Breaking News

Home

ເຊຍລາວ! ມາຮ່ວມເປັນກຳລັງໃຈໃຫ້ ເມ ວະລິສະລາ ໃນການປະກວດເວທີລະດັບໂລກ “Top Model of The World 2017”

ໃກ້ເຂົ້າມາແລ້ວ!!! ມາຮ່ວມເປັນກຳລັງໃຈໃຫ້ ເມ ວະລິສະລາ ຕັງສຸວັນ ສຸດຍອດນາງແບບຕົວແທນຈາກລາວໃນການໄປປະກວດສຸດຍອດນາງແບບໃນເວທີລະດັບໂລກ “Top Model of The World 2017” ທີ່ຈະຈັດຂຶ້ນໃນວັນສຸກ ວັນທີ 14 ກໍລະກົດ 2017 ທີ່ຈະມາເຖິງນີ້ ຢູ່ທີ່ປະເທດ ອີຍິບ (Egypt), ແຟນໆສາມາດເຂົ້າໄປຮ່ວມໂຫວດ ຮ່ວມເຊຍເພື່ອເປັນກຳລັງໃຈໃຫ້ສາວ ເມ ໂດຍການກົດໄລ້ກົດແຊຣຮູບພາບຕົວແທນຈາກລາວເຮົາຄົນນີ້ໄດ້ທີ່ເພສ “Top Model of the World”  ໄດ້ເລີຍ. #ແຊຣໄປເພື່ອເປັນກຳລັງໃຈໃຫ້ສຸດຍອດນາງແບບຈາກລາວ ແລະ ຂໍຊົມເຊີຍໃນຄວາມສາມາດ  ຂໍຂອບໃຈຮູບພາບ

Read More »

ຈະພາໄປເບິ່ງ! ບ່າວ BCEL ຄົນເຈົ້າຊູ້!

ສະບາຍດີສາວໆ ໄລຍະນີ້ກໍເຂົ້າພັນສາແລ້ວເນາະ ແລະ ກໍເປັນຊ່ວງຂອງຍາມຝົນອີກ ຕອນກາງຄືນມາຮູ້ສຶກເລີຍວ່າອາກາດໜາວໆ ແລະ ກໍໜາວກາຍເຫຼືອເກີນກໍເລີຍຢາກຈະມີຜ້າຫົ່ມກາຄົນຈັກຜືນເອົາໄວ້ຫົ່ມນອນຈະອຸ່ນເນາະວ່າບໍ່ສາວໆ ຍິ່ງໄດ້ໄປສ່ອງບ່າວຄົນນັ້ນຄົນນີ້ຍິ່ງຊວນໃຫ້ຄິດໄປໄກເລີຍ ຄືກັບບ່າວຄົນນີ້ທີ່ແອັດໄປລັກສ່ອງມາ ຮູ້ສຶກວ່າຢາກຈະໄດ້ມາເປັນຜ້າຫົ່ມກາຄົນເຫຼືອເກີນ ແຕ່ຄິດຮອດສາວໆຫຼາຍກໍເລີຍເອົາມາຕ້ອນໃຫ້ໄດ້ຝັນໄກໄປຄືກັບແອັດໄປກ່ອນ ສໍາລັບບ່າວຄົນນີ້ບໍ່ໄດ້ດີແຕ່ໜ້າຕາ ແຕ່ຂໍບອກວ່າມີດີທັງໜ້າທີ່ວຽກງານເພາະບ່າວຄົນນີ້ເຮັດວຽກຢູ່ ທະນາຄານການຄ້າຕ່າງປະເທດລາວນັ້ນເອງ ອ່ອຍຍຍ ບ່າວທະນາຄານ ຕົ່ວະນີ່! ວ່າຍຍຍ ຍິ່ງຢາກໄດ້ເຂົ້າໄປໃຫຍ່ ແລະ ຍັງມີອີກນອກຈາກນີ້ຮູ້ສຶກວ່າຈະມັກເຮັດບຸນນໍາອີກ ເອີ້ນໄດ້ວ່າ ສາຍບຸນສຸດເຈົ້າຊູ້ພຸ້ນລ່ະ!!! ເອົາລະສາວໆເຮົາໄປເບິ່ງກັນເທາະເມື່ອຍແລ້ວ. ເອົາໃຈໄປເລີຍ ສາຍບຸນເຈົ້າ ອຸ໊ຍຍຍ ມຸມນີ້ມັກແຮງ ມີມາເພື່ອອີກ ໜ້າຮັກແທ້ໆ (ເຂົາຂໍສິຂຽວເດີ້) ອອກກໍາລັງກາຍຈ໋ະ ນີ້ກໍເຮັດບຸນ ອ່ານໜັງສືທັມມະຈ໋ະ ຢາກເອົາໄປເປັນຜ້າຫົ່ມກາຄົນເດະເນາະ   By: BeautyGuru ຂໍຂອບໃຈຮູບຈາກ: Facebook: Phanthasith K Aligna

Read More »

ຕາດຖໍ້າພະ ສະຖານທີ່ທ່ອງທ່ຽວແຫ່ງໃໝ່ ຂອງເມືອງປາກງື່ມ

ສະບາຍດີ ສາວໆທີ່ໜ້າຮັກທັງຫຼາຍ ກັບມາພົບກັນອີກແລ້ວ ໄລຍະນີ້ແອັດເຫັນວ່າຫຼາຍຄົນມັກໄປທ່ຽວຕາດ, ມັກໄປຫຼີ້ນນໍ້າເຢັນໆ ມື້ນີ້ແອັດກໍ່ເລີຍຈະມາແນະນໍາອີກບ່ອນໜຶ່ງໄວ້ໃຫ້ ສາວໆໄດ້ໄປທ່ຽວໃນມື້ພັກຜ່ອນ ແລະ ສະຖານທີ່ນັ້ນກໍຄື: “ ຕາດຖໍ້າພະ ”.  ຕາດຖໍ້າພະ ຕັ້ງຢູ່ເຂດບ້ານ ເວີນກະເບົາ ເມືອງ ປາກງື່ມ ນະຄອນຫຼວງວຽງຈັນ ເຊິ່ງເປັນແຫຼ່ງທ່ອງທ່ຽວແຫ່ງໃໝ່ຂອງ ເມືອງປາກງື່ມ ນັ້ນເອງ. ສໍາລັບ ເສັ້ນທາງແມ່ນໄປຕາມທາງ 13 ໃຕ້ໄລຍະທາງປະມານ 60 ກິໂລແມັດ ແລ້ວລ້ຽວຊ້າຍເຂົ້າໄປທາງຕາດວັງຫຼວງ ແລະ ກ່ອນທີ່ຈະຮອດຕາດວັງຫຼວງປະມານ 3 ກິໂລແມັດຈະມີປ້າຍລ້ຽວຂວາເຂົ້າໄປ 800 ແມັດ ກໍ່ຈະເຖິງຕາດຖໍ້າພະແລ້ວ. ເມື່ອໄປເຖິງຈຸດໝາຍແລ້ວ ຮັບຮອງໄດ້ເລີຍວ່າສາວໆຈະຮູ້ສຶກສົດຊື່ນຢ່າງແນ່ນອນ ເພາະບັນຍາກາດດີໆ, ນໍ້າເຢັນໆເໝາະແກ່ກັບການໄປພັກຜ່ອນ. ຕາດຖໍ້າພະແຫ່ງນີ້ຍັງມີ ອາຫານພື້ນບ້ານ, ອາຫານຕາມສັ່ງ ແລະ ເຄື່ອງດື່ມແບບຄົບຄັນໄວ້ຄອຍບໍລິການ. ນອກຈາກນີ້ຍັງມີຕູບນ້ອຍ – ໃຫຍ່ຫຼາຍກວ່າ 20 ຕູບໄວ້ຄອຍບໍລິການ. ມີຫ້ອງນໍ້າ …

Read More »

ຈະມາແນະນໍາ App ແຕ່ງຮູບມຸ້ງມິ້ງ, ຟຸ້ງຟຼິ້ງ ໄວ້ Up ລົງ Social ໃຫ້ຄົນທີ່ເຫັນອົດທີ່ຈະກົດ Like ບໍ່ໄດ້!

ສາວໆເຖິງວ່າຈະໝັ້ນໃຈໃນໃບໜ້າຂອງຕົວເອງສໍ່າໃດ ກໍເຊື່ອວ່າບໍ່ມີໃຜດອກທີ່ຈະກ້າຖ່າຍຮູບກັບກ້ອງສົດໆ ລົງໃນ Social ບໍ່ວ່າຈະເປັນ Facebook ຫຼື Instagram ກໍຕາມ ອາດຈະຕ້ອງໄດ້ໃຊ້ App ຊ່ວຍຈັກໜ້ອຍລະ ແລະ ຈະດີກວ່າບໍ່ຖ້າມີິ App ດີໆເອົາໄວ້ແຕ່ງຮູບງາມໆ ເອົາໄວ້ Post ລົງ Social ໃຫ້ຄົນທີ່ໄດ້ເຫັນອົດບໍ່ໄດ້ທີ່ຈະຕ້ອງກົດ Like ໃຫ້ຕາມໆກັນ ມື້ນີ້ແອັດກໍບໍ່ພາດທີ່ຈະມາແນະນໍາ App ທີ່ສາມາດແຕ່ງຮູບໄດ້ອອກມາງາມທຽບເທົ່າກັບຮູບທີ່ຜ່ານການ ຣີທັດ ຈາກ Photoshop ພຸ້ນລະ! ຂໍບອກວ່າທັງ ເຊນເລັບ ດາຣາ ໃຊ້ກັນໝົດ! ຢາກຮູ້ແລ້ວບໍ່ວ່າມີ App ໃດແດ່ ເຮົາໄປເບິ່ງກັນເລີຍ  YouCan Makeup: App ແຕ່ງໜ້າສໍາລັບສາວງາມ ຫຼືບ່າວຫຼໍ່ທີ່ມັກຖ່າຍຮູບແບບ ເຊລຟີ່ App ມື້ນີ້ໃຫ້ເລືອກ Lipstick ແລະ ຊົງຜົມຫຼາກຫຼາຍ Style …

Read More »

ງາມ ແລະ ເຊັກຊີ່ຫຼາຍ! ມາເບິ່ງກິດຈະກຳຍາມວ່າງຂອງບັນດານາງສາວຜູ້ເຂົ້າປະກວດ ມິສແກຣນລາວ

ສະບາຍດີໆ…ແຟນເພສ ຂວັນໃຈ ທຸກໆຄົນເລີ່ມຕົ້ນອາທິດໃໝ່ໃນວັນຈັນ ວັນທີ 10 ກໍລະກົດ 2017 ນີ້ ຊະນີIndy ກໍມີແນວສວຍໆງາມໆມາຝາກແຟນເພສກັນອີກແລ້ວ ເປັນຄວາມງາມ ແລະ ເຊັກຊີ່ຂອງບັນດານາງສາວຜູ້ເຂົ້າຮອບ 20 ຄົນສຸດທ້າຍຂອງເວທີການປະກວດສາວງາມ ມິສແກຣນລາວ  2017 ນັ້ນເອງ, ເຊິ່ງໃນວັນອາທິດ ວັນທີ 9 ກໍລະກົດ ທີ່ຜ່ານມາບັນດາສາວໆເຫຼົ່ານີ້ກໍໄດ້ດຳເນີນເຮັດກິດຈະກຳໃນກອງປະກວດກັນຢ່າງຕໍ່ເນື່ອງ ກ່ອນວັນປະກວດສຸດທ້າຍ ທີ່ຈະຈັດຂຶ້ນໃນວັນເສົາ ທີ 15/7/2017, ແລະ ໃນມື້ທີ່ຜ່ານມາສາວໆ ມິສແກຣນລາວ ກໍໄດ້ໄປເຮັດກິດຈະກຳຍາມວ່າງໃນມື້ພັກຜ່ອນໂດຍສວມໃສ່ຊຸດລອຍນໍ້າແບບງາມໆ ແລະ ເຊັກຊີ່ຫຼາຍ, ນອກຈາກນັ້ນສາວໆທັງໝົດກໍໄດ້ມີການຖ່າຍຮູບລວມໝູ່ ແລະ ຫຼິ້ນນໍ້າກັນໃນສະລອຍນໍ້າ ເຫັນແລ້ວເປັນຕາຮັກຕາແພງຫຼາຍໆສຳລັບສາວລາວເຮົາ. #ແຊຣໄປໃຫ້ໂລກຮູ້ວ່າສາວລາວງາມຫຼາຍ ຂໍຂອບໃຈຮູບພາບຈາກ: MISS GRAND LAOS ມີສແກຣນລາວ

Read More »