Breaking News

Home

ຕົບມືລົວໆ! ກົດ Like ລົວໆ! ກົດ Share ລົວ ໃຫ້ກັບບ່າວສະຈວດລາວ ໃນສາຍການບິນລະດັບໂລກຄົນນີ້!!!

ສະບາຍດີສາວໆ ມື້ນີ້ມາພົບກັນແອັດຄົນຂີ້ລ້າຍຄົນເກົ່າ ມື້ນີ້ ກໍຈະບໍ່ຂໍເວົ້າຫຍັງຫຼາຍ ຂໍເຂົ້າເລື່ອງເລີຍກໍຄື ຢາກຈະມາແນະນໍາໃຫ້ຮູ້ຈັກກັບ “ບ່າວສະຈວດລາວ ໃນສາຍການບິນລະດັບໂລກ” ຄືດັ່ງຫົວຂໍ້ທີ່ກ່າວມາເລີຍເນາະ! ເຊິ່ງອ້າຍບ່າວຄົນທີ່ກໍາລັງຖືກເວົ້າເຖິງຢູ່ຄົນນັ້ນກໍຄື ບ່າວ “ອານັນ ສິງສະຫວ່າງ” ນັ້ນເອງ ບ່າວຄົນນີ້ເປັນຄົນລາວໂດຍກໍາເນີດ ແຕ່ກ່ອນກໍເຄີຍເຫັນຄຸ້ນໜ້າຄຸ້ນຕາກັນຢູ່ ໃນວົງການບັນເທີງບ້ານເຮົາກໍຄື ບົດບາດການເປັນ MC ນັ້ນເອງ ແຕ່ບໍ່ແນ່ໃຈວ່າປັດຈຸບັນບ່າວຄົນນີ້ຍັງເຮັດໜ້າທີ່ນີ້ເປັນງານອະດິເລກຢູ່ບໍ່? ແຕ່ກໍຊ່າງເນາະເພາະເຮົາບໍ່ໄດ້ເນັ້ນໜັກແຕ່ທີ່ເຮົາເນັ້ນກັນໃນມື້ນີ້ ກໍຄືອາຊີບຫຼັກຂອງທ້າວທີ່ວ່າໄດ້ສັງກັດເປັນສະຈວດຢູ່ໃນສາຍການບິນລະດັບໂລກ ແລະ ກໍຄາດວ່າໜ້າຈະເປັນຄົນລາວພຽງຄົນດຽວໃນຕອນນີ້ທີ່ສັງກັດຢູ່ສາຍການບິນດັ່ງກ່າວ ແລະ ສາຍການບິນທີ່ກ່າວເຖິງຢູ່ນີ້ກໍຄື Emirates Airway (ສາຍການບິນ ອາມິເຣດ) ເປັນສາຍການບິນຂອງ ສະຫະຣັດອາຣັບອາມິເຣດ ທີ່ໃຫ້ບໍລິການເຖິງ 87 ຈຸດ ໃນ 59 ປະເທດທົ່ວໂລກ (ເຊື່ອວ່າຫຼາຍຄົນຕ້ອງຮູ້ຈັກເປັນຢ່າງດີ ເພາະເປັນສາຍການບິນທີ່ໄດ້ຮັບການຍອມຮັບຈາກທົ່ວໂລກແລ້ວ) ນອກນັ້ນຍັງມີສະໜາມບິນຢູ່ທີ່ປະເທດ ດູໄບ ທີ່ໃຫ້ບໍລິການທາງດ້ານການຂົນສົ່ງສິນຄ້ານັ້ນເອງ. ແນວໃດກໍຕາມແຕ່ ເອົາເປັນວ່າເຮົາໄປເບິ່ງໜ້າເບິ່ງຕາຂອງ ອານັນ ກັນດີກວ່າ! ວ່າຈະມີໜ້າຕາອັນເຈົ້າຊູ້ ຫຼືມີແວວຄວາມສາມາດສູງຂະໜາດໃດ!!! …

Read More »

ສັນຕິ ໜຸ່ມລາວບໍ່ຖືກ (Black out) ແຖມຍັງໄດ້ຄູ່ເປັນສາວປະເພດສອງສຸດໜ້າຮັກຊື່ວ່າ ເປົາເປົາ!!! (ມີຄລິບ)

