ສິ້ນສຸດກັນໄປແລ້ວສຳລັບງານ ເທສະການຮູບເງົາ ຍີປຸ່ນ ຄັ້ງທີ 3 (3rd Japanese Film Festival in Vientiane) ທີ່ໃນວັນທີ 22 ກຸມພາ 2019 ທີ່ຜ່ານມາກໍໄດ້ມີການເປີດສາຍໃນຮອບພິເສດ ແລະ ມີເປີດໃຫ້ແຟນໆໄດ້ເຂົ້າຊົມກັນແບບເຕັມອີ່ມໃນວັນທີ 23-24 ກຸມພາ 2019 ທີ່ຜ່ານມາ… ພຽງແຕ່ເວົ້າແຟນໆອາດຈະບໍ່ເຫັນພາບ ດັ່ງນັ້ນ! ຈະພາແຟນໆມາສ່ອງພາບບັນຍາກາດ ພາຍໃນງານ ເທສະການຮູບເງົາ ຍີປຸ່ນ ຄັ້ງທີ 3 (3rd Japanese Film Festival in Vientiane) ຂໍບອກວ່າງານນີ້ມີການນຳຈາກທາງພາກລັດ ພ້ອມທັງເຫຼົ່າດາລາ ນັກຮ້ອງ ເຊເລັບ ເນັດໄອດໍ້ ນາງງາມ ແລະ ແຟນໆເຂົ້າຮ່ວມງານກັນຢ່າງຫຼວງຫຼາຍ… ເຫັນບັນຍາກາດແລ້ວ ຄຶກຄຶ້ນ ຄຶກຄັກ ເປັນຕາມ່ວນສຸດໆເລີຍວ່າບໍ່ແຟນໆ!!! ຮູບພາບ: FB/Tara Academy …
Read More »Home
ກະແສຖ່າຍຮູບກັບຈອກກາເຟກຳລັງມາແຮງ ຖ່າຍແນວໃດໃຫ້ດູດີມີ Style ລອງມາເບິ່ງໄວໆ!!!
ທ້າຍອາທິດແບບນີ້ມາເກາະຕິດກະແສທີ່ກຳລັງມາແຮງກັນແດ່ຈັກໜ້ອຍ ປັດຈຸບັນມີຮ້ານກາເຟເປີດເພື່ອຮອງຮັບໂດຍສະເພາະ ນອກຈາກການຕົບແຕ່ງຮ້ານ ລົດຊາດເຄື່ອງດື່ມ&ອາຫານທີ່ດີແລ້ວ ໃນຮ້ານ Cafe ກໍຍັງສາມາດນັ່ງເຮັດວຽກ ແຖມມີ Wifi ໃຫ້ບໍລິການຢ່າງສະດວກສະບາຍ. ແຖມຄົນໃນຍຸກນີ້ກໍມີຫຍັງໃໝ່ໆເຂົ້າມາຫຼາຍ ບໍ່ວ່າຈະເປັນອິນເຕີເນັດ ໂຊຊຽວມີເດຍ (Social media) ທີ່ບໍ່ວ່າຈະກິນ ຈະດື່ມ ຈະນັ່ງ ຈະນອນ ຫຼື ຈະເຮັດກິດຈະກຳຫຍັງຕ່າງໆກໍເປັນຕ້ອງຖ່າຍຮູບ ເພື່ອອັບເດດລົງໃນໂຊຊ່ຽວມີເດຍໃຫ້ໝູ່ເພື່ອນໄດ້ຮູ້ ແລະ ເຂົ້າມາກົດໄລ້ ກົດແຊຣກັນລົວໆ… ເຫັນແຟນໆຫຼາຍທ່ານມັກທີ່ຈະໄປຮ້ານກາເຟ ມັກທີ່ຈະຖ່າຍຮູບອັບເດດກັນເລື້ອຍໆ ແຕ່ຍັງເຫັນຈົ່ມວ່າບໍ່ພໍໃຈໃນຮູບທີ່ຖ່າຍອອກມາເທົ່າທີ່ຄວນ, ດັ່ງນັ້ນ! ໃນມື້ນີ້ເຮົາລອງມາເບິ່ງວິທີຖ່າຍຮູບກັບຈອກກາເຟ ຫຼື ເຄື່ອງດື່ມ ແລະ ອາຫານຕ່າງໆໃນເວລາໄປຮ້ານກາເຟກັນເບິ່ງເນາະ! ເຫັນວິທີແລ້ວຮູ້ສຶກມີໄອເດຍເກີດຂຶ້ນເລີຍແມ່ນບໍ່ແຟນໆ? ເອົາເປັນວ່າລອງເອົາໄປນຳໃຊ້ກັນເບິ່ງເນາະ ຮັບຮອງວ່າຮູບທີ່ຖ່າຍໃນຄັ້ງໜ້າຈະງາມ ແລະ ດູດີມີ Style ກວ່າເກົ່າແນ່ນອນ!!! ຂໍຂອບໃຈຮູບພາບຈາກ: Kaogee Cafe
