Breaking News

Home

ຄຳຖະແຫຼງຂອງທ່ານ ຮອງນາຍົກລັດຖະມົນຕີ ກ່ຽວກັບສະພາບການສະກັດກັ້ນ ແລະ ຕ້ານການແຜ່ລະບາດ ຂອງພະຍາດ COVID-19 ຢູ່ ສປປ ລາວ

ໃນວັນຈັນ, ວັນທີ 12 ເມ​ສາ 2021, ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ)ພໍ່ແມ່, ພີ່ນ້ອງ ຊາວລາວ ໃນທົ່ວປະເທດ ທີ່ເຄົາລົບ ຮັກແພງ ທັງຫຼາຍ ມື້ນີ້ ແມ່ນວັນຈັນ ວັນທີ 12 ເມ​ສາ 2021, ແລະ ​ຍັງ​ອີກ 2-3 ວັນ ກໍ່​ຈະ​ເປັນ​ປີໃໝ່ ​ປະ​ຈຳ​ຊາດ​ລາວເຮົາ.ໃນປີ ຜ່ານມານີ້ ບັນ​ດາ​ປະ​ເທດ​ໃນ​ທົ່ວ​ໂລກ,​ ລວມ​ທັງ ສ​ປ​ປ​ ລາວ ຂອງພວກ ເຮົາໄດ້ປະເຊີນກັບ “ ​ການ​ລະ​ບາດຢ່າງ​ຮ້າຍ​ແຮງ​ຂອງ​ພະ​ຍາດ COVID-19 ” ເຊີ່ງໄດ້ແຜ່​ລາມເປັນວົງກວ້າງ ນັບແຕ່ຕົ້ນປີ 2020 ມານີ້. ເພື່ອຮັບມື ກັບສະພາບການດັ່ງກ່າວ ລັດຖະບານເຮົາ ​ກະກຽມ​ຄວາມ​ພ້ອມ ແລະ ​ວາງມາດຕະການປ້ອງກັນແຕ່ຫົວທີ ໂດຍໄດ້ອອກຄໍາສັ່ງເລກທີ 06/ນຍ ແລະ ​ໄດ້​ທົບ​ທວນ ແລະ …

Read More »

ເກີດແລ້ວ!!! ທາດຍາດຄົນທີ່ສອງ ສາວລາວ-ບ່າວໄທ ພໍ່ຟຸກ ແລະ ແມ່ແອັບເປິ້ນ

ຍິນດີນໍາ!!! ພໍ່ຟຸກ ແລະ ແມ່ແອັບເປິ້ນອີກຄັ້ງທີ່ໄດ້ທາຍາດຜູ້ທີ່ສອງແລ້ວ ນັ້ນກໍຄືນ້ອງຊະນິຕາ (ຈູນ່າ) ຫຼາຍຄົນຄົງຈະຮູ້ກັນດີກັບໝຸ່ມຟຸກເຈົ້າພໍ່ນັກສະແດງຊື່ດັງຂອງປະເທດໄທ ໝຸ່ມຫຼໍ່ໄຟແຮງທີ່ຫຼາກຫຼາຍຄວາມສາມາດ ແລະ ມີຜົນງານຫຼາກຫຼາຍເຊັ່ນກັນ ບໍ່ວ່າຈະເປັນນັກຮ້ອງ, ນັກສະແດງຮູບເງົາເລື່ອງ:​ ຂຸມຊັບລໍາໂຂງ, ມະນີນາຄາ ແລະ ອີກຫຼາຍໆເລື່ອງ…ແຖມຍັງເປັນນັກທຸລະກິດໝຸ່ຫຼໍ່ທີ່ມີບໍລິສັດເສີມຄວາມງາມອີກດ້ວຍ. ເກີດແລ້ວ!!! ນ້ອງຈູນ່າ ນໍ້າໜັກ 3,350 ກິໄລ ວັນທີ 09 ເມາສາ 2021 ທີ່ຜ່ານມາ ໜ້າຮັກແທ້ເດ ເອື້ອຍຈູນີ່ ແລະ ນ້ອງຈູນ່າ ຕາແພງທັງສອງເອື້ອຍນ້ອງ

Read More »

