄປທີ່ການຫຼຸດຕາມສັດສ່ວນຕ່າງໆ ຂອງຮ່າງກາຍ …

Read More »