ຮ້ອນລະອຸທົ່ວໂລກໂຊຊ່ຽວ ເມື່ອ ສາວ ກີ້ ລາມາງກຸນ ພິດຕີ້ເງິນລ້ານຊື່ດັງ ອອກມາໂພສແສຜ່ານເຟສບຸກສ່ວນຕົວ ແຄັບຂໍ້ຄວາມໃຫ້ເຫັນກັນຈະໆວ່າມີໜຸ່ມໂຊລວຍອວດອ້າງວ່າຂາຍລົດສະປອດຢູ່ເຂດພະຂາວ ໂດຍໃນແຊດມີເນື້ອຫາປະມານວ່າ ໝຸ່ມໂຊລວຍປິດສະໜາຄົນນີ້ມີຄວາມສະເໜ່ຫາ ສາວ ກີ້ ເຖິງຂັ້ນສຸດ ເລີຍຕ້ອງການທີ່ຈະຊັກຊວນສາວພິດຕີ້ຄົນນີ້ໄປກິນເຂົ້າ ພ້ອມທັງສະເໜີເງິນໃຫ້ຈຳນວນຫຼາຍ… ເຫັນແບບນີ້ແລ້ວເປັນທີ່ໜ້າເຫັນໃຈສາວ ກີ້ ເປັນທີ່ສຸດ, ແລ້ວຖ້າທ່ານເຈິກັບກໍລະນີແບບນີ້ ທ່ານຈະເຮັດແນວໃດ? #ຢ່າລຶມແຊຣໄປໃຫ້ອ້າຍໂລກຈິດໂຊລວຍເພິ່ນເຫັນກັນແດ່ ຮູບພາບ: KY Ramangkoun
Read More »Home
ຫວານເວີ້! ມິມີ່ ບິນສະຫວີດສະຫຼອງຄົບຮອບ 5 ປີທີ່ Australia!!! (ຄົນໂສດໃຈບໍ່ແຂງຫ້າມເບິ່ງ)
ມົດຕອມຍົກຮັງ!!! ແນ່…ແນ່ໆ ບໍ່ໃຫ້ມົດຕອມໄດ້ແນວໃດແຟນໆ ຫຼ້າສຸດ ສາວ ມິມີ່ ວິລະພອນ ຮອງອັນດັບສອງ ນາງສາວລາວ 2017 ບິນລັດຟ້າຄວງຫວານໃຈ ໜຸ່ມ ເຈສັນ ໄປສະຫຼອງຄວາມຮັກທີ່ເຕັມໄປດ້ວຍໂລກແຫ່ງສີບົວ ສະຫຼອງຄົບຮອບ 5 ປີ ຄວາມຮັກ2ເຮົາ ໄກເຖິງ ປະເທດ ອອສເຕຣເລຍ (Australia) ແຖມຍັງໂພສຮູບສຸດສະຫວີດຈັບມືໄປ ດິນເນີ້ໄປ ຂຽນກາດໃຫ້ກັນດ້ວຍຂໍ້ຄວາມຫວານໆຊຶ້ງໆ ພ້ອມຂອງຂວັນທັງແຫວນແດ່ ສາຍຄໍແດ່ (ຄົນໂສດໃຈບໍ່ແຂງຫ້າມເບິ່ງ555) ແຖມຍັງຂຽນແຄັບຊັ່ນຫວານໆ ຜ່ານອິນສະຕາແກຼມໃຫ້ແຟນໆໄດ້ຈິກໝອນ ໃຫ້ຄົນໂສດໄດ້ອິດສາກັນເປັນແຖບ… ໂອ້ຍຍຍ!!! ເບິ່ງໄປ ຈິກໜອນໄປ ເປັນຄູ່ຮັກທີ່ໜ້າຮັກເໝາະສົມກັນສຸດໆ, ມີຂ່າວດີມື້ໃດຢ່າລືມມາເລົ່າຂ່າວ ຊະນີIndy ກັບແຟນໆຢ່າງດ່ວນເລີຍໂລດເດີ້ ສາວ ມິມີ່ ໜຸ່ມ ເຈສັນ. ຮູບພາບ: ig/onlymiimiiee
Read More »ສະຕັ້ນ 3ວິ! ສຸດາ ວັນທອງທິບ ສຸດສະຕຣອງນຸ່ງຊຸດໄໝລາວຖ່າຍແບບຄູ່ຊ້າງທີ່ ສຸລິນ!