ກິນເຈ ມີແຕ່ແປ້ງແລ້ວບໍ່ຕຸ້ຍຫວ໋າ??? ກິນເຈແນວໃດບໍ່ໃຫ້ຕຸ້ຍ ມາເບິ່ງວິທີກັນ…

ມີຄຳຖາມທີ່ໜ້າສົນໃຈວ່າ ຖ້າບໍ່ກິນຊີ້ນແລ້ວປ່ຽນໄປກິນແປ້ງ ເຊິ່ງເປັນສ່ວນປະກອບຫຼັກຂອງອາຫານເຈຈະເຮັດໃຫ້ສົ່ງຜົນເສຍຕໍ່ຮ່າງກາຍຫຼືບໍ່? ໂດຍສະເພາະໝູ່ເພື່ອນທີ່ກຳລັງຄວບຄຸມນໍ້າໜັກ ຍິ່ງສົນໃຈວ່າຈະເປັນການຍິ່ງເພີ່ມນໍ້າໜັກ ຫຼືບໍ່? ດັ່ງນັ້ນ!!! ໃນມື້ນີ້ເຮົາລອງມາທຳຄວາມຮູ້ຈັກ ແລະ ເບິ່ງວິທີກິນເຈແນວໃດບໍ່ໃຫ້ຕຸ້ຍກັນດີກວ່າ!!! 1. ເລືອກກິນເຂົ້າທີ່ບໍ່ຂັດສີ ເຊັ່ນ ເຂົ້າກ້ອງ ເຂົ້າໜົມປັງແປ້ງໂຮມວີສ ໝາກເດືອຍ ທັນຍະພືດຕ່າງໆ ເມື່ອຮ່າງກາຍຍ່ອຍອອກມາເປັນແປ້ງທີ່ພ້ອມດູດຊຶມ ນໍ້າຕານກໍ່ບໍ່ສູງຈົນເກີນໄປ ເມື່ອທຽບກັບປະລິມານທີ່ເທົ່າກັນຂອງເຂົ້າ ແລະ ແປ້ງຂັດຂາວ 2. ເລືອກຜັກປະເພດໃບ ເພາະຜັກປະເພດໃບຈະມີຄຣາໂບໄຮເດດໜ້ອຍກວ່າພືດປະເພດຫົວ ດັ່ງນັ້ນການກິນຜັກໃບຈະເຮັດໃຫ້ເຮົາໄດ້ພະລັງງານ ແລະ ປະລິມານແປ້ງທີ່ໜ້ອຍກວ່າຈຶ່ງບໍ່ເຮັດໃຫ້ຕຸ້ຍ 3. ເລືອກກິນຂອງໜຶ້ງ ຕົ້ມ ຕຸນ ດີກວ່າຂອງທອດແລະຂົ້ວ ເພາະຊ່ວຍຫຼີກການກິນນໍ້າມັນ ທີ່ມີໄຂມັນຢູ່ສູງ 4. ກິນຫວານໃຫ້ໜ້ອຍລົງ ບໍ່ແມ່ນວ່າເມື່ອຖືສິນກິນເຈແລ້ວ ຈະສາມາດກິນເຂົ້າໜົມຫວານໄດ້ເຕັມທີ່ ເພາະບໍ່ວ່າຈະເປັນອາຫານເຈ ຫຼື ບໍ່ເຈ ຖ້າມີຄວາມຫວານ ແລະ ມີນໍ້າຕານຢູ່ຫຼາຍ ກໍ່ຕຸ້ນໄດ້ບໍ່ຕ່າງກັນ 5. ອົດອາຫານ ລ້າງພິດຫຼັງກິນເຈ ເພາະຈະຊ່ວຍໃຫ້ຮ່າງກາຍຂັບຜິດຕ່າງໆ …

Read More »

