Breaking News

Home

ທະນາຄານ ລາວ-ຝຣັ່ງ ຈໍາກັດ (ທລຝ) ມອບເງິນອຸປະຖໍາຈໍານວນ 50.000 ໂດລາສະຫາລັດ ເພື່ອປະກອບສ່ວນສະໜັບສະໜູນໜ່ວຍກູ້ໄພມູນນິທິ1623

ທະນາຄານ ລາວ-ຝຣັັ່ງ ຈໍາກັດ (ທລຝ) ໄດ້ໃຫ້ການສະໜັບສະໜູນແກ່ມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ໂດຍການມອບເງິນອຸປະຖໍາຈໍານວນ 50.000 ໂດລາສະຫາລັດ ເພື່ອປະກອບສ່ວນສະໜັບສະໜູນໜ່ວຍກູ້ໄພມູນນິທິ1623 ໂດຍມີເປົ້າໝາຍເພື່ອເປັນການ ຊ່ວຍເຫຼືອສັງຄົມລາວຂອງພວກເຮົາ. ໃນຊ່ວງໄລຍະວິກິດການນີີ້, ໜ່ວຍກູ້ໄພມູນນິທິ1623 ແລະ ທີມງານອາສາສະໝັກຂອງພວກເຂົາ ໄດ້ເຮັດວຽກຢ່າງໜັກໜ່ວງເພື່ອໃຫ້ການບໍລິການສຸກເສີນຕະຫຼອດ 24 ຊົ່ວໂມງ ເພື່ອຊ່ວຍເຫຼືອຜູ້ປະສົບອຸປະຕິເຫດທາງທ້ອງຖະໜົນ, ໄຟໄໝ້, ນໍ້າຖ້ວມ ແລະ ອື່ນໆ ອີກຢ່າງຫຼວງຫຼາຍຢູ່ໃນຊຸມຊົນຂອງພວກເຮົາ. ສໍາລັບເງິນອຸປະທໍາດັັ່ງກ່າວ ແມ່ນຈະນໍາໄປຊື້ພາຫະນະ ເພື່ອໃຊ້ໃນການນໍາສົ່ງຄົນເຈັບໄປໂຮງໝໍຕະຫຼອດ 24 ຊົ່ວໂມງ. ພິທີດັັ່ງກ່າວ ໄດ້ໃຫ້ກຽດເປັນປະທານໂດຍທ່ານ ສະເຕຟານ ອຽກແບັງ, ຜູ້ອໍານວຍການທະນາຄານ ລາວ-ຝຣັັ່ງ ແລະ ທ່ານ ນາງ ສີສະຫຼຽວ ທໍາມະເທວາ ແລະ ທ່ານ ນາງ ພູທອນ ພູມສະຫວັນ ປະທານມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ. …

Read More »

5 ວິທີເບິ່ງແຍງສຸຂະພາບຮ່າງກາຍ ແລະ ຈິດໃຈໃຫ້ຊີວິດສົດໃສ…

ຫຼາຍຄົນອາດຈະຄິດວ່າຄວາມຮັ່ງມີແມ່ນແຫຼ່ງຄວາມສຸກ ແຕ່ເຈົ້າຈະມີຄວາມສຸກກັບເງິນທີ່ເຈົ້າຫາມາໄດ້ແນວໃດ? ຖ້າສຸຂະພາບບໍ່ເອື້ອອຳນວຍຕ້ອງໄປໂຮງເພື່ອໄປຫາຫຼາຍກວ່າການເດີນທາງໄປສະຖານທີ່ທ່ອງທ່ຽວ ສຸຂະພາບເປັນເລື່ອງທີ່ພວກເຮົາຕ້ອງເອົາໃຈໃສ່ທັງສຸຂະພາບທາງກາຍ ແລະ ສຸຂະພາບຈິດ. ເຊິ່ງສາມາດເຮັດໄດ້ດັ່ງນີ້: 1. ກິນອາຫານໃຫ້ຄົບ 5 ໝູ່ ແລະ ກິນໃຫ້ຕົງເວລາ ໃນທຸກໆຄາບອາຫານ, ພະຍາຍາມກິນອາຫານໃຫ້ຄົບທັງ 5 ໝູ່ໃຫ້ພຽງພໍຕາມຄວາມຕ້ອງການຂອງຮ່າງກາຍ ແລະ ຄວນກິນອາຫານໃຫ້ຕົງເວລາທຸກໆມື້. ອາຫານເຊົ້າຖືວ່າເປັນອາຫານທີ່ສຳຄັນທີ່ສຸດ, ສະນັ້ນ, ຈຶ່ງບໍ່ຄວນທີ່ຈະອົດ. ສຳລັບອາຫານຕອນແລງບໍ່ຄວນກິນຫຼັງຈາກ 6 ໂມງແລງເພາະວ່າຖ້າເຈົ້າກິນຊ້າເກີນໄປ, ໃກ້ຈະຮອດເວລານອນແລ້ວ. ອາດຈະເຮັດໃຫ້ຮ່າງກາຍບໍ່ໄດ້ພັກຜ່ອນເຕັມທີ່. 2. ດື່ມນໍ້າໃຫ້ພຽງພໍ ພະຍາຍາມດື່ມນໍ້າໃຫ້ໄດ້ຢ່າງໜ້ອຍມື້ລະ 8 ຈອກ, ເພາະວ່າການດື່ມນໍ້າໃຫ້ພຽງພໍມີປະໂຫຍດຫຼາຍຢ່າງຕໍ່ສຸຂະພາບ. ທັງດ້ານສຸຂະພາບ ແລະ ຄວາມງາມ ເພາະວ່າມັນຈະຊ່ວຍໃຫ້ລະບົບການໄຫຼວຽນຂອງເລືອດເປັນປົກກະຕິ ຊ່ວຍເຜົາຜານໄຂມັນໃນຮ່າງກາຍ ຊ່ວຍໃຫ້ຜິວມີຄວາມຊຸ່ມຊື່ນເບິ່ງສົດໃສ 3. ອອກກຳລັງກາຍເປັນປະຈຳ ເຈົ້າຄວນຫາເວລາອອກກຳລັງກາຍຢ່າງໜ້ອຍ 3-4 ເທື່ອຕໍ່ອາທິດປະມານ 30 ນາທີໃນແຕ່ລະຄັ້ງ. ເພາະຈະຊ່ວຍໃຫ້ກ້າມຊີ້ນແຂງແຮງ, ຊ່ວຍໃຫ້ປອດ ແລະ ຫົວໃຈເຮັດວຽກໄດ້ດີ, …