ວ້າຍໆໆໆ! ສະຕັ້ນ 3ວິ ອຶ້ງໄປຕາມໆກັນ ສຸດາ ວັນທອງທິບ ນາງແບບ-ເນັດໄອດໍ້ ສາວລາວເຮົາ, ຫຼ້າສຸດໂພສເຟສບຸກອັບເດດຜົນງານການຖ່າຍແບບ ຄຽງຄູ່ກັບນ້ອງຊ້າງ ຊ້າງ ຊ້າງ ນ້ອງເຄີຍເຫັນຊ້າງຫຼືບໍ່? (ເອີ້ຍ! ອັນນັ້ນເປັນເພງແລ້ວ 555) ຫັ້ນແຫລະໆ ສຸດາ ນາງສຸດສະຕຣອງໂພສທ່າຍິ້ມຫວານ ໃສ່ຊຸດໄໝລາວງາມໆ ຄຽງຄູ່ກັບນ້ອງຊ້າງໜ້າຮັກທີ່ ຈັງຫວັດ ສຸລິນ ປະເທດເພື່ອນບ້ານ. ວ້າວໆໆໆ…ເຫັນແລ້ວຕ້ອງຕົບມືຊົມເຊີຍໃຫ້ ສາວ ສຸດາ ເພິ່ນແດ່ເດີ້ແຟນໆ ໄປໄກເຖິງບ້ານເມືອງເພິ່ນ ແຕ່ກໍ່ຍັງບໍ່ລືມທີ່ຈະໃສ່ຊຸດໄໝລາວງາມໆໄປເຜີຍແຜ່ໃຫ້ຄົນຕ່າງຊາດເຫັນ, ສັງເກດໄດ້ເລີຍວ່າ ຄົນປະເທດອື່ນເພິ່ນກໍ່ໃຫ້ຄວາມສົນໃຈໃນເອກະລັກປະເພນີລາວເຮົາເປັນຢ່າງດີເຊັ່ນກັນ. ຂໍຂອບໃຈຮູບພາບຈາກ: fb/Souda Vanthongthip . Jumpot Tharungsri ,สันต์ สุดใจ , Weerapon Niawpan
Read More »Hottt ເວີ້…ທະລຸ 100 ອົງສາ ມຸກ Miss Supranational Laos ໂຊເຊັກຊີ່ທະເລເດືອດ!