Read More »ກຽມລຸ້ນ ກຽມເຊຍ! ນາງງາມລາວເດີນທາງປະກວດ Miss Planet International ທີ່ປະເທດກຳປູເຈຍ (ເຊຍລາວສຸດໃຈ)
ຫຼັງຈາກທີ່ມີຂ່າວດີມາຕັ້ງແຕ່ຊ່ວງທ້າຍປີທີ່ຜ່ານມາວ່າ ມີ່ມີ່ ວິລະພອນ ຂັນແກ້ວ ອະດີດຮອງອັນດັບ 2 ນາງສາວລາວ ຖືກແຕ່ງຕັ້ງໃຫ້ເປັນ Miss Planet Laos ແລະ ຍັງໄດ້ເປັນຕົວແທນສາວງາມຈາກ ປະເທດລາວ ເພື່ອໄປປະກວດໃນເວທີສາກົນ ໃຫ້ແຟນໆໄດ້ຮູ້ກັນໄປແດ່ແລ້ວ… ຫຼ້າສຸດ ໃນວັນທີ 22 ກຸມພາ 2019 ມີ່ມີ່ ວິລະພອນ ກໍຮອດກຳນົດເດີນທາງເພື່ອໄປເປັນຕົວແທນສາວງາມຈາກປະເທດລາວໄປປະກວດໃນເວທີ Miss Planet International ປະເທດ ກຳປູເຈຍ ເຊິ່ງນັບວ່າເປັນອີກໜຶ່ງສາວງາມຈາກປະເທດລາວທີ່ໄດ້ໄປປະກວດໃນເວທີໂລກ, ສຳລັບຮອບຕັດສິນໃນການປະກວດ Miss Planet International ມື້ຕັດສິນຈະມີຂຶ້ນ ວັນທີ 1 ມີນາ 2019 ນີ້ແລ້ວເດີ້ (ຮັກລາວເຊຍລາວ ??) ຢ່າງໃດແຟນໆນາງງາມທັງຫຼາຍກໍຢ່າລືມ ກຽມລຸ້ນ ກຽມເຊຍ ແລະ ເປັນກຳລັງໃຈໃຫ້ຕົວແທນສາວງາມຈາກປະເທດລາວກັນແດ່ເດີ້. #ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ?????? ຮູບພາບ: fb/Mimie Vilaphone
Read More »ຢ່າດູຖູກຕົວເອງ! ມາເບິ່ງໂລກໃນແງ່ບວກ ເພື່ອໃຫ້ຊີວິດງ່າຍ ແລະ ດີຂຶ້ນກັນດີກວ່າ…
ບາງຄົນຮູ້ສຶກອຶດອັດ ຍັງປິດກັ້ນຕົວເອງເນື່ອງມາຈາກຄວາມຜິດຫວັງ ຄຳວິຈານ ຫຼື ມາຈາກເລື່ອງລາວບໍ່ດີຕ່າງໆ ຈຶ່ງບໍ່ກ້າເປີດໃຈ ບໍ່ກ້າສະແດງອອກ ໄດ້ເຮັດໃນສິ່ງທີ່ຢາກເຮັດໄດ້ຢ່າງເຕັມທີ່, ດັ່ງນັ້ນ! ຄວນປ່ຽນຄວາມຄິດໃໝ່ ຄວນເບິ່ງໂລກໃນດ້ານບວກ ຄວນຮັກຕົວເອງໃຫ້ຫຼາຍຂຶ້ນ ຄວນເຮັດໃນສິ່ງທີ່ຢາກເຮັດ ໃນສິ່ງທີ່ຢາກເວົ້າ ແລະ ບໍ່ຄວນດູຖູກ ຫຼື ບໍ່ເຫັນຄຸນຄ່າຂອງຕົວເອງ, ລອງມາເບິ່ງກັບ 5 ຫຼັກການຕໍ່ໄປນີ້ທີ່ຈະຊ່ວຍໃຫ້ຊີວິດດີ ແລະ ງ່າຍຂຶ້ນ… 1. ໃນໂລກນີ້ບໍ່ມີໃຜຮັກເຈົ້າເທົ່າໂຕເຈົ້າເອງ ມັນອາດຈະຟັງເບິ່ງແລ້ວໂຫດຮ້າຍແດ່ ແຕ່ມັນກໍເປັນເລື່ອງຈິງ ການໃຊ້ຊີວິດພາຍໃຕ້ຄວາມຄິດ ຫຼື ຄວາມຄາດຫວັງຂອງຄົນອື່ນ ຖືເປັນການທຳຮ້າຍຕົວເອງ ເພາະແຕ່ລະຄົນກໍລ້ວນມີຊີວິດ ແລະ ມີແນວທາງທີ່ຢາກຈະເປັນໃນແບບສະບັບແຕກຕ່າງກັນ ດັ່ງນັ້ນການໄດ້ເປັນໂຕຂອງໂຕເອງ ໄດ້ເຮັດໃນສິ່ງທີ່ມັກ ແລະ ຮັກ ໂດຍບໍ່ໃຫ້ກະທົບ ຫຼື ເດືອດຮ້ອນໃຜ ອາດຈະເຮັດໃຫ້ມີຄວາມສຸກຫຼາຍຂຶ້ນ 2. ປ່ຽນແປງຕະຫຼອດເວລາ ບໍ່ວ່າເວລາຈະຜ່ານໄປຈັກປີ ກໍຍັງຄິດວ່າຍັງເປັນຄົນເກົ່າ ບໍ່ປ່ຽນແປງ ເຊິ່ງຄວາມເປັນຈິງແລ້ວສະຖານະການ ແລະ ປະສົບການທີ່ເຮົາພົບເຈິໃນທຸກໆມື້ …
Read More »ໂລກຈາລຶກ! Karl Lagerfeld ໃນຖານະຜູ້ສ້າງຕຳນານ ເຮັດໃຫ້ວົງການແຟຊັ່ນເຕັມໄປດ້ວຍສີສັນ ແລະ ໄອເດຍຫຼາກຫຼາຍ
ຄົນເຮົາເມື່ອຍັງມີຊີວິດກໍຈົ່ງໝັ່ນພຽນສ້າງສັນຜົນງານ ແລະ ຄວາມດີ ເພາະເມື່ອເສຍຊີວິດໄປແລ້ວກໍຈະເຫຼືອພຽງແຕ່ຊື່ໃຫ້ທຸກໆຄົນໄດ້ຈົດຈຳ ໃຫ້ຄິດຮອດຫາ, ໃນເມື່ອບໍ່ດົນມານີ້ ຂ່າວການເສຍຊີວິດຂອງ ຄາຣ ລາເກີເຟີຣ (Karl Lagerfeld) ອາຍຸ 85 ປີ ແຟຊັ່ນດີໄຊເນີລະດັບໂລກ ເຮັດໃຫ້ແຟນໆເສົ້າໄປຕາມໆກັນ ແຕ່ເຖິງເພິ່ນຈະເສຍຊີວິດໄປ ແຕ່ຜູ້ຄົນທົ່ວໂລກ ບໍ່ວ່າຈະເປັນດາລາ ເຊເລບ ຫຼື ຜູ້ທີ່ມັກຮັກໃນຜົນການກໍຕ່າງອອກມາໄວ້ອາໄລຫາກັນຢ່າງຫຼວງຫຼາຍ… 10 ເລື່ອງໜ້າຮູ້ຂອງ ຄາຣ ລາເກີເຟີຣ (Karl Lagerfeld) ແຟຊັ່ນໄອຄອນທີ່ໂລກຕ້ອງຈາກລຶກ ໃນຖານະຜູ້ສ້າງຜົນງານຕຳນານ ແລະ ເຮັດໃຫ້ວົງການແຟຊັ່ນເຕັມໄປດ້ວຍສີສັນ ໄອເດຍແຫ່ງການຄິດສ້າງສັນ ແລະ ການອອກແບບ. ດີໄຊເນີສັນຊາດ ເຢຍລະມັນ ຫຼາຍຄົນເຂົ້າໃຈວ່າ ຄາຣ ລາເກີເຟີຣ (Karl Lagerfeld) ເປັນຄົນສັນຊາດ ຝຣັ່ງ ເພາະຕິດພາບຄວາມເປັນຄີເອທີບໄດເລັກເຕີ (Creative Director) ໃຫ້ກັບ Chanel ແບຣນແຟຊັ່ນສັນຊາດຝຣັ່ງມາດົນ ແຕ່ທີ່ຈິງແລ້ວ Lagerfeld ເປັນຄົນສັນຊາດ ເຢຍລະມັນ …
Read More »