Breaking News

Home

ຍິນດີນໍາ!!! ເຈົ້າຊາຍ Harry ແຫ່ງລາດຊະວົງອັງກິດໄດ້ປະກາດທາຍາດຄົນທີ່ສອງ ໃນວັນແຫ່ງຄວາມຮັກ ທີ່ຜ່ານມາ…

ຖືໄດ້ວ່າເປັນເລື່ອງທີ່ຫນ້າຍິນດີສຸດໆຕ້ອນຮັບເທດສະການແຫ່ງຄວາມຮັກເມື່ອ ເມເກນ ມາເຄິລ ແລະ ເຈົ້າຊາຍແຮ່ລີ້ ດຍຸກ ແລະ ດັສເຊສແຫ່ງຊັສເຊັກ ມີການປະກາດຜ່ານພາບຖ່າຍຂອງຊ່າງພາບມືອາຊີບ ໝູ່ຂອງເມແກນໂດຍບັນຍາກາດເປັນກັນເອງ ເຮົາຈະໄດ້ເຫັນ ເມແກນນອນຫນູນຕັກເຈົ້າຊາຍແຮ່ລີ້ໃນຊຸດເດຣສສີຂາວແລະ ທາງໂຄສົກຂອງພະຣາຊວັງກໍໄດ້ມີການຄອນເຟີມມາແລ້ວວ່າ “ອາຣ໌ຊີກຳລັງຈະໄດ້ເປັນອ້າຍໃຫຍ່ ດຍຸກ ແລະ ດັສເຊສ ແຫ່ງຊັສເຊັກຕື່ນເຕັ້ນທີ່ກຳລັງສິມີທາຍາດຄົນທີ່2 ແຕ່ທີ່ຫນ້າສົນໃຈທີ່ສຸດກໍຄື Daily Express ຂອງອັງກິດໄດ້ໄປຄົ້ນຂໍ້ມູນເກົ່າໆ ແລະ ຜົນປາກົດວ່າ ເຈົ້າຍິງ ໄດແອນນ່າ ແລະ ເຈົ້າຊາຍ ຊາວລ໌ກຊໍໄດ້ປະກາດຂ່າວການມີທາຍາດຄົນທີ່2 ກໍ່ຄືເຈົ້າຊາຍແຮ່ລີ້ໃນມື້ວາເລັນທາຍເຊັ່ນດຽວກັນໃນປີ 1984. ທຸກໆຄົນຕ່າງກໍ່ຕື່ນເຕັ້ນກັບທາຍາດອົງໃຫມ່ ວ່າທີ່ລາຊທາຍາດລຳດັບທີ່ 8 ຂອງລາຊວົງອັງກິດທີ່ຈະເກີດຂື້ນມາເພື່ອສືບທອດລາຊບັນລັງຂອງປະເທດອັງກິດຕໍ່ຈາກອ້າຍໃຫຍ່ ເຈົ້າຊາຍ ອາຊີ ແຮ່ລິສັນ ເມົາແບັຕ ເທນ- ວິເຊີທາຍາດຄົນທຳອິດຂອງເມແກນ ແລະ ເຈົ້າຊາຍແຮ່ລີ້ທີ່ປະສູດໃນເດືອນພຶດສະພາ ປີ 2019. ຂໍ້ມູນ: Talk to teen ໄວລຸ້ນລາວ

Read More »

ຍິນດີນໍາ!!! ຈິ໋ບ ແສງສິງແກ້ວ ຈູງມືແຟນສາວເຂົ້າປະຕູວິວາເປັນທີ່ຮຽບຮ້ອຍແລ້ວ…ເທິງເຮືອບິນສ່ວນຕົວ

