Breaking News

Home

 ເມື່ອຄວາມຮັກໝົດອາຍຸ ແມ່ຍິງອາດກາຍເປັນ “ເຫຍື່ອ” ຄວາມຮຸນແຮງໂດຍບໍ່ຮູ້ຕົວ!

ຄວາມຮຸນແຮງຕໍ່ຈິດໃຈເກີດຈາກຄໍາວ່າ “ໝົດຮັກ”     “ຄວາມຮຸນແຮງຕໍ່ຈິດໃຈ ແມ່ນການກະທຳ, ການເມີນເສຍ ຫຼື ລະເລີຍ ທີ່ເຮັດໃຫ້ເກີດຜົນກະທົບຕໍ່ຈິດໃຈ ຂອງແມ່ຍິງແລະເດັກນ້ອຍ ເປັນຕົ້ນການມີເມຍຫຼາຍຄົນ, ການໝິ່ນປະໝາດ, ການນິນທາ, ການໃສ່ຮ້າຍ, ການປ້ອຍດ່າ, ການປະຈານ, ການບໍ່ໃຫ້ຄວາມສຳຄັນ, ການທຳມິດສະຈານ, ການປ່ອຍປະ, ການລໍາອຽງ, ການຈໍາແນກ, ການແຍກຈາກໝູ່ເພື່ອນ ຫຼື ຄອບຄົວ, ການບໍ່ໃຫ້ກຽດ, ບໍ່ນັບຖື, ການເຍາະເຍີ້ຍສຽດສີ, ການກີດກັ້ນ, ການບັງຄັບ ຫຼື ການຂົ່ມຂູ່ ຊິຶ່ງເຮັດໃຫ້ເສື່ອມເສຍຊື່ສຽງ, ກຽດສັກສີ, ອັບອາຍ, ຂາດຄວາມເຊື່ອໝັ້ນ, ເສຍສຸຂະພາບຈິດ, ຊືມເສົ້າ ຫຼື ຂ້າຕົວຕາຍ” ສະບາຍດີ ສາວໆຂວັນໃຈ ມາພົບກັບຄໍລຳ In Action ກັນອີກເປັນຄັ້ງທີ 2 ແລ້ວ ຄໍລຳນີ້ຈະຊ່ວຍໃຫ້ສາວໆຂວັນໃຈເຮົາ ໄດ້ອັບເດດ (update) ຄວາມຮູ້ກ່ຽວກັບ …

Read More »

ມາເບິ່ງ! ຄົນດັງທີ່ຊົງອິດທິພົນດ້ານ Fashion ທີ່ສຸດໃນໂລກ ປະຈຳປີ 2018 ໄດ້ແກ່…

ຄຳວ່າ Fashion ເປັນຫຍັງທີ່ນິຍາມບໍ່ໄດ້ ແລະ ບໍ່ມີຂອບເຂດຈຳກັດ ແຕ່ລະຄົນກໍລ້ວນມີ Slyle ເປັນຂອງຕົວເອງ, ໃນມື້ນີ້ ຂວັນໃຈ ເຮົາຈະພາແຟນໆມາອັບເດດບັນດາເຫຼົ່າເຈົ້າແມ່ແຟຊັ່ນທີ່ໄດ້ຖຶກຈັດລຳດັບວ່າເປັນ ແມ່ຍິງທີ່ຊົງອິດທິພົນດ້ານ Fashion ທີ່ສຸດໃນໂລກ 20 ອັນດັບ ປະຈຳປີ 2018 ຈາກການຈັດລຳດັບຂອງ Lyst ກູລູຊື່ດັງຈາກການຈັດລຳດັບດ້ານແຟຊັ່ນ, ເຊິ່ງປີນີ້ອັນດັບທີ 1 ໄດ້ແກ່ Kylie Jenner ຂໍບອກວ່າເພິ່ນມາແຮງ ແຊງທຸກຄົນແທ້ໆ!!! ລອງມາເບິ່ງ 20 ອັນດັບ ແມ່ຍິງທີ່ຊົງອິດທິພົນດ້ານ Fashion ທີ່ສຸດໃນໂລກ ປະຈຳປີ 2018 ໄດ້ແກ່: 1.Kylie Jenner 2.Kim Kardashian 3.Meghan Markle 4.Cardi B 5.Beyoncé 6.Serena Williams 7.Chiara Ferragni 8.Blake Lively 9.Rihanna …

