Breaking News

Home

ແທ້ ຫຼືບໍ່? ຄຣິສຕິນ່າ ຄືນາງງາມຕົວແທນສາວລາວຈະໄປປະກວດເວທີ Miss Universe ທີ່ປະເທດອາເມຣິກາ ຄົນຕໍ່ໄປ…

ແຟນໆນາງງາມລຸ້ນຢ່າງໜັກວ່າ ຄຣິສຕິນາ ລາສະສິມມາ ຈະເປັນ Miss Universe Laos ຄົນຕໍ່ໄປ ຫຼືບໍ່?? ທີ່ຈະໄປປະກວດເວທີ Miss Universe ທີ່ປະເທດອາເມຣິກາ ຫຼາຍຄົນຄົງຈະຮູ້ຈັກກັນດີ ກັບສາວຄົນນີ້ ນາງສາວລາວ ປີ 2012 ເປັນນາງງາມ ສູ່ນາງແບບທີ່ມີຄວາມສາມາດ ແລະ ຢູ່ວົງການບັນເທິງມາແບບຍາວນານອີກຄົນໜຶ່ງສໍາລັບສາວຄົນນີ້ ຄຣິສຕີນ່າ ລາດສະສິມມາ ທີ່ເລີ່ມກ້າວເຂົ້າສູ່ວົງການໂດຍການເປັນ Miss Laos 2012 ແລະ ກໍໄດ້ຜັນຕົວເອງມາເປັນນາງແບບຢູ່ຄູ່ວົງການມາດົນນານ ແລະ ທັກສະໃນສາຂາອາຊີບກໍນັບມື້ນັບພັດທະນາຂຶ້ນ ຄືກັບຄວາມງາມຂອງນາງ ຢືນຢັນໄດ້ຈາກລາງວັນທີ່ໄດ້ຮັບຫຼາກຫຼາຍໃນປີ 2019 – 2020 ທີ່ຜ່ານມາ!!! ອາດຈະມີການປະກາດຜົນ ວັນທີ 15 ມີນາ ນີ້ ກຽມມາລຸ້ນນໍາກັນເລີຍ!!! ວ່າມົງຈະລົງສາວງາມຄົນນີ້ບໍ່???

Read More »

ໂຮງຮຽນ ນານາຊາດ ວຽງຈັນ (VIS) ຮ່ວມກັບ ທະນາຄານລາວ – ຝຣັ່ງ (BFL) ສ້າງໂອກາດເພື່ອການພັດທະນາສູນກາງການຮຽນຮູ້ ຢູ່ໃນສປປ ລາວ ດ້ວຍໂຄງການປັບປຸງພື້ນທີ່ຂອງໂຮງຮຽນ (Campus Gateway)

ທະນາຄານລາວ – ຝຣັ່ງ (BFL) ໃຫ້ທຶນກູ້ຢືມແກ່ໂຄງການປັບປຸງພື້ນທີ່ຂອງໂຮງຮຽນ ນານາຊາດ ວຽງຈັນ (VIS) ເຊິ່ງລວມມີ:  ສູນສິລະປະ ການສະແດງ, ສູນອອກກໍາລັງກາຍ ແລະ ເປັນບ່ອນພົບປະສັງສັນແຫ່ງໃໝ່ ໃຫ້ກັບໂຮງຮຽນ ແລະ ຊຸ່ມຊົນໃນທ້ອງຖິ່ນ. ທີ່ນະຄອນຫຼວງວຽງຈັນ, ໃນເດືອນ ກຸມພາ 2021 ທີ່ຜ່ານມາ – BFL ແລະ VIS ໄດ້ສະເຫຼີມສະຫຼອງການຮ່ວມມື ແລະ ການເລີ່ມຕົ້ນໂຄງການ ປັບປຸງພື້ນທີ່ ຂອງໂຮງຮຽນ ດ້ວຍການຈັດພິທີຖະແຫລ່ງຂ່າວ ເປີດຕົວໂຄງການປັບປຸງພື້ນທີ່ ຂອງໂຮງຮຽນ ໃນ ວັນທີ 03 ມີນາ 2021 ຢູ່ທີ່ VIS ໂດຍການເປັນກຽດເຂົ້າຮ່ວມງານ ຂອງບັນດາຄູ່ຮ່ວມສັນຍາ, ຕ່າງໜ້າຈາກພາກລັດ, ອໍານາດການປົກຄອງທ້ອງຖິ່ນ, ບັນດານັກການທູດ ແລະ ອົງການຈັດຕັ້ງສາກົນປະຈໍາສປປ ລາວ, ບັນດາສື່ມວນຊວນ, …

Read More »

ເອົາໃຈຄົນເຫງົາ ບໍລິສັດ Panasonic ໃນປະເທດຍີ່ປຸ່ນ ເປີດໂຕ Nicobo ຫຸ່ນຍົນໜ້າຄ້າຍຄືກັບແມວທີ່ສົນທະນາກັບຄົນໄດ້.

