ສະບາຍດີຕອນເຊົ້າວັນຈັນເດີ້ ສາວໆຂັວນໃຈທີ່ໜ້າໝົດທຸກຄົນ ມາພົບກັນໃນຕອນເຊົ້າອາກາດເຢັນໆ ເປັນໃຈແກ່ການນອນເປັນທີ່ສຸດດດດ ແຕ່ເຮົາບໍ່ນອນ ເພາະວ່າທຸກຄົນມີໜ້າທີ່ຕ້ອງໄປປະຕິບັດກັນ ຄືກັນກັບ BeautyGuru ທີ່ຕ້ອງມາເຮັດໜ້າທີ່ສົ່ງຕໍ່ສິ່ງດີໆໃຫ້ກັບສາວໆໃນທຸກໆມື້ກັນຄືແນວນີ້ ມື້ນີ້ກໍມາເອົາໃຈສາວໆຕາມເຄີຍ ແຕ່ພິເສດທີ່ສຸດໃນມື້ນີ້ ກໍຄື ເຮົາຈະມາເອົາໃຈສາວຫ້າວກັນເປັນພິເສດ ເພາະເອົາໃຈສາວຫວານກັນມາຫຼາຍແລ້ວ ມື້ນີ້ກໍເລີຍຈະມາແນະນໍາການແຕ່ງຕົວໃນ Looks Style Boyish ສໍາລັບສາວຫ້າວໆ ໃຫ້ມີສະເໜ່ ໜ້າຄົ້ນຫາຂຶ້ນໄປຕຶ່ມອີກ ຊັ້ນເຮົາບໍ່ລໍຊ້າໄປເບິ່ງກັນເລີຍ ແມນໆແບບພ້ອມລຸຍ ໄປໃສໄປກັນ ແຕ່ງຕົວໄປເຮັດວຽກແບບເທ່ໆ ມີຄວາມໜ້າເຊື່ອຖືຟຸດໆ ໃສ່ກະໂປ່ງບໍ່ແມ່ນໄດ້ແຕ່ຄວາມງາມ ແລະ ໜ້າຮັກ ເທ່ແບບໜ້າຮັກກໍໄດ້ ແມນແບບໜ້ອຍໆໃຫ້ຫຼົງເຫຼືອຄວາມຫວານຢູ່ ເລີ່ມເບື່ອກັບການແຕ່ງແບບໃສໆ ກໍລອງແຕກຕ່າງໄປເລີຍ ຢ່າຊ້າ By: BeautyGuru Cr: Sprice
Read More »Beauty
ນຸ່ງເສື້ອລາຍ Scott ແນວໃດ? ໃຫ້ໜ້າຮັກແບບສາວເກົາຫຼີ (ງານນີ້ໃຜພາດແລ້ວຈະເສຍໃຈ)
Hi ສາວໆ ສະບາຍດີກັບຕອນເຊົ້າມື້ສຸດທ້າຍຂອງການເຮັດວຽກ ສໍາລັບອາທິດນີ້ ສະບາຍດີຕອນເຊົ້າກັບອາກາດດີໆ (ອອກໜາວໜ້ອຍໜຶ່ງ) ມາພົບກັບ BeautyGuru ຄົນເກົ່າທີ່ຍັງມາເຮັດໜ້າທີ່ ຊອກຄົ້ນຫາເລື່ອງລາວດີໆ ທີ່ຈະມາເຮັດໃຫ້ສາວໆງາມໄປພ້ອມກັນ ແລະ ມື້ນີ້ກໍເຊັ່ນເຄີຍ ທີ່ BeautyGuru ຈະມານໍາສະເໜີກ່ຽວກັບ Idea ການນຸ່ງເສື້ອລາຍ Scott ແນວໃດໃຫ້ໜ້າຮັກເວີ່ ເບິ່ງເປັນສາວເກົາຫຼີ ມາໃຫ້ສາວໆໄດ້ Update ກັນ ບອກເລີຍວ່າງານນີ້ມາເຕັມ ສາຍເກົາຫຼີຫ້າມພາດ!! By: BeautyGuru Cr: Sprice
Read More »ບໍ່ຕ້ອງໄປເຮັດສັນຍະກໍາ ໃບໜ້າກໍນ້ອຍແຫຼມ ແຖມໜ້າຮັກໄດ້ດ້ວຍ Idea ການເຮັດຊົງຜົມ!!
