Breaking News

Home

ມາເບິ່ງ 5 ວິທີ ທີ່ຈະເຮັດໃຫ້ສາວໆງາມ ແລະ ແພງ!!! ໃນສາຍຕາໜຸ່ມໆ…

ເຊື່ອວ່າສາວໆທຸກຄົນມີຄວາມງາມ ແລະ ສະເໜ່ທີ່ບໍ່ຄືກັນ ແຕ່ແອັດບໍ່ໄດ້ໝາຍເຖິງໜ້າຕາແຕ່ພຽງຢ່າງດຽວ ເພາະຄວາມງາມຕ້ອງມາຈາກພາຍໃນ ແລະ ພາຍນອກ.​ ມື້ນີ້ເຮົາມາເບິ່ງ 5 ວິທີ ທີ່ຈະເອົາຄວາມງາມມາມັດໃຈໜຸ່ມໆ ພ້ອມທັງເຮັດໃຫ້ສາວໆງາມແບບມີຄຸນຄ່າ. 1 ມີຄວາມໝັ້ນໃຈໃນຕົນເອງ ໂຈດນີ້ບໍ່ຍາກ ແລະ ກໍບໍ່ງ່າຍ ເພາະກ່ອນທີ່ເຮົາຈະເຮັດຫຍັງກໍຕາມ ຕ້ອງມີຄວາມໝັ້ນໃຈ ເຊິ່ງສາວໆ ສາມາດສ້າງຄວາມໝັ້ນໃຈທັງຮູບຮ່າງໜ້າຕາ (ແຕ່ງໜ້າ, ທາປາກ, ​ແຕ່ງໂຕຕາມ Style ຕົນເອງ…) ແລະ ການວາງໂຕ ( ການຍິ້ມ​, ການຫົວ, ການເວົ້າ…) ເພາະຢາກເບິ່ງຄືແພງ! ຕ້ອງເຮັດຕົນເອງໃຫ້ສະຫງ່າ ແລະ ໜັ້ນໃຈຢູ່ສະເໝີ. 2 ຮູ້ຈັກຄຸນຄ່າໃນຕົນເອງ ກ່ອນທີ່ເຮົາຈະຮູ້ຄຸນຄ່າຂອງຄົນອື່ນ ຫຼືຄົນອື່ນຈະຮູ້ຄຸນຄ່າຂອງເຮົາ ເຮົາຕ້ອງຮູ້ຈັກຄຸນຄ່າຂອງຕົນເອງສາກ່ອນ ເພາະສິ່ງນີ້ເປັນສິ່ງທີ່ສຳຄັນທີ່ສຸດ. ພ້ອມກັນນັ້ນ, ຫ້າມຄິດວ່າເຮົາບໍ່ດີ,​ ຫ້າມຄິດວ່າເຮົາດ້ອຍ ເພາະເຮົາກໍມີຄຸນຄ່າ ແລະ ມີຢຸດຢືນຄືກັບຄົນອື່ນ. ເມື່ອເຮົາຮູ້ຄຸນຄ່າຂອງຕົນເອງ ເຮົາຈະພົບຜູ້ຊາຍທີ່ມີຄຸນຄ່າພໍທີ່ເຮົາຈະແບ່ງຫົວໃຈດວງນ້ອຍໆໃຫ້ເຂົາເຈົ້າ. …

Read More »

ເສຍໃຈນໍາ!!! ກັບການຈາກໄປຂອງນັກສະແດງດາລາຊື່ດັງລຸ້ນອາວຸໂສ ໄພໂຣດ ໃຈສິງ

ເປັນອີກເລື່ອງເສົ້າໃນວົງການບັນເທີງ ກັບການສູນເສຍດາລາດັງຂອງປະເທດໄທລຸ້ນອາວຸໂສ ໄພໂຣດ ໃຈສິງ ທີ່ມີຜົນງານການການສະແດງຮູບງົາຫຼາກຫຼາຍຜົນງານໃນວົງການບັນເທີງບໍ່ວ່າຈະເປັນຮູບເງົາເລື່ອງ ກໍານັນອີ໋ດ, ສົມຫວັງສູ້ສູ້, ຕະວັນທໍແສງ ແລະ ອີກຫຼາຍໆຜົນງານ… ຫຼັງປ່ວຍມາຫຼາຍປີດ້ວຍພະຍາດຂອງຜູ້ກ່ຽວເອງ ຫຼ້າສຸດໄດ້ເສຍຊີວິດ ດ້ວຍໄວ 78 ປີ. ລູກສາວໄດ້ໂພສອາໄລພໍໍ່ ຍັງຮັບບໍ່ໄດ້ກັບການຈາກໄປຂອງພໍ່ ແອັດຂໍສະແດງຄວາມເສຍໃຈກັບການຈາກໄປໃນຄັ້ງນີ້ດ້ວຍ!!!

