ຄົນໂສດຕ່າງກໍສະແຫວງຫາຄວາມສໍາພັນທີ່ມີຄວາມຮັກແບບຍືນຍາວ ບໍ່ແມ່ນຈະຟ້າວທີ່ຈະມີຄວາມຮັກໃນຄັ້ງໃໝ່ຢູ່ເລື້ອຍໆ ເພາະກວ່າຈະເຊົາເຈັບຈາກຄວາມຮັກມັນບໍ່ແມ່ນເລື່ອງງ່າຍ ແລະ ການເລີ່ມຕົ້ນໃໝ່ກັບໃຜຈັກຄົນເມື່ອໄດ້ຮັກແລ້ວກໍທຸ່ມເທ ແລະ ຢາກໃຫ້ເປັນຮັກຄັ້ງສຸດທ້າຍໃນຊີວິດ. ມື້ນີ້ແອັດຈະມາເອົາໃຈສາວໂສດກັນແນ່ຈັກໜ້ອຍໜຶ່ງ… ຄົນເຮົາແຕ່ລະຄົນກໍມີເອກະລັກ ແລະ ນິໄສເປັນຂອງຕົວເອງທີ່ແຕກຕ່າງກັນໄປ ການທີ່ເຮົາຈະຮຽນຮູ້ ຫຼືຮູ້ຈັກໃຜຈັກຄົນໃຫ້ຫຼາຍຂຶ້ນ ເລີ່ມແລກກໍຍັງບໍ່ກ້າສະແດງຕົວຕົນຂອງຕົວເອງອອກມາ ຫຼືເອີ້ນວ່າ ຊ່ວງໂປໂມຊັ່ນ ແຕ່ກໍບໍ່ໄດ້ເປັນໝົດທຸກຄົນ. “ຄົນເຮົາບໍ່ມີໃຜ Perfcet ໄປທຸກເລື່ອງດອກ” ແລະ ກໍບໍ່ມີໃຜບອກຈຸດດ້ອຍຂອງຕົວເອງໃຫ້ໃຜຮູ້ ເມື່ອຮອດເວລາເຮົາຈະຮຽນຮູ້ໄດ້ເອງ ຄ່ອຍໆປັບຕົວເຂົ້າຫາກັນ ຍອມຮັບໃນຄວາມແຕກຕ່າງ ແລະ ສ້າງຈຸດທີ່ຄືກັນໄດ້ ຫຼືສຸດທ້າຍແລ້ວຄົ້ນພົບວ່າ ບໍ່ສາມາດຮ່ວມທາງກັນໄດ້ ກໍຕ້ອງຍອມຮັບ ແລະ ເລີກລາກັນໄປມັນກໍເປັນເລື່ອງທໍາມະດາ “ໂລກບໍ່ໄດ້ສົ່ງຄົນຮັກມາໃຫ້ພຽງແຕ່ຄົນດຽວ” ເຮົາກໍຕ່າງມີຫົວໃຈຄົນລະດວງທີ່ເຕີບໃຫຍ່ມາພ້ອມກັບຕົວເຮົາເອງ ສະນັ້ນ, ມຸມມອງໃນຄວາມຮັກທີ່ເຮົາມີຕໍ່ການພົບກັນໃນທຸກຄວາມສໍາພັນນັ້ນ ຈະແຕກຕ່າງຕາມອາຍຸ ແລະ ປະສົບການຄວາມຮັກທີ່ຜ່ານມາ ເມື່ອເຮົາພົບກັບຄວາມຮັກທີ່ບໍ່ສວຍງາມ ແນ່ນອນວ່າຈະຕ້ອງມີການເລີກລາ ມັນຈະມີໂອກາດໃໝ່ເຂົ້າມາສະເໜີ ພຽງແຕ່ເຮົາຈະພົບໃຜທີ່ເຮັດໃຫ້ເຮົາຮູ້ສຶກດີ ແລະ ພິເສດສໍາລັບເຮົາ ແລະ ເຮົາຈະເລືອກຄົນທີ່ດີກວ່າເກົ່າ ເພາະວ່າປະສົບການຮັກຄັ້ງເກົ່າຈະສອນໃຫ້ເຮົາຮູ້ວ່າ ແມ່ນຫຍັງທີ່ເຮົາເບິ່ງຂ້າມ ຫຼືເຮັດໃຫ້ເຮົາບໍ່ສົມຫວັງກັບຄົນຮັກ …