Read More »

25 ພະຈິກ ວັນຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງສາກົນ…

ຫຼາຍໆຄົນອາດຈະຮູ້ແລ້ວວ່າ ຄວາມຮຸນແຮງຕໍ່ແມ່ຍິງ ມີສາເຫດມາຈາກ ການກຳນົດບົດບາດຍິງຊາຍໃຫ້ແຕກຕ່າງກັນມາແຕ່ບູຮານ ໂດຍຍົກໃຫ້ເພດຊາຍທີ່ມີກຳລັງຫຼາຍກວ່າເປັນຜູ້ນຳ ເປັນຜູ້ຕັດສິນໃຈ ແລະເປັນຜູ້ຄວບຄຸມຊັບພະຍາກອນ ສ່ວນເພດຍິງເປັນຜູ້ຍອມຕາມ ແລະບໍ່ມີອຳນາດຕໍ່ລອງ ເມື່ອໃດທີ່ແມ່ຍິງຮຽກຮ້ອງສິດສະເໝີພາບໃຫ້ຕົນເອງ ຄວາມຮຸນແຮງກໍມັກເກີດຂຶ້ນ ຫຼືຫຼາຍໆຄັ້ງ ເພດຊາຍກໍມັກຄິດວ່າ ຕົນມີອຳນາດເໜືອກວ່າແມ່ຍິງ ຈຶ່ງມັກສະແດງອຳນາດ ຫຼືໃຊ້ຄວາມຮຸນແຮງ ເພື່ອຄວບຄຸມແມ່ຍິງໄວ້ ຄວາມຮຸນແຮງຕໍ່ແມ່ຍິງ ຈຶ່ງເປັນບັນຫາຊຳເຮື້ອ ທີ່ຝັງເລິກຢູ່ໃນຄວາມເຊື່ອທີ່ບໍ່ເທົ່າທຽມ ແຝງຢູ່ໃນຮີດຄອງປະເພນີ ສາດສະໜາ ຫຼືແມ້ແຕ່ກົດໝາຍ ໃນທຸກໆສັງຄົມ ແລະມີແມ່ຍິງທີ່ຖືກທຳຮ້າຍ ຫຼືໃຊ້ຄວາມຮຸນແຮງເກີດຂຶ້ນທຸກໆນາທີໃນທົ່ວໂລກ ດັ່ງນັ້ນ ໃນປີ 1999 ອົງການສະຫະປະຊາຊາດຈຶ່ງໄດ້ຮັບຮອງໃຫ້ ວັນທີ 25 ພະຈິກ ຂອງທຸກໆປີ ແມ່ນວັນຍຸດຕິວາມຮຸນແຮງຕໍ່ແມ່ຍິງ ແລະເດັກ ສາກົນ (International Day for the Elimination of Violence against Women) ເພື່ອໃຫ້ຄົນທົ່ວໂລກໄດ້ຫັນມາໃຫ້ຄວາມສຳຄັນ ຮ່ວມມືກັນ ເຮັດໃຫ້ການທຳຮ້າຍແລະເອົາປຽບແມ່ຍິງ ຫາຍໄປຈາກໂລກນີ້ …

Read More »

