ເຄີຍສົງໃສບໍວ່າ ກິນເຂົ້າສວາຍແລ້ວຍາມໃດຮູ້ສຶກງ່ວງ ຢາກລົ້ມນອນທຸກໆເທື່ອ ເຊິ່ງອາການດັ່ງກ່າວທາງການແພດເອີ້ນວ່າ Food Coma ເກີດຈາກການທີ່ຮ່າງກາຍເຮົາເກີດການກະຕຸ້ນ ເມື່ອເຮົາກິນອາຫານຫຼາຍຈົນເກີນໄປ ໂດຍສະເພາະການກິນອາຫານປະເພດຄາໂບໄຮເດສຈຳພວກແປ້ງ ແລະ ນໍ້າຕານ ເຊັ່ນ ເຂົ້າ, ເຂົ້າໜົມປັງ ຊຶ່ງຮ່າງກາຍສາມາດດູດຊຶມໄດ້ຢ່າງໄວວາ ດັ່ງນັ້ນ! ຈຶ່ງເຮັດໃຫ້ຮ່າງກາຍຮູ້ສຶກງ່ວງ ຫຼືຢາກນອນໄດ້ງ່າຍ… ເມື່ອຮ່າງກາຍຍ່ອຍອາຫານທີ່ເຮົາກິນເຂົ້າໄປໂດຍການປ່ຽນໃຫ້ເປັນນໍ້າຕານ ເຮັດໃຫ້ປະລິມານໃນຮ່າງກາຍສູງຂຶ້ນ ຈາກນັ້ນຮ່າງກາຍຈະຫຼັ່ງສານ ອິນຊູລີນ ເພື່ອເຮັດໜ້າທີ່ຄວບຄຸມນໍ້າຕານ ໂດຍການປ່ຽນນໍ້າຕານໃຫ້ເປັນໄຂມັນ ເພື່ອເປັນການຊ່ວຍຫຼຸດລະດັບນໍ້າຕານໃຫ້ກັບມາເປັນປົກກະຕິ ຈາກນັ້ນຮ່າງກາຍຈະຫຼັງສານເຊໂລໂທນິນເຊິ່ງເປັນສານແຫ່ງຄວາມສະຫງົບ ທີ່ເຮັດໃຫ້ຮູ້ສຶກຜ່ອນຄາຍ ນອນຫຼັບສະບາຍ ແລະ ຄວບຄຸມວົງຈອນການນອນຫຼັບ ແລ້ວສານເຊໂລໂທນິນຈະຖືກສົ່ງຕໍ່ໄປທີ່ຕ່ອມບໍລິເວນສ່ວນກາງຂອງສະໝອງໃຫ້ຫຼັງສານເມລາໂທນິນອອກມາສູ່ກະແສເລືອດຈຶ່ງເຮັດໃຫ້ຮ່າງກາຍຮູ້ສຶກງ່ວງນອນນັ້ນເອງ ເປັນແນວໃດແດ່ ເມື່ອຮູ້ສາເຫດຂອງອາການຢາກນອນໃນຊ່ວງບ່າຍໆ ຫຼັງຈາກກິນເຂົ້າສວາຍແລ້ວ ແຕ່ຖ້າແຟນໆທ່ານໃດຢາກລອງວິທີແບບນີ້ ເຮັດເປັນປະຈຳກໍບໍ່ຫວງສູດເດີ້ ແນະນຳເລີຍ ເມນູ ປັ່ນໝາກໄມ້ ເພື່ອສຸຂະພາບ ກິນແລ້ວຈະຮູ້ສຶດສົດຊື່ນ ປັ່ນໝາກມ່ວງ,ປັ່ນໝາກແຕງ ແລະ ໝາກໄມ້ລວມ… ເພີ່ມພະລັງໃນຊ່ວງບ່າຍ ແຖມກິນແລ້ວຍັງຊ່ວຍເຮັດໃຫ້ສຸຂະພາບດີອີກດ້ວຍ.
