Breaking News

Home

ເບິ່ງໄປຍິ້ມໄປ!!! “ມີແຟນຍັງ” version ມິດຕະພາບ ລາວ-ໄທ

ເບິ່ງໄປຍິ້ມໄປ!!!  “ມີແຟນຍັງ” version ມິດຕະພາບ ລາວ-ໄທ ຮ້ອງໂດຍ ນົກ  & ລ້ອດເຕ່ , ຫວັງວ່າສຽງເພງນີ້ຈະເປັນຄືກັບສະພານທີ່ເຊື່ອມຕໍ່ພາຫົວໃຈໃຫ້ສະນິດກັນລະຫວ່າງ ປະເທດ ລາວ ແລະ ປະເທດ ໄທ.   ຂໍຂອບໃຈ: Brick House

Read More »

ລັດຖະບານໃຫ້ຄວາມຫ່ວງໃຍຕໍ່ເຫດໄຟໃໝ້ຊັ່ງຈຽງ ພວມພະຍາຍາມຊອກທຸກວິຖີທາງເພື່ອຊ່ວຍເຫຼືອພໍ່ຄ້າຊາວຂາຍ!!!

ໃນຕອນບ່າຍຂອງວັນທີ 18 ກໍລະກົດ 2017 ຢູ່ທີ່ຫ້ອງວ່າການນະຄອນຫຼວງ ໄດ້ມີຖະແຫຼງການຈາກລັດຖະບານກ່ຽວກັບເຫດໄຟໃໝ້ສູນການຄ້າສາກົນຊັ່ງຈຽງ ໃນວັນທີ 14 ກໍລະກົດ 2017 ທີ່ຜ່ານມາ. ໂດຍໃຫ້ກຽດເປັນປະທານການຖະແຫຼງການໂດຍ ທ່ານ ພູວົງ ວົງຄຳຊາວ ຫົວໜ້າຫ້ອງວ່າການນະຄອນຫຼວງ ແລະ ທ່ານ ພທ ຈັນຫອມ ແກ້ວສຸລະໄຊ ຫົວໜ້າຫ້ອງຕຳຫຼວດ ປກສ ນວ ພ້ອມດ້ວຍບັນດາສື່ມວນຊົນທົ່ວທຸກພາກສ່ວນ. ໃນເວລາປະມານ 17:30 ໂມງຂອງວັນທີ 14 ກໍລະກົດ 2017 ໄດ້ເກີດເຫດໄຟໃໝ້ສູນການຄ້າຊັ່ງຈຽງ ພາຍຫຼັງໄດ້ຮັບການແຈ້ງເຫດເຈົ້າໜ້າທີ່ມອດໄຟ ນະຄອນຫຼວງວຽງຈັນ ໄດ້ສົ່ງລົດມອດໄຟໄປມອດພາຍໃນເວລາ 10ນາທີຕໍ່ມາ, ແຕ່ໄຟໄດ້ໄໝ້ລຸກລາມສູນການຄ້າຊັ່ງຈຽງຢ່າງໄວວາຍ້ອນມີສິນຄ້າທີ່ເປັນວັດຖຸໄວໄຟຢ່າງຫຼວງຫຼາຍ, ທັງເອົາເພດານເປັນສາງເກັບເຄື່ອງຂອງນຳອີກ. ການມອດໄຟໃນຄັ້ງນີ້ເຈົ້າໜ້າທີ່ ນະຄອນຫຼວງວຽງຈັນ ໄດ້ໃຊ້ລົດ 16 ຄັນ, ໃນນີ້ລວມທັງລະດົມລົດມອດໄຟຈາກກະຊວງ ປກສ, ກອງບັນຊາການທະຫານ, ລົດມອດໄຟສະໜາມບິນ, ລົດນໍ້າຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ …

Read More »

Go Inter!!! ວັນໃໝ່ ທຳມະວົງ ດັງໄກຮ່ວມເດີນແບບແຟຼຊັ່ນໂຊລະດັບໂລກທີ່ປະເທດສິງກະໂປ

ວັນໃໝ່ ມົນຈຳປາ ທຳມະວົງ ສາວປະເພດ2 ອັນດັບຕົ້ນໆຂອງລາວເຮົາ Go Inter ແລ້ວເພາະຖືກເຊີນໄປເປັນນາງແບບໃນງານ “ASEAN Fashion Designers Showcase” ຈັດຂຶ້ນທີ່ປະເທດ ສິງກະໂປ ໃນວັນທີ 7 ກໍລະກົດ 2017 ທີ່ຜ່ານມາ, ເຊິ່ງງານ “ASEAN Fashion Designers Showcase” ກໍເປັນງານທີ່ຍິ່ງໃຫ່ຍມີຫ້ອງເສື້ອ, ນັກອອກແບບ (Designers), ນາງແບບ, ຊາຍແບບ ແລະເຫຼົ່າແຟຼຊັ່ນນິດຕ້າຈາກຫຼາຍໆປະເທດເຂົ້າຮ່ວມ. ສຳລັບ ວັນໃໝ່ ມົນຈຳປາ ທຳມະວົງ ກໍເປັນສາວປະເພດສອງຂອງລາວເຮົາທີ່ມີຄວາມສາມາດໃນຫຼາຍໆດ້ານ ເພາະເຄີຍຜ່ານເວທີປະກວດຈາກເວທີ Miss International Queen ເຊິ່ງເປັນເວທີການປະກວດລະດັບໂລກ,  ຜ່ານມາມີຜົນງານມີປະກວດ Miss International Queen 2016 ໄດ້ຮັບລາງວັນຊຸດປະຈໍາຊາດດີເດັ່ນ ແລະ ກ່ອນໜ້າທີ່ໄປປະກວດ ວັນໃໝ່ ກໍມີວຽກດ້ານວົງການບັນເທິງມາກ່ອນກໍຄື ເດີນແບບຢູ່ບ້ານເຮົາ ແລະມີໂອກາດໄດ້ໄປເດີນແບບຢູ່ປະເທດເພື່ອນບ້ານ …

Read More »

ມາຮູ້ຈັກກັບ! ແອນນ່າ ສາວງາມຈາກສາຍການບິນ Lao ທີ່ງາມປານນາງຟ້າ (ສາວລາວງາມ ແຊໄປໃຫ້ໂລກຮູ້)

Hi ສາວໆຂວັນໃຈທີ່ໜ້າຮັກທັງຫຼາຍ ມາພົບກັບສິ່ງດີໆທີ່ເຮົາຄັດມາຕ້ອນກັນໄດ້ແລ້ວ ໃນຕອນເຊົ້າໃຫ້ຈະສວາຍແບບນີ້ ມາເບິ່ງກັນເລີຍວ່າມື້ນີ້ເຮົາຈະນໍາເອົາເລື່ອງລາວຫຍັງມາຕ້ອນກັນ ຖ້າຢາກຮູ້ກໍຢ່າລືມກົດຕິດຕາມ Page ແລ້ວເຂົ້າມາເບິ່ງກັນໄດ້ເລີຍ ສໍາລັບມື້ນີ້ ແອັດຢາກຈະມາແນະນໍາໃຫ້ຮູ້ຈັກກັບ ສາວງາມທີ່ງາມປານນາງຟ້າຄົນງາມທີ່ມີຍອດຄົນຕິດຕາມ Face book ເປັນພັນໆຄົນ ໃນ Face book ທີ່ມີຊື່ວ່າ Anna Na ເຊິ່ງສາວງາມຄົນນີ້ກໍຄືສາວ ແອນນ່າ ພະນັກງານ Check In ຈາກສາຍການບິນ Lao ປະຈໍາຫຼວງພະບາງນັ້ນເອງ. ວ້າວໆໆ ເລີ໋ດຈ໋າ ເຫັນສາວງາມໆແບບນີ້ ຫວັງວ່າຜູ້ໂດຍສານທີ່ມາໃຊ້ບໍລິການຄົງຈະອິ່ມອົກອີ່ມໃຈໄປທົ່ວໜ້າກັນແນ່ນອນ! ເອົາລະຖ້າຢາກຮູ້ວ່ານາງຈະງາມສົມຄໍາທີ່ແອັດໂມ້ໄປກ່ອນບໍ່ນັ້ນ ສາວໆກໍໄປເບິ່ງພ້ອມກັນເລີຍ! ມີຄວາມເປັນນາງຟ້າແບບຈິງຈັງ ງາມໆ ຖ່າຍເອງກະງາມຄືກັນ ສະບາຍດີ ໜ້າຮັກ ກຽມຕົວພ້ອມ ໜ້າໃສ ຍິ້ມງາມ ແບບນີ້ກະເທ່ ໃສໆ ຫຸ່ນດີ By: BeautyGuru ຂອບໃຈຮູບຈາກ: Facebook: Anna …

Read More »

ຄວາມງາມໜ້າຮັກຂອງສາວນັກສຶກສາສະຖາບັນການທະນາຄານ

ສະບາຍດີ….ແຟນໆຂວັນໃຈທີໜ້່າຮັກໆໆໆ…ທັງຫຼາຍ ໄລຍະນີ້ເປັນລະດູຝົນແລ້ວເນາະ ເວລາແຟນໆໄປໃສມາໃສກໍຄ່ອຍໄປຄ່ອຍມາ ຂັບຂີ່ຢ່າງລະມັດລະວັງແດ່ເດີ້ ເພາະອຸບັດຕິເຫດອາດເກີດຂຶ້ນໄດ້ທຸກເມື່ອ. ມື້ນີ້ແອັດມີນກໍບໍ່ມີຫຍັງຫຼາຍ ແອັດໄດ້ນໍາເອົາຮູບງາມໆຂອງ ສາວນັກສຶກສາສະຖາບັນການທະຄານ ສາວໆແຕ່ລະຄົນທີ່ແອັດເອົາມາຝາກ ມື້ນີ້ມີແຕ່ຄົນງາມໆໜ້າຮັກໜ້າຮັກ ແຕ່ຈະງົດງາມປານໃດນັ້ນໄປເບິ່ງພ້ອມໆກັນເລີຍ!!! ຮູບພາບ: Lao cute girls

Read More »