Read More »

ຍິນດີນໍາ!!! ສາວ ວິກກີ້ ສຸນິສາ ແລະ ໝຸ່ມ ຊາຍ ຊາດຕະໂຍດົມ ອອກມາແລ້ວທາຍາດຄົນທີ່ສອງຂອງຕະກຸນ….

ຄົງຈະບໍ່ມີໃຜທີ່ຈະບໍ່ຮູ້ຈັກສາວ ວິກກີ້ ສຸນິສາ ຄົນນີ້ ນັກສະແດງສາວງາມທີ່ຫຼາກຫຼາຍຄວາມສາມາດ ແລະ ມີຜົນງານໃນວົງການບັນເທີງຫຼາຍຢ່າງບໍ່ວ່າຈະເປັນການສະແດງເອັມວີເພລງ ແລະ ຮູບເງົາເລື່ອງ ໄຟຮັກອະສູນ, ມາດາມດັນ, ວິວາຫວ້າວຸ້ນ… ມື້ນີ້ແອັດຈະພາທຸກຄົນໄປເບິ່ງລູກຊາຍຂອງ ໝຸ່ມ ຊາຍ ແລະ ສາວ ວິກກີ້ ວ່າຈະໜ້າຮັກ ແລະ ເປັນຕາແພງຊໍ່າໃດ ໄປເບິ່ງນໍາກັນເລີຍ… ອອກມາແລ້ວ ຊື່ວ່າ ນ້ອງ ໄທເລີ້ ຂອງພໍ່ ຊາຍ ແລະ ແມ່ ວິກກີ້ ເກີດເມືື່ອວັນທີ 18 ກຸມພາ 2021 ຕອນຍັງບໍ່ເກີດກໍຫວານກັນຕະຫຼອດ…

Read More »

8 ອຸປະສັກໃນການເຮັດວຽກ ຂອງນັກສຶກສາຈົບໃໝ່ທີ່ເຮັດໃຫ້ບໍ່ກ້າວໜ້າໃນອາຊີບ!!!