ໝຸ່ມ ຈິ໋ບ ແສງສິງແກ້ວ ນັກສະແດງລະດັບແຖວໜ້າຂອງປະເທດໄທ ທີ່ມີຜົນງານຮູບເງົາ ຫຼາກຫຼາຍຜົນງານ ບໍ່ວ່າຈະເປັນຮູບເງົາ”ใบไม้ที่ปลิดปลิว”, “เลือดเจ้าพระยา” ແລະ ອີກຫຼາຍໆເລື່ອງ…ເປັນອີກຄູ່ທີ່ຮັກຕ່າງໄວແຕ່ກໍມີຄວາມໜ້າຮັກຫຼາຍ ຫຼ່າສຸດ ໝຸ່ມ ຈິ໋ບ ແສງສິງແກ້ວ ກໍໄດ້ຈູງມືແຟນສາວ ຈ໊ະຈ່າ ເຂົ້າປະຕູວິວາເປັນທີ່ຮຽບຮ້ອຍໃນວັນທີ 14 ກຸມພາ 2021 ຜ່ານມາ ເຊິ່ງເປັນວັນວາເລັນທາຍທີ່ສຸດແສນຈະພິເສດສໍາລັບຄູ່ນີ້…ເອີ້ນໄດ້ວ່າເປັນເຈົ້າພໍ່ສາຍເປເລີຍກໍວ່າໄດ້!!! ເຊິ່ງມື້ນີ້ຂວັນໃຈຈະພາທຸກຄົນໄປເບິ່ງພາບບັນຍາກາດງານແຕ່ງຂອງ ໜຸ່ມ ຈິ໋ບ ແລະ ແຟນສາວ ຈ໊ະຈ່າ ຈະຫວານຊໍ້າໃດນັ້ນເຮົາໄປເບິ່ງນໍາກັນເລີຍ!!! ຈົດທະບຽນສົມລົດເທິງເຮືອບິນສ່ວນຕົວ… ເປັນໂມເມັ້ນທີ່ຫາເບິ່ງຍາກທີ່ສຸດ… ເຫັນແລ້ວແອັດກໍອົດອິດສາບໍ່ໄດ້!!!

Read More »

ຈະກະຕຸ້ນໃຫ້ຄົນຮຸ່ນໃໝ່ ໃຫ້ເຮັດວຽກຢ່າງມີປະສິດທິພາບແນວໃດ?

ຄົນຮຸ່ນໃໝ່ຄືບຸກຄະລາກອນໜຶ່ງທີ່ສຳຄັນ ເຖິງແມ່ນວ່າພວກເຂົາຈະບໍ່ໄດ້ຜ່ານປະສົບການຫຼາຍຮ້ອຍພັນເທົ່າຄືກັບຄົນທີ່ເຮັດວຽກມາດົນແລ້ວ ແຕ່ພວກເຂົາກໍມີໄຟ ແລະ ມີຄວາມຕັ້ງໃຈບໍ່ນ້ອຍ. ສະນັ້ນ, ເຮົາຈະກະຕຸ້ນແນວໃດໃຫ້ການເຮັດວຽກຂອງພວກເຂົາມີປະສິດທິພາບ ມາເບິ່ງນຳກັນ!!! 1. ຮຽນຮູ້ຈາກຄວາມຜິດພາດ ພະນັກງານໃໝ່ສ່ວນຫຼາຍ ບໍ່ໄດ້ຖືກກະຕຸ້ນໃຫ້ກ້າຄິດ, ກ້າຕັດສິນໃຈເລື່ອງສຳຄັນພໍປານໃດ ເພາະການເລືອກທີ່ຈະເຮັດຫຍັງອີງຕາມຜູ້ໃຫຍ່ໃນອົງກອນຈະປອດໄພກວ່າ ເຊິ່ງເຮົາຄວນເປີດໂອກາດໃຫ້ເຂົາເຈົ້າໄດ້ລອງຜິດລອງຖືກ ເພາະພວກເຂົາຈະຮຽນຮູ້ຈາກຄວາມຜິດພາດນັ້ນ ເຊິ່ງຈະເປັນປະສົບການທີ່ໃຊ້ໄດ້ໃນໄລຍະຍາວ ໂດຍທີ່ເຮົາເອງກໍຕ້ອງເບິ່ງ ແລະ ແນະນຳວ່າໂຕໃດຖືກໂຕໃດຜິດ ເພື່ອທີ່ພວກເຂົາຈະໄດ້ປັບປຸງໃຫ້ດີຂຶ້ນ. 2. ເຮັດໃຫ້ເຫັນເປັນຕົວຢ່າງ ຕົວຢ່າງຄືສິ່ງທີ່ໃຫ້ຄົນເຫັນແລ້ວເຮັດຕາມ ຖ້າຫາກວ່າເຮົາເຮັດຕົວຢ່າງທີ່ດີໃຫ້ພວກເຂົາເບິ່ງ ພວກເຂົາກໍຈະສາມາດເຮັດມັນໄດ້ເຖິງຈະບໍ່ 100% ກໍຕາມ ເພາະພຽງແຕ່ຄຳເວົ້າຢ່າງດຽວພວກເຂົາອາດຈະບໍ່ເຂົ້າໃຈ. 3. ໃຫ້ຄວາມຊ່ວຍເຫຼືອເພື່ອຍົກລະດັບຜົນງານ ຄົນເຮັດວຽກມັກຈະພົບກັບອຸປະສັກຕ່າງໆ ບໍ່ວ່າຈະເປັນ ອຸປະກອນການເຮັດວຽກເກົ່າ, ການເດີນທາງມາເຮັດວຽກມີຄວາມຍາກລຳບາກ ແລະ ອື່ນໆ ເຊິ່ງເຮັດໃຫ້ພະນັກງານສ່ວນໃຫຍ່ມີຜົນງານຢູ່ໃນລະດັບປານກາງທີ່ບໍ່ໂດດເດັ່ນ, ສິ່ງທີ່ສຳຄັນຄື ຕ້ອງຄົ້ນໃຫ້ພົບວ່າພະນັກງານຕ້ອງການຄວາມຊ່ວຍເຫຼືອໃນເລື່ອງໃດ ຖ້າເຮົາຕອບໂຈດສິ່ງເຫຼົ່ານັ້ນໄດ້ ຈະເຮັດໃຫ້ພວກເຂົາບໍ່ຕ້ອງກັງວົນ ແລະ ເຮັດວຽກໄດ້ຢ່າງເຕັມທີ່ຫຼາຍຂຶ້ນ. 4. ການແລກປ່ຽນຄວາມຄິດເຫັນຢ່າງກົງໄປກົງມາ ໄລຍະທຳອິດ ພະນັກງານໃໝ່ອາດຈະຍັງບໍ່ຮູ້ວ່າຕ້ອງສະແດງຄວາມຄິດເຫັນແນວໃດ ເຊິ່ງໜ້າທີ່ຂອງຜູ້ເປັນຫົວໜ້າກໍຄືການພະຍາຍາມສອບຖາມຄວາມຕ້ອງການ ແລະ …