ເປັນກະແສຮືຮາໃນຊ່ວງທ້າຍອາທິດກ່ອນ ເມື່ອພິທີກອນຂອງລາວ ສັນຕິກອນ ສີວິໄລ (ສັນຕິ) ອາຍຸ 25 ປີ  ໄດ້ໄປອອກລາຍການເລືອກຄູ່ຊື່ດັງ Take Me Out Thailand ເຊິ່ງໜຸ່ມສັນຕິນັ້ນໄດ້ເປັນຊາຍໜຸ່ມຄົນທຳອິດທີ່ໄປຢືນໃນ ເທັກມີເອົ້າຊີຊັ່ນ 12 ແລະ ເປັນຜູ້ຊາຍລາວ ຄົນທີ່ 2 ທີ່ໄດ້ໄປອອກລາຍການດັ່ງກ່າວ. ອາທິດກ່ອນແຟນໆຕ່າງກໍພາກັນລຸ້ນວ່າໜຸ່ມ ສັນຕິ ຈະຖືກ (Black-out) ຫຼືບໍ່? ແຕ່ຂໍບອກເລີຍວ່າບໍ່ເດີ້ ແລະ ສັນຕິ ກໍຍັງເປັນທີ່ຖືກໃຈຂອງສາວໆຈາກປະເທດເພື່ອນບ້ານ ເລີ່ມຕົ້ນດັບໄຟໄປພຽງແຕ່ 5 ຄົນຍັງເຫຼືອເຖິງ 25 ຄົນ, ແລະ ສາວໂສດທີ່ເປັນຄູ່ຂອງໜຸ່ມສັນຕິກໍຄື  ເປົາເປົາ ສາວປະເພດສອງສຸດໜ້າຮັກຈາກປະເທດເພື່ອນບ້ານ ເປັນຄົນທີ່ຕອບຄຳຖາມໄດ້ຖືກໃຈໜຸ່ມສັນຕິທີ່ສຸດ. ມີຄລິບຈາກລາຍການ Take Me Out Thailand ມາຝາກນຳເດີ້!!! ຂໍຂອບໃຈ: Take Me Out Thailand

Read More »

ມາແລ້ວ! ມາແລ້ວ!! ຂ່າວດີສໍາລັບນ້ອງໆນັກຮຽນທີ່ຮຽນຈົບມໍປາຍ

ນ້ອງໆນັກຮຽນຄົນໃດທີ່ຫາກໍຮຽນຈົບມໍປາຍ ແຕ່ຍັງບໍ່ທັນຮູ້ວ່າຈະໄປສຶກສາຕໍ່ຢູ່ໃສນັັ້ນ ມາເບິ່ງທາງນີ້ເລີຍ… ເພາະມື້ນີ້ເຮົາມີຂ່າວດີໆ…ມາບອກເດີ້ ສຳລັບ ນ້ອງໆນັກຮຽນຄົນໃດທີ່ມີຄວາມສົນໃຈຢາກເຂົ້າມາສຶກສາ ທີ່ສະຖາບັນເສດຖະກິດການເງິນ ແມ່ນສາມາດມາຊື້ຟອມສະໝັກເຂົ້າສອບເສັງ ກໍມາຊື້ໄດ້ຈະເລີ່ມຂາຍຟອມສະໝັກໃນວັນທີ 21/08/2017 ເປັນຕົ້ນໄປ. ຮູບພາບ ແລະ ຂໍ້ມູນ: ນັກສຶກສາ ສະຖາບັນເສດຖະກິດການເງິນ

Read More »

ຟັງແລ້ວອາຍໜ້າແດງເລີຍ! ຕ່າຍ ອາກາດ ປ່ອຍຊິງເກີ້ນໃໝ່ “ມີແຕ່ໃຈ” ເອົາໃຈສາວໆໂດຍສະເພາະ (ມີຄລິບ)

