Breaking News

Home

ທິມຊ່ຽວຊານແພດ ຫວຽດນາມ 35ຄົນ ພ້ອມອຸປະກອນການແພດ ຕ້ານພະຍາດໂຄວິດ-19 ມາເຖິງ ສ ປປ ລາວ ແລ້ວ

ໃນຕອນເຊົ້າວັນທີ 04 ພຶດສະພາ 2021, ທີ່ ສະໜາມບິນສາກົນວັດໄຕ ໄດ້ມີພິທີມອບ-ຮັບການຊ່ວຍເຫຼືອຈາກພັກ, ລັດແລະປະຊາຊົນຫວຽດນາມໃຫ້ແກ່ພັກ, ລັດແລະປະຊາຊົນລາວເພື່ອຕ້ານແລະສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຮອບໃໝ່ຢູ່ ສປປລາວ. ກ່ອນໜ້ານີ້, ໃນປີ 2020 ສປປ ລາວ ກໍ່ໄດ້ຮັບການຊ່ວຍເຫລືອຈາກສະຫາຍຫວຽດນາມມາແລ້ວ ເຊິ່ງເປັນການຊ່ວຍເຫລືອທີ່ທັນການ ແລະ ມີປະສິດທິຜົນທີ່ສຸດ ຊ່ວຍໃຫ້ ສປປ ລາວ ສາມາດຄວບຄຸມການແຜ່ລະບາດ ຂອງເຊື້ອພະຍາດໂຄວິດ-19 ໄດ້ໃນໄລຍະຜ່ານມາ. ເຊິ່ງໃນຄັ້ງນີ້, ສສ ຫວຽດນາມ ໄດ້ມອບເງິນສົດ ຈໍານວນ 500.000 ໂດລາ ສະຫະລັດ, ສົ່ງທີມແພດຊ່ຽວຊານ ຈໍານວນ 35 ທ່ານ, ພ້ອມດ້ວຍອຸປະກອນການແພດ ຈໍານວນໜຶ່ງ ປະກອບມີ: ເຄື່ອງຊ່ວຍຫາຍໃຈ ຈຳນວນ 200ເຄື່ອງ, ທາດຂ້າເຊື້ອພະຍາດ (Chloramine ຈຳນວນ 10.000 ກິໂລ, ໜ້າກາກອະນາໄມ …

Read More »

ອົງການອະນາໄມໂລກ (WHO) ໄດ້ສືບຕໍ່ຊຸກຍູ້ຊ່ວຍເຫຼືອດ້ານວິຊາການຜ່ານການເຝິກອົບຮົມໃຫ້ແກ່ບຸກຄະລາກອນທາງການແພດທີ່ສູນຈໍາກັດບໍລິເວນຫຼັກ 27

ອີກດ້ານໜຶ່ງຂອງວຽກງານຕອບໂຕ້ການລະບາດຂອງພະຍາດໂຄວິດ-19 ອົງການອະນາໄມໂລກ (WHO) ໄດ້ສືບຕໍ່ຊຸກຍູ້ຊ່ວຍເຫຼືອດ້ານວິຊາການຜ່ານການເຝິກອົບຮົມໃຫ້ແກ່ບຸກຄະລາກອນທາງການແພດທີ່ສູນຈໍາກັດບໍລິເວນຫຼັກ 27 ໃນການກະກຽມຄວາມພ້ອມຂອງໂຮງໝໍພາກສະໜາມເພື່ອຮອງຮັບຄົນເຈັບພະຍາດໂຄວິດ-19

Read More »

ລັດຖະບານ ຈີນ ມອບວັກຊີນ ປ້ອງກັນໂຄວິດ-19 ໃຫ້ລາວ 300.000 ໂດສ

ລັດຖະບານ ແຫ່ງ ສປ ຈີນ ໄດ້ມອບວັກຊີນປ້ອງກັນພະຍາດໂຄວິດ-19 ຈຳນວນ 300.000 ໂດສ ພ້ອມເຊີແລັງ 300.800 ອັນ ເຊິ່ງເປັນການຊ່ວຍເຫລືອລ້າ ໃຫ້ແກ່ລັດຖະບານ ແຫ່ງ ສປປ ລາວ ເພື່ອນຳມາສັກໃຫ້ປະຊາຊົນລາວໃນຂອບເຂດທົ່ວປະເທດ ໂດຍສະເພາະກຸ່ມທີ່ມີຄວາມສ່ຽງສູງໃຫ້ທົ່ວເຖິງ ແນໃສ່ເພື່ອປ້ອງກັນການຕິດເຊື້ອ ແລະ ການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ພາຍໃນປະເທດ.ວັກຊີນຈຳນວນດັ່ງກ່າວ ມາຮອດສະໜາມບິນສາກົນວັດໄຕ ນະຄອນຫລວງວຽງຈັນ ໃນເວລາ 17:17 ໂມງ ຂອງວັນທີ 26 ເມສາ 2021 ຜ່ານມາລັດຖະບານຈີນ ກໍໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ເປັນຈຳນວນຫຼວງຫລາຍ

Read More »

ຂໍຊົມເຊີຍ!!! ເຈົ້າຂອງຫ້ອງແຖວໃຈດີໃຫ້ນັກສຶກສາຢູ່ຟຣີ 3 ເດືອນ

ຂໍຊົມເຊີຍ!!! ຄົນລາວຄົນມີນໍ້າໃຈ ຍາມວິກິດແບບນີ້ກໍບໍ່ປະບໍ່ຖິ້ມກັນ ຊ່ວຍເຫຼືອຄົນລາວນໍາກັນ ນີ້ແຫຼະທີ່ສັງຄົມຍ້ອງຍໍ ໂດຍເຈົ້າຂອງເຟສບຸກ รักแท้ คืคอบคว ໄດ້ອອກມາໂພສວ່າ: 1 .ສະບາຍດີພໍ່ແມ່ພີ່ນອ້ງທີ່ຢູ່ນະຄອນຫລວງ ແລະ ຕ່າງແຂວງ ຂະພະເຈົ້າໃນນາມເຈົ້າຂອງຫອ້ງແຖວ ບ້ານຕານມີໄຊ ຫລັງໂຮງຮຽນປ່າໄມ້ ດົງໂດກ ຂໍແຈ້ງໃຫ້ຊາບວ່າ ແຕ່ວັນທີ່ 1/5/21 ເປັນຕົ້ນໄປແມ່ນ ໃຫ້ນອ້ງໆນັກຮຽນ ຢູ່ຟີ 3 ເດືອນ ຈົນກວ່າສະຖານະການໂຄວິດຈະດີຂື້ນຜູ້ໄດ້ມີລູກຫລານມາຮຽນຢູ່ວຽງຈັນບໍ່ມີບອ່ນພັກເຊົ່າແມ່ນເຂົ້າມາຢູ່ໄດ້ເລີຍເດີ ໂດຍທີ່ບໍ່ເກັບຄາໃຊ້ຈ່າຍຍັງເລີຍ ຈັກກິບ ຊວ່ງໂຄວິດ ນີ້ ຊວ່ຍກັນ 2. ຜູ້ໄດ້ຂາຍເຄື່ອງຢູ່ແຄມຂອງແລະເປັນລູກຄ້າ ຫວຍແລະເງີນກູ້ ນຳຂ້າພະເຈົ້າມີນະໂຍບາຍໃຫ້ບໍ່ເກັບຈົນກວ່າສະຖານະການດີຂື້ນຈິ່ງຈະເກັບປົກກະຕີເດີ ແຈ້ງໃຫ້ຊາບ ຕົວຂະພະເຈົ້າກໍ່ມີຜົນກະທົບແຕ່ກໍ່ຈະຊວ່ຍເທົ່າທີ່ຈະເຮັດໄດ້ ໃຫ້ພີ້ນອ້ງທຸກຄົນປະຊາຊົນລາວເຮົາຜ່ານວີກິດນີ້ໄປນຳກັນທຸກຄົນບອກຄົນທີ່ຍັງບໍ່ຮູ້ໃຫ້ແດ່ ຂໍອານຸຍາດແທັກ ງາມທັງກາຍ!!! ງາມທັງໃຈ!!!

Read More »

ແຈ້ງທາມລາຍຂອງຜູ້ທີ່ຕິດເຊື້ອພະຍາດໂຄວິດ-19 ກໍລະນີ 89-94

ຕາມການລາຍງານ ຂອງສູນຂ່າວສານການແພດສຸຂະສຶກສາ ໃນວັນທີ 21 ເມສາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 758 ຄົນ, ຜົນກວດວິເຄາະທັງໝົດ ແມ່ນພົບຜູ້ຕິດເຊື້ອໃໝ່ 06 ຄົນ, ລາຍລະອຽດ ດັ່ງຕໍ່ໄປນີ້: ກໍລະນີຢັ້ງຢືນທີ 89: ເພດຍິງ, ອາຍຸ 24 ປີ, ສັນຊາດ: ລາວ, ອາຊີບ: ເຮັດວຽກຢູ່ຮ້ານອາຫານ ຢູ່ເຂດປະທຸມທານີ, ປະເທດໄທທີ່ຢູ່ປະຈຸບັນ: ເມືອງອຸທຸມພອນ, ແຂວງສະຫວັນນະເຂດກ່ອນໜ້າເດີນທາງ ມາ ສປປ ລາວ ແມ່ນບໍ່ໄດ້ກວດຊອກຫາເຊື້ອພະຍາດໂຄວິດ-19ປະຫວັດການເຄື່ອນໄຫວວັນທີ 19​ ເມສາ 2021​ອອກຈາກສະຖານີລົດໂດຍສານໝໍຊິດ ເວລາ 19:00 ໂມງ, ມີຜູ້ໂດຍສານຮ່ວມກັນທັງໝົດ 30 ຄົນ.ວັນທີ 20 ເມສາ 2021ເດີນທາງມາຮອດ ແຂວງມຸກດາຫານ ເວລາ 4:00 ໂມງເຊົ້າເວລາ 13:20 …

Read More »