Read More »

6 ເຄື່ອງດື່ມທີ່ແມ່ຍິງຄວນຮູ້!! ບັນເທົາອາການເຈັບທ້ອງປະຈໍາເດືອນ

ນໍ້າເຜິ້ງປະສົມໝາກນາວ ນໍ້າເຜິ້ງມີສັບພະຄຸນທີ່ຊ່ວຍບຳລຸງເລືອດ ຊ່ວຍບັນເທົາອາການຖອກທ້ອງ ແລະ ຊ່ວຍຕ້ານການອັກເສບໃນຮ່າງກາຍ ໝາກນາວເປັນແຫຼ່ງຂອງວິຕາມິນຊີ ແລະ ສານຕ້ານອະນຸມູນອິດສະລະ ສາມາດຊ່ວຍຫຼຸດອາການເຈັບທ້ອງປະຈຳເດືອນຂອງແມ່ຍິງ ແນະນຳໃຫ້ດື່ມນໍ້າເຜິ້ງໝາກນາວອຸ່ນໆໃນໄລຍະທີ່ເປັນປະຈຳເດືອນ 2. ນໍ້າອຸ່ນ ການດື່ມນໍ້າແມ່ນສິ່ງທີ່ຈຳເປັນຕໍ່ຮ່າງກາຍຂອງເຮົາ ແຕ່ສຳລັບສາວໆ ທີ່ຢູ່ໃນຊ່ວງໄລຍະທີ່ເປັນປະຈຳເດືອນຄວນຫັນມາດື່ມນໍ້າໃຫ້ຫຼາຍໆເພື່ອຊົດເຊີຍນໍ້າທີ່ສູນເສຍໄປແຕ່ຄວນດື່ມນໍ້າອຸ່ນເທົ່ານັ້ນ ເພາະນໍ້າອຸ່ນຈະຊ່ວຍກະຕຸ້ນການໄຫຼວຽນຂອງເລືອດໄດ້ດີ 3. ຊາ​ຂຽວ ຊາຂຽວກໍຖືວ່າເປັນເຄື່ອງດື່ມແກ້ອາການເຈັບທ້ອງປະຈຳດືອນເພາະວ່າຊາຂຽວແມ່ນແຫຼ່ງຂອງສານຕ້ານອະນຸມູນອິດສະລະມີສ່ວນປະກອບທີ່ສຳຄັນຊ່ວຍບັນເທົາອາການເຈັບທ້ອງປະຈຳເດືອນແນະນຳໃຫ້ດື່ມຊາຂຽວອຸ່ນໆ 4. ຊາຄາໂມມາຍ ສາວໆ ທີ່ເຈັບທ້ອງເປັນປະຈຳເດືອນ ການດື່ມນໍ້າຊາຄາໂມມາຍແມ່ນອີກວິທີໜຶ່ງທີ່ຈະຊ່ວຍຫຼຸດຜ່ອນການເກັງຂອງກ້າມເນື້ອ ແລະ ຍັງຊ່ວຍຫຼຸດຜ່ອນການອັກເສບໄດ້ເຊັ່ນກັນ. 5. ນົມອຸ່ນ ນົມແມ່ນເຄື່ອງດື່ມທີ່ມີແຄວຊຽມສູງ ແລະ ຍັງມີແມັກນີຊຽມເຊິ່ງເປັນສານອາຫານສຳຄັນທີ່ສາມາດຊ່ວຍຫຼຸດອາການເຈັບທ້ອງປະຈຳເດືອນໄດ້ ແນະນຳໃຫ້ດື່ມນົມອຸ່ນເພື່ອເພີ່ມການຜ່ອນຄາຍຂອງກ້າມເນື້ອ ແລະ ຍັງຊ່ວຍເຮັດໃຫ້ນອນຫຼັບສະບາຍຂຶ້ນ 6. ນໍ້າຂີງ ຂີງເປັນສະໝຸນໄພທີ່ຊ່ວຍກະຕຸ້ນການໄຫຼວຽນຂອງເລືອດເຮັດວຽກໄດ້ງ່າຍການດື່ມນໍ້າຂີງອຸ່ນມັນຈະຊ່ວຍບັນເທົາອາການປວດກ້າມເນື້ອຂອງມົດລູກໄດ້ຢ່າງແນ່ນອນ ສິ່ງທີ່ສຳຄັນຍັງຊ່ວຍຫຼຸດອາການທ້ອງອືດໄດ້ອີກດ້ວຍ