ຮືຮາ!!! ວົງການບັນເທິງນາງງາມທົ່ວໂລກ “ນາງງາມສີລັງກາ” ປີ 2020 ຖືກຖອດມົງອອກຈາກຫົວ

ກໍາລັງເປັນກະແສຮ້ອນແຮງໃນຕອນນີ້ ສາວງາມເຈົ້າຂອງຕໍາແໜ່ງ “ມີສສີລັງກາ” ຖືກນາງງາມລຸ້ນເອື້ອຍຖອດມຸງກຸດເອົາໄປສວມໃສ່ໃຫ້ຮອງອັນດັບ 1 ແຖມຍັງເປີດເຜີຍເລື່ອງທີ່ນາງໄດ້ຢ່າຮ້າງກັບສາມີ ເຮັດໃຫ້ຂາດຄຸນສົມບັດ ເຊິ່ງເຫດການນີ້ຈຶ່ງເຮັດໃຫ້າງໄດ້ຮັບບາດເຈັບບ່ອນຫົວອີກດ້ວຍ ໃນວັນອາທິດທີ່ 4 ເມສາ 2021 ຜ່ານມາ ຫຼັງຈາກທີ່ສວມມົງບໍ່ດົນ ແຄໂຮໄລ໌ ຈູຮີ ນາງງາມລຸ້ນເອື້ອຍເຈົ້າຂອງຕໍາແໜ່ງ ມືສຊີສສີລັງກາ ປີ 2019 ຊື່ງປັດຈຸບັນຍັງຄອງມຸງກຸດ ມີສຊີສເວີ 2020 ກໍຍ່າງເຂົ້າມາຖອດມຸງກຸດອອກຈາກຫົວຂອງ ເດ ຊີລວາ ໄປສວມໃຫ້ຮອງອັນດັບ 1 ແທນ ພ້ອມທັ້ງປະກາດວ່າເດ ຊີລວາ ເປັນຜູ້ຂາດຄຸນສົມບັດ ເນື່ອງຈາກວ່າມີສາມີ ແລະ ຢ່າຮ້າງກັນແລ້ວ ຈູຮີ ໄດ້ບອກກັບຜູ້ຊົມທີ່ກໍາລັງຮັບຊົມການປະກວດວ່າ ກົດຂອງເວທີນີ້ຫ້າມແມ່ຍິງທີ່ມີສາມີ ແລະ ແຕ່ງງານ ເຂົ້າປະກວດ ດັ່ງນັ້ນຈຶ່ງຕ້ອງຍົກມຸງກຸດໃຫ້ຮອງອັນດັບ 1 ແທນ ຮັບຊົມວິດີໂອດ້ານລຸ່ມນີ້: ແຕ່ເລື່ອງນີ້ຍັງບໍ່ຈົບ ຜູ້ອໍານວຍການກອງປະກວດ ມີສຊີສສີລັງກາ ໄດ້ຍືນຍັນກັບ BBC …

Read More »

ເກີດແລ້ວ!!! ທາຍາດຄົນທໍາອິດຂອງໝຸ່ມກັນພິທີກອນຄິວທອງຊື່ດັງຂອງປະເທດໄທ

ຍິນດີນໍາ!!!​ ຖືໄດ້ວ່າເປັນຂ່າວດີສໍາລັບ ໝຸ່ມກັນ ແລະ ສາວພອຍ ທີ່ຄອງຄອຍມາເປັນເວາ 9​ ເດືອນ ໃນທີ່ສຸດກໍໄດ້ເຫັນໜ້າລູກແລ້ວ!!!​ ຫຼາຍຄົນຄົງຈະຮູ້ກັນດີກັບໝຸ່ມກັນໃນນາມ ນັກສະແດງຊື່ດັງຂອງປະເທດໄທ ໝຸ່ມຫຼໍ່ໄຟແຮງທີ່ຫຼາກຫຼາຍຄວາມສາມາດບໍ່ວ່າຈະເປັນການຖ່າຍແບບ,​ຊີຮີ, ນັກສະແດງຮູບເງົາເລື່ອງ:​ ຮັກບໍ່ມີວັນຕາຍ, ແຮງຊັງ, ຮັກຂອງເຮົາ the moment ແລະ ອີກຫຼາຍໆເລື່ອງ...ມາໃນປັດຈຸບັນໝຸ່ມກັນກໍໄດ້ຫັນມາເປັນພິທີກອນລາຍການ The mask singer, The wall song.... ຖືໄດ້ວ່າເປັນພິທີກອນຄິວທອງເລີຍກໍວ່າໄດ້ ແລະ ກໍຍັງມີຊ່ອງຢູທູບເປັນຂອງຕົວເອງອີກດ້ວຍ. ມາແລ້ວ!!! ນ້ອງພ້ອມ ເກີດວັນທີ 07 ເມສາ ທີ່ຜ່ານມາ, ນໍ້າໜັກ 3,160 ກິໂລ

Read More »