ສາວໆນອກຈາກໃບໜ້າແລ້ວ ກໍຍັງມີຊົງຜົມນີ້ລະທີ່ຊ່ວຍໃຫ້ເຮົາມີບຸກຄະລິກທີ່ດີຂຶ້ນໄດ້ ໂດຍສະເພາະ ໃນການເຮັດຊົງໃຫ້ເຂົ້າກັບໃບໜ້າກໍຕ້ອງໄດ້ມີການເບິ່ງ ຮູບໜ້າເຮົາເປັນສິ່ງສໍາຄັນ ບໍ່ແມ່ນວ່າຊົງໃດງາມ ມັກຊົງໃດກໍເຮັດໄປໂລດເດີ້ສາວໆ ໂດຍສະເພາະສາວທີ່ມີຮູບໜ້າຄ້ອນຂ້າງໃຫຍ່ ຢາກເຮັດໃຫ້ໜ້າເບິ່ງແລ້ວ ນ້ອຍແຫຼມລົງ ແບບນີ້ຍິ່ງຕ້ອງພິຈາລະນາຊົງຜົມກ່ອນເຮັດກັນເປັນພິເສດເລີຍ ແລ້ວຈະເຮັດແບບໃດລະ? ສາວອາດຈະຢາກຖາມ ມື້ນີ້ ຂັວນໃຈກໍເລີຍບໍ່ພາດທີ່ຈະນຳເອົາ Idea ດີໆໃນການເຮັດຜົມໃຫ້ໜ້າຂອງສາວໆນັ້ນເບິ່ງນ້ອຍແຫຼມລົງ ແລະ ໜ້າຮັກຂຶ້ນ ເຮົາໄປເບິ່ງກັນເລີຍ!!! By: BeautyGuru Cr: Sprice
Read More »ນົມນ້ອຍເປັນໄຂ່ດາວແລ້ວແນວໃດ? ນົມນ້ອຍກໍ Sexy ໄດ້ ແຖມຍັງ Lovely ນໍາອີກ!! ເຮັດແນວໃດໄປເບິ່ງເລີຍ!
ສາວໆເວົ້າເລື່ອງຄວາມໝັ້ນໃຈໃນການແຕ່ງຕົວແລ້ວ ສິ່ງທີ່ສໍາຄັນທີ່ສຸດກໍຄົງໜີບໍ່ພົ້ນກັບການທີ່ຕ້ອງມີໜ້າເອິກ ຫຼືນົມທີ່ໃຫຍ່ນັ້ນເອງ ແຕ່ສາວໆຫຼາຍຄົນກໍຕ້ອງຜິດຫວັງເພາະແມ່ໃຫ້ມາໜ້ອຍເກີນໄປ ເລີຍເຮັດໃຫ້ນ້ອຍອົກນ້ອຍໃຈ ບໍ່ວ່າຈະແຕ່ງຕົວ Style ໃດອອກມາກໍບໍ່ງາມຄືກັບຄົນອື່ນເຂົາ ແຕ່ສາວໆບໍ່ຕ້ອງນ້ອຍໃຈ ຫຼືຜິດຫວັງຫຍັງທັງນັ້ນ ເມື່ອອ່ານບົດຄວາມທີ່ ຂັວນໃຈ ເອົາມາຕ້ອນເປັນພິເສດສໍາລັບສາວໆເອິກໄຂ່ດາວໂດຍສະເພາະ ກັບ Look ສາຍດ່ຽວຄໍ V ບອກໄດ້ເລີຍວ່າ ເຖິງຈະເອິກໄຂ່ດາວແຕ່ກໍ sexy and Lovely ໄດ້ທັງ 2 ເດີ້ By: BeautyGuru ຮູບພາບຈາກ: Sprice
Read More »IDEA ຊົງຜົມຂອງສາວຜົມດໍາ ທີ່ແຊ໋ບໄດ້ໂດຍບໍ່ຕ້ອງເຮັດສີ! (ສາວອາຊີຄືເຮົາຫ້າມພາດ)
Idea ຊົງຜົມຂອງສາວຜົມດໍາ ທີ່ແຊ໋ບໄດ້ໂດຍບໍ່ຕ້ອງເຮັດສີ ໄລຍະນີ້ເທຼນຜົມສີຕ່າງໆກໍາລັງມາແຮງແລ້ວ ເທຼນຜົມສີດໍາທໍາມະຊາດກໍວົນກັບມາຄືກັນ ມັນງ່າຍຫຼາຍສໍາລັບສາວອາຊີຄຶເຮົາ ທີ່ມີສີຜົມເປັນສີດໍາທໍາມະຊາດຢູ່ແລ້ວ ຂໍ້ດີຂອງຜົມດໍາກໍຄືຈະເຮັດໃຫ້ໃບໜ້າເບິ່ງ ອາຍຸນ້ອຍລົງມາ ເນັ້ນໃບໜ້າໃຫ້ເດັ່ນຊັດຂຶ້ນ ເປັນສີທໍາມະຊາດຂອງສາວອາຊີຄືເຮົາ ເຮົາສາມາດບໍາລຸງແລ້ວປ່ອຍໃຫ້ມັນຍາວໄດ້ຕາມຕ້ອງການ ບໍ່ຕ້ອງເຮັດສີໃຫ້ຜົມເສຍກໍງາມໄດ້ ມື້ນີ້ ຂັວນໃຈເລີຍຖືໂອກາດ ນໍາເອົາ Idea ຊົງຜົມສີດໍາທໍາມະຊາດມາຕ້ອນສາວໆກັນ! By: BeautyGuru ຮູບພາບຈາກ: Sprice
Read More »