ບໍ່ທຳມະດາກັນເລີຍເນາະ ສຳລັບ ສຸພາລັກ ວົງສອນສະໝຸດ (ໜູນາ) DJ ສາວສາຍ EDM, ຫຼ້າສຸດມີຊື່ຕິດໃນ Top 50 Djs in Asia ເຊິ່ງນັບໄດ້ວ່າເປັນຂ່າວດີຂອງວົງການດີເຈ ແລະ ວົງການບັນເທີງບ້ານເຮົາທີ່ມີຊື່ດີເຈສາວລາວຕິດທ໋ອບໃນເທື່ອນີ້. ນອກຈາກ DJ ໜູນາ ຈະມີຊື່ໃນ Top 50 ໃນເທື່ອນີ້ແລ້ວ, ນາງຍັງຝາກຂໍກຳລັງໃຈຈາກແຟນໆ ໂດຍການເຂົ້າໄປຮ່ວມໂຫວດໃຫ້ນາງໄດ້ເປັນສຸດຍອດ DJ ທີ່ຕິດ Top10 (ສາມາດເຂົ້າໄປຮ່ວມໂຫວດກັນໄດ້ຕາມລິ້ງນີ້ເລີຍ http://asiaedm.com/vote/ ) ຢ່າງໃດກໍ່ຢ່າລືມເປັນກຳລັງໃຈໃຫ້ຄົນລາວນຳກັນແດ່ເດີ້ແຟນໆ. ຮູບພາບຈາກ: Vongsonesamouth Soukphalack
Read More »Home
ມາສ່ອງ! ສາວໆຄົນບັນເທີງສີຜິວໂກອິນເຕີ ແຍງຍາມໃດກໍ່ບໍ່ເບື່ອ (ຜິວສີແທນມັນກໍ່ຈະງາມເລີດປະມານນີ້ເລີຍ)
ຂາວໆ ຈືດໆ ຖອຍໄປຢູ່ຫຼັງເວທີກ່ອນສະເນາະ ຜິວສີແທນເຂົາຈະຍ່າງ… ສະບາຍດີແຟນໆ ມາໆມາ ມື້ນີ້ຈະພາທຸກໆຄົນມາສ່ອງ ສາວໆໃນວົງການບັນເທີງບ້ານເຮົາທີ່ມີຜິວສີແທນ ຫຼື ເວົ້າແບບລາວໆເຮົາກໍ່ເອີ້ນວ່າ ສີນໍ້າເຜິ້ງ ທີ່ເບິ່ງຍາມໃດກໍ່ບໍ່ເບື່ອ ງາມຈັບອົກຈັບໃຈອີ່ຫລີເດີ້, ລອງມາເບິ່ງກັນໄວໆວ່າມີໃຜແດ່ ຮັບຮອງແຕ່ລະຄົນງາມໆ (ຜິວສີແທນມັນກໍ່ຈະງາມເລີດປະມານນີ້ເລີຍ) ຕ໋ອດ ວິລຸນາ ເພັດມະນີ (ນັກສະແດງ, ນັກຮ້ອງ, ນາງແບບ) ມັກແຮງ ແຍງບໍ່ເບື່ອ ເອື້ອຍ ຕ໋ອດ ລີນ້າ ເອີ້ນໄດ້ວ່າເປັນ ເຈົ້າແມ່ຜິວສີແທນ ນອກຈາກຄວາມສາມາດໃນທຸກໆດ້ານໃນວົງການບັນເທີງແລ້ວ ສີຜິວເຈ້ລາວກໍ່ເດັ່ນ ສີຜິວໂກອິນເຕີແທ້ໆ (ຂວັນໃຈ ຊະນີIndy ເລີຍຄົນນີ້) ແດງ ລັດຕະນາ (ນາງແບບ) ສາວລາວໃຕ້ ນ້ອງ ແດງ ເຮົາກໍ່ບໍ່ດ້ອຍໜ້າ ເສີດສາຍໃນແຄັດວ໋ອກບ້ານເຮົາ ທຸກລັນເວຕ້ອງມີໜ້ານາງ, ນອກຈາກຄວາມສາມາດໃນການເດີນແບບແລ້ວ ສີຜິວນາງ ກໍ່ເລີດ ມັກແຮງ ແຍງບໍ່ເບື່ອເຊັ່ນກັນ ປໍ້ ກັນລະຍານີ ໂພທິມາດ …
Read More »ງາມຫຼາຍໆ!!! ນ້ອງ ພຸດທະສອນ ສະບາຍດີ ນະຄອນຫຼວງພະບາງ
ງົດງາມຕາມທ້ອງເລື່ອງ ພຸດທະສອນ ສີດາວັນ (ນ້ອງ) ສາວໜ້າຫວານ ນາງເອກຮູບເງົາດັງຂອງລາວເຮົາ, ຫຼ້າສຸດເຊັກອິນທີ່ ນະຄອນຫຼວງພະບາງ ແຖມຍັງມີຮູບພາບງາມໆ ແບບສະບັບແມ່ຍິງລາວມາຝາກ FC ທຸກຜູ້ທຸກຄົນ. ສຳລັບ ນ້ອງ ພຸດທະສອນ ເຊື່ອວ່າແຟນໆຫຼາຍໆຄົນຄົງຈະຮູ້ຈັກນາງດີ ເພາະນາງມີຜົນງານໃນວົງການບັນເທີງລາວ ແລະ ຍັງມີຜົນງານໃນສາຍບັນເທີງຂອງປະເທດເພື່ອນບ້ານ ມີໂອກາດໄດ້ຫຼິ້ນເອັມວີເພງ ແລະ ສະແດງຮູບເງົາກໍ່ຫຼາຍເລື່ອງ. (ມີຮູບງາມໆຂອງ ນ້ອງ ພຸດທະສອນ ມາຝາກນຳເດີ້!!!) ຮູບພາບຈາກ: FB/Norng Phouthasone
