ປະກາດຜົນກັນໄປເປັນທີ່ຮຽບຮ້ອຍແລ້ວສຳລັບການປະກວດນາງງາມ Miss Grand Laos 2017 ໃນຄໍ່າຄືນຂອງວັນທີ 15 ກໍລະກົດ 2017 ທີ່ຜ່ານມາ, ເຊື່ອວ່າຫຼາຍໆທ່ານຄົງຈະລຸ້ນ ແລະເຊຍບັນດານ້ອງໆນາງສາວງາມຜູ້ເຂົ້າປະກວດກັນຢ່າງໃຈຈົດໃຈຈໍ່ ແລະໃນມື້ນີ້ ຂວັນໃຈ ກໍມີຜົນການປະກວດ Miss Grand Laos 2017 ມາຝາກທຸກໆທ່ານ, ເຊິ່ງສາວງາມຄົນທີ່ເໝາະສົມແລະໄດ້ຮັບມົງກຸດອັນຊົງກຽດໄດ້ເປັນມິສແກຣນຄົນທຳອິດຂອງປະເທດລາວກໍຄື ຈິນນາລີ ນໍລະສິງ (ຟ້າໃສ) ໝາຍເລກ MG19 ແລະຍັງບໍ່ໝົດພຽງແຕ່ເທົ່ານັ້ນເພາະ ຟ້າໃສ ຈິນນາລີ ຍັງໄດ້ຮັບອີກໜຶ່ງລາງວັນນັ້ນກໍຄື: ລາງວັນນາງສາວຂວັນໃຈມະຫາຊົນ (Miss Popular vote) ຖືວ່າຄວບເຖິງ 2 ຕໍາແໜ່ງກັນເລີຍ ແລະ ຕໍ່ຈາກນີ້ຟ້າໃສຍັງຈະໄດ້ໄປເປັນຕົວແທນປະເທດລາວໃນການປະກວດ Miss Grand International 2017 ຢູ່ທີ່ປະເທດ ຫວຽດນາມ ໃນເດືອນ ຕຸລາ 2017 ທີ່ຈະມາເຖິງນີ້. ສ່ວນລາງວັນຮອງອັນດັບມີດັ່ງນີ້: ຮອງອັນດັບ 1: MG13 ພູນຊັບ ພົນໂຍທາ …
Read More »Home
ຫຼິງຫຼິງ ປິຍະດາ ໃຈດີເອົາບຸນມາຝາກແຟນໆ ເດີນທາງເຮັດບຸນທີ່ວັດປ່າຄຳສະໂນດ!!!
ຫຼິງຫຼິງ ປິຍະດາ ອິນທະວົງ ສາວປະເພດສອງອັນດັບ 1 ຂອງປະເທດລາວ ຫຼັງຈາກທີ່ກັບມາຈາກປະເທດ ຝຣັ່ງ ໝາດໆ ກໍໄດ້ເດີນທາງຕໍ່ໄປເຮັດບຸນທີ່ວັດປ່າຄຳສະໂນດ ຈັງຫວັດ ອຸດອນທານີ ປະເທດໄທ, ແລະ ຫຼິງຫຼິງ ຍັງໄດ້ໂພສຮຸບພາບພ້ອມຄຳອະທິບາຍວ່າ: “ພໍກັບມາຮອດກໍຟ້າວມາກາບໄຫ້ວ ປູ່ສີສຸດໂທ ແລະ ຍ່າປະທຸມມາ #ດ້ວຍຮັກແລະສັດທາ #ວັດຄຳຊະໂນດ ສາທຸ ສາທຸ” ພໍແຕ່ໂພສກໍເຮັດໃຫ້ທັງແຟນຄລັບຂອງຫຼິງຫຼິງເຂົ້າມາຂອບໃຈ ແລະຍໍມື ສາທຸ ສາທຸ ກັບການເຮັດບຸນໃນເທື່ອນີ້ຂອງ ຫຼິງຫຼິງ ປິຍາດາ ອີກດ້ວຍ. พอกลับมาฮอดกะฟ้าวมากราบไหว้ปู่ศรีสุทโธและย่าปทุมมา #ด้วยรักและศรัทธา#วัดคำชะโนด🙏🏻🙏🏻🙏🏻 #4ปี โพสต์โดย Pitadar Lingling Inthavong บน 15 กรกฎาคม 2017 ຂໍຂອບໃຈຮູບພາບຈາກ: Pitadar Lingling Inthavong
Read More »ດ່ວນ! ເກີດເຫດໄຟໃໝ້ສູນການຄ້າສາກົນຊັ່ງຈຽງ!!! (ມີຄລິບ)
ດ່ວນ! ໃນຕອນແລງວັນທີ 14 ກໍລະກົດ 2017 ໄດ້ເກີດໄຟໃໝ້ທີ່ສູນການຄ້າຊັ່ງຈຽງສາກົນ ຖະໜົນ T2 ນະຄອນຫຼວງວຽງຈັນ, ໄຟໄດ້ລຸກລາມໃໝ້ຢ່າງຮຸນແຮງ ສຳລັບສາເຫດການເກີດອັກຄີໄພໃນເທື່ອນີ້ຍັງບໍ່ຮູ້ສາເຫດທີ່ແນ່ຊັດ, ຢ່າງໃດກໍຂໍສະແດງຄວາມເສຍໃຈກັບພໍ່ຄ້າຊາວຂາຍ ແລະປະຊາຊົນທີ່ພົບເຫດອັກຄີໄພໃນຄັ້ງນີ້ດ້ວຍ. ຂວັນໃຈ ແລະແຟນເພສຂໍເປັນກຳລັງໃຈໃຫ້ໝົດທຸກຄົນ. ໄຟໄໝ້ຕະຫຼາດໃຫຍ່ຊັງຈຽງວັນທີ່14/07/2017 ປະມາ 5:30-6:00ແລງ โพสต์โดย Koungnang Nednida บน 14 กรกฎาคม 2017 ຂໍຂອບໃຈຄລິບ ແລະຮູບພາບ.
Read More »ຢາກແນະນໍາໃຫ້ຮູ້ຈັກກັບ! ບ່າວນ້ອຍໜ້າຕາດີນັກ Basketball ດາວລຸ່ງມາແຮງທີ່ສຸດໃນຕອນນີ້! ທັງເປັນນາຍແບບພ້ອມ!
Patrick Abraham ອາຍຸ 18 ປີ ລູກຊອດ ຫຼວງພະບາງ-ເຢຍມັນ ດາວລຸ່ງນັກ Basketball ທີ່ກໍາລັງມາແຮງທີ່ສຸດໃນຕອນນີ້ ດັງໄກຂ້າມປະເທດ ຈົນໄດ້ຮັບການຍ້ອງຍໍຈາກຕ່າງປະເທດ. Patrick ນັກ Basketball ປະຈໍາທີມແຂວງ ຫຼວງພະບາງ ແລະ ທິມຊາດລາວ ນອກຈາກນັ້ນຍັງດ້ວຍໜ້າຕາທີ່ມີຄວາມເຈົ້າຊູ້ຕັ້ງແຕ່ນ້ອຍ ຈົນໄດ້ເປັນ Presenter ໃຫ້ກັບກາເຟດາວນໍາອີກອີກ. ວ້າວໆໆ ດ້ວຍຄວາມເກັ່ງ ພ້ອມດ້ວຍຫຸ່ນ ແລະ ໜ້າຕາທີ່ບໍ່ເປັນຮອງໃຜ ຮັບຮອງວ່າສາວໆທີ່ໄດ້ເຫັນໜຸ່ມນ້ອຍຄົນນີ້ຕ້ອງຮ້ອງ ກຼີດດດດ ເປັນຊະນີແນ່ນອນ! ເອົາເປັນວ່າເຮົາໄປເບິ່ງກັນເລີຍດີກວ່າ! ດັງໄກຂ້າມປະເທດ By: BeautyGuru ຮູບຈາກ: Facebook: Patrick Abraham
Read More »ດຣ່າມ່າ! ກິຕ້າ ເຖິງຂັ້ນຕ້ອງອອກມາເຄຍບັນຫາໂລກແຕກກ່ຽວກັບກະແສສັງຄົມລາວທີ່ບໍ່ຍອມຮັບຕົນເວົ້າພາສາໄທອອກສື່!!! (ມີຄລິບ)
ກາຍເປັນຂ່າວທີ່ຮ້ອນແຮງ Talk of the town ກັນເລີຍ ສຳລັບສາວລາວຄົນງາມ ກິຕ້າ ພັດທະສອນ ມະນີດາລັດ ອາຍຸ 25ປີ ສາວລາວຄົນທຳອິດທີ່ໄປອອກລາຍການເລືອກຄຸ່ຊື່ດັງ Take me out Thailand ຈົນສາມາດແຈ້ງເກີດໂດ່ງດັງກັນມາຮອດທຸກມື້ນີ້, ແລະຫຼ້າສຸດ ກິຕ້າ ກໍໄດ້ຖືກເຊີນໄປອອກລາຍການຂອງຝັ່ງປະເທດເພື່ອນບ້ານລາຍການໜຶ່ງ ແລະ ລາຍການດັ່ງກ່າວກໍຂໍໃຫ້ ກິຕ້າ ເວົ້າພາສາໄທເພື່ອໃຫ້ພວກເຂົາເຂົ້າໃຈ ສາວ ກິຕ້າ ຂອງເຮົາກໍເລີຍເຮັດຕາມທີ່ລາຍການຕ້ອງການເວົ້າພາສາໄທໄປໜ້ອຍໜຶ່ງ ພຽງແຕ່ເທົ່ານັ້ນກໍເກີດກະແສ ດຣ່າມ່າຈາກແຟນໆຊາວລາວທີ່ວ່າສາວກິຕ້າເປັນຄົນລາວບໍ່ຄວນໄປເວົ້າພາສາເພື່ອນບ້ານອອກສື່ແບບນັ້ນ ງານນີ້ ກິຕ້າ ກໍບໍ່ໄດ້ນິ່ງນອນໃຈເລີຍອອກມາເຄຍໃຈໝົດເປືອກໂດຍການ Live ສົດທາງເຟສບຸກຂອງຕົວເອງຕອບບັນຫາຄາໃຈຂອງທຸກໆຄົນຢ່າງດຸເດັດເຜັດເດືອດ ໂດຍສາວ ກິຕ້າ ກໍໄດ້ອອກມາເປີດໃຈດັ່ງນີ້: “ມັນຄືບັນຫາໂລກແຕກທີ່ຫຼາຍໆຄົນຍັງບໍ່ເປີດໃຈ ຕອນນີ້ໂລກມັນໄປໄກແລ້ວ ມັນເປັນປີ 2017 ແລ້ວ ການຮັກສາວັດທະນະທຳຂອງລາວເຮົາກໍຍັງຄືເກົ່າ ການຮັກສາວັດທະນະທຳມັນບໍ່ໄດ້ໝາຍຄວາມວ່າເຮົາຈະເວົ້າພາສາອື່ນບໍ່ໄດ້ ເປັນປະເດັນທີ່ບໍ່ຈົບບໍ່ສິ້ນຈັກເທື່ອ ເປັນປະເດັນທີ່ວ່າເຮົາໄປເວົ້າພາສາໄທ ແລະເວລາຄົນລາວເວົ້າພາສາໄທຈະກາຍເປັນປະເດັນທັນທີ ແຕ່ພໍຄົນລາວເວົ້າພາສາອັງກິດ ພາສາອິນເດຍ …
Read More »