Read More »Home
ເສຍໃຈນໍາ!!! ກັບການຈາກໄປຂອງແມ່ ສາວ ໄບ໋ ຜູ້ປະກາດຂ່າວຊື່ດັງຂອງປະເທດໄທ
ເປັນອີກເລື່ອງທີ່ໜ້າເສົ້າໃຈໃນວົງການບັນເທີງກັບການຈາກໄປຂອງແມ່ ມົນທິລາ ຜູ້ເປັນແມ່ ຂອງສາວ ໄບ໋ ຜູ້ປະກາດຂ່າຊື່ດັງໃນລາຍການ “ເລື່ອງເລົ່າເຊົ້ານີ້” ເປັນການສູນເສຍຄັ້ງຍິ່ງໃຫຍ່ໃນຊີວິດຂອງສາວ ໄບ໋ ເລີຍກໍວ່າໄດ້ ຫຼັງຈາກທີ່ແມ່ ມົນທິລາ ໄດ້ເຂົ້າຮັກສາຢູ່ໂຮງໝໍມາເປັນເວລາໜຶ່ງດ້ວຍພະຍາດຂອງຕົວເອງ. ຫຼ້າສຸດວັນທີ 23 ມີນາ 2021 ແມ່ມົນທິລາ ກໍໄດ້ເສຍຊີວິດແລ້ວ ດ້ວຍພະຍາດໂລກມະເຮັງ ແຟນໆກໍຕ່າງພາກັນແຫ່ຄອມເມັ້ນສະແດງຄວາມເສຍໃຈ ແລະ ໃຫ້ກໍາລັງໃຈສາວ ໄບ໋ ເປັນຈໍານວນຫຼາຍ… ຂວັນໃຈຂໍສະແດງຄວາມເສຍນໍາໃຈກັບສາວໄບ໋ເດີ້
Read More »ຮູ້ກ່ອນສະໝັກວຽກ!!! ເຈົ້າເໝາະສົມຈະເຮັດວຽກກັບອົງກອນແບບໃດ???
ການເຮັດວຽກກັບອົງກອນທີ່ເປັນ Startup ແມ່ນຕົວຕົນຂອງເຈົ້າບໍ່? ຫຼືການເຮັດວຽກກັບອົງກອນໃຫຍ່ໆ ຈະເໝາະສົມກັບເຈົ້າຫຼາຍກວ່າ? ເປັນຄໍາຖາມທີ່ເຈົ້າຄວນຊອກຄໍາຕອບໃຫ້ໄດ້ ກ່ອນທີ່ຈະໄປສະໝັກວຽກ ເຈົ້າຈຶ່ງຈະມີແນວທາງຊອກຫາວຽກທີ່ແມ່ນສໍາລັບຕົວເອງ ເຈົ້າອາດຈະຕັດສິນໃຈຈາດສະຖານທີ່ເຮັດວຽກ ບົດບາດໜ້າທີ່ວຽກງານ ຫຼືເຫດຜົນອື່ນໆ ທີ່ແອັດຈະນໍາສະເໜີຕໍ່ໄປນີ້ ເພື່ອຊ່ວຍໃຫ້ເຈົ້າສາມາດຕັດສິນໃຈໄດ້ງ່າຍຂຶ້ນ ວ່າເຈົ້າເໝາະສົມກັບວຽກງານໃນອົງກອນແບບໃດກັນແທ້!!! 1. ອົງກອນແບບStartups ຖ້າເຈົ້າເປັນຄົນທີ່ມັກຄວາມອິດສະຫຼະ ແລະ ເປັນຄົນກ້າໄດ້ກ້າເສຍ ແນະນໍາໃຫ້ເຮັດວຽກໃນອົງກອນແບບ Startup ເພາະອົງກອນແບບນີ້ ເໝາະກັບຄົນທີ່ຕ້ອງການເວທີໃນການສະແດງຄວາມສາມາດ ຄວາມຄິດສ້າງສັນ ແລະ ຕ້ອງການຮຽນຮູ້ສິ່ງໃໝ່ໆ ເຊັ່ນຄຸນລັກສະນະຂອງເດັກຈົບໃໝ່ ຫຼືຄົນຍຸກໃໝ່ໃນຕອນນີ້ ສ່ວນຄົນທີ່ເຮັດວຽກມີປະສົບການມາແລ້ວ ຢາກເຮັດວຽກໃນອົງການແບບ Startup ຈະມີໂຄງສ້າງອົງກອນບໍ່ຕາຍຕົວ ເຮັດໃຫມີອິດສະຫຼະໃນການເຮັດວຽກ ສ້າງສັນວຽກໄດ້ຢ່າງເຕັມທີ່ ຖ້າເຈົ້າເລືອກທີ່ຈະເຕີບໃຫຍ່ໄປພ້ອມກັບອົງກອນແບບ Startup ເຈົ້າຈະພົບກັບບັນຫາຫຼາກຫຼາຍ ຕ້ອງເຮັດວຽກໃຫ້ໄດ້ຫຼາຍໆໜ້າທີ່ ແລະ ເຮັດວຽກບໍ່ເປັນເວລາ ເພື່ອຊ່ວຍສ້າງພາບລັກທີ່ດີ ແລະ ໃຫ້ອົງກອນເປັນທີ່ຮູ້ຈັກ ລອງຖາມຕົວເອງເດີ້ ວ່າເຈົ້າມີຄຸນສົມບັດເໝາະສົມ ແລະ ມີຄວາມສົນໃຈໃຈກັບການເຮັດວຽກໃນອົງກອນແບບນີ້ ຫຼືບໍ່? 2. ອົງກອນແບບSMEs …
Read More »ທະນາຄານລາວ – ຝຣັ່ງ ຈໍາກັດ (ທລຝ) ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ຮ່ວມກັບຄະນະສະເພາະກິດສົ່ງເສີມການຜະລິດພາຍໃນ ເພື່ອສະໜອງທຶນຈໍານວນ 2,1ຕື້ ກັບ ເພື່ອພັດທະນາຍຸດທະສາດການເຂົ້າຫາແຫຼ່ງທຶນຢູ່ໃນຂະແໜງການກະສິກໍາ ຢູ່ໃນ ສປປ ລາວ.