(ຕຸ້ຍ ຕຸ້ຍ ຕຸ້ຍ ເບື່ອກັບຄຳນີ້ບໍ່?) ວີທີຄວບຄຸມອາຫານ ສຳລັບມືໃໝ່ໄດ້ຜົນດີ ເຫັນຜົນໄວ!!!

ຖ້າຢາກຈະມີຫຸ່ນງາມ ສິ່ງທີ່ຕ້ອງເຮັດຄວບຄູ່ກັບການອອກກຳລັງກາຍກໍຄື ການຄວບຄຸມອາຫານ ເຊິ່ງການຮູ້ຈັກເລືອກບໍລິໂພກແຕ່ສິ່ງທີ່ມີແຕ່ສານອາຫານດີໆ ເປັນປະໂຫຍດຕໍ່ຮ່າງກາຍ ແຕ່ບັນຫາທີ່ສາວໆຫຼາຍຄົນຕ້ອງພົບເລີຍກໍຄື ຮູ້ສຶກທໍ້ຖອຍໃຈ ຮູ້ສຶກທໍລະມານ ແລະ ຝືນໃຈສຸດໆ ຢາກກິນຫຍັງແຊບໆຕາມໃຈມັກກໍບໍ່ໄດ້ ໂດຍສະເພາະມືໃໝ່ທີ່ເບື່ອກັບຄົນອື່ນທ້ວງວ່າ ຕຸ້ຍ ຕຸ້ຍ ຕຸ້ຍ ຈົນຢາກຫັນມາອອກກຳລັງກາຍ ແລະ ຄວບຄຸມອາຫານ, ດັ່ງນັ້ນ!!! ໃນມື້ນີ້ເຮົາຈະມາບອກວິທີຄວບຄຸມອາຫານສະບັບມືໃໝ່ຫັດຄວບຄຸມຢ່າງຖືກວິທີ ໄດ້ຜົນດີ ແລະ ບໍ່ທໍລະມານ… ເຄັບລັບການຄວບຄຸມອາຫານທີ່ໄດ້ຜົນ ຫຼຸດແບບຮຸນແຮງອາດບໍ່ແມ່ນທາງອອກທີ່ດີ ກ່ອນອື່ນເຮົາຕ້ອງທຳຄວາມເຂົ້າໃຈກ່ອນວ່າ ຮ່າງກາຍເຮົາຕ້ອງການສານອາຫານໃຫ້ຄົບ 5ໝູ່ ເພາະດັ່ງນັ້ນການໃຊ້ວິທີຫຼຸດແປ້ງ ນໍ້າຕານ ແລະຫຼຸດໄຂມັນແບບຮຸນແຮງ ມັກຈະບໍ່ແມ່ນທາງອອກທີ່ດີ ຂອງແບບນີ້ມັນຕ້ອງຄ່ອຍໆເປັນໄປ ໃຫ້ເລີ່ມຈາກການຫຼຸດປະລິມານໃນການກິນລົງ ເພື່ອໃຫ້ຮ່າງກາຍໄດ້ປັບຕົວກ່ອນ ແລະ ຕ້ອງຫຼຸດປະລິມານໃນການກິນອາຫານບໍ່ກິນຫວານ ເຄັມ ແລະ ລົດຈັດຈົນເກີນໄປ ເປັນຄົນຕິດເຂົ້າໜົມຫວານ ກິນໄດ້ບໍ່??? ໝູ່ເພື່ອນຫຼາຍຄົນຕິດການກິນເຂົ້າໜົມ ຂອງຫວານ ເອົາແທ້ໆ…ຢາກຈະບອກວ່າມັນກໍຍັງສາມາດກິນໄດ້ຢູ່ ເພາະຮ່າງກາຍກໍຕ້ອງການຄວາມແຊບຈາກລົດຊາດຂອງອາຫານ ພຽງແຕ່ວ່າຄວບຄຸມໃຫ້ເປັນ ຢ່າຕາມໃຈປາກ ມີວິໄນໃນການກິນ ແລະ ອອກກຳລັງກາຍຄວບຄູ່ກັນໄປຢ່າງສະໝໍ່າສະເໝີ ສູດ …

Read More »