Breaking News

Home

ສຸດຍອດ! ຕົວແທນຈາກປະເທດລາວຄວ້າລາງວັນ “ຂວັນໃຈສື່ມວນຊົນ” ໃນເວທີລະດັບໂລກ!!!

ເປັນທີ່ໜ້າຊື່ນຊົມຍິນດີກັບຕົວແທນຈາກປະເທດລາວ ອຸງ ທົດສະພອນ ສິດພະໄຊ ທີ່ສາມາດເອົາຊະນະລາງວັນ “ຂວັນໃຈສື່ມວນຊົນ” ໃນເວທີລະດັບໂລກຢ່າງ “Mister National Universe 2017” ເຊິ່ງການປະກວດໄດ້ຜ່ານໄປແບບສົດໆຮ້ອນໆໃນຄໍ່າຄືນຂອງວັນທີ 13 ມິຖຸນາ 2017 ທີ່ຜ່ານມາ, ການປະກວດໃນເວທີລະດັບໂລກຕົວແທນຈາກປະເທດລາວເຮົາກໍເຮັດໄດ້ດີ ແລະ ມີຄວາມພະຍາຍາມຢ່າງເຕັມທີ່ ແລະ ກໍບໍ່ເຮັດໃຫ້ຄົນລາວຜິດຫວັງເພາະສາມາດເຂົ້າໄປເຖິງຮອບ 10 ຄົນສຸດທ້າຍ ແຖມຍັງເອົາຊະນະໃຈທັງຄົນລາວເຮົາ ແລະ ຄົນທົ່ວໂລກເພາະຄວ້າລາງວັນ Media Choice Awards ຫຼື “ຂວັນໃຈສື່ມວນຊົນ” ນັ້ນເອງ. ການທີ່ຄົນລາວເຮົາກ້າວມາໄກ ແລະ ມີຄວາມສາມາດເຖິງພຽງນີ້ກໍເປັນເລື່ອງທີ່ໜ້າຍິນດີແລ້ວ, ເຖິງຈະບໍ່ໄດ້ລາງວັນທີ 1,2,3 ກໍບໍ່ເປັນຫຍັງເພາະຖືວ່າເຮັດໄດ້ດີຫຼາຍ ແລະ ເອົາຊະນະໃຈຄົນລາວເຮົາໄປແບບເຕັມໆ!!! #ແຊຣໄປໃຫ້ໂລກຮູ້ເຖິງຄວາມສາມາດຂອງຄົນລາວ ຂໍຂອບໃຈຮູບພາບ

Read More »

ງາມຫຼາຍສາວນ້ອຍໜ້າຮັກນັກຮຽນມໍປາຍຄົນນີ້

ມື້ນີ້ແອດ…ມີເລື່ອງຊິມາເລົ່າສູ່ຟັງ ຄືແອດໄດ້ໄປສອດສ່ອງ Facebook ຂອງສາວນ້ອຍໜ້າຮັກຄົນໜຶ່ງ ທີ່ມີຊື່ວ່າ: Nanhtaly Thanonxay  ( ນັນຕາລີ ທະນົນໄຊ ) ເມື່ອແອດໄດ້ໄປສ່ອງເຟສນ້ອງຄົນນີ້ ແອດກໍ່ໄດ້ເຫັນຄວາມໜ້າຮັກສົດໃສສົມໄວ, ບໍ່ວ່າຈະແຕ່ງກາຍມາ Style ໃດກໍໜ້າຮັກໄປໝົດ ນອກຈາກຄວາມງາມ ແລະ ໜ້າຮັກເທົ່ານັ້ນຍັງບໍ່ພໍ ສາວນ້ອຍຄົນນີ້ຍັງມີຄວາມສາມາດອີກຫຼາກຫຼາຍຢ່າງອີກ ແອດກໍເລີຍໄດ້ນໍາເອົາຮູບພາບ ຂອງສາວນ້ອຍຄົນນີ້ມາໃຫ້ແຟນໄດ້ຊົມ ວ່າຊິງາມຊິໜ້າຮັກແທ້ສົມກັບແອດເວົ້າແທ້ ຫຼື ບໍນັ້ນໄປເບິ່ງກັນເລີຍ!! ຮູບພາບ FB: Nanhtaly Thanonxay