Hottt ເວີ້…ທະລຸ 100 ອົງສາ, ດຽວກ່ອນຢ່າຟ້າວເຂົ້າໃຈຜິດວ່າແມ່ນອາກາດຮ້ອນເດີ້ແຟນໆ ທີ່ວ່າ ຮ້ອນແຮງ ນີ້ ຊະນີIndy ໝາຍເຖິງ ສາວ ມຸກ ກິດສະດາ ວົງໄຊສະຫວາດ Miss Supranational Laos 2017 ທີ່ຫຼ້າສຸດບິນລັດຟ້າໄປພັກຮ້ອນທີ່ທະເລ ພູເກັດ ປະເທດເພື່ອນບ້ານກັບຫວານຈົງຫວານໃຈຂອງນາງ (ຮື…ຢາກມີໂມເມັ້ນແບບນີ້ຂະໝາດ 555) ບິນອອກທຣິບໄປສະຫວີດກັບຫວານໃຈຍັງບໍ່ພໍ ແຖມຍັງເຮັດທະເລແຖບນັ້ນເດືອດ ແບບວ່າຟົດບົບໆປານນໍ້າຕົ້ມພຸ້ນລະແຟນໆ ເລື່ອງຂອງເລື່ອງກໍ່ຄືວ່າ ນາງຈັດ Bikini ໂຊຫຸ່ນສະແລນເດີ້ ອວດຜິວທີ່ຂາວນຽນ ເບິ່ງແລ້ວເພີນຕາດີ ບໍ່ເຊື່ອມາເບິ່ງມີຮູບນາງມາຝາກ… ເຫັນຫຸ່ນ ມຸກ ພໍແຕ່ຢາກຊວນນາງໄປກິນຊີ້ນດາດສາມຊັ້ນ 555 (ຫຸ່ນດີເວີ້) ປີນີ້ເປັນປີຂອງ ມຸກ ອໍລົງອໍລ້າຈັບນາງຂະໜາດ ວູ້ໆໆໆ…ຊ່າງມາເຊັກຊີ່ ເຮັດເອົາທະເລເດືອດກັນເລີຍ ເຫັນແລ້ວຮູ້ສຶກອິດສາໃນຄວາມເປະເວີ້ຂອງນາງສຸດໆ, ແບບນີ້ ຊະນີIndy ຈັດໃຫ້ ມຸກ ກິດສະດາ ຂຶ້ນແທ່ນເປັນສາວເຊັກຊີ່ໄປອີກຄົນໜຶ່ງກໍ່ແລ້ວກັນເດີ້!!! ຮູບພາບຈາກ: fb/Mouk …
Read More »ຈົນບໍ່ຈື່! ນາງພະຍາ ໄກ່ ໂອເວີ້ແດ້ນ ທີ່ດຽວນີ້ແບບວ່າ…
ເໝາະສົມກັບສາຍາ “ນາງພະຍາແຫ່ງວົງການບັນເທີງ” ແທ້ໆເລີຍ ສຳລັບ ມະນິລາ ສຸວັນດວນ (ໄກ່ ໂອເວີ້ແດ້ນ) ນັກຮ້ອງ-ພິທິກອນຊື່ດັງ ທີ່ດຽວນີ້ຂໍບອກວ່າ ເອື້ອຍ ໄກ່ ງາມເລີດ ແບບວ່າເປະເວີ້ທຸກມຸມ ບໍ່ວ່າຈະເປັນຮູບຮ່າງ ໜ້າຕາ ເຖິງແມ່ນວ່າຈະລູກ 2 ແລ້ວ ແຕ່ເຈ້ລາວກໍ່ຍັງຫຸ່ນດີເວີ້ ສາວໆຢ່າງເຮົາໆຢ່າໄປທຽບ (555) ແຖມມີສະໄຕຣການແຕ່ງຕົວທີ່ບໍ່ຄືໃຜ ມີຄວາມເດັ່ນ ຄວາມເລີດຈົນບໍ່ຮູ້ຈະອະທິບາຍເປັນຄຳເວົ້າແນວໃດ, ແຟນໆລອງມາເບິ່ງເອງສະເນາະ ຂໍບອກເລີຍ ວ່າ ງາມ…ເລີດແທ້ໆ!!! ໄກ່ ໂອເວີ້ແດ້ນ ງາມ ເກັ່ງຮອບດ້ານ ສົມເປັນ ນາງພະຍາແຫ່ງວົງການບັນເທີງ ແຖມຍັງເປັນຕົວຢ່າງທີ່ດີໃຫ້ນ້ອງໆອີກດ້ວຍ. (ຢ່າລືມແຊຣໄປເປັນກຳລັງໃຈໃຫ້ ເອື້ອຍ ໄກ່ ແດ່ເດີ້ແຟນໆ) ຂໍຂອບໃຈຮູບພາບຈາກ: FB/Kai Overdance
Read More »