Read More »ເລີດໆໆ! ມິມີ່ ພູນຊັບ ຮ່ວມເປັນຄະນະກຳມະການຂອງເວທີລະດັບໂລກ (Mister National Universe 2018)
ມີມີ່ ພູນຊັບ ພົນໂຍທາ Miss International Laos 2017 ໄດ້ຮັບກຽດເປັນໜຶ່ງໃນຄະນະກຳມະການຕັດສິນການປະກວດ Mister National Universe 2018 ເຊິ່ງຈັດຂຶ້ນທີ່ ຫົວຫິນ ປະເທດໄທ ໃນວັນທີ 18 ມິຖຸນາ 2018 ທີ່ຜ່ານມາ. ເຊິ່ງຫຼ້າສຸດ ມີມີ່ ພູນຊັບ ກໍ່ໄດ້ອອກມາໂພສຮູບພາບ ແລະ ແຄັບຊັ່ນຜ່ານເຟສບຸກ ແລະ ອິນສະຕາແກຼມສ່ວນຕົວວ່າ : “ມີມີ່ໄດ້ຮັບກຽດເປັນຄະນະກຳມະການຕັດສິນໃນການປະກວດ Mister National Universe 2018 ໃນເວທີ່ລະດັບໂລກທີຫົວຫິນ ປະເທດໄທ?18/6/2018″ ເຮັດໃຫ້ມີແຟນໆເຂົ້າໄປສະແດງຄວາມ ຍິນດີ ກັບການໄປເປັນກຳມະການຂອງ ມີມີ່ ໃນເທື່ອນີ້ກັນຢ່າງຫຼວງຫຼາຍ. ຮູບພາບ: Phounsap Phonnyotha
Read More »ໜ້າສົງສານຫຼາຍ! ຜົວຕາຍປະຫຼາຍປີ ລູກກໍ່ບໍ່ມີ ບັ້ນປາຍຊີວິດໄດ້ຢູ່ພຽງລຳພັງອົດມື້ກິນມື້!!!
ເຖົ້າແລ້ວແທນທີ່ຈະໄດ້ຢູ່ສະບາຍ ເຫັນແລ້ວອົດທີ່ຈະສົງສານ ແມ່ຕູ້ ນ້ອຍ ບໍ່ໄດ້ເນື່ອງຈາກວ່າມີຜູ້ໃຊ້ເຟສບຸກລາຍໜຶ່ງໄດ້ອອກມາໂພສເຖິງເລື່ອງລາວຂອງ ແມ່ຕູ້ ນ້ອຍ ຍິງຊະລາ ອາໃສພຽງລຳພັງຄົນດຽວທີ່ ບ.ຕານປ່ຽວ ເມືອງທຸລະຄົມ ແຂວງວຽງຈັນ, ຜົວຂອງແມ່ຕູ້ນ້ອຍໄດ້ຕາຍປະຫຼາຍປີແລ້ວ ແລະ ລູກກໍ່ບໍ່ມີນຳກັນຈັກຄົນ ແຕ່ລະມື້ ເກັບຜັກ ເກັບຫອຍ ມາຂາຍ ໄດ້ມື້ 4-5 ພັນກີບ ພໍໄດ້ຊື້ກີນ ມື້ໃດຫາໄດ້ກໍ່ໄດ້ກິນ ມື້ໃດຫາບໍ່ໄດ້ກະອົດ ເປັນເວລາຫຼາຍປີແລ້ວ ຍ້ອນຄວາມແກ່ຊະລາໂຕລົງທຸກມື້ ເຮັດໃຫ້ສາຍຕາກະບໍ່ຄ່ອຍເຫັນຮຸ່ງປານໃດ. ຈາກເຫດການດັ່ງກ່າວເຮັດໃຫ້ມີຄົນໃນຊາວເນັດໃຫ້ຄວາມສົນໃຈ ເຂົ້າໄປກົດໄລ້ ກົດແຊຣ ໃຫ້ກຳລັງໃຈຕູ້ນ້ອຍຢ່າງຫຼວງຫຼາຍ. ບັ້ນປາຍຂອງຊິວິດແທນທີ່ຈະໄດ້ຢູ່ສະບ່າຍ ແຕ່ບໍ່ແມ່ນເລີຍ ສຳລັບຍີງຊາລາຜູ້ນີ້? ມື້ນີ້ມີ ເລື່ອງ ມາເລົ່າສູ່ຫມູ່ເພື່ອນທາງເຟດຟັງ ຕູ້ນ້ອຍ ອາຍຸ 68 ປີ ອາໃສ່ຢູ່ ບ້ານ ຕານປ່ຽວ ເມືອງທຸລະຄົມ ແຂວງວຽງຈັນ ເປັນຄົນອານາຖາ ?ຜົວຕາຍປະຫຼາຍປີແລ້ວ ?ບໍ່ມີລູກນຳກັນຈັກຄົນ ຢູ່ເຮືອນຕາມລຳພັງຄົນດຽວ …
Read More »