Read More »Home
ນິສສັນທີ່ມາພ້ອມກັບຄວາມທົນທານ ແລະ ໃຊ້ງານໄດ້ຢ່າງສະດວກສະບາຍ…ມາເບິ່ງ!!! ທີ່ມາຂອງລົດກະບະນິສສັນ Nissan
ນັບຕັ້ງແຕ່ນິສສັນ Nissan ໄດ້ຖືກສ້າງຕັ້ງຂຶ້ນມາໃນຫຼາຍປີທີ່ຜ່ານມາ, ທາງບໍລິສັດໄດ້ພະຍາຍາມສ້າງແຮງບັນດານໃຈໃຫ້ແກ່ຜູ້ຂັບຂີ່, ບໍ່ວ່າຈະເປັນການສະໜອງຄວາມພຶ່ງພໍໃຈ ແລະ ຄວາມສະດວກໃນດ້ານການຂັບຂີ່ໃຫ້ແກ່ຜູ້ຊົມໃຊ້ລົດຍົນ. ນັບແຕ່ປີ 1933, ບໍລິສັດນິສສັນ Nissan ໄດ້ຜະລິດປະເພດລົດຍົນທີ່ຕອບສະໜອງຄວາມພຶ່ງພໍໃຈແກ່ຜູ້ຂັບຂີ່. ປະຫວັດການຜະລິດລົດຍົນຂອງພວກເຮົາຄືການສ້າງຄວາມທ້າທ້າຍໃນການຂັບຂີ່ລົດຍົນຂອງພວກເຮົາຢ່າງບໍ່ມີທີ່ສີ້ນສຸດ. ທາງນິສສັນ Nissan ໄດ້ເລີ່ມຜະລິດລົດກະບະນັບແຕ່ຕົ້ນປີ 1933 ພ້ອມກັບການຜະລິດລົດເກັງແດທ໌ຊັນ Datsun ລຸ້ນທີ່ 12. ໂດຍອີງໃສ່ມາດຕະຖານລົດກະບະແດທ໌ຊັນ Datsun ລຸ້ນທີ່ 12, ທີ່ມີເຄື່ອງຈັກ 788cc DAT ແລະ ມີກໍາລັງການເຜົ່າຜານຢູ່ທີ່ 12 ແຮງມ້າ. ນັບແຕ່ນັ້ນມາ, ລົດກະບະທີ່ບໍລິສັດໄດ້ຜະລິດອອກມາຖືວ່າເປັນລົດຍົນທີ່ໃຫ້ຄວາມສະດວກ ແລະ ອະເນກປະສົງທີ່ຍັງບໍ່ຫຼາຍເທົ່າທີ່ຄວນ. ດັ່ງນັ້ນ, ຜູ້ຜະລີດລົດກະບະຈຶ່ງໄດ້ຢຸດຜະລິດລົດຍົນ, ບໍ່ວ່າຈະເປັນອຸປະກອນ ແລະ ອາໄລ່ລົດຍົນຈາກຖານການຜະລິດ ເນື່ອງຈາກລົດຍົນເຮັດໃຫ້ຜູ້ຂັບຂີ່ມີການຂັບຂີ່ທີ່ລໍາບາກ ເວລາທີ່ຂັບຂີ່ໃນໄລຍະທາງໄກ. ໃນປີ 1955, ລົດກະບະລຸ້ນ 120 ໄດ້ຖືກຜະລິດອອກມາດ້ວຍຮູບຊົງທັນສະໄໝເປັນລຸ້ນທຳອິດ. ແລ້ວໄດ້ມີການພັດທະນາມາເປັນກະບະລຸ້ນ 220 …