ເມື່ອຮຽນຈົບແລ້ວ ເຂົ້າສູ່ໂໝດເຮັດວຽກ ຫຼາຍຄົນໂຊກດີພົບສິ່ງແວດລ້ອມດີໆ ໃຫ້ພ້ອມຮຽນຮູ້ ແລະ ພັດທະນາຕົນເອງ ແຕ່ກໍມີຫຼາຍຄົນເຊັ່ນກັນທີ່ໜ້າຕາໝົ່ນໝອງເປັນທຸກ ເຊິ່ງກໍຖືວ່າເປັນເລື່ອງປົກກະຕິທີ່ຈະຕ້ອງພົບບັນຫາ ແລະ ອຸປະສັກຢູ່ແດ່ ທັງນີ້ ຄົນທີ່ຮູ້ສຶກຕົວເອງບໍ່ມີຄວາມສຸກໃນການເຮັດວຽກ ລອງພິຈາກລະນາປັດໃຈເຫຼົ່ານີ້ເບິ່ງ!!! ປັນຫາ ຫຼືອຸປະສັກທີ່ຈະເຮັດໃຫ້ພະນັກງານໃໝ່ ນັກສຶກສາຈົບໃໝ່ບໍ່ມີຄວາມກ້າວໜ້າ ຈະມີຫຍັງແດ່ ແລ້ວຈະແກ້ໄຂບັນຫາແນວໃດແດ່? ຂາດຄວາມພ້ອມໃນການເຮັດວຽກ ເດັກຈົບໃໝ່ບາງຄົນ ບໍ່ເຄີຍເຮັດວຽກໃນອົງກອນມາກ່ອນ ເຖິງວ່າຈະເຄີຍເຝິກງານໃນໄລຍະເວລາສັ້ນໆ ແຕ່ກໍຍັງບໍ່ທັນໄດ້ຮຽນຮູ້ຢ່າງດີພໍ ແລະ ອົງກອນທີ່ໄປເຝິກງານ ອາດຈະມີຄວາມແຕກຕ່າງຈາກອົງກອນທີ່ເຮັດວຽກແທ້ ໃນມື້ທີ່ເຈົ້າເລີ່ມເປັນພະນັກງານເງິນເດືອນ ຫຼືກ້າວເຂົ້າສູ່ໂລກຂອງການເຮັດວຽກແລ້ວ ເຈົ້າຕ້ອງບອກຕົວເອງວ່າ ເຮົາເປັນຜູ້ໃຫຍ່ໄປອີກຂັ້ນໜຶ່ງ ບໍ່ແມ່ນເດັກນ້ອຍແລ້ວ ທີ່ຈະບໍ່ມີຄວາມຮັບຜິດຊອບວຽກທີ່ໄດ້ຮັບມອບໝາຍ ຕ້ອງເຮັດໃຫ້ເຕັມຄວາມສາມາດ ພິສູດໃຫ້ຫົວໜ້າເຫັນວ່າ ເຈົ້າມີຄວາມສາມາດ ແລະ ຈະຜ່ານການທົດລອງວຽກນີ້ໄດ້ ບໍ່ມີຄວາມສາມາດ ເຖິງວ່າຈະຜ່ານການຄັດເລືອກມາຫຼາຍດ່ານ ແຕ່ເມື່ອເຖິງເວລາເຮັດວຽກແທ້ ຫຼາຍຄົນບໍ່ມີຄວາມສາມາດຕາມທີ່ບອກໃນໃບສະໝັກ ວຽກທຸກຢ່າງມີການປັບປ່ຽນໄປ ຫຼາຍຄົນບໍ່ເຄີຍພົບໂຈດແບບນັ້ນ ບໍ່ຄືກັບທີ່ຮຽນມາ ວຽກບາງຢ່າງຕ້ອງການຄວາມຊໍານານ ຄວາມເຂົ້າໃຈ ເມື່ອຂາດຄວາມສາມາດທີ່ຕ້ອງການເບື້ອງຕົ້ນໄປແລ້ວ ຍິ່ງເຮັດໃຫ້ຊີວິດການເຮັດວຽກນັ້ນໜັກເຂົ້າໄປອີກ ບໍ່ມີຄວາມຊໍານານໃນວຽກທີ່ເຮັດ ເນື່ອງຈາກເຈົ້າຫາກໍຮຽນຈົບມາ ແລະ …

Read More »

ວ້າວວ!!! ໝຸ່ມ ປ໋ອກ ຄວ້າໂລ້ລາງວັນອັນທີ 2 ເພື່ອມອບໃຫ້ກັບພໍ່…

ບໍ່ມີໃຜທີ່ບໍ່ຮູ້ຈັກ ໝຸ່ມ ປ໋ອກ ທາຍາດເຈົ້າຂອງເຊັນທັນ ແລະ ຍັງເປັນສາມີຂອງນາງເອກຊື່ດັງ ສາວ ມາກີ້ ນັກສະແດງໄທທີ່ດັງລະດັບຕົ້ນໆຂອງປະເທດເລີຍກໍວ່າໄດ້!!! ນີ້ຄືໜຶ່ງຄວາມພາກພູມໃຈທີ່ໄດ້ມີໂອກາດເຮັດໃຫ້ພໍ່ເຫັນວ່າດົນຕີທີ່ຕົນເອງມັກມາແຕ່ຕອນຍັງນ້ອຍມັນສາມາດກາຍເປັນອາຊີບທີ່ສ້າງລາຍໄດ້ມາລ້ຽງຄອບຄົວ ແລະ ໝຸ່ມ ປ໋ອກກໍໄດ້ມອບໂລ້ລາງວັນໃຫ້ພໍ່ເປັນຄົນເປີດຄົນທໍາອິດ. ຂອບໃຈແຟນໆທຸກຄົນທີ່ຄອຍຕິດຕາມ ແລະ ຊັບພອສກັນມາຕະຫຼອດ ຈົນເຮັດໃຫ້ຊ່ອງ MINDSET MOB ມີຄົນຕິດຕາມເກີນ 1 ລ້ານກວ່າຄົນ ແລະ ກໍຂອບໃຈສະມາຊິກ MINDSET MOB ທີ່ສູ້ມານໍາກັນຕະຫຼອດ… ແລະ ສຸດທ້າຍທີ່ຂາດບໍ່ໄດ້ກໍແມ່ນຄອບຄົວທີ່ໃຫ້ກໍາລັງໃຈ ຂອບໃຈທີ່ມີພັນລະຍາທີ່ແສນດີ ແລະ ຊັບພອສໃນທຸກໆເລື່ອງ!!!

Read More »