ໃນຊ່ວງໄລຍະນີ້ໃນປະເທດຍີປຸ່ນແມ່ນຍັງມີການລະບາດຂອງພະຍາດ Covid-19 ຢ່າງຕໍ່ເນື່ອງ ເຮັດໃຫ້ພະນັກງານທັງຫຼາຍຕ້ອງໄດ້ Work From Home ຢູ່ທີ່ບ້ານເວັ້ນໄລຍະຫ່າງຈາກສັງຄົມ ເຊິ່ງເຮັດໃຫ້ຄົນຍີ່ປຸ່ນຫຼາຍຄົນຮູ້ສຶກໂດດດ່ຽວ ແລະ ຄຽດຈາກການເຮັດວຽກ. ສະນັ້ນ ຈຶ່ງເປັນຄວາມຄິດທີ່ດີໃນການຜະລິດນະວັດຕະກຳເພື່ອແກ້ໄຂບັນຫາໃນຊ່ອງວ່າງນີ້ ໂດຍການສ້າງຫຸ່ນຍົນແມວ (AI) ເພື່ອຕອບສະໜອງ ຄວາມຄາຍເຫງົາຈາກການຢູ່ແຕ່ບ້ານ. ເຊິ່ງຫຸ່ນຍົນໂຕນີ້ມີຊື່ວ່າ Nicobo ຖືກຜະລິດໂດຍ ບໍລິສັດເຄື່ອງໄຟຟ້າ Panasonic ແບຣນດັງຂອງຍີ່ປຸ່ນ. ໂດຍຫຸ່ນຍົນຈະມີລັກສະນະຄື ຖົງຕີນໃນຊຸດເກົ່າ (Old Sock). ຄວາມສາມາດຂອງຫຸ່ນຍົນນີ້ ສາມາດໂຕ້ຕອບບົດສົນທະນາ ແລ້ວຍັງກະດິກຫາງ ຍິບຕາໄດ້ ລວມເຖິງຍັງຕົດໄດ້ພ້ອມ!! ແລະ ທີ່ສຳຄັນ Nicobo ໂຕນີ້ແມ່ນມີກ້ອງໄວ້ເພື່ອຈື່ຈຳໃບໜ້າ ແລະ ໄມໂຄໂຟນເພື່ອໃຊ້ໂຕ້ຕອບບົດສົນທະນາກັບເຮົາ. ນອກນັ້ນ ຍັງມີແຜງເຊັນເຊີທີ່ຕອບສະໜອງການສຳພັດ ເວລາທີ່ເຮົາສຳພັດ ຫຼື ກອດ ຫຸ່ນຍົນມັນຈະສະແດງທ່າທີການໂຕ້ຕອບກັບ ຫຼື ປະຕິກິລິຍາໃດໜຶ່ງ ເພື່ອເຮັດໃຫ້ເຮົາຕື່ນເຕັ້ນ ແລະ ມ່ວນໄປກັບມັນ. ວົ້າໄດ້ວ່າ …

Read More »

ກຽມສະຫຼະໂສດ!!! ສາວ ແຜັດ ເພັດດາວອນ ນັກຮ້ອງສຽງດີ ທີ່ຄວ້າເງິນລ້ານມາແລ້ວ!! ຈາກເວທີເພື່ອນບ້ານ ທີ່ປະເທດໄທ…

ຄົງຈະບໍ່ມີໃຜບໍ່ຮູ້ຈັກ ສາວຄົນນີ້ ແຜັດ ເພັດດາວອນ ນັກຮ້ອງສຽງດີ ແລະ ມີສຽງເປັນເອກະລັກ ທີ່ຄວ້າເງິນລ້ານມາແລ້ວ!! ຈາກເວທີເພື່ອນບ້ານ ທີ່ປະເທດໄທ…ເມື່ອ “ແຜັດ ເພັດດາວອນ” ນັກຮ້ອງສາວຊື່ດັງ ອອກມາປະກາດຂ່າວດີກຽມເຂົ້າປະຕູວິວາໃນໄວໆນີ້ ພ້ອມຖ່າຍພຣີເວດດິ້ງ ທີ່ແສນອົບອຸ່ນ ໜ້າຮັກ ງົດງາມໃນຊຸດລາວເຮົາໃຫ້ແຟນໆໄດ້ເບິ່ງ ທຸກຄົນພາກັນຮ່ວມຍິນດີຂອງຄອບຄົວ, ໝູ່ເພື່ອນ ແລະ ບອກເລີຍແຕ່ລະພາບຖ່າຍ ສວຍງາມອີຫຼີ!! ຂວັນໃຈຂໍສະແດງຄວາມຍິນດີກັບ ສາວ ແຜັດ ນໍາເດີ!!!

Read More »

ເຜີຍໂສມໜ້າ!!! ສາວງາມ Miss World 2021 ທີ່ຜ່ານເຂົ້າຮອບ 20 ຄົນສຸດທ້າຍ…

ເວທີນີ້ຕ້ອງລຸກເປັນໄຟເມື່ອສາວງາມໄດ້ມາປະຊັນຄວາມງາມ ແລະ ຄວາມສາມາດ ໄດ້ເລີ່ມຂຶ້ນແລ້ວ!!! ໃນວັນທີ 02 ມີນາ 2021 ທີ່ຜ່ານມາ ໄດ້ມີການຈັດງານປະກວດ Miss World 2021 ເພື່ອຄັດເລືອກເອົາສາວງາມຈາກຫຼາຍໆພາກສ່ວນທີ່ຈະມາເຂົ້າປະກວດໃນເວທີນີ້ ບອກໄດ້ເລີຍວ່າປີນີ້ມີແຕ່ຄົນງາມໆເກັ່ງໆທີ່ຜ່ານເຂົ້າຮອບ ປີນີ້ມົງຈະລົງໝາຍເລກໃດຖ້າຕິດຕາມໄປພ້ອມໆກັນເລີຍ… ຢ່າລືມເຊຍ ແລະ ໃຫ້ກໍາລັງໃຈກັບສາວງາມທັງ 20 ຄົນນີ້ແນ່ເດີ!!!

Read More »