Read More »

ມາເບິ່ງ 7 ອາຫານບໍາລຸງສະໝອງທີ່ຫຼາຍໆຄົນຍັງບໍ່່ຮູ້…

ປັດຈຸບັນນີ້ໄພຮ້າຍຕໍ່ຮ່າງກາຍຄົນເຮົາກໍມີມາໃນຫຼາກຫຼາຍຮູບແບບ ໂດຍສະເພາະແມ່ນໄວໝຸ່ມທີ່ຮຽນໜັກ ຫຼືເຮັດວຽກຫຼາຍທີ່ພັກຜ່ອນບໍ່ພຽງພໍ ເຮັດໃຫ້ຮ່າງກາຍຊຸດໂຊມ, ສະໝອງອ່ອນເພຍ ເຊິ່ງເປັນສາເຫດຂອງອາການຄວາມຈໍາສັ້ນຂີ້ຫຼົງຂີ້ລືມ, ປໍ້າໆເປີະໆ, ເຮັດອັນນັ້ນເສຍຊອກອັນນີ້ບໍ່ເຫັນ, ວາງເຄື່ງໄວບ່ອນໜຶ່ງພັດໄປຊອກຢູ່ບ່ອນໜຶ່ງ, ບາງເທື່ອລືມຮອດກະແຈເຂົ້າຫ້ອງເດືອດຮ້ອນໄດ້ມ້າງຖິ້ມແລ້ວຊື້ໃໝ່ ໃຜທີ່ກໍາລັງເມື່ອຍເບື່ອໜ່າຍກັບບັນຫາຫຼົງໆລືມໆເຫຼົ່ານີ້ ຂວັນໃຈມີວິທີງ່າຍໆມາແນະນໍາ ຄື ການກິນ 7 ພືດອາຫານ ທີ່ມີສ່ວນຊ່ວຍໃນເລື່ອງຄວາມຈໍາ,ບໍາລຸງສະໝອງໃຫ້ເຮັດວຽກໄດ້ເຕັມທີ່ ບໍ່ຫຼົງບໍ່ລືມອີກຕໍ່ໄປ ໄປອ່ານນໍາກັນເລີຍ!! ໝາກເລັ່ນ ເປັນໜຶ່ງໃນໝາກໄມ້ທີ່ໄດ້ຮັບຄວາມນິຍົມ ທີ່ມີຄົນກິນຫຼາຍທີ່ສຸດໃນໂລກ ນອກຈາກລົດຊາດດີແລ້ວຍັງອຸດົມໄປດ້ວຍປະໂຫຍດຫຼາກຫຼາຍຢ່າງ ບໍ່ວ່າຈະເປັນ ວິຕາມິນຊີ, ວິຕາມິນເອ, ວິຕາມິນເຄ, ທາດແຄວຊຽມ, ທາດຟອສຟໍຣັສ, ທາດເຫຼັກ ແລະ ອື່ນໆ….ເຊິ່ງໝາກເລັ່ນຍັງອັດແໜ້ນດ້ວຍສານໄລໂຄປີນເຊິງມີສ່ວນຊ່ວຍປັບອະນຸມູນອິດສະຫຼະໃນລອດເລືອດ ຊ່ວຍໃຫ້ເລືອດສະອາດ ເມື່ອສະໝອງໄດ້ຮັບອາຫານທີ່ມີຄຸນນະພາບດີ ສະໝອງກໍສາມາດເຮັດວຽກໄດ້ຢ່າງເຕັມທີ່ຫຼາຍຂຶ້ນ. ແກ່ນໝາກອຶ ການກິນແກ່ນໝາກອຶມື້ລະ 1 ກໍາມື ແມ່ນຈະຊ່ວຍໃຫ້ຄວາມຈຳດີຂຶ້ນ ຍ້ອນວ່າແກ່ນໝາກອຶອຸດົມໄປດ້ວຍທາດສັງກະສີທີ່ຊ່ວຍເລື່ອງຄວາມຈໍາຂອງມະນຸດ, ຊ່ວຍບໍາລຸງສະໝອງໃຫ້ເຮັດວຽກໄດ້ດີຂຶ້ນ ນອກຈາກນີ້ແກ່ນໝາກອຶຍັງມີສານອາຫານທີ່ຈໍາເປັນຕໍ່ຮ່າງກາຍຫຼາຍຢ່າງ ເຊັ່ນວ່າ ຟອສຟໍຣັສ, ແມງການີສ, ທາດທອງແດງ, ທາດສັງກະສີ, ທາດແມກນີຊຽມ, ທາດເຫຼັກ, ທາດໂປຣຕີນ, ວິຕາມິນອີ, …

Read More »

ສ່ອງ!!! Fashion ຊຸດກີ່ເພົ້າ ຂອງຄົນດັງວົງການບັນເທິງລາວ ຕ້ອນຮັບວັນກຸດຈີນ…

“ຊິນເຈຍຢູອີ່ ຊິນນີ່ຮົ່ວໄຊ”  ໄລຍະນີ້ກໍໃກ້ຈະຮອດເທສະການກຸດຈີນ ກັນແລ້ວ ເຊິ່ງເປັນເທສະການໜຶ່ງທີ່ສໍາຄັນທີ່ສຸດຂອງຄົນຈີນເພາະຖືໄດ້ວ່າເປັນວັນຂຶ້ນປີໃໝ່ຂອງຈີນ. ສໍາລັບຄົນລາວທີ່ເປັນເຊື້ອສາຍຈີນ ຫຼືຄົນຈີນທີ່ອາໄສຢູ່ລາວກໍກຽມພາກັນສະເຫຼີມສະຫຼອງກຸດຈີນຢ່າງຄຶກຄື້ນບໍ່ໜ້ອຍໜ້າກວ່າປະເທດອື່ນແນ່ນອນ.  ເວົ້າຮອດກຸດຈີນກັນແລ້ວ ເລື່ອງ ຄອສສະຕູມ ເສື້ອຜ້າໜ້າຜົມກໍເປັນອີກໜຶ່ງຈຸດເດັ່ນທີ່ຈະໄດ້ເຫັນການໃນເທສະການນີ້ ງາມລໍ້ານໍາເທຣນ Fashion ຕ້ອງຍົກໃຫ້ຄົນດັງວົງການບັນເທີງລາວເລີຍໂດຍສະເພາະບັນດາ ນາງງາມ, ນາງແບບ, ດາລາ, ເນັດໄອດໍຄົນດັງ ທີ່ພາກັນ ນຸ່ງຊຸດກີ່ເພົ້າຖ່າຍແບບ  ເອີ້ນໄດ້ວ່າເປະປັງຕ້ອນຮັບປີໃໝ່ກຸດຈີນກັນເລີຍ ງານນີ້ຈະໝວຍ ຫຼືບໍ່ໝວຍນັ້ນ  ຂວັນໃຈຊິພາໄປສ່ອງເບິ່ງນໍາກັນ!!! ສາວແກ້ວຕາ ພອນປະເສີດ ເນັດໄອດໍ້ທີ່ມີຜົນງານຫຼາກຫຼາຍຜົນງານບໍ່ວ່າຈະເປັນການເດີນແບບ, ຖ່າຍໜັງ, ຖ່າຍເອັມວີເພງ, ລີວິວ….. ສາວ ລູກນໍ້າ ທິດາລັດ Miss Laos2011 ສາວ ຈິນນີ້ ບຸນພະສອນ Miss Laos2020 ສາວ ບາບີ້ ປີຍະມາດ Miss international Laos 2018 ອາກົວ ບຸດດາວ ຈັນທະລີ, ຮອງອັນດັບສີ່ ນາງສາວລາວ …

Read More »