Breaking News

Home

ມາແຮງງງ! ສາວປິດສະໜາທີ່ຊາວເນັດເວົ້າເຖິງຫຼາຍທີ່ສຸດ (ນາງແມ່ນໃຜ?)

ກຳລັງເປັນກະແສໂດ່ງດັງໃນໂລກໂຊຊ່ຽວກັນແບບສຸດໆ ຫຼັງຈາກທີ່ມີຮູບພາບຂອງສາວສະໄຕຣລູກຊອດ ທີ່ມີຄວາມງາມ ຄົມເຂັ້ມ ຜິວສີນໍ້າເຜິ້ງວ່ອນໄປທົ່ວໂລກອອນລາຍ ແຖມຍັງມີຊາວເນັດເຊຍໃຫ້ນາງລົງປະກວດໃນເວທີ Miss Universe Laos 2018 ນີ້ອີກດ້ວຍ. ແລະ ເທົ່າທີ່ຂາເມົ້າໄດ້ເວົ້າກັນໃນວົງໃນວ່າ ສາວຄົນນີ້ມີນາມວ່າ ໄພລິນ ລັດທິປັນຍາ ອາຍຸ 18 ປີ ລູກຊອດລາວ-ອອສເຕຣເລຍ ປັດຈຸບັນນາງຢູ່ທີ່ ປະເທດ ອອສເຕຣເລຍ, ແລະ ຕອນນີ້ຍັງບໍ່ມີການຄອມເຟີມແຕ່ຢ່າງໃດວ່າໃນປີ 2018 ສາວນ້ອຍ ໄພລິນ ຄົນນີ້ຈະບິນມາປະກວດທີ່ປະເທດລາວ ຫຼື ບໍ່? ຕອນນີ້ເບິ່ງຄວາມງາມຂອງນ້ອງໄປກ່ອນສະເນາະ…ບອກເລີຍເບິ່ງເພີນຕາດີແທ້ໆ!!! ເຫັນເປັນເດັກນອກແບບນີ້ ນາງກໍ່ຮູ້ຈັກທີ່ຈະຮຽນຮູ້ໃນຮີດຄອງປະເພນີລາວເຮົາຢູ່ເດີ້. ງາມ…ເຊັກຊີ່ແຮງ ບໍ່ໜ້າແປກວ່າເປັນຫຍັງຊາວເນັດຄືເມົ້າກັນຢ່າງໜາຫູ ຮູບພາບຈາກ: IG/ph4ylin

Read More »

ມາສົ່ງກຳລັງໃຈໃຫ້ໜຸ່ມລາວໃນເວທີ  Mister National Universe 2018

ຊ່ວຍສົ່ງແຮງເຊຍແຮງໃຈໄປໃຫ້ຜູ້ບ່າວລາວເຮົາກັນແດ່ໄວໆໆໆ ຫຼ້າສຸດ ອາຫລົງ ອານັນທະວັດ ໜຸ່ມລາວໄດ້ໄປປະກວດໃນເວທີ Mister National Universe 2018 ເຊິ່ງຈັດຂຶ້ນຢູ່ທີ່ປະເທດເພື່ອນບ້ານ ແລະ ມີໜຸ່ມຫຼໍ່ຈາກຫຼາຍປະເທດເກືອບທົ່ວໂລກເຂົ້າປະກວດກັນຢ່າງຫຼວງຫຼາຍ… ຢ່າງໃດກໍ່ຢ່າລືມເຊຍຄົນລາວນຳກັນແດ່ເດີ້ແຟນໆ (ເຂົ້າໄປໂຫວດໃຫ້ໜຸ່ມລາວຄົນນີ້ໄດ້ທີ່ເພສ Mister National Universe the new Gen of the future ) ຮູບພາບ: Arong Ananthavath.

Read More »