ຕ່າຍ ຂຸນຄຳ ຫຼື ຕ່າຍ ອາກາດ ນັກຮ້ອງ-ນັກດົນຕີ ສຸດເຈົ້າຊູ້ ເຈົ້າຂອງບົດເພງດັງຫຼາຍບົດເພງເຊັ່ນ: ແທງ, ເຈົ້າບໍ່ແມ່ນອາກາດ, ຕະຫຼອດໄປ ແລະ ອີກຫຼາຍໆບົດເພງ ໄດ້ປ່ອຍຊິງເກີ້ນ (Single) ເພງໃໝ່ຫຼ້າສຸດ “ມີແຕ່ໃຈ” ເຮັດອອກມາເອົາໃຈສາວໆໂດຍສະເພາະ, ບອກເລີຍງານນີ້ສາວໆຄົນໃດໄດ້ຍິນໄດ້ຟັງເປັນຕ້ອງອາຍແກ້ມແດງກັນໄປເລີຍ ເພາະບົດເພງນີ້ສື່ຄວາມໝາຍເຖິງຊາຍໜຸ່ມທີ່ຮ້ອງເພງໃຫ້ສາວຄົນຮັກ ແລະຊາຍໜຸ່ມຄົນນັ້ນກໍພະຍາຍາມບອກໃຫ້ສາວຄົນຮັກຟັງວ່າຕົນເປັນຄົນຮັກແທ້ແລະມີແຕ່ໃຈຈິງທີ່ຢາກມອບໃຫ້ສາວຄົນຮັກ. ເພງ: ມີແຕ່ໃຈ ເພງໃໝ່ລ້າສຸດຂອງໜຸ່ມ ຕ່າຍ ອາກາດ ທີ່ເຮັດເພງອອກມາເອົາໃຈສາວໆໂດຍສະເພາະ ແຟນຄັບຂອງໜຸ່ມຕ່າຍຢ່າລືມ LIke & Share (ກົດHDເພື່ອຮຽນຮ້ອງເພງນີກັບຕ່າຍ) โพสต์โดย Indeerecords Fan Page บน 16 สิงหาคม 2017   ສຳລັບ ຕ່າຍ ອາກາດ ປັດຈຸບັນກຳລັງສຶກສາຢູ່ທີ່ ສປ ຈີນ ແຕ່ຍ້ອນຄວາມຄິດຮອດແຟນເພງ ຄິດຮອດສຽງເພງລາວ ຈຶ່ງມີຄວາມຄິດຢາກເຮັດເພງເພື່ອເອົາໃຈແຟນໆ ແຕ່ ຕ່າຍ …

Read More »

ແຈ້ງການດ່ວນ! ໃຫ້ຫຼຸດຜ່ອນການອອກຫວຍ ຕ້ອງມີິຄວາມໂປ່ງໃສ, ຢຸດເຊົາຫວຍທວາຍຜົນເຕະບານ ແລະ ຫວຍຂູດແມ່ນ???

ແຈ້ງການຈາກຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການ ສະບັບເລກທີ 1244 / ຫສນຍ.ກລຂ  ລົງວັນທີ 17 ສິງຫາ 2017 ເລື່ອງ ການເຄື່ອນໄຫວວຽກງານຂອງບໍລິສັດ ລັດວິສາຫະກິດຫວຍພັດທະນາລາວ ໃນໄລຍະຜ່ານມາ ແລະ ທິດທາງການເຄື່ອນໄຫວໃນຕໍ່ໜ້າ. ຂໍແຈ້ງມາໃຫ້ທ່ານຊາບວ່າ: ຫວຍພັດທະນາລາວທີ່ຜ່ານມາແມ່ນອອກອາທິດໜຶ່ງ 2 ຄັ້ງ ໃຫ້ປ່ຽນມາເປັນອາທິດລະຄັ້ງ, ໃຫ້ຢຸດເຊົາຫວຍທວາຍຜົນເຕະບານ ແລະ ສ່ວນ ຫວຍຂູດ ແມ່ນໃຫ້ສຶບຕໍ່ຈຳໜ່າຍສະເພາະຈຳນວນທີ່ຜະລິດຕົວຈິງ ແລະ ກວດກາ ຄຸ້ມຄອງການຄ້າຂາຍຫວຍເຖື່ອນຈາກຕ່າງປະເທດ…ລາຍລະອຽດອ່ານແຈ້ງການລຸ່ມນີ້ໄດ້: ຂໍຂອບໃຈທີ່ມາຈາກ: target magazine

Read More »