ເພື່ອສະໜອງທຶນຈໍານວນ 2,1ຕື້ ກັບ ເພື່ອພັດທະນາຍຸດທະສາດການເຂົ້າຫາແຫຼ່ງທຶນຢູ່ໃນຂະແໜງການກະສິກໍາ ຢູ່ໃນ ສປປ ລາວ ໃນຕອນບ່າຍຂອງວັນທີ 19 ມີນາ 2021 ທະນາຄານລາວ – ຝຣັ່ງ ຈໍາກັດ (ທລຝ) ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ຮ່ວມກັບຄະນະສະເພາະກິດສົ່ງເສີມການຜະລິດພາຍໃນ ຢູ່ທີ່ໂຮງແຮມ Lao Plaza, ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງ ທ່ານ ປອ ອາດສະພັງທອງ ສີພັນດອນ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ, ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານ ຫຼ້າສາຍ ນວນທາສິງ, ຫົວໜ້າພະແນກ ກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ. ສໍາລັບການຮ່ວມມືໂຄງການສະໜອງທຶນໃນຄັ້ງນີ້ ເພື່ອຢາກຊຸກຍູ້ການສົ່ງເສີມການຜະລິດພາຍໃນໃຫ້ມີປະສິດທິພາບ ແລະ ປະສິດທິຜົນ, ເພື່ອຮັບປະກັນການເຕີບໃຫຍ່ຂະຫຍາຍຕົວ ແລະ ການຜະລິດແບບຍືນຍົງ, ເພື່ອສາມາດແຂ່ງຂັນກັບການນໍາເຂົ້າສິນຄ້າກະສິກໍາ. …
Read More »ຍິນດີນໍາ!!! “ຄຣິສຕິນາ ລາສະສິມມາ” ຄວ້າມຸງກຸດ Miss Universe Laos 2020 ໄປຄອງ…
ເປັນມື້ທີ່ຫຼາຍຄົນຄອງຄອຍ ແລະ ລຸ້ນໄປຕາມໆກັນເລີຍກໍໄດ້ ວ່າໃຜຈະເປັນຄົນທີ່ຄວ້າຕໍາແໜ່ງເທິງເວທີ Miss Universe Laos 2020!!! ແຟນໆນາງງາມບໍ່ຕ້ອງລຸ້ນອີກຕໍ່ໄປ… ໃນທີ່ສຸດ!!!ກໍໄດ້ຖະແຫຼ່ງຂ່າວຢ່າງເປັນທາງການໄປແລ້ວ ໃນຄໍ່າຄືນຂອງວັນທີ 18 ມີນາ ທີ່ຜ່ານມາ ເຊິ່ງມົງກໍລົງໄປທີ່ສາວຄົນນີ້ “ຄຣິສຕິນາ ລາສະສິມມາ” ເປັນຄົນທີ່ຄວ້າມຸງກຸດ Miss Universe Laos 2020 ໄປຄອງ ແລະ ໄດ້ເປັນຕົວແທນນາງງາມລາວ ຄົນຫຼ້າສຸດທີ່ຈະໄດ້ໄປປະກວດເວທີລະດັບໂລກ Miss Universe Laos 2020 ທີ່ ສະຫະລັດອາເມລິກາ ໃນເດືອນ ພຶດສະພາ 2021 ນີ້… ຫຼາຍຄົນຄົງຈະຮູ້ຈັກກັນດີ ກັບສາວຄົນນີ້ ນາງສາວລາວ ປີ 2012 ເປັນນາງງາມ ສູ່ນາງແບບທີ່ມີຄວາມສາມາດ ແລະ ຢູ່ວົງການບັນເທິງມາແບບຍາວນານອີກຄົນໜຶ່ງ ສໍາລັບ ຄຣິສຕີນ່າ ລາດສະສິມມາ ເລີ່ມກ້າວເຂົ້າສູ່ວົງການໂດຍການເປັນ Miss Laos …
Read More »