Read More »ມາເບິ່ງ!!! ກຸ່ມສາວໂສດ 7 ຄົນ ສ້າງບ້ານເພື່ອເປັນທີ່ຢູ່ອາໄສໃນຍາມບໍານານ
ຕາມການລາຍງານຂອງເວບໄຊ shanghai.ist ໄດ້ແຈ້າງວ່າມີກຸ່ມສາວໂສດທີ່ເປັນໆໝູ່ສະນິດກັນ 7 ຄົນ ຮູ້ຈັກກັນມາຫຼາຍກວ່າ 10 ປີ ໂດຍມີການໂອ້ລົມກັນວ່າມື້ໜຶ່ງຈະໃຊ້ຊີວິດຮ່ວມກັນໃນຊ່ວງປັ້ນປາຍຂອງຊີວິດ ແລະ ຕອນນີ້ສາວໂສດທັງ 7 ຄົນກໍໄດ້ພາກັນສ້າງບ້ານສໍາເລັດເປັນທີ່ຮຽບຮ້ອຍແລ້ວ ໃນແຖວຊານເມືອງ ກວາງໂຈ ໃນປີ 2018 ທີ່ຜ່ານມາ ຫ່າງຈາກຕົວເມືອງ 70 ກິໂລແມັດ ໂດຍທັງ 7 ສາວ ໄດ້ລວມເງິນກັນສ້າງບ້ານຫຼັງນີ້ ປະມານ 4 ລ້ານຢວນ ($580,000) ຫຼື ປະມານ 17.8 ລ້ານບາດ ໃນການ Renovate ບ້ານຫຼັງນີ້ ທີ່ຈະໃຊ້ຢູ່ໃນຍາມບໍານານ ແຕ່ລະຄົນກໍຕ້ອງຝຶກທັກສະການທີ່ແຕກຕ່າງກັນໃນການໃຊ້ຊີວິດຍາມບໍານານ ຮຽບຮຽງໂດຍ: KuanjaiMagazine ຂໍ້ມູນຈາກ: YOUNGSOAD
Read More »13 ຂໍ້ຄິດ ໃນຊີວິດການເຮັດວຽກທີ່ຄວນຮູ້ກ່ອນອາຍຸ 30…
ໃນຊີວິດຂອງການເຮັດວຽກນັ້ນ ບາງຄົນອາດຈະເລີ່ມຕົ້ນໄວ ອາຍຸ 20 ປີຕົ້ນໆ ກໍເລີ່ມເຮັດວຽກແລ້ວ ແຕ່ບາງຄົນກໍເລີ່ມຕົ້ນຊ້າ ແຕ່ທັງນີ້ທັງນັ້ນ ທຸກໆ ການເລີ່ມຕົ້ນຂອງທຸກຄົນກໍມີຈຸດປະສົງດຽວກັນຄືການປະສົບຄວາມສໍາເລັດ!!! ມື້ນີ້ ຂວັນໃຈ ຂໍເລີ່ມຕົ້ນເດືອນມີນາ ກັບ 13 ຂໍ້ຄິດ ໃນຊີວິດການເຮັດວຽກ ທີ່ສາວໆ ຄວນຮູ້ກ່ອນອາຍຸ 30 ເຊິ່ງຈະມີຫຍັງແດ່ນັ້ນ ໄປເບິ່ງພ້ອມກັນເລີຍ… ຊີວິດການເຮັດວຽກກໍຄືການແລ່ນມາຣາທອນ ຄວນແລ່ນໃຫ້ໄວໃນຊ່ວງທີ່ມີແຮງ ແລະ ຫຼຸດສະປີດລົງແດ່ໃຫ້ຕົວເອງໄດ້ຫາຍໃຈ ແລະ ເຕີບໃຫຍ່ຢ່າເປັນຄົນທີ່ເຮັດໄດ້ທຸກຢ່າງແຕ່ບໍ່ເກັ່ງຈັກຢ່າງ ຊອກຫາເວລາຢູ່ກັບສິ່ງທີ່ເຮົາມັກ ແລະ ເຝິກຝົນມັນຢ່າງເຕັມທີ່ລົງທຶນຊອກຄວາມຮູ້ໃຫ້ຕົວເອງ ຊອກຫາຄວາມຮູ້ໃໝ່ໆ ເພີ່ມຄຸນຄ່າໃຫ້ກັບຕົວເອງຢູ່ສະເໝີ ຍິ່ງເຮົາຮູ້ຫຼາຍກໍສາມາດສ້າງກໍາໄລໃຫ້ເຮົາໄດ້ຫຼາຍຂຶ້ນເຂົ້າສັງຄົມກັບໄວທີ່ແຕກຕ່າງ ແລກປ່ຽນຄວາມຄິດກັບຄົນອາຍຸຫຼາຍກວ່າແດ່ ພວກເຂົາມັກມີຄໍາແນະນໍາດີໆ ໃຫ້ເຮົາເກັບໄປຄິດໄດ້ສະເໝີຄວາມຜິດພາດຄືບົດຮຽນທີ່ດີ ເປັນເລື່ອງປົກກະຕິທີ່ຄົນເຮົາຢ້ານທີ່ສ່ຽງ ແຕ່ທຸກຄວາມສ່ຽງນັ້ນນໍາມາເຊິ່ງສິ່ງທີ່ຍິ່ງໃຫຍ່ສະເໝີຢ່າສູນເສຍຄວາມເປັນຕົວເອງໃຫ້ກັບວຽກ ສຸກທ້າຍເຮົາກໍຈະປ່ຽນວຽກໄປເລື້ອຍໆ ແລະ ບໍ່ເຫັນເຖິງຄວາມກ້າວໜ້າຈັກເທື່ອຢ່າເສຍໂອກາດເຮັດວຽກຕ່າງປະເທດ ຢ່າພາດໂອກາດດີໆ ທີ່ອົງກອນສະເໜີໃຫ້ກັບເຈົ້າ ບາງຄັ້ງເຮົາອາດຈະເສຍໃຈກັບສິ່ງທີ່ບໍ່ໄດ້ເຮັດ ກວ່າສິ່ງທີ່ເຮົາເຮັດໄປແລ້ວອີກເຝິກສະມາທິແດ່ ໃຫ້ສະໝອງໄດ້ພັກຜ່ອນແດ່ ໂດຍມີງານວິໄຈອອກມາແລ້ວ ການນັ່ງສະມາທິ 20 …
Read More »ຍິນດີນໍາ!!! ນາງເອກຊື່ດັງຂອງປະເທດໄທປະກາດມີທາຍາດຄົນທໍາອິດແລ້ວ…
ຍິນດີນໍາ!!! ວ່າທີ່ ເຈົ້າສາວປ້າຍແເດງ ແລະ ແມ່ມືໃໝ່ ສາວ ຍາດທິບ ນາງເອກຊື່ດັງຂອງປະເທດໄທ ສາຍາສາວເຊັກຊີ ທີ່ມີຜົນງານການສະແດງຫຼາກຫຼາຍຜົນງານບໍ່ວ່າຈະເປັນຮູບເງົາເລື່ອງ: แรงเทียน, ไฟสิ้นเชื้อ, เรือนสายสวาด, เขาวานให้หนูเปันสายลับ ແລະ ອີກຫຼາຍໆຜົນງານ… ຫຼັງຈາກທີ່ທັງສອງຄົນໄດ້ອອກເດດ ແລະ ແຟນໝຸ່ມກໍໄດ້ຂໍແຕ່ງງານ ສ່ວນງານແຕ່ງແມ່ນຈະຈັດຂຶ້ນໃນເດືອນ ເມສານີ້ ຫຼ້າສຸດສາວຍາດທິບໄດ້ປະກາດຜ່ານສື່ອອນລາຍໄອຈີຂອງຕົວເອງວ່າ ຈະໄດ້ເປັນແມ່ຄົນແລ້ວ!!! ຈັງໃດແອັດກໍຂໍສະແດງຄວາມຍິນດີນໍາເດີ
Read More »