ດວງປະຈໍາວັນ ຈັນ, ວັນທີ 18 ມິຖຸນາ 2018

• ວັນອາທິດ. ການເງິນ: ມີເກນວາງແຜນທ້ອນເງິນເພື່ອໃຊ້ຈ່າຍບາງຢ່າງ ວຽກງານ: ບໍ່ຄ່ອຍເປັນໄປຕາມທີ່ຫວັງໄວ້ ເພາະບໍ່ມີໂອກາດໄດ້ສະແດງຝີມືເລີຍ ຄວາມຮັກ: ຄົນໂສດ ມັກໃຜກໍມີແຕ່ຄົນຕົວະໃຊ້ ຫວັງຜົນປະໂຫຍດຫຼາຍກວ່າຄວາມຮັກ ສ່ວນຄົນມີຄູ່ ເຮັດດີປານໃດແຟນກໍບໍ່ເຫັນຄ່າ ຈົນທ່ານຮູ້ສຶກນ້ອຍໃຈ • ວັນຈັນ. ການເງິນ: ມີໂຊກເຊັ່ນ: ໄດ້ຂອງຂວັນ, ໄດ້ສິ່ງຂອງທີ່ມີຄ່າ, ເງິນເດືອນຂຶ້ນ ວຽກງານ: ມີການປ່ຽນແປງໄປໃນທາງທີ່ດີຂຶ້ນ ເພາະມີໂອກາດໃນການເຮັດວຽກທີ່ຈະໄດ້ສະແດງຝີມືຢ່າງເຕັມທີ ຄວາມຮັກ: ຄົນໂສດ ລະວັງໄປຫຼົງມັກຄົນມີເຈົ້າຂອງໂດຍບໍ່ຮູ້ຕົວ ສ່ວນຄົນມີຄູ່ ແມ່ນວ່າຈະມີແຟນແລ້ວແຕ່ກໍຍັງໄປແອບມັກຄົນອື່ນຢູ່ ຈົນເຮັດໃຫ້ຜິດຖຽງກັບແຟນ • ວັນອັງຄານ. ການເງິນ: ບໍ່ໂດດເດັ່ນປານໃດ ແຕ່ກໍພໍມີລາຍໄດ້ເຂົ້າມາເລັກນ້ອຍ ວຽກງານ: ມັກຜິດໃຈກັບໝູ່ຮ່ວມວຽກຢູ່ເລື້ອຍໆ ຈຶ່ງເຮັດໃຫ້ວຽກບໍ່ຄືບໜ້າ ຄວາມຮັກ: ຄົນໂສດ ມີຄົນມາລົມ ແຕ່ບໍ່ຄ່ອຍຖືກໃຈ ສ່ວນຄົນມີຄູ່ ມີຄວາມສຸກ ເພາະແຟນເອົາໃຈໃສ່ ມີການປັບຕົວເຂົ້າຫາກັນ • ວັນພຸດ. ການເງິນ: ມີໂອກາດໄດ້ສິ່ງຂອງມີຄ່າ ຫຼື ຂອງຂວັນຈາກຄົນຮັກ …

Read More »

ກຣີດໆໆໆ! ສາວໆຫົວໃຈຈະວາຍ ນັກເຕະຈາກ ເຢຍລະມັນ ຫຼໍ່ຍົກທີມ (FIFA World Cup 2018 in Russia)

ມາແລ້ວໆໆໆ ເທດສະການແຂ່ງຂັນບານເຕະລະດັບໂລກ “FIFA World Cup 2018 in Russia” ບໍ່ແມ່ນແຕ່ຜູ້ຊາຍເດີ້ທີ່ໃຈຈົດໃຈຈໍ່ຖ້າເບິ່ງ ສາວໆເຮົາກໍ່ບໍ່ເວັ້ນເຊັ່ນກັນ, ຫຼ້າສຸດເປີດໂຕນັກເຕະຈາກທີມຊາດ ເຢຍລະມັນ (ໂອ້ຍ!!! ຫົວໃຈຈະວາຍ) ຫຼໍ່ຍົກທີມອີ່ຫລີ…ນີ້ພວກເຂົາມາເຕະບານແທ້ໆແມ່ນບໍ່? ເອົ້າໆໆໆ! ຢ່າມົວເບິ່ງແຕ່ນັກເຕະຈົນເພີນ ຈົນລືມເຊຍບານກັນເດີ້ສາວໆ (555) ມີໃຜເຊຍທີມໃດແດ່ ຄອມເມັ້ນບອກກັນແດ່ເດີ້. via: HAWTSOME GUYS

Read More »

ແບ໋ວໆ…ໃສໆ…ໄວລຸ້ນມັກ ເທຼນຕິດກິບກັບມາແລ້ວ (90’s style come back)

ເອີ້ນໄດ້ວ່າມາແຮງສຸດໆເລີຍ ສຳລັບເທຼນຕິດກິບຜົມຍຸກ 90’s ທີ່ໃນຊ່ວງປີ 2018 ນີ້ໄດ້ກັບມາຮິດອີກຄັ້ງ ຈົນກາຍເປັນວ່າໃຜທີ່ຍັງບໍ່ຕິດຖືວ່າເຊີຍເດີ້ ສັງເກດໄດ້ຈາກເຫຼົ່າຄົນດັງຂອງບ້ານເຮົາກໍ່ບໍ່ເວັ້ນ ອອກມາຕິດກິບ ໂພສໂຊໃນຄວາມອິນກັບກະແສນຳເທຼນໃຫ້ກັບແຟນໆ, ຈະມີໃຜແດ່ນໍ້…ມາເບິ່ງກັນ!!! ນູ່ນີ່ ກຸມພົນພັກດີ ສຸດາ ວັນທອງທິບ ມຸກ ວົງໄຊສະຫວາດ  ນຸ້ຍ ສຸພາພອນ ສົມວິຈິດ ແອນນີ້ ວິໄລພອນ ໜ້າຮັກ ແບ໋ວໆ ໃສໆ ໄວລຸ້ນມັກຂະໜາດເລີຍແມ່ນບໍ່ ເທຼນຕິດກິບຍຸກ 90’s ກັບມາແລ້ວ (90’s style come back) ໃຜຢາກອິນກັບກະແສກໍ່ໄປຊອກມາຕິດ ມາໜີບກັນໄດ້ເດີ້ ໜ້າຮັກໄປອີກ!!! ຂໍຂອບໃຈຮູບພາບຈາກຄົນບັນເທີງ

Read More »