Breaking News

Home

ພາບປະທັບໃຈ! ໂຈໂຈ້ ແລະ ຕ່າຍ ອໍລະໄທ ພ້ອມທີມງານແກຣມມີ່ ເຂົ້າຢ້ຽມຢາມ-ຄໍານັບທ່ານທູດລາວປະຈໍາປະເທດໄທ

ຈະພາແຟນໆມາເບິ່ງພາບແຫ່ງຄວາມປະທັບໃຈ ຫຼ້າສຸດ ສິລະປິນດັງສອງຝັ່ງຂອງ ໂຈໂຈ້ ມິຣາໂຄລ (ນັກຮ້ອງ/ຜູ້ກຳກັບ) ແລະ ຕ່າຍ ອໍລະໄທ (ນັກຮ້ອງລູກທຸ່ງຊື່ດັງປະເທດເພື່ອນບ້ານ) ພ້ອມດ້ວຍທີມງານຈາກຄ່າຍເພງ ແກຣມມີ່ ກໍໄດ້ເດີນທາງໄປຢ້ຽມຢາມ ສະຖານເອກອັກຄະລັດຖະທູດ ສປປ ລາວ ປະຈຳ ຣາຊະອານາຈັກໄທ ພ້ອມເຂົ້າຄຳນັບ ທ່ານທູດລາວປະຈໍາປະເທດໄທ ໃນວັນທີ 29 ພະຈິກ 2018 ເຊິ່ງບັນຍາກາດກໍເຕັມໄປດ້ວຍຄວາມອົບອຸ່ນ ແລະ ປະທັບໃຈ. ເຊິ່ງສິລະປິນທັງສອງກໍຍັງໄດ້ໂພສຮູບພາບ ພ້ອມດ້ວຍຂໍ້ຄວາມແຫ່ງຄວາມປະທັບໃຈນີ້ລົງໃນເພສເຟສບຸກໃຫ້ແຟນໆໄດ້ອັບເດດກັນອີກດ້ວຍ… ( ໂຈໂຈ້ ມິຣາໂຄລ) (ຕ່າຍ ອໍລະໄທ) “ເຊົ້ານີ້ ມື້ນີ້ ເລິກດີ ໂຊກດີ ແລະ ເປັນກຽດຫຼາຍໆ ທີ່ໄດ້ມີໂອກາດນຳມິວສິກວິດີໂອເພງ “ນິລັນດອນ” ມາມອບໃຫ້ກັບ ສະຖານທູດລາວປະຈຳ ປະເທດໄທ ທ່ານເປັນກັນເອງຫຼາຍໆ ຊຶ່ງມິວສິກວິດີໂອເພງນີ້ ທຸກຄົນຈະໄດ້ເຫັນ ມີຄວາມເຊື່ອມສຳພັນກັນລະຫວ່າງໄທກັບລາວ ທັງນັກຮ້ອງ …

Read More »

ບໍ່ທຳມະດາ! ຊຸດປະຈຳຊາດຂອງ Miss Universe Cambodia 2018 ອະລັງການງານສ້າງ ມີແຮງບັນດານໃຈມາຈາກ…

ໃກ້ເຂົ້າມາແລ້ວກັບການປະກວດ Miss Universe  2018 ທີ່ຄົນທົ່ວໂລກລໍຖ້າຕິດຕາມ ແລະ ເຊື່ອວ່າແຟນໆນາງງາມທັງຫຼາຍກໍຄົງລໍຖ້າລຸ້ນໃນຮອບ “ຊຸດປະຈຳຊາດ” ເພາະຖືວ່າເປັນອີກໄຮໄລ້ໜຶ່ງທີ່ໂດດເດັ່ນ ແລະ ໃນຕອນນີ້ແຕ່ລະປະເທດກໍເລີ່ມເປີດໂຕຊຸດປະຈຳຊາດກັນອອກມາແລ້ວ ແລະ ໃນມື້ນີ້ ຊະນີIndy ຈະພາແຟນໆມາສ່ອງຊຸດປະຈຳຊາດ Miss Universe Cambodia 2018 ສາວງາມຈາກປະເທດເພື່ອນບ້ານຂອງເຮົາ ແຕ່ຂໍບອກກ່ອນເລີຍເດີ້ວ່າບໍ່ທຳມະດາແນ່ນອນ!!! ເຊີ່ງ Rern Sinat Miss Universe Cambodia 2018 ຈະສວມໃສ່ຊຸດປະຈຳຊາດທີ່ມີຊື່ວ່າ “The Kingdom of Wonder”  ເຊິ່ງຈະເປັນການສະເໜີປະຫວັດສາດທີ່ຍາວນານ ແລະ ວັດທະນະທຳທີ່ເປັນເອກະລັກຂອງປະເທດ ກຳປູເຈຍ ຊຸດນີ້ແມ່ນໄດ້ແຮງບັນດານໃຈມາຈາກຍຸກສະໄໝກ່ອນ ກະໂປງເຮັດມາຈາກຜ້າໄໝກຳປູເຈຍ ເຊິ່ງເປັນທີ່ນິຍົມຂອງກຸ່ມແມ່ຍິງໃນຍຸກແລກໆ ສ່ວນສາກເບື້ອງຫຼັງເປັນຮູບຊົງແຜນທີ່ຂອງປະເທດ ໂດຍມີນະຄອນວັດ ມໍລະດົກໂລກທີ່ແຕ່ງຕັ້ງໂດຍອົງກອນຍູເນສໂກຢູ່ເຄິ່ງກາງ ສ່ວນຜ້າຄຸມແຂນກໍໄດ້ຮັບແຮງບັນດານໃຈມາຈາກທຸງຊາດເຊັ່ນດຽວກັນ ນອກຈາກນີ້ຍັງມີການຫຍິບສະຖາປັດຕະຍະກຳທີ່ໂດດເດັ່ນ ແລະ ຄວາມງົດງາມຂອງດອກລຳດວນ ດອກໄມ້ປະຈຳຊາດຂອງປະເທດກຳປູເຈຍມາໃສ່ໄວ້ໃນຊຸດອີກດ້ວຍ ບອກເລີຍວ່າພຽງແຕ່ລາຍລະອຽດຂອງຊຸດກໍບໍ່ທຳມະດາເລີຍແມ່ນບໍ່? ອະລັງການງານສ້າງສົມກັບຊື່ຊຸດ “The Kingdom of Wonder”  ແທ້ໆ… …

Read More »

ສ່ອງ! ນຸ້ຍ ສຸພາພອນ ນາງເອກຮູບເງົາ “ສຽງສຸດທ້າຍ” ຈັດລຸກນີ້…ຮ່ວມພົບປະແຟນໆທີ່ນະຄອນປາກເຊ

ເປັນກະແສ Talk of the town ກັນໄປແລ້ວໃນເວລານີ້ ສຳລັບຮູບເງົາເລື່ອງ “ສຽງສຸດທ້າຍ” ຫຼ້າສຸດທີມຜູ້ສ້າງ ແລະ ນັກສະແດງກໍໄດ້ໄປຮ່ວມພົບປະກັບແຟນໆຮູບເງົາທີ່ ນະຄອນປາກເຊ ປະເທດລາວ ເຊິ່ງນອກຈາກບັນຍາກາດຈະເຕັມໄປດ້ວຍຄວາມອົບອຸ່ນແຟນໆໃຫ້ການຕ້ອນຮັບເປັນຢ່າງດີແລ້ວ ບໍ່ເວົ້າເຖິງກໍຄົງຈະບໍ່ໄດ້ສຳລັບ ນຸ້ຍ ສຸພາພອນ ສົມວິຈິດ (Miss Universe Laos 2017) ທີ່ອໍລ້າຈັບ ມາໃນລຸກທີ່ເບິ່ງແລ້ວງົດງາມ ສົດໃສ ແຖມໃນເວລານີ້ນາງຂຶ້ນແທ່ນນາງເອກຮູບເງົາຫຼາຍຮ້ອນລ້ານໄປແລ້ວວວວ… ແຟນໆວ່າແນວໃດ? ລຸກນີ້ຂອງ ນຸ້ຍ ສຸພາພອນ ໃຫ້ຄະແນນນາງເທົ່າໃດ??? ແບບນີ້ໃຫ້ຄະແນນ 10 ເຕັມ 10 ໄປເລີຍກໍແລ້ວກັນເນາະງົດງາມຫຼາຍໆ… ແລະ ຍັງມີຮູບພາບບັນຍາກາດທີ່ ອ້າຍ ໂຈ້ໂຈ້ ມິຣາໂຄຣ ແລະ ນ້ອງ ນຸ້ຍ ສຸພາພອນ ແລະ ບັນດາແຟນໆທີ່ ນະຄອນປາກເຊ ມາຝາກກັນນຳເດີ້… ຮູບພາບ: …

Read More »

ຈົບແລ້ວເດີ້! ຈີ່ຈີ່ ພອຍໄພລິນ ຮັບໃບປະກາດທີ່ເມືອງຜູ້ດີອັງກິດ (ແຟນຄລັບຮ່ວມສະແດງຄວາມຍິນດີ)

ຫ່າງຫາຍຈາກວົງການກັນໄປດົນເຕີບ ມາອັບເດດ ຈີ່ຈີ່ ພອຍໄພລິນ ສີວິໄລ ເນັດໄອດໍ້ຂອງບ້ານເຮົາ ທີ່ຫຼ້າສຸດເປັນບັນດິດໃໝ່ຮັບໃບປະກາດຈາກເມືອງຜູ້ດີອັງກິດມາແບບສົດໆຮ້ອນໆ…ແຖມສາວຄົນນີ້ຍັງໄດ້ອັບເດດຮູບພາບໃຫ້ໄດ້ອັບເດດຜ່ານອິນສະຕາແກຣມ ຈົນມີແຟນຄລັບ ແລະ ໝູ່ເພື່ອນເຂົ້າມາສະແດງຄວາມຍິນດີກັນຢ່າງຫຼວງຫຼາຍ. (ມີຮູບພາບໜ້າຮັກໆຂອງສາວ ຈີ່ຈີ່ ມາຝາກ…) ຢ່າງໃດ!! ຂໍສະແດງຄວາມຍິນດີນຳຫຼາຍໆເລີຍເດີ້ ສາວ ຈີ່ຈີ່ ຮູບພາບ/chichisvl

Read More »

#HearMeToo ການລ່ວງລະເມີດທາງເພດ ບໍ່ແມ່ນບັນຫາສ່ວນຕົວ…

#HearMeToo ການລ່ວງລະເມີດທາງເພດ ບໍ່ແມ່ນບັນຫາສ່ວນຕົວ… ໃນປີຜ່່ານມາແມ່ຍິງອາເມຣິກາ ແລະ ທົ່ວໂລກ ຕ່າງກໍໃຫ້ຄວາມສົນໃຈ ແລະ ໂພສຂໍ້ຄວາມເຖິງເຫດການທີ່ມີການລ່ວງລະເມີດທາງເພດໃນອາດີດຂອງຕົນເອງ ຕາມດ້ວຍ #Metoo ເພື່ອສື່ເຖິງເຫດການທີ່ປຽບດັ່ງຝັນຮ້າຍທີ່ຕົນເອງກໍເຄີຍພົບມາເຊັ່ນກັນ … ເຊິ່ງການເຄື່ອນໄຫວ ແລະ ທີ່ມາຂອງປະໂຫຍກດັ່ງກ່າວນີ້ ແມ່ນເລີ່ມຕົ້ນມາຈາກ ການເປີດເຜີຍໃນວົງການ Hollywood ເມື່ອຜູ້ສ້າງ ແລະ ກໍາກັບໜັງທີ່ມີຊື່ສຽງ Harvey Wienstien ຜູ້ຊາຍທີ່ຮັ່ງມີ, ມີຊື່ສຽງ ແລະ ມີອໍານາດຄົນໜຶ່ງໃນວົງການບັນເທີງ ສະຫະລັດອາເມຣິກາ ໃຊ້ອໍານາດລ່ວງລະເມີດນັກສະແດງ ແລະ ສີລະປີນຍິງຫຼາຍກວ່າ 10 ຄົນ; ໃນເວລາ 30 ກວ່າປີ ແລະ ສາມາດລອດພົ້ນຈາກຄວາມຜິດໄປໄດ້ຢ່າງບໍ່ໜ້າເຊື່ອ. ຈົນເມື່ອວັນທີ 15 ຕຸລາ 2017 Alyssa Milano ຜູ້ທີ່ສ້າງ #Metoo ເພື່ອສົ່ງສັນຍານເຕືອນໃຫ້ນັກສະແດງ ແລະ ສີລະປີນຍິງທີ່ເຄີຍພົບເຫດການຄືກັນກັບນາງ …

Read More »