ມາແບບສາວລາວ! ຕິກນໍ້າ ກະດຸມເພັດ ໃສ່ຊຸດໄໝລາວຮ່ວມງານທີ່ຈີນ ພ້ອມໂພສຂໍ້ຄວາມແບບນີ້…

ກະດຸມເພັດ ໄຊຍະວົງ (ຕິກນໍ້າ) Miss World Laos 2018 ທີ່ຫຼ້າສຸດເດີນທາງເຮັດໜ້າທີ່ເປັນຕົວແທນສາວງາມຈາກປະເທດລາວເພື່ອໄປປະກວດໃນເວທີ Miss World 2018 ຢູ່ທີ່ ສປ ຈີນ ຕັ້ງແຕ່ຊ່ວງຕົ້ນເດືອນ ພະຈິກ ທີ່ຜ່ານມາ ແລະ ສາວ ຕິກນໍ້າ ກະດຸມເພັດ ກໍຍັງໄດ້ນຸ່ງຊຸດໄໝລາວ ເພື່ອເອກອ້າງປະເພນີການນຸ່ງຖືຂອງແມ່ຍິງລາວ ໃຫ້ຄົນທົ່ວໂລກໄດ້ຮູ້ຈັກໃນງານ Opening Ceremony of the 2018 Hainan International Tourism Island Carnival in Hainan, China ອີກດ້ວຍ. ແລະ ຍັງບໍ່ໝົດພຽງແຕ່ເທົ່ານັ້ນ Miss World Laos 2018 ກໍຍັງໄດ້ໂພສຂໍ້ຄວາມຜ່ານເຟສບຸກສ່ວນຕົວວ່າ: ໜ້າຮັກ ງົດງາມຫຼາຍໆ!!! ຢ່າງໃດກໍຢ່າລືມເປັນກຳລັງໃຈໃຫ້ສາວງາມຕົວແທນປະເທດລາວໃນການປະກວດເວທີລະດັບໂລກ Miss World 2018 ຢູ່ທີ່ ສປ ຈີນ  ແລະ ຈະມີຮອບຕັດສິນໃນວັນທີ …

Read More »

ສະແດງຄວາມຍິນດີ! ໄດ້ແລ້ວ Miss Tourism Queen Laos 2018 ງົດງາມເໝາະສົມຕຳແໜ່ງ!!!

ຫຼາຍເວທີຈົນນັບບໍ່ຖ້ວນກັນແລ້ວໃນເວລານີ້… ມີຂ່າວສານເລື່ອງວົງການນາງງາມມາຝາກພໍ່ແມ່ພີ່ນ້ອງຊາວລາວອີກແລ້ວ ຫຼ້າສຸດກໍໄດ້ແລ້ວ ບອກເລີຍວ່າງົດງາມ ເໝາະສົມກັບຕຳແໜ່ງສຸດໆ Miss Tourism Queen Laos 2018 ນັ້ນກໍຄື ວານິພອນ ພູມີໄຊ (ໂຢໂຢ້)  ເຊີ່ງໄດ້ຮັບຕຳແໜ່ງມາແບບສົດໆຮ້ອນໆໃນວັນທີ 23 ພະຈິກ 2018 ທີ່ຜ່ານມາ ແລະ ຍັງຈະໄດ້ໄປເປັນຕົວແທນສາວງາມຈາກປະເທດລາວເພື່ອໄປປະກວດໃນເວທີໂລກ Miss Tourism Queen  ທີ່ປະເທດໄທອີກດ້ວຍ. (ຂໍສະແດງຄວາມຍິນດີ) ສຳລັບຮອງ Miss Tourism Queen Laos 2018  ມີດັ່ງນີ້: ປຸລັດດາ ສາຍດອນໂຂງ ສາວງາມຈາກແຂວງ ອັດຕະປື ອານິດາ ມິ່ງບຸບຜາ ສາວງາມຈາກແຂວງ ຫຼວງພະບາງ ລາວັນ ເພັງຄຳວົງ ສາວງາມຈາກແຂວງ ຜົ້ງສາລີ ງົດງາມ ສົມມົງແທ້ໆ!!! ຢ່າງໃດກໍຂໍສະແດງຄວາມຍິນດີກັບບັນດາສາວງາມທີ່ໄດ້ຮັບຕຳແໜ່ງກັນໝົດທຸກຄົນເລີຍເດີ້ ແລະ ຄົນລາວເຮົາກໍຢ່າລືມເຊຍ ແລະ ເປັນກຳລັງໃຈໃຫ້ບັນດາສາວງາມຈາກປະເທດລາວໃນເວທີໂລກນຳກັນແດ່ເດີ້ #ຮັກລາວເຊຍລາວ ??   #ແຊຣໄປໃຫ້ໂລກຮູ້ນີ້ຄືສາວງາມຈາກປະເທດລາວ ?????? ຮູບພາບ: FB/Miss …

Read More »