Breaking News

Home

ໂຊຫວານອີກແລ້ວ! ບອກເລີຍງານນີ້ ແອັບເປີ້ນ-ຟຣຸກ ມີຄວາມລະມຸນລະດັບ…???

ກິ່ນຄວາມຮັກຍັງບໍ່ຈາງຫາຍ ຍັງຢູ່ໃນບັນຍາກາດ ວັນແຫ່ງຄວາມຮັກ (Valentine’s Day)  ແນ່ນອນວ່າບໍ່ເວົ້າເຖິງ ແອັບເປີ້ນ ສີສະຫງຽນ ແລະ ຟຣຸກ ຈິຣະ ຄູ່ຮັກໄອດໍ້ ສາວລາວ-ບ່າວໄທ ຄູ່ນີ້ຄົງຈະບໍ່ໄດ້ເລີຍ ເພາະໃນຊ່ວງວັນແຫ່ງຄວາມຮັກທີ່ຜ່ານມາ ທັງສອງກໍຍັງຄົງເປັນອີກຄູ່ທີ່ມີຄວາມຫວານສະເໝີຕົ້ນສະເໝີປາຍ ແຖມໂພສຮູບຫວານໆ ແຄັບຊັ່ນຊວນໃຫ້ເບິ່ງແລ້ວຍິ້ມ ມາໃຫ້ບັນດາແຟນໆໄດ້ອັບເດດກັນເຊັ່ນເຄີຍ… ເຫັນແລ້ວກໍໜ້າຮັກຫຼາຍໆສຳລັບຄູ່ຂອງ ແອັບເປີ້ນ ສີສະຫງຽນ ແລະ ຟຣຸກ ຈິຣະ ບອກເລີຍງານນີ້ທັງສອງມີຄວາມລະມຸນລະດັບ 10  ໄປເລີຍ ຫວານ…ໄດ້ໃຈແຟນໆແທ້ໆ. ຢ່າງໃດກໍຂໍໃຫ້ທັງສອງຮັກກັນ ແລະ ມີພາບໜ້າຮັກໆແບບນີ້ມາຝາກແຟນໆກັນເລື້ອຍໆເລີຍໂລດເດີ້ ເບິ່ງແລ້ວກໍມີຄວາມສຸກໄປນຳວ່າບໍ່ແຟນໆ…!!! ຮູບພາບ: FB/Appleminiberry Story: ຊະນີIndy

Read More »

ຄວາມຮັກປີນີ້ເປັນແນວໃດ? ເກັບຕົກພາບຄວາມຫວານຂອງຄົນບັນເທີງໃນ Valentine’s Day ເຫັນແລ້ວຮູ້ສຶກແບບວ່າ…

ວັນແຫ່ງຄວາມຮັກໃນປີ 2019 ຂອງເຈົ້າເປັນແນວໃດ? ສະບາຍດີ! ແຟນໆທຸກໆຄົນຫາກໍ່ຜ່ານພົ້ນວັນແຫ່ງຄວາມຮັກ (Valentine’s Day)  ຜູ້ຄົນທົ່ວໂລກກໍໄດ້ອອກມາສະຫຼອງເທສະການວັນແຫ່ງຄວາມຮັກທັງມີໃນແບບສົມຫວັງ ແລະ ບໍ່ສົມຫວັງກໍ່ວ່າກັນໄປ ແຕ່ບໍ່ເປັນຫຍັງເນາະ ເພາະຄວາມຮັກງົດງາມສະເໝີ, ບໍ່ເວັ້ນແມ້ແຕ່ບັນດາຄົນບັນເທີງ ເນັດໄອດໍ້ ເຊເລັບຄົນດັງບ້ານເຮົາກໍມີໂມເມັ້ນດີໆໃນວັນແຫ່ງຄວາມຮັກໃນປີນີ້ເຊັ່ນດຽວກັນ ທັງມີຫອບດອກໄມ້ຊໍ່ໃຫ່ຍ ໂພສຮູບຄູ່ ຂຽນກາດບອກຄວາມຮູ້ສຶກ ແຖມຍັງໂພສຜ່ານໂຊຊ່ຽວໃຫ້ເຫຼົ່າແຟນຄລັບໄດ້ອັບເດດກັນລົວໆ ໂອ້ຍ!!! ເຫັນແລ້ວກໍ່ມີຄວາມສຸກໄປນຳ ລອງມາເບິ່ງກັນວ່າໃນວັນແຫ່ງຄວາມຮັກນີ້ຈະມີຄົນດັງຄົນໃດແດ່ທີ່ມີໂມເມັ້ນດີໆໃນຊ່ວງວາເລັນທາຍ…  ລູກນໍ້າ ທິດາລັດ ວົງສິລິ (ນັກສະແດງ/ນາງແບບ) ຈີຈີ້ ພອຍໄພລິນ ສີວິໄລ (ເນັດໄອດໍ້) ນູ່ນີ່ ກຸມພົນພັກດີ (ເນັດໄອດໍ້) ຫຼິງຫຼິງ ປິຍະດາ ອິນທະວົງ (ນັກສະແດງ/ນາງແບບ) ອະເລັກສັນ (ນັກຮ້ອງ/ພິທີກອນ) ປູເປ້ ລາສະບຸດ (ພິທີກອນ/ນາງແບບ) ມຸກ ວົງໄຊສະຫວາດ (Miss Supranational Laos 2017) ເຈ້ຍ ປາຊິຟິກ (ຜູ້ກຳກັບ/ນັກສະແດງ) …

Read More »

ຫ້າມພາດ! “Feb Festival 2019” ງານເທສະການດົນຕຣີທີ່ Chill ທີ່ສຸດໃນປະເທດລາວ

ຂໍຕ້ອນຮັບວັນແຫ່ງຄວາມຮັກ (Happy Valentine’s Day) ກັບຂ່າວສານດີໆທີ່ຈະນຳມາບອກເລົ່າສູ່ແຟນໆໃຫ້ໄດ້ຮັບຊາບກັນອີກແລ້ວ ກ່ອນອື່ນຕ້ອງຂໍຖາມວ່າໃນນີ້ມີໃຜເປັນສາຍຊິວ ສາຍຮັກດົນຕຣີ ສາຍແຟຊັ່ນ ສາຍຖ່າຍຮູບ ຫຼື ສາຍຮັກທຳມະຊາດກັນແດ່? ມາ…ມາໆມາລວມກັນໃນໂພສນີ້ເລີຍໄວໆ ຫຼ້າສຸດມີງານ “Feb Festival 2019” ຈະຈັດຂຶ້ນໃນວັນທີ 16 ກຸມພາ 2019 ທີ່ ສັງທອງ ງານນີ້ບອກກ່ອນເລີຍວ່າຈັດຂຶ້ນເອົາໃຈແຟນໆແທ້ໆ… ໃນເວລານີ້ Feb Festival 2  ມີການກະກຽມງານລໍຖ້າຮັບຕ້ອນແຟນໆ ໄດ້ມີການປະດັບປະດາ ຕົບແຕ່ງໃຫ້ເຂົ້າກັບບັນຍາກາດທ່າມກາງທຳມະຊາດ ມີຄວາມພ້ອມເກີນລ້ານເປີເຊັນແລ້ວໃນເວລານີ້… ພ້ອມນັ້ນຍັງມີກອງທັບນັກຮ້ອງສິລະປິນໃນດວງໃຈທັງພາຍໃນ ແລະ ຕ່າງປະເທດຫຼາກຫຼາຍວົງເຊັ່ນ: ວົງ Mild, CD the Rapper , Jojo Miracle , ວົງ Go Dunk , Temple Guys , Blackeyes, The …

Read More »

ແຟນໆລໍຖ້າເບິ່ງ! ລູກນໍ້າ ທິດາລັດ ສະແດງຮູບເງົາເລື່ອງ ໄຂ່ຂວັນ (Expiration Date) ຈາກທີມຜູ້ສ້າງຄົນລາວ

ວ້າວ ວ້າວ ວ້າວວວ! ເຫັນແລ້ວກໍອົດທີ່ຈະເກັບບອກມາເລົ່າຂ່າວສານກ່ຽວກັບຮູບເງົາລາວເຮົາບໍ່ໄດ້ ຫຼ້າສຸດມາອັບເດດຜົນງານຂອງ ລູກນໍ້າ ທິດາລັດ ວົງສິລິ ທີ່ກ່ອນໜ້ານີ້ນາງໄດ້ມີຜົນງານຮ່ວມສະແດງບໍ່ວ່າຈະເປັນລະຄອນ ຫຼື ຮູບເງົາຮ່ວມກັບປະເທດເພື່ອນບ້ານກັນຢ່າງຫຼວງຫຼາຍ ບໍ່ພຽງແຕ່ນາງຈະມີຜົນງານກັບປະເທດເພື່ອນບ້ານເທົ່ານັ້ນ ແຕ່ນາງມາກັບຜົນງານໃໝ່ເພື່ອມາຝາກໃຫ້ແຟນໆໄດ້ຕິດຕາມ ເປັນຜົນງານການສະແດງຮູບເງົາລາວເລື່່ອງ ໄຂ່ຂວັນ (Expiration Date) ຮູບເງົາທີ່ມີທີມຜູ້ສ້າງເປັນຄົນລາວ. ສຳລັບ ຮູບເງົາເລື່ອງ ໄຂ່ຂວັນ (Expiration Date) ເປັນຮູບເງົາທີ່ມີນັກສະແດງ ແລະ ທີມຜູ້ສ້າງເປັນຄົນລາວ ແລະ ຖ່າຍທຳໃນຫຼາຍແຂວງຂອງປະເທດລາວເຮົາ ເອີ້ນໄດ້ວ່າເປັນຮູບເງົາທີ່ໜ້າຕິດຕາມ ແລະ ສະໜັບສະໜູນກັນສຸດໆ, ເຊິ່ງຮູບເງົາເລື່ອງ “ໄຂ່ຂວັນ” ເປັນອີກເລື່ອງໜຶ່ງທີ່ມີກະແສແຟນໆຕິດຕາມ ແລະ ໃຫ້ຄວາມສົນໃຈ ແລະ ກຳລັງກຽມເຂົ້າສາຍໄວໆນີ້… ເອົາເປັນວ່າແຟນໆອົດໃຈລໍກັນໄປກ່ອນ…, ສັນຍາເລີຍວ່າຈະມາອັບເດດຜົນງານທີ່ສາວ ລູກນໍ້າ ທິດາລັດ ໄດ້ຮ່ວມສະແດງຮູບເງົາລາວເລື່ອງດັ່ງກ່າວມາອັບເດດໃຫ້ແຟນໆໄດ້ຮູ້ກ່ອນໃຜແນ່ນອນ, ຢ່າງໃດຄົນລາວເຮົາຢ່າລືມສະໜັບສະໜູນຜົນງານຄົນລາວນຳກັນເດີ້ແຟນໆ. (ຂໍຂອບໃຈສຳລັບຮູບພາບ) Story: ຊະນີIndy

Read More »

ແຊຣໄປໃຫ້ໂລກຮູ້! ໝີພູ ຄວ້າລາງວັນ…ໃນເວທີ Miss Global ທີ່ປະເທດ ຟີລິບປິນ ມາຝາກຄົນລາວ (ຂໍສະແດງຄວາມຍິນດີ)

ເປັນຂ່າວດີສຸດໆໃນເວລານີ້ ຫຼ້າສຸດ ພູຄຳ ທິບພົມວົງ (ໝີພູ) Miss Global Laos 2019 ທີ່ໄດ້ເດີນທາງໄປເປັນສາວງາມຕົວແທນປະເທດລາວໃນເວທີການປະກວດສາວງາມລະດັບສາກົນ Miss Global 2019 ທີ່ປະເທດ ຟີລິບປິນ  ເຊິ່ງໄດ້ມີຮອບຕັດສິນໄປແບບສົດໆຮ້ອນໆໃນວັນທີ 11 ກຸມພາ 2019 ທີ່ຜ່ານມາ ແລະ ນາງງາມຕົວແທນປະເທດລາວຄົນນີ້ກໍບໍ່ເຮັດໃຫ້ຜິດຫວັງ ເພາະສາມາດຄວ້າລາງວັນ Miss Fashion ຈາກເວທີ Miss Global  ມາໄດ້ຢ່າງໜ້າຊື່ນຊົມ (ຂໍສະແດງຄວາມຍິນດີນຳຫຼາຍໆ) ສຳລັບລາງວັນ Miss Global  ໃນປີນີ້ສາວງາມທີ່ຄວ້າລາງວັນໄປໄດ້ແມ່ນ Sophia Ng Miss Global Hong Kong (ຂໍສະແດງຄວາມຍິນດີ) ເຫັນແລ້ວກໍມີຄວາມດີໃຈ ດັ່ງນັ້ນຈຶ່ງຂໍຊົມເຊີຍສາວງາມຕົວແທນປະເທດລາວເຮົາທຸກໆຄົນ ທີ່ໄປເຮັດໜ້າທີ່ເປັນຕົວແທນແມ່ຍິງລາວໃນເວທີສາກົນ ແລະ ຍັງສາມາດນໍາເອົາລາງວັນມາຝາກຄົນລາວເຮົາຫຼາຍເວທີ ຈົນເປັນທີ່ຮືຮາ ແລະ ສ້າງຊື່ສຽງໃຫ້ແກ່ປະເທດລາວເຮົາມາແລ້ວ. (ຂໍຊົມເຊີຍ! ເກັ່ງຫຼາຍໆ)   #ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ?????? ຮູບພາບ: Miss Global Laos

Read More »