ອອກມາເບິ່ງໂລກແລ້ວ!!! Baby ຂອງ ພໍ່ຟຸກ ແລະ ແມ່ນາຕາລີ ຊຸບຕາດັງຂອງປະທດໄທ ທີ່ມີຜົນງານຫຼາກຫຼາຍໃຫ້ເຮົາໄດ້ຕິດຕາມກັນບໍ່ວ່າຈະເປັນຮູບເງົາເລື່ອງ ໄຟສຶ້ນເຊື້ອ, ແລະ ຊີຮີ…. ສໍາລັບສາວນາຕາລີກໍຖືໄດ້ວ່າເປັນຊຸບຕາດັງຂອງປະເທດໄທເຊັ່ນກັນ ດີກີນາງແບບສາວສຸດເຊັກຊີ້!! ມື້ນີ້ແອັດຈະພາທຸກຄົນໄປເບິ່ງລູກຂອງພໍ່ຟຸກ ແລະ ແມ່ນາຕາລີ ວ່າຈະໜ້າຮັກຊໍາໃດໄປເບິ່ງນໍາກັນເລີຍ!!! ເປັນຮູບທີ່ລ້ານຄວາມໝາຍສໍາລັບພໍ່ ແລະ ແມ່
Read More »Home
ມົງລົງແລ້ວ!!! ສາວ ພອນວິໄລ ຫຼວງລາດ Miss world 2021 ຄົນປັດຈຸບັນ
ມາຮູ້ຈັກ “ພອນວິໄລ ຫຼວງລາດ” ຫຼື ສາວຕຸ້ຍ W11 ຕົວແທນນະຄອນຫຼວງວຽງຈັນ ທັງງາມ ທັງເກັ່ງ ສາວໜ້າຄົມຄົນນີ້ ຜູ້ມີຮອຍຍິ້ມອັນເປັນສະເໜ່ ທີ່ໄດ້ຮັບຕໍາແໜ່ງ Miss World Laos ຕໍ່ ຈາກສາວ ສຸພາວະດີ ແລະ ສາວພອນວິໄລກໍຍັງໄດ້ຮັບລາງວັນພິເສດນາງສາວຜິວໃສໄປຄອງອີກດ້ວຍ!!! ພອນວິໄລ ຍັງເປັນສາວງາມສາຍປະກວດ ເພາະກ່ອນໜ້ານີ້ເຄີຍປະກວດ 2 ເວທີມາກ່ອນ: ນາງສາວນະຄອນຫລວງວຽງຈັນ ປີ 2016 ໄດ້ຕຳແໜ່ງຮອງອັນດັບ 3 ນາງສາວນະຄອນຫຼວງວຽງຈັນ ແລະ ອີກເວທີ 1 ແມ່ນ ນາງສາວລາວປີ 2016 ໄດ້ຮັບຕຳແໜ່ງຮອງອັນດັບ 2 ນາງສາວລາວ ແລະ ລາງວັນພິເສດ ນາງສາວໜ້າໃສສຸຂະພາບດີ. ການປະກວດໃນຄັ້ງນີ້ ສາວ ຕຸ້ຍ ກຽມຄວາມພ້ອມມາເຕັມ ແລະ ພ້ອມສະສົມທຸກປະສົບການຈາກການປະກວດໃນເວທີ ທີ່ຜ່ານມາເພື່ອມາປັບໃຊ້ໃຫ້ເກີດຜົນທີ່ສຸດໃນເວທີນີ້ …
Read More »ຢາກໃຫ້ຜູ້ຍິງໄດ້ອ່ານ! ແລ້ວເຈົ້າຊິຈື່ໄປຕະຫຼອດຊິວິດ…
ບົດຄວາມດີໆຈາກໃຈພໍ່ຄົນໜຶ່ງ ເຕືອນສະຕິລູກສາວວ່າ… ຄົນບາງຄົນເໝາະສົມກັບລູກ ແຕ່…ເຂົາບໍ່ຮັກລູກ ຄົນບາງຄົນຮັກລູກ ແຕ່…ເຂົາບໍ່ເໝາະສົມກັບລູກ ຖ້າຢາກຮູ້ວ່າເຂົາຮັກຈິງ ຫຼືບໍ່ ຢ່າໃຊ້ຫູຟັງ ແຕ່ຈົ່ງໃຊ້ຕາເບິ່ງ ວ່າເຂົາຈະທຸ້ມເທຕໍ່ລູກພຽງໃດ. ຖ້າຢາກຮູ້ວ່າເຂົາເໝາະສົມກັບລູກ ຫຼືບໍ່ ຢ່າຕັດສິນເຂົາວ່າ ມີອັນໃດແດ່? ແຕ່ຈົ່ງຕັດສິນຈາກຮອຍຍີ້ມຂອງລູກ ແລະ ນໍ້າຕາທີ່ຕ້ອງຫຼັ່ງໄຫຼເພາະເຂົາ…ຄົນທີ່ເຮັດໃຫ້ລູກຮ້ອງໄຫ້ຢູ່ສະເໝີນັ້ນ ຕໍ່ໃຫ້ພຽບພ້ອມປານໃດກໍຢ່າເລືອກຝາກຊີວິດໄວ້…ຄົນທີ່ເຮັດໃຫ້ລູກຍິ້ມໄດ້ ຕໍ່ໃຫ້ຖານະຍາກຈົນພຽງໃດກໍຄຸ້ມຄ່າທີ່ຈະຝາກຊີວິດໄວ້.”ຈົ່ງເລືອກເໝື່ອຍເພາະຫົວ ຢ່າເລືອກສະບາຍຕົວ ແຕ່ຮ້ອງໄຫ້ທຸກມື້” ເລືອກຄົນທີ່ເກັບຮູບເຮົາໄວ້ໃນກະເປົາເງິນຂອງເຂົາ ເລືອກຄົນທີ່ກ້າໂພສຮູບເຮົາ ໄວ້ໜ້າໄທມ໌ໄລນ໌ຂອງເຂົາ ເລືອກຄົນທີ່ກ້າໃຫ້ເຮົາຮູ້ການເຄື່ອນໄຫວຂອງເຂົາ ເລືອກຄົນທີ່ກ້າທຸ່ມເທ ຄວາມຮັກໃຫ້ກັບເຮົາ… ຖ້າການຄົບຫາກັນແລ້ວ ເຂົາຄົນນັ້ນບໍ່ໄດ້ຊ່ວຍໃຫ້ເຮົາດູດີຂຶ້ນໃນສາຍຕາຂອງຄົນອື່ນ ພໍ່ຕ້ອງສະແດງຄວາມເສຍໃຈນຳ “ເຈົ້າເລືອກຄົນຜິດແລ້ວ” ເພາະຖ້າຫາກເຂົາຮັກເຮົາແທ້ ເຂົາຈະບໍ່ຍອມໃຫ້ຄົນຮັກຂອງເຂົາຕົກຕໍ່າໃນສາຍຕາຂອງຜູ້ອື່ນ ຜູ້ຊາຍບາງຄົນທີ່ເຈົ້າຮັກ ເຂົາຕ້ອງການໃຊ້ຊີວິດກັບເຈົ້າຕະຫຼອດຊີວິດ ຜູ້ຊາຍບາງຄົນທີ່ເຈົ້າຮັກ ເຂົາຕ້ອງການໃຊ້ຊີວິດຊົ່ວຄາວ ຄົນທີ່ຕ້ອງການໃຊ້ຊິວິດກັບເຈົ້າທັງຊີວິດນັ້ນ ເຂົາອາດຈະບໍ່ໄດ້ຊື້ເຄື່ອງຂອງ ຫຼືບອກຮັກເຮົາທຸກມື້ ເພາະເຂົາຈະພະຍາຍາມສ້າງຕົວເພື່ອເຈົ້າ ແລະ ຄອບຄົວ ສ່ວນຄົນທີ່ຕ້ອງການໃຊ້ຊີວິດກັບເຈົ້າພຽງຊົ່ວຄາວນັ້ນ ເຂົາຈະຖວາຍທຸກຢ່າງໃຫ້ກັບເຈົ້າ ສະເໝືອນວ່າ “ຫາກຂາດເຈົ້າ ເຂົາຂາດໃຈ” ດັ່ງນັ້ນ …
Read More »ບອກລາຂອບຕາດໍາດ້ວຍ 6 ວິທີງ່າຍໆສາວໆສາມາດເຮັດເອງໄດ້ທີ່ເຮືອນແບບສະບາຍ
ສາວໆຫຼາຍໆຄົນເຄີຍເປັນບໍ່ ຕື່ນຂຶ້ນມາຂອບຕາດໍາ? ແຕ່ງໜ້າບໍ່ງາມ ແຍງແວ່ນຍາມໃດປານເປັນໝີແພນດ້າເອົາໂລດ!! ເສຍຄວາມໝັ້ນໃຈຍາມແຕ່ງໜ້າອອກໄປນອກ ຖ້າສາວໆຄົນໃດກໍາລັງພົບບັນຫານີ້ ບໍ່ຟ້າວນ້ອຍໃຈ, ຢ່າຟ້າວຜິດຫວັງ!! ລຸກຂຶ້ນມາເບິ່ງແຍງຕົວເອງ ໂດຍການຮັກສາຂອບຕາໃຫ້ເຊົາເປັນໝີແພນດ້າໄດ້ແລ້ວ ດ້ວຍ 6 ວິທີງ່າຍໆແຕ່ເຫັນຜົນແທ້ ແລະ ສາວໆສາມາດເຮັດເອງໄດ້ທີ່ເຮືອນແບບສະບາຍ ມາປ່ຽນຂອບຕາດໍາໃຫ້ກາຍເປັນຕາງາມເດັ່ນ ດ້ວຍວິທີຕໍ່ໄປນີ້… 1. ພອກເປືອກຕາດ້ວຍໝາກແອັບເປີ້ນ: ເອົາແອັບເປີ້ນສົດມາຟານບາງ ແລ້ວເອົາມາພອກເປືອກຕາຖີ້ມໄວ້ປະມານ 15 ນາທີ ເຮັດມື້ລະເທື່ອ ປະມານອາທິດໜຶ່ງຮັບຮອງວ່າເຫັນຜົນແທ້ ເຊິ່ງຮອຍດໍາມັນຈະຄ່ອຍໆຈາງລົງໄປຢ່າງເຫັນໄດ້ຊັດເຈນ!! 2. ໄຂ່ຕົ້ມ: ໄຂ່ຕົ້ມສຸກປອກເປືອກອອກໃນຂະນະທີ່ໄຂ່ຍັງອຸ່ນໆຢູ່ ແມ່ນໃຫ້ເອົາຜ້າມົນນ້ອຍໆທີ່ສະອາດມາຫໍ່ໄຂ່ ແລ້ວນໍາໄປນວດບໍລິເວນໃຕ້ດວງຕາຄ່ອຍໆ ການເຮັດແບບນີ້ແມ່ນຈະຊ່ວຍໃຫ້ເລືອດມີການໄຫຼວຽນດີ ຖ້າເຮັດເປັນຈໍາຂອບຕາດໍາກໍຈະໝົດໄປ. 3. ໝາກແຕ່ງກວາ: ວິທີນີ້ເປັນວິທີທີ່ໄດ້ຮັບຄວາມນິຍົມທີ່ສຸດ ເອົາໝາກແຕງກວາມາຊອຍເປັນອັນນ້ອຍໆບາງໆ ແລ້ວເອົາໄປແຊ່ຕູ້ເຢັນໄວ້ປະມານ 30 ນາທີ ຈາກນັ້ນເອົາມາວາງໃສ່ເປືອກຕາທັງສອງຂ້າງ ແລ້ວປະໄວ້ປະມານ 10-15 ນາທີ ພຽງເທົ່ານີ້ຂອບຕາເຮົາກໍຈະເປັ່ງປັ່ງ ແລະ ສົດຊື່ນຂຶ້ນ. 4. ຖົງຊາ: ສາວໆຄົນໃດທີ່ມັກດື່ມນໍາຊາຢູ່ແລ້ວກໍສາມາດໃຊ້ປະໂຫຍດຕໍ່ໄດ້ເລີຍ …
Read More »ງາມແບບບໍ່ມີບ່ອນຕິ!!! ນ້ອງ Maya Basol ເຊເລບຊື່ດັງຂອງ ປະເທດ ຕຸຣາກີ
ມາຮູ້ຈັກ!!! ນ້ອງ Maya Basol ເຊເລບຊື່ດັງຂອງປະເທດ ຕຸຣາກີ ບອກໄດ້ເລີຍວ່ານ້ອງງາມແຮງ!!! ນ້ອງມີອາຍຸພຽງແຕ່ 6 ປີ ແຕ່ສາຍແວວນາງແບບແຕ່ຕອນຍັງນ້ອຍເລີຍ ແລະ ກໍຍັງມີຜົນງານຫຼາຍຜົນງານບໍ່ວ່າ ຈະເປັນການຖ່າຍແບບ, ເດີນແບບໃນງານ Fashionshow Runway ແລະ ອີກຫຼາຍໆເວທີ ຄວາມສາມາດຂອງນ້ອງແມ່ນບໍ່ທໍາມະດາເລີຍ!!! ມື້ນີ້ແອັດຈະພາທຸກຄົນໄປຮູ້ຈັກກັບນ້ອງ ມາຍາ ວ່ານ້ອງແມ່ນໃຜ? ໄປເບິ່ງກັນເລີຍວ່ານ້ອງຈະໜ້າຮັກຊໍາໃດ… ບໍ່ແປກໃຈເລີຍວ່າງາມໄດ້ໃຜ!! ເບິ່ງຊ້າງໃຫ້ເປັນຫາງ ເບິ່ງນາງໃຫ້ເບິ່ງແມ່… ບໍ່ວ່າຈະມຸມໃດນ້ອງກໍໜ້າຮັກ!!! ສາມາດຕິດຕາມຜົນງານນ້ອງໄດ້ທີ່: IG Mayabasol ຮຽບຮຽງໂດຍ: Kuanjai Magazine ຂໍ້ມຸນຈາກ: Mayabasol
Read More »