Hi Happy Friday ສາວໆ ວັນສຸກກັນແລ້ວ ມື້ນີ້ກໍຂໍໃຫ້ເປັນວັນສຸກທີ່ສຸກສັນກັນເດີ້! ແລະ ເພື່ອເປັນການເພິ່ມຕຶ່ມຄວາມສຸກໃຫ້ອີກ ມື້ນີ້ BeautyGuru ກໍມີສິ່ງດີໆມາຕ້ອນກັນອີກແລ້ວ ແຕ່ວ່າຈະເປັນຫຍັງນັ້ນກໍໄປຕິດຕາມກັນເລີຍ! ສາວໆບໍ່ວ່າຍຸກໃດສະໄໝໃດ ໃຜໆກໍມັກຄວາມສວຍຄວາມງາມກັນໝົດ ແຕ່ຍຸກນີ້ສະໄໝນີ້ຄວາມສວຍຄວາມງາມນັ້ນມັນໄວ້ໃຈບໍ່ຄ່ອຍໄດ້ແລ້ວ ເພາະຜູ້ຊາຍບາງຄົນສຸດແສນຈະເຈົ້າຊູ້ເປັນທີ່ຫຼົງໄຫຼຂອງສາວໆແຕ່ກໍບໍ່ໄດ້ງາບກັນດອກເພາະເຂົາຫັນໄປກິນກັນເອງໝົດ ຈົນເຮັດໃຫ້ສາວໆນັ່ງເສຍອົກເສຍໃຈວ່າ ເປັນຫຍັງຜູ້ຊາຍທີ່ໜ້າຕາອ່າຍດີໜ້ອຍໜຶ່ງຈຶ່ງຫັນໄປເປັນເກ, ເປັນກະເທີຍ ກັນໝົດແລ້ວແມ່ຍິງຄືເຮົາໆເດໃຜຈະເອົາລະ! ແລະ ກໍພາກັນເໝົາລວມໄປວ່າຜູ້ຊາຍດີໆທີ່ໜ້າຕາດີໆບໍ່ແມ່ນຜູ້ຊາຍແທ້ດອກ! ອ້າວໆໆ ອັນນີ້ມັນກໍເປັນສິ່ງຫ້າມກັນບໍ່ໄດ້ເນາະຄວາມມັກຂອງໃຜລາວ ໃຜມັກຫຍັງກໍວ່າກັນໄປຕາມທີ່ສະບາຍໃຈ ແຕ່ສາວໆຢຸດເສຍໃຈໄປເລີຍ ເພາະມື້ນີ້ແອັດໄດ້ນໍາເອົາບ່າວທີ່ແສນຈະເຈົ້າຊູ້ເປັນເຖິງສະຈວດຢູ່ສາຍການບິນ Laos Air lines ແຕ່ໝັ້ນໃຈໄດ້ເລີຍວ່າບ່າວຄົນນີ້ເປັນຜູ້ຊາຍແທ້ໆ ຮັບຮອງບໍ່ກິນກັນເອງຢ່າງແນ່ນອນຮັບປະກັນດ້ວຍກຽດຂອງ BeautyGuru ຄົນຜູ້ງາມໆໆໆ ຈົນຊອກບໍ່ເຫັນຄົນນີ້ເຈົ້າ. (ສະຫຼຸບອັນທີ່ເວົ້າມາຫຼາຍໆກະບໍ່ກ່ຽວກັບຂ່າວເລີຍ…ງົງ) ເອົາເປັນວ່າເຮົາໄປເບິ່ງໜ້າຕາຂອງລາວດີກວ່າວ່າຈະເຈົ້າຊູ້ຄືແອັດໂມ້ໄປບໍ່? ອ້າຍບ່າສະຈວດຄົນເຈົ້າຊູ້ ຍິ້ມໃຈລະລາຍ ອ່ອຍຍຍ ລວມພົນຄົນໜ້າຕາດີ 555 With team jah ກະກົດເງິນແລ້ວແຕ່ບໍ່ຮູ້ຈະໄປຫຼິ້ນໃສ? ຢູ່ໃສນີ້? ອາຊີບເສີມ ກາລັນຕີຄວາມເຈົ້າຊູ້ດ້າຍວາບນາຍແບບ. By: …
Read More »Home
ເກັ່ງຫຼາຍ! ນັກບິນ ສາວອິນເດຍສ້າງປະຫວັດສາດລະດັບໂລກ ເປັນແມ່ຍິງທີ່ອາຍຸນ້ອຍທີ່ສຸດໃນການເປັນກັບຕັນເຮືອບິນ…
ເກັ່ງຫຼາຍ! ແອນນີ ທິບພະຍາ ສາວ ອິນເດຍ ໄດ້ສ້າງປະຫວັດສາດ ເປັນແມ່ຍິງທີ່ມີອາຍຸນ້ອຍທີ່ສຸດ ທີ່ໄດ້ເປັນກັບຕັນຂັບເຮືອບິນ ໂບອິ່ງ 777. ໂດຍ ແອນນີ ໄດ້ເລີ່ມເຂົ້າໂຮງຮຽນການບິນຢູ່ ລັດອຸຕະຣະປະເທດ ຂອງອິນເດຍ ເມື່ອອາຍຸໄດ້ 17 ປີ ເຖິງແມ່ນວ່າບໍ່ໄດ້ຮັບການສະໜັບສະໜູນຈາກຄອບຄົວກໍຕາມ, ແຕ່ນາງກໍໄດ້ຕັດສິນໃຈເລືອກເອົາອາຊີບນັກບິນ ຈຶ່ງໄດ້ໄປຮຽນຕໍ່ດ້ານການບິນຢູ່ ແອັດສະປາຍ ເມື່ອອາຍຸ 19 ປີ ແລະ ຈາກນັ້ນເມື່ອອາຍຸໄດ້ 21 ປີ ຈຶ່ງໄດ້ເດີນທາງໄປຮຽນຕໍ່ເພີ່ມເຕີມຢູ່ນະຄອນຫຼວງ ລອນດອນ ປະເທດ ອັງກິດ ເຊິ່ງນາງໄດ້ຮຽນຂັບເຮືອບິນໂບອິ່ງ 777 ເປັນຄັ້ງທຳອິດ ຈົນສາມາດກ້າວຂຶ້ນມາເປັນກັບຕັນ ແລະ ໄດ້ສ້າງປະຫວັດສາດໃນວົງການການບິນຂອງໂລກ. ຖືວ່າເປັນທີ່ໜ້າຍົກຍ້ອງຫຼາຍ ເຫັນບໍ່ສາວໆບໍ່ມີຫຍັງທີ່ແມ່ຍິງຄືເຮົາເຮັດບໍ່ໄດ້ ຂໍແຕ່ມີຄວາມຕັ້ງໃຈ ແອັດເຊື່ອວ່າແມ່ຍິງຍຸກໃໝ່ເຮັດໄດ້ທຸກໆຢ່າງ. ຂໍຂອບໃຈແຫຼ່ງຂ່າວ: Lao Post
Read More »ເກັ່ງຫຼາຍ! ນັກບິນ ສາວອິນເດຍສ້າງປະຫວັດສາດໃຫ້ກັບໂລກ! ການເປັນແມ່ຍິງທີ່ອາຍຸນ້ອຍທີ່ສຸດໃນການເປັນກັບຕັນເຮືອບິນ…
ເກັ່ງຫຼາຍ! ແອນນີ ທິບພະຍາ ສາວ ອິນເດຍ ໄດ້ສ້າງປະຫວັດສາດ ເປັນແມ່ຍິງທີ່ມີອາຍຸນ້ອຍທີ່ສຸດ ທີ່ໄດ້ເປັນກັບຕັນຂັບເຮືອບິນ ໂບອິ່ງ 777. ໂດຍ ແອນນີ ໄດ້ເລີ່ມເຂົ້າໂຮງຮຽນການບິນຢູ່ ລັດອຸຕະຣະປະເທດ ຂອງອິນເດຍ ເມື່ອອາຍຸໄດ້ 17 ປີ ເຖິງແມ່ນວ່າບໍ່ໄດ້ຮັບການສະໜັບສະໜູນຈາກຄອບຄົວກໍຕາມ, ແຕ່ນາງກໍໄດ້ຕັດສິນໃຈເລືອກເອົາອາຊີບນັກບິນ ຈຶ່ງໄດ້ໄປຮຽນຕໍ່ດ້ານການບິນຢູ່ ແອັດສະປາຍ ເມື່ອອາຍຸ 19 ປີ ແລະ ຈາກນັ້ນເມື່ອອາຍຸໄດ້ 21 ປີ ຈຶ່ງໄດ້ເດີນທາງໄປຮຽນຕໍ່ເພີ່ມເຕີມຢູ່ນະຄອນຫຼວງ ລອນດອນ ປະເທດ ອັງກິດ ເຊິ່ງນາງໄດ້ຮຽນຂັບເຮືອບິນໂບອິ່ງ 777 ເປັນຄັ້ງທຳອິດ ຈົນສາມາດກ້າວຂຶ້ນມາເປັນກັບຕັນ ແລະ ໄດ້ສ້າງປະຫວັດສາດໃນວົງການການບິນຂອງໂລກ. ຖືວ່າເປັນທີ່ໜ້າຍົກຍ້ອງຫຼາຍ ເຫັນບໍ່ສາວໆບໍ່ມີຫຍັງທີ່ແມ່ຍິງຄືເຮົາເຮັດບໍ່ໄດ້ ຂໍແຕ່ມີຄວາມຕັ້ງໃຈ ແອັດເຊື່ອວ່າແມ່ຍິງຍຸກໃໝ່ເຮັດໄດ້ທຸກໆຢ່າງ. ຂໍຂອບໃຈແຫຼ່ງຂ່າວ: Lao Post
Read More »ເລີ໋ດໆໆ!!! ແບບຄໍາຈາກຮ້ານນີ້! ໂຟກັສທີ່ນາງແບບ! (ໃຜຮູ້ຈັກແດ່?)
ບັງເອີນລັກເຂົ້າໄປສ່ອງເພຈຂອງຮ້ານຄໍາຮ້ານ ພໍໄປເຫັນນາງແບບເທົ່ານັ້ນແຫຼະ ແອັດຮູ້ສຶກຕັນຫາເກີດຂຶ້ນເຕັມຫົວເລີຍ ເພາະນາງແບບທີ່ໃສ່ຄໍາແບບເຕັມຕົວ ມີທັງຄໍາຂາວ ແລະ ຄໍາເຫຼືອງໆນັ້ນ ໂອ໋ຍຍຍຍ ບໍ່ມີຄໍາຈະບັນລະຍາຍວ່າຄວາມງາມທີ່ໄດ້ເຫັນມັນເປັນແນວໃດ? ແອັດນີ້ຮູ້ແຕ່ວ່າຕັນຫາຂຶ້ນຈົນຈິດດັບຈິດຫາຍເປັນວາບໆແລ້ວ ບໍ່ຮູ້ວ່າສາວໆຈະເປັນຄືກັນບໍ່ ແອັດກໍເລິຍບໍ່ພາດທີ່ຈະເອົາຕ້ອນກັນ ໃຫ້ໄດ້ເຫັນ ໃຫ້ໄດ້ຕັນຫາຂຶ້ນສະໝອງແບບແອັດໄປເລີຍ ເພາະຮູ້ສຶກເປັນໜັກຫຼາຍ! ເອົາເປັນວ່າໄປເບິ່ງກັນເລີຍວ່າຮ້ານໃດ? ຈະງາມບໍ່? ແລະ ນາງແບບຈະງາມຂະໜາດໃດ? ແລະ ນາງແບບແມ່ນໃຜ? ຈຶ່ງເຮັດໃຫ້ຢາກສະເໜີປານນີ້! ຮ້ານຄໍາພູວົງ ນາງແບບສຸູດເລີ໋ດ ເລີ໋ດໆດ້ວຍເຄື່ອງປະດັບຊ່ວຍເພິ່ມຄວາມມີລາຄາ ໂອ໋ຍຍຍ ຕັນຫາຂຶ້ນສະໝອງເລີຍ ສຸດຍອດ ໜ້າແບບນີ້ແມ່ນໃຜ? ຫວ່າ… By: BaeutyGuru ຮູບຈາກ: ເພຈ: ຮ້ານຄໍາພູວົງ
Read More »ອ໋ອບ ລາຍພາງ ປະສົບອຸບັດເຫດໃນຂະນະແຂ່ງລົດ ນູ່ນີ່ນຳໃຫ້ກຳລັງໃຈຢ່າງໃກ້ຊິດ ປັດຈຸບັນປອດໄພແລ້ວ!!! (ມິຄລິບ)
ເປັນທີ່ໜ້າຕົກໃຈກັນສຸດໆເລີຍ ເມື່ອໄດ້ຍິນຂ່າວວ່າ ໜຸ່ມ ອ໋ອບ ຍິ່ງຍົດ ຫຼື ອ໋ອບ ລາຍພາງ ຫວານໃຈຂອງສາວ ນູ່ນີ່ ກຸມພົນພັກດີ (ທັງສອງເປັນຄູ່ຮັກທີ່ມາຈາກລາຍການ Take me out Thailand) ໄດ້ປະສົບອຸບັດເຫດໃນຂະນະທີ່ແຂ່ງລົດໃນສະໜາມຢ່າງຮຸນແຮງ ຈົນເຮັດໃຫ້ມີຮູບພາບແຊຣກັນໃນສື່ອອນລາຍກັນຢ່າງຫຼວງຫຼາຍໃນຄໍ່າຄືນທີ່ຜ່ານມາ, ໃນຮູບພາບກໍຍັງພົບກັບສາວ ນູ່ນີ່ ທີ່ລໍຖ້າ ແລະຶ ຕິດຕາມອາການຂອງໜຸ່ມອ໋ອບຢ່າງໃກ້ຊິດ ເບິ່ງແລ້ວຄູ່ນີ້ຍິ່ງໄດ້ໃຈແຟນຄລັບໄປແບບເຕັມໆ ເພາະເປັນຄູ່ຮັກທີ່ໜ້າຮັກຫຼາຍ ເອົາໃຈໃສ່ກັນບໍ່ຫ່າງ ແລະ ນອກຈາກນັ້ນ ນູ່ນີ່ ຍັງກອດເພື່ອໃຫ້ກຳລັງໃຈໜຸ່ມ ອ໋ອບ ອີກດ້ວຍ. ປັດຈຸບັນ ໜຸ່ມ ອ໋ອບ ລາຍພາງ ເພິ່ນກໍໄດ້ອອກມາໂພສທາງເຟສບຸກສ່ວນຕົວເພື່ອບອກແຟນຄລັບແລ້ວວ່າ ຕົນໄດ້ປອດໄພດີ ແລະ ຂໍຂອບໃຈແຟນໆທຸກຄົນທີ່ເຂົ້າມາໃຫ້ກຳລັງໃຈກັນຢ່າງເຫຼືອຫຼາຍ. #ແຊຣໄປເພື່ອເປັນກຳລັງໃຈໃຫ້ນູ່ນີ່ແລະອ໋ອບ ມີຄລິບຕອນທີ່ໜຸ່ມ ອ໋ອບ ລາຍພາງ ໄດ້ປະສົບອຸບັດເຫດໃນຂະນະແຂ່ງລົດ: " การแข่งขันย่อมมีแพ้..มีชนะใช้ชีวิตจงมีสติ..อย่าอยู่ในความไม่ประมาท "การแข่งขันสนามนี้ ?อ๊อฟต้องขอกล่าวคำขอบคุณ+ ขอบคุณเจ้าหน้าที่สนามช้างที่เข้ามาข่วยเหลือด้วยความรวดเร็วและเป็นมืออาชีพมาก+ ขอบคุณรถพยาบาลเคลื่อนที่ไว..และพี่ๆทีมงานปฐมพยาบาลในห้องทุกท่านที่ให้การดูแลเป็นอย่างดีครับ …
Read More »