Read More »

ງາມແບບເລີຄ່າ ໃນຊຸດເຈົ້າສາວ ປະດັບດ້ວຍສ້ອຍຄໍາລາຍງາມໆແບບນີ້

ເຫັນແລ້ວມີຄວາມຢາກໄດ້ ຢາກເປັນຈົນຕົວສັ່ນຂຶ້ນມາທັນທີ ເມື່ອເຫັນສາຍຄໍາລາຍງາມໆ ທີ່ເຂົ້າກັນກັບຊຸດເຈົ້າສາວ ຈົນກາຍເປັນເຈົ້າສາວທີ່ງາມແບບລໍ້າຄ່າແບບນີ້ ອ່ອຍຍຍຍ… ເກີດຢາກຈະໃສ່ຊຸດເຈົ້າສາວຂຶ້ນມາແບບບໍ່ໄດ້ຕັ້ງໃຈ ເປັນຄືກັນບໍ່ສາວໆ ເພາະເລື່ອງຄວາມງາມມັນບໍ່ເຂົ້າໃຜອອກໃຜເນາະ! ແຫ່ງເປັນມື້ພິເສດທີ່ສຸດໃນຊີວິດຄືງານແຕ່ງງານ ເມື່ອຮອດຕາຕົວເອງທີ່ຕ້ອງເປັນເຈົ້າສາວແລ້ວ ບໍ່ວ່າໃຜກໍຄົງຕ້ອງຢາກໃຫ້ພິເສດແບບງາມທີ່ສຸດໃນ 3 ໂລກໄປເລີຍພຸ້ນລະ ຍ້ອນແບບນີ້ ຂັວນໃຈທີ່ເຂົ້າໃຈສາວໆທີ່ສຸດ ມື້ນີ້ ຂັວນໃຈເລີຍມາເອົາໃຈເປັນພິເສດ ສໍາລັບ ສາວໆທີ່ກໍາລັງຈະແຕ່ງງານ ຫຼືກໍາລັງຄິດເລື່ອງແຕ່ງງານຢູ່ ໃຫ້ເບິ່ງເປັນຕົວຢ່າງກັນໄປພາງໆກ່ອນ ສໍາລັບການເປັນເຈົ້າສາວທີ່ງາມແບບລໍ້າຄ່າ ໄປເບິ່ງກັນເລີຍ ລຽບຫຼູດູແພງເວີ່ໆໆໆ ຫວານໆ ແບບມີລາຄາ ແບບນີ້ກໍ່ຢາກໄດ້… ອະລັງການຄວາມເປະ ຈັດເຕັມທັງຊຸດ ແບບນີ້ແຫຼະ ຄວາມຝັນ ແຖມໃຫ້ເລືອກ ສະຫວ່າງດ້ວຍຄວາມງາມ ເຈົ້າສາວຕົວແມ່ຕ້ອງແບບນີ້ ເລືອກເລີຍ ແບບໃດດີ? ໃຜມັກແບບໃດກໍເລືອກໄດ້ເດີ້ ເພາະມີຢູ່ໃນປະເທດລາວເຮົານີ້ເອງ. By: BeautyGuru ຂໍຂອບໃຈຮູບພາບຈາກ ຮ້ານຄໍາພູວົງ, ຮ້ານຄໍາສີດາລາດຊະວົງ, ຮ້ານຄໍາພອນທິບ ແລະ Google

Read More »

ຕື່ນເຕັ້ນກັນສຸດໆເລີຍ!!! ມາຮ່ວມສົ່ງແຮງໃຈໃຫ້ ອຸງ ທົດສະພອນ ຕົວແທນຈາກປະເທດລາວ

ຕື່ນເຕັ້ນກັນສຸດໆເລີຍ!!! ມື້ນີ້ແລ້ວທີ່ຈະໄດ້ຮູ້ຜົນການປະກວດ “Mister National Universe 2017” ເຊິ່ງໜຶ່ງໃນນັ້ນມີຊາຍໜຸ່ມສຸດເຈົ້າຊູ້ ອຸງ ທົດສະພອນ ສິດພະໄຊ ທີ່ເດີນທາງໄປເປັນຕົວແທນປະເທດລາວ ແລະ ເຊື່ອວ່າແຟນໆທຸກໆຄົນກໍຄົງຈະໄດ້ຮູ້ກັນແດ່ແລ້ວວ່າການປະກວດ Mister National Universe ໃນປີນີ້ຈັດຂຶ້ນທີ່ ຫົວຫິນ ປະເທດໄທ ແລະ ການປະກວດກໍເລີ່ມຕັ້ງແຕ່ວັນທີ 5 ມິຖຸນາ ຈົນມາຮອດວັນທີ 13 ມິຖຸນາ ກໍເປັນມື້ທີ່ທຸກໆຄົນທົ່ວໂລກຈະຮູ້ກັນວ່າໃຜຈະເປັນຄົນໄດ້ຮັບຕຳແໜ່ງ Mister National Universe 2017 ນີ້ໄປຄອງ, ດັ່ງນັ້ນເຮົາຄົນລາວມາຮ່ວມສົ່ງກຳລັງໃຈໃຫ້ໜຸ່ມລາວ ອຸງ ທົດສະພອນ ໂດຍການເຂົ້າໄປ ກົດໄລ້ ກົດແຊຣ ຮູບພາບຂອງໜຸ່ມອຸງຢູ່ທີ່ເພສ (Mister National Universe the new Gen of the future) ເພາະຄະແນນທີ່ຄົນລາວເຮົາກົດໄລ້ ແລະ ແຊຣ ນັ້ນຈະເປັນຄະແນນສະສົມໃຫ້ຕົວແທນຈາກລາວເຮົານັ້ນເອງ. …

Read More »

ສາວງາມໃນຮົ້ວມະຫາວິທະຍາໄລທີ່ຜູ້ຊາຍຫຼາຍຄົນເຫັນແລ້ວຕ້ອງຫຼົງມັກ

ສະບາຍດີແຟນຂວັນໃຈທີ່ໜ້າຮັກ ມາພົບພໍ້ກັນໃນວັນຈັນ ມື້ເລີ່ມຕົ້ນອາທິດແບບນີ້ ເຮົາກໍ່ບໍ່ພາດທີ່ຈະນໍາເອົາສິ່ງດີໆງາມໆ ມາຕ້ອນມາຝາກໃຫ້ແຟນໆຂວັນໃຈທີ່ໜ້າຮັກໄດ້ເບິ່ງ ເຊິ່ງມື້ນີ້ເຮົາຈະພາໄປເບິ່ງ ຄວາມງົດງາມຂອງສາວນັກສຶກສາ ທີ່ຢູ່ໃນຮົ້ວຂອງມະຫາວິທະຍາໄລ ຫຼື ວິທະຍາໄລຕ່າງໆ ຖືໄດ້ວ່າແຕ່ລະຄົນກໍ່ມີຄວາມງົດງາມໃນແບບຂອງໃຜຂອງລາວ ຖ້າໝຸ່ມໆຄົນໃດໄດ້ເຫັນຈະຫຼົງມັກ ແລະ ຢາກໄດ້ມາເປັນແຟນຢ່າງແນ່ນອນເລີຍ!! ##ເອົາເປັນວ່າເຮົາໄປເບິ່ງພ້ອມໆກັນເລີຍວ່າ ແຕ່ລະຄົນຈະງາມຈະໜ້າຮັກຂະໜາດໃດໄປເບິ່ງກັນເລີຍ!!! ຮູບພາບ: Alina ppsv,  F’Faiy SPI Page